ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາງ​ອາ​ມິຕາ ພ​ຣະ​ສະ​ຫວັດ ນັກ​ຮຽນ​ດີ​ເດັ່ນ ແລະ​ນັກການ​ທູດ​ຕາງ​ໜ້າ​ພວກ​ນັກ​ຮຽນ ໃນ​ລັດ​ໂຄ​ໂຣ​ໄລ​ນາ​ເໜືອ


ອາ​ມິ​ຕາ ພ​ຣະ​ສະ​ຫວັດ ນັກ​ຮຽນ​ທີ່​ດີ​ເດັ່ນ ຈາກມັດ​ທະ​ຍົມ​ເມີ​ບານ ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ
ອາ​ມິ​ຕາ ພ​ຣະ​ສະ​ຫວັດ ນັກ​ຮຽນ​ທີ່​ດີ​ເດັ່ນ ຈາກມັດ​ທະ​ຍົມ​ເມີ​ບານ ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ

​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ ຂອງວີ​ໂອ​ເອ ປະ​ຈຳ​ວັນ​ແລງ​ພະ​ຫັດ​ມື້​ນີ້ ເຮົາ​ຈະພາ​ທ່ານ​ໄປ​ການ​ໂອ້​ລົມກັບນາງ​ອາ​ມິ​ຕາ ພ​ຣະ​ສະຫ​ວັດ ອາ​ຍຸ 16 ປີ ເປັນ​ນັກ​ຮຽນ​ທີ່​ດີ​ເດັ່ນ ຊຶ່ງນາງ​ໄດ້​ຖືກ​ຄັດ​ເລືອກ​ຈາກ​ໂຮງ​ຮຽນເພື່ອ​ຮຽນ​ເປັນ​ຜູ້​ນຳຢູ່​ໃນ​ໂຄງ​ການ North Carolina Asian American​s Together ​ເພື່ອ​ຢູ່​ໃນ​ບົດ​ບາດການ​ເປັນ​ນັກການ​ທູດຜູ້​ຕາງ​ໜ້າ​ໝູ່​ນັກ​ຮຽນ ແລະ ສັງ​ຄົມ ພ້ອມ​ກັບ​ໝູ່​ເພື່ອນ​ອີກສອງ​ຄົນ ​ຊຶ່ງ ​ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ນາງ​ອາ​ມິ​ຕາ ພ​ຣະ​ສະ​ຫ​ວັດ ອາ​ຍຸ 16 ປີ ກຳ​ລັງ​ຮຽນ​ ຢູ່​ຊັ້ນ 11 ຕຽມຂຶ້​ນຊັ້ນ 12 ຊື່ງ​ເປັນປີ​ສຸດ​ທ້າຍ ​ຂອງ​ໂຮງ​ຮຽ​ນມັດ​ທະ​ຍົມ​ປາຍ. ອາ​ມິ​ຕາ ເປັນ​ນັກ​ຮຽນເກັ່ງ ສະ​ຫລຽ​ວ​ສະ​ຫລາດ ມັກ​ເປັນ​ຜູ້​ນຳໃນ​ໝູ່​ນັກ​ຮຽນ ແລະ​ສັງ​ຄົມ. ນາງ​ອາ​ມິ​ຕາ ເກີດ​ຢູ່​ໃນ​ສະ​ຫະ​ລັດ ພໍ່​ແມ່​ເປັນ​ຄົນ​ລາວ ​ຮູ້​ຈັກ​ວັດ​ທະ​ນາ​ທຳ​ລາ​ວ​ເປັນ​ຢ່າງ​ດີ ເຂົ້າ​ໃຈ​ພາ​ສາ​ລາວ ແຕ່​ປາກ​ເວົ້າ​ໄດ້​ໜ້ອຍ​ນຶ່ງ. ​ອາ​ມິ​ຕາ ແມ່ນ​ຜູ້​ນຶ່ງໃນ​ຈຳ​ນວນ​ຫລາຍ​ສິບ​ຄົນ ທີ່​ໄດ້​ຍື່ນໃບ​ສະ​ໝັກ​ເຂົ້າ​ເປັນ​ຜູ້​ຕາງ​ໜ້າ​ນັກ​ຮຽນ ​ຢູ່​ໃນ​ໂຄງ​ການ North Carolina Asian American​s ຫລື​ໂຄງ​ການ​ນັກ​ການ​ທູດຂອງ​ພວກ​ຊາວ​ໜຸ່ມ. ​ອາ​ມິ​ຕາ ​ໄດ້​ຖືກຄະ​ນະ​ກຳ​ມະ​ການ​ຄັດ​ເລືອກ​ໃຫ້​ເປັນນັກ​ການ​ທູດ ​ຜູ້ຕາງໜ້ານັກ​ຮຽນ ຊຶ່ງ​ນາງ​ອະ​ມິຕາ ພ​ຣະ​ສະ​ວັດ ໄດ້​ກ່າວສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

“ສະ​ບ​າຍ​ດີ ຂະ​ນ້ອຍຊື່ ອາ​ມິຕາ ພ​ຣະ​ສະ​ວັດ ຂະ​ນ້ອຍເຂົ້າ​ໃຈ​ພາ​ສາ​ລາວແລະ ປາກ​ໄດ້​ໜ້ອຍ​ນຶ່ງ ແມ່​ຂະ​ນ້ອຍ​ໄດ້ຖືກ​ແນະ​ນຳ​ໃຫ້​ສະ​ໝັກ​ເຂົ້າ​ຮັບ​ໃຊ້ ​ຢູ່​ໃນ​ໂຄງ​ການ​ດັ່ງ​ກ່າວ​ນີ້.​ ​ຢູ່ໃນລັດ​ຄາ​ໄລ​ນາ​ເໜືອ​ມີ​ຫລາຍ​ຊົນ​ຊາດ ໂດຍ​ສະ​ເພາະ​ຢູ່​ເມືອງ​ຣາ​ເລ ເຂົ້າ​ເຈົ້າ​ມີ​ຫລາຍ​ໂຄງ​ກາ​ນ​ສຳ​ລັບ​ຫລາຍໆ​ຄົນ ຂະ​ນ້ອຍ​ໄດ້​ເຫັນ​ໂຄງ​ການ​ນີ້ ແລະ​ຢາກ​ຍື່ນ​ມື​ໄປ​ຫາ​ປະ​ຊົມ​ຄົມ​ລາວ ແລະ​ເອ​ເຊຍອື່​ນໆ ຢູ່​ໃນ​ລັດ​ນີ້. ​ໂຄ​ງ​ການ​ນີ້​ຮ້ອງວ່າ NCAAT (North Carolina Asian American​s Together) ຫລື ຄົນເອ​ເຊຍ ອາ​ເມ​ຣິ​ກັນ​ ໃນລັດ​ຄາ​ໂຣ​ໄລ​ນາ​ເໜືອ ຮ່ວມມື​ກັນ. ​ນອກ​ນັ້ນ​ເຂົາ​ເຈົ້າ​ຍັງ​ມີ​ໂຄງ​ກາ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຊຶ່ງ​ເປັນ​ໂຄງ​ການ​ນຶ່ງ​ອີກ​ສຳ​ລັບ​ນັກ​ຮຽນ​ໂດຍ​ທົ່ວ​ໄປ. ໂຄງ​ກາ​ນ​ທີ່​ຂະ​ນ້ອຍ​ສະ​ໝັກ​ຮັບ​ໃຊ້​ນີ້ ເຂົາ​ເຈົ້າ​ຊອກ​ຫາ​ນັກ​ຮຽນ​ອາ​ຍຸ 16 ຫາ 22 ​ປີ ຜູ້​ທີ່​ຢາກ​ເປັນ​ປາກ​ສຽງ​ໃຫ້​ແກ່​ຊາວ​ເອ​ເຊຍ​ອາ​ເມ​ຣີ​ກັນ ແລະ​ເຊື່ອມ​ໂຍງ​ເຂົ້າ​ຫາ​ພວກ​ຊາວ​ໜຸ່ມ ​ຢູ່​ໃນ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ. ນີ້​ແມ່ນ​ວຽກ​ອາ​ສາ​ສະ​ໝັກ ເພື່ອ​ໃຫ້​ຮູ້​ຈັກກັບ​ປະ​ຊ​າ​ຄົມ ແລະ​ປະ​ຕິ​ບັດ​ວຽກ​ງານ​ໂຕ​ຈິງ​ຢູ່​ໃນ​ປະ​ຊາ​ຄົມ. ວ​ຽກ​ດັ່ງ​ກ່າວ​ນີ້​ເປັນ​ວຽກ​ປະ​ຈຳ​ລະ​ດູ​ການ​ ​ຖ້າ​ຫາກຢາກເຮັດ​ວຽກ​ນີ້​ອີກ​ຕ້ອງ​ໄດ້​ຍຶ່ນ​ໄບ​ສະ​ໝັກ​ຂໍ​ຮ້ອງ​ຕໍ່ອີກ. ໂຄງ​ການ​ນີ້​ມີ​ພວກ​ນັກ​ຮຽນ​ເອ​ເຊຍ​ພາ​ກັນ​ສະ​ໝັກ​ຫລາຍ​ຄົນ ແຕ່​ວ່າ​ຕ້ອງ​ໄດ້​ຜ່ານ​ການ​ຄັດ​ເລືອກ ແລະ​ຍາກ​ທີ່​ຈະ​ຖືກ​ຮັບ​ເຂົ້າ​ມາ​ໄດ້​. ຜູ້​ສະ​ໝັກ​ຕ້ອງ​ໄດ້​ຍື່ນ​ໃບ​ຄຳ​ຮ້ອງ ແລະຂຽນ​ບົດ​ເລື້ອງ​ບອກ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ສົນ​ໃຈ​ໃນ​ເລື້ອງ​ນີ້. ​ເຂົາ​ເຈົ້າ​ຈະ​ຖາມ​ວ່າ ເຈົ້າ​ແມ່ນ​ໃຜ ແລະ​ເຄີ​ຍ​ໄດ້​ອາ​ສາ​ສະ​ໝັກ​ຊ່ວຍ​ສັງ​ຄົ​ມ​ມາ​ກ່ອນ​ບໍ່. ​ຂະ​ນ້ອຍ​ຢາກ​ຍື່ນ​ມື​ອອກ​ໄປ​ຫາພວກ​ຊາວ​ໜຸ່ມ​ລາວອ​າ​ເມ​ຣິ​ກັນ ແລະ​ເອ​ເຊຍອື່ນໆ​ເພື່ອ​ຫຍັບເຂົາ​ໃກ້​ກັບ​ປະ​ຊາ​ຄົມ​ເຂົາ​ເຈົ້າ ​ຢາກຮູ້​ວ່າ​ເຂົາ​ເຈົ້າ​ແມ່ນ​ໃຜ ​ມີ​ຄວາມ​ສົນ​ກັບ​ປະ​ເພ​ນີ ແລະ​ວັດ​ທະ​ນາ​ທຳ​ຂອງ​ເຂົາ​ເຈົ້າ​ບໍ່.”

ນາວ​ເອ​ວາ ແຄ​ລບ​ເນີ
ນາວ​ເອ​ວາ ແຄ​ລບ​ເນີ

ນາງ​ເອ​ວາ ແຄ​ລບ​ເນີ ແມ່​ເປັນ​ຄົນ​ເຊື້ອ​ສາຍ​ລາວ ​ແລະພໍ່​ເປັນ​ຄົນ​ເຊື້ອ​ສາຍ​ຢີວ. ​ນາງເອ​ວາ ​ເກີດ​ຢູ່​ໃນ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ ແລະເຕີບ​ໃຫຍ່ຢູ່​ໃນ​ສາ​ມປະ​ເພ​ນີ ຄື ລາວ ຢີວ ແລະ​ອາ​ເມ​ຣີ​ກາ. ນາງ​ເອ​ວາ ເປັນ​ໝູ່​ໃກ້​ຊິດ​ກັບ​ ນາງອາ​ມິ​ຕາ ພ​ຣະ​ສະ​ຫ​ວັດ ແລະ​ເຂົ້າຢູ່ມັດ​ທະ​ຍົມ​ດຽວ​ກັນ. ​ນາງ​ເອ​ວາ ໄດ້​ໃຫ້​ຂໍ້​ສັງ​ເກດ ຍ້ອງ​ຍໍ​ກ່ຽວ​ກັບ​ນາງ​ອາ​ມິ​ຕາ ວ່າ​ເປັນ​ເພື່ອນ​ທີ່​ດີ ແລະ​ຈະ​ເປັນ​ຜູ້​ນຳ​ພາ​ສັງ​ຄົມ​ທີ່​ດີ​ໃນ​ອ​ະ​ນາ​ຄົດ ຊຶ່ງ​ນາງ​ເອ​ວາ ໄດ້ກ່າວ​ສູ່​ວີ​ໂອ​ເອ ຟັງ​ດັ່ງ​ນີ້:

“ອາມິຕາ ເປັນ​ຄົນ​ສະ​ຫລຽວ​ສະ​ຫລາດຜູ້​ນຶ່ງ ທີ່​ຂະ​ນ້ອຍເຄີຍໄດ້​ພົບ​ເຫັນ​ມາ ລາວ​ເຮັດ​ໃຫ້​ມີ​ຄວາມ​ສະ​ບ​າຍ​ໃຈ​ເວ​ລ​າ​ລົມ​ກັບ​ລ​າວ. ໃນ​ນາມ​ເປັນ​ສະ​ມາ​ຊິກຢູ່​ໃນ​ປະ​ຊາ​ຄົມເອ​ເຊຍ ​ໃນ​ນາມ​ຊາວ​ໜຸ່ມຂະ​ນ້ອຍ​ຄິດ​ວ່າລາວ​ເປັນ​ຜູ້ນຳ​ທີ່​ດີເລີດ ແລະ​ສຳ​ຄັນ​ສຸດ ທີ່ເປັນ​ຜູ້​ຕາງ​ໜ້​າ​ພວກ​ເຮົາ. ຂະ​ນ້ອຍ​ແມ່ນ​ລາວ​ຢິວ ອາ​ເມ​ຣິ​ກັນ ແມ່​ເປັນ​ຄົນ​ເຊື້ອ​ສາຍ​ລາວ ພໍ່​ເປັນ​ຄົນ​ເຊື້ອ​ສາຍ​ຢິວ ແລະ​ຂະ​ນ້ອຍເກີດ​ຢູ່​ໃນ​ສະ​ຫະ​ລັດ. ​ຂະ​ນ້ອຍເຂົ້າ​ໃຈພາ​ສາ​ລາວ​ໜ້ອຍນຶ່ງເຊັ່ນ​ວ່າ ສະ​ບາຍ​ດີ ບໍ່ ແລະ​ໂດຍ. ​ຂະ​ນ້ອຍ​ມັກ​ກິນ​ແກງ​ໜໍ່​ໄມ້ ທີ່​ແມ່​ເຮັດ​ໃຫ້​ກິນ​ມາ​ແຕ່​ນ້ອຍ ຂະ​ນ້ອຍ​ມັກ​ຕຳ​ໝາກ​ຮຸ່ງ ເຂົ້າ​ໜຽວ ແລະ​ປີ້ງ​ຊີ້ນ​ທີ່​ແມ່​ເຮັດ​ໃຫ້​ກິນ​ແຊບ​ທີ່​ສຸດ​ໃນ​ໂລກ. ພໍ່​ຂະ​ນ້ອຍກໍ​ມັກ​ອາ​ຫານ​ລາວ​ຄື​ກັນ ແມ່​ຂະ​ນ້ອຍ​ເວົ້າ​ວ່າ​ລາວ​ເປັນ​ຄົນ​ລາວ ທີ່​ຢູ່​ໃນ​ຮ່າງ​ກາຍ​ຂອງ​ຄົນ​ຢີວ.”

ທ້າວ​ເຊດ ອາ​ຣີ​ດາ
ທ້າວ​ເຊດ ອາ​ຣີ​ດາ

ທ້າວ​ເຊດ ອ​າ​ຣີ​ດາ ເປັນ​ນັກ​ຮຽນ​ເຊື້ອ​ສາຍ​ອາ​ຣັບ ທີ່​ກຳ​ລັງ​ຮຽນ​ຢູ່​ຊັ້ນ 11 ​ເປັນ​ເພື່ອນ​ທີ່​ດີ ແລະ​ຮູ້​ຈັກ​ກັບ​ນາງ​ອາ​ມິ​ຕາ. ​ທ້າວ​ເຊດ ໄດ້​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ນາງ​ອາ​ມິ​ຕາ ດັ່ງ​ນີ້:

“​ອາ​ມິ​ຕາ​ ມີ​ຄວາມ​ຊຳ​ນານ​ດ້ານ​ການ​ໂອ້​ລົມ ແລະສື່​ສານ ປະ​ຊາ​ຄົມ​ພາ​ກັນ​ຍ້ອງ​ຍໍ​ລາວ​ສູງ​ທີ່​ສຸດ ແນ່ນອນ​ລາວ​ເປັນ​ໂຕ​ຢ່າງ​ທີ່​ດີ ເພາະ​ວ່າ​ລ​າວ​ຮຽນ​ໜັງ​ສື​ເກັ່ງ​ ​ແລະຮຽນຢູ່​ໃນຫລັກ​ສູດ​ມະ​ຫາ​ວິ​ທະ​ຍາ​ໄລກ່ອນ​ລ່ວງ ​ໜ້າ​.”

ລະ​ບົບການ​ສຶກ​ສາຢູ່​ໃນ​ສະ​ຫະ​ລັດ ໂດຍ​ສ​ະ​ເພາະ​ຢູ່​ຂັ້ນ​ມັດ​ທະ​ຍົມ​ປາຍ ພວກ​ນັກ​ຮຽນເລີ້​ມ​ສະ​ເໜີ​ໃຫ້ພາ​ກັນຮຽນ​ຮູ້ ​ມີ​ບົດ​ບາດ ແລະ​ກະ​ກຽມ​ເປັນ​ຜູ້​ນຳໃນໝູ່​ຄະ​ນະ ທີ່​ຈະ​ກ້າວ​ຂຶ້ນ​ໄປເປັນ​ລຳ​ດັບ. ສິ່ງ​ສຳ​ຄັນນັ້ນ​ກໍ​ຄື ​ເຂົາ​ເຈົ້າຕ້ອງໄດ້​ສະ​ແດງ​ອອກມາໃຫ້​ເຫັນເຖິງ​ຄວາມ​ສາ​ມາດ ອັນ​ເປັນຄະ​ແນນພິ​ເສດ​ ເວ​ລາ​ສະ​ໝັກ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ.

XS
SM
MD
LG