ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ Sovereign


ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ Sovereign

NEWS WORDS: Sovereign

Welcome to the Voice of America’s “News Words,”

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ຂອງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຊຶ່ງ​ພວກ​ເຮົາ​ຈະ​ສອນ​ທ່ານ​ກ່ຽວກັບ​ ຄຳ​ສັບ​ທີ່​ໃຊ້​ໃນ​ຂ່າວ

This word has to do with international relations:

​ຄຳ​ສັບ​ນີ້ ກ່ຽວກັບ ​ການ​ພົວພັນ​ຕ່າງ​ປະ​ເທດ.

Sovereign

ອ່ານ Sovereign

Listen to U.S General, and NATO Commander, Philip Breedlove.

ເຊີນ​ທ່ານ​ໄປຟັງ ນາຍ​ພົນ ສະ​ຫະ​ລັດ ແລະ ຜູ້​ບັນ​ຊາ​ການ​ອົງ​ການ NATO ທ່ານ ຟີ​ລິບ ບ​ຣີດ​ເລີ​ຟ.

We’ve seen a nation cross an internationally recognized sovereign border, and annex by force a portion of a sovereign nation. That changes the way we do business.

ພວກ​ເຮົາ​ໄດ້​ເຫັນ​ປະ​ເທດ​ນຶ່ງ ຂ້າມເຂດ​ຊາຍ​ແດນ​ທີ່ມີອະທິປະໄຕ​ຖືກ​ຮັບ​ຮູ້​ໂດຍ​ສາ​ກົນ ແລະ ການ​ພະ​ໜວກ​ເອົາດິນ​ແດນ​ສ່ວນ​ນຶ່ງ​ຂອງ​ປະ​ເທດ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ​ດ້ວຍ​ການ​ໃຊ້​ກຳ​ລັງ. ສິ່ງ​ດັ່ງ​ກ່າວ​ນັ້ນ​ໄດ້​ປ່ຽນແປງ​ວິ​ທີ​ທີ່​ພວກ​ເຮົາ​ເຮັດ​ວຽກ.

Sovereign means the right of a country to govern itself.

Sovereign ໝາຍເຖິງ ສິດ​ຂອງ​ປະ​ເທດນຶ່ງ​ທີ່ຈະ​ປົກ​ຄອງ​ຕົນ​ເອງ.

A sovereign nation is independent from other countries.

ປະ​ເທດ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ ແມ່ນ​ເປັນ​ເອ​ກະ​ລາດ​ຈາກປະ​ເທດ​ອື່ນໆ.

General Breedlove complains that Russia took over part of Ukraine.

ນາຍ​ພົນ ​ບ​ຣີດເລີ​ຟ ຕຳ​ນິ​ວ່າ ຣັດ​ເຊຍ​ ໄດ້​ຍຶດ​ເອົາພື້ນ​ທີ່ຂອງຢູ​ເຄ​ຣນ.

Now, when you hear the word Sovereign, your American English will be good enough to know what this News Word means.

ບັດນີ້, ​ເວ​ລາ​ທ່ານ​ໄດ້​ຍິນຄຳ​ວ່າ Sovereign ພາ​ສາ​ອັງ​ກິ​ອາ​ເມ​ຣິ​ກັນ ຂອງທ່ານກໍຈະ​ດີ​ພໍ ທີ່​ຮູ້​ວ່າຄຳ​ສັບ​ໃນ​ຂ່າວ​ນີ້ ໝາຍຄວາມວ່າຫຍັງ.

XS
SM
MD
LG