ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເທັກໂນໂລຈີ ນໍາເອົາຄວາມຫວັງມາໃຫ້ທະຫານຢູເຄຣນ ທີ່ໄດ້ຮັບບາດເຈັບ


Technology Brings Hope to Ukraine’s Wounded
please wait

No media source currently available

0:00 0:02:39 0:00

ລາຍງານກ່ຽວກັບ ເທັກໂນໂລຈີ ທີ່ນໍາເອົາຄວາມຫວັງ ມາໃຫ້ທະຫານຢູເຄຣນ ຜູ້ໄດ້ຮັບບາດເຈັບ.

ສົງຄາມຢູ່ໃນ ຢູເຄຣນ ສົ່ງຜົນເຮັດໃຫ້ທະຫານໄດ້ຮັບບາດເຈັບຫຼາຍພັນຄົນ, ມີຫຼາຍໆຄົນຕ້ອງການການປິ່ນປົວ ໂດຍເທັກໂນໂລຈີຫຼ້າສຸດ ເພື່ອຮັກສາ ແລະເຮັດໃຫ້ຊີວິດກັບຄືນມາເປັນປົກກະຕິໄດ້ຄືເກົ່າ. ແອນນາ ເຊີນິໂກວາ (Anna Chernikova) ນັກຂ່າວ VOA ມີລາຍງານກ່ຽວກັບການໄປຢ້ຽມຢາມສູນຟື້ນຟູໃກ້ກັບນະຄອນຫຼວງກີຢິບ, ເຊິ່ງເທັກໂນໂລຈີທີ່ທັນສະໄໝ ແລະການເບິ່ງແຍງແບບກວມລວມ ໄດ້ເຮັດໃຫ້ບັນດາທະຫານເຫຼົ່ານັ້ນມີຄວາມຫວັງ. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານໝໍກ່າວວ່າ 17 ເປີເຊັນ ຂອງຈໍານວນທະຫານຢູເຄຣນ ທີ່ໄດ້ຮັບບາດເຈັບຈາກສົງຄາມຂອງຣັດເຊຍ ຢູ່ໃນປະເທດບ້ານເກີດຂອງພວກເຂົາເຈົ້າ ແມ່ນໄດ້ຮັບບາດເຈັບ ທີ່ຈໍາເປັນຕ້ອງໃຊ້ເທັກໂນໂລຈີສູງ ສໍາລັບການຮັກສາ ແລະການແກ້ໄຂຕ່າງໆ.

ສູນຟື້ນຟູທາງດ້ານປະສາດ ທີ່ຕັ້ງຢູ່ໃກ້ນະຄອນຫຼວງກີຢິບ ກໍາລັງສະໜອງສິ່ງ ຈໍາເປັນດັ່ງກ່າວນັ້ນ ອີງຕາມທ່ານໝໍໃຫຍ່ປະຈໍາສູນແຫ່ງນີ້, ເຊິ່ງໄດ້ຮັບການອຸປະຖໍາໂດຍການບໍລິຈາກ ຈາກອົງການ ແລະພາກເອກະຊົນ ຂອງຢູເຄຣນ, ເຊິ່ງທ່ານໝໍກ່າວວ່າ ພວກເຂົາໄດ້ມອບການເບິ່ງແຍງທີ່ທັນສະໄໝ ສໍາລັບການບໍາບັດດ້ວຍການເຄື່ອນໄຫວ ແລະການບໍາບັດດ້ວຍລະບົບຫຸ່ນຍົນ.

ສູນດັ່ງກ່າວ ກໍ່ຕັ້ງຂຶ້ນເມື່ອປີ 2014 ໂດຍທີມແພດກອງທັບ, ເຊິ່ງເປົ້າໝາຍຂອງສູນດັ່ງກ່າວແມ່ນເພື່ອຮັກສາທະຫານທີ່ໄດ້ຮັບບາດເຈັບສາຫັດ. ສະນັ້ນ, ພວກເຂົາເຈົ້າຈຶ່ງສາມາດກັບມາເຄື່ອນໄຫວທາງຮ່າງກາຍ ແລະສາມາດກັບມາໃຊ້ຊີວິດປົກກະຕິໄດ້ອີກຄັ້ງ.

ທ່ານໝໍ ໂອເລັກຊານເດີ ກູລິກ (Oleksandr Kulyk) ເຊິ່ງເປັນຫົວໜ້າແພດຜ່າຕັດຢູ່ໃນຄລີນິກດັ່ງກ່າວແລະເປັນຜູ້ຈັດການກ່ຽວກັບກໍລະນີທີ່ຮ້າຍແຮງທີ່ສຸດ, ພ້ອມທັງເຮັດໃຫ້ບາງກໍລະນີທີ່ມີຄວາມຫາຍານະຮ້າຍແຮງ ພົບກັບຄວາມຫວັງ ດ້ວຍການຜ່ານວິທີການໃໝ່ໆ ກ່າວເປັນພາສາຢູເຄຣນວ່າ:

“ບັນດານັກລົບມາຄລີນິກຂອງພວກເຮົາດ້ວຍອາການບາດເຈັບຕາມພາກສ່ວນຕ່າງໆຂອງຮ່າງກາຍ, ນັກລົບບາງຄົນອາດຈະມາແບບບໍ່ມີແຂນຂາ. ແຕ່ ໃນເວລາດຽວກັນ, ສ່ວນອີກສາມຄົນແມ່ນແກ້ໄຂບໍ່ໄດ້. ຫຼາຍໆຄັ້ງ ການມີອະໄວຍະວະທຽມພຽງອັນດຽວສໍາລັບຄົນໄຂ້ຂອງພວກເຮົາທີ່ໄດ້ຮັບບາດເຈັບ ແມ່ນຍັງບໍ່ທັນໄດ້ຕັດສິນໃຈກ່ຽວກັບຊະຕາກໍາຂອງພວກເຂົາເຈົ້າເທື່ອ. ພວກເຂົາເຈົ້າທັງໝົດ ຈໍາເປັນຕ້ອງມີເທັກໂນໂລຈີ ສໍາລັບການຟື້ນຟູທີ່ໄວທີ່ສຸດ.”

ທ່ານກູລິກ ກ່າວວ່າ ນັບແຕ່ປີ 2014 ເປັນຕົ້ນມາ, ຄລີນິກແຫ່ງນີ້ ໄດ້ປິ່ນປົວທະຫານມາແລ້ວຫຼາຍກວ່າ 12 ພັນຄົນ.

ທ້າວພັບວ໌ໂລ ໂພສນານສກີ (Pavlo Poznanskyi) ອາຍຸ 29 ປີ ເຊີ່ງເປັນນັກລົບທີ່ຊ່ວຍປ້ອງກັນເມືອງ ມາຣີອູໂປລ, ລາວຖືກກັກໂຕໂດຍກອງກໍາລັງ ຣັດເຊຍ ຈົນມາຮອດຊ່ວງເວລາທີ່ມີການແລກປ່ຽນນັກໂທດໃນໄລຍະເດືອນກັນຍາທີ່ຜ່ານມາ.

ລາວໄດ້ຮັບບາດເຈັບຈາກການຖືກຍິງໂດຍລູກປືນ 5 ລູກ, ນຶ່ງໃນນັ້ນ ໄດ້ທໍາລາຍບໍລິເວນໄຂສັນຫຼັງຂອງລາວ ແລ້ວສົົ່ງຜົນເຮັດໃຫ້ລາວພິການສ່ວນລຸ່ມຂອງຮ່າງກາຍລາວ. ລຸນຫຼັງຄວາມພະຍາຍາມໃນການຟື້ນຟູຮັກສາທັງສາມໂຮງໝໍບໍ່ປະສົບຜົນສໍາເລັດ ລາວຈຶ່ງໄດ້ເດີນທາງມາທີ່ນີ້.

ທ້າວພັບວ໌ໂລ ໂພສນານສກີ, ທະຫານຂອງຢູເຄຣນ ກ່າວເປັນພາສາຢູເຄຣນວ່າ:

“ຂ້ອຍຍັງບໍ່ປາກົດເຫັນເທັກໂນໂລຈີ ແລະການເຂົ້າຫາທີ່ດີກວ່າສູນແຫ່ງນີ້ເທື່ອ, ເຊິ່ງມັນມີຜົນທີດີ, ຂາເບື້ອງຊ້າຍຂອງຂ້ອຍ ເລີ້ມຕົ້ນເຄື່ອນໄຫວໄດ້, ຂ້ອຍສາ ມາດນັ່ງໄດ້, ສາມາດເຄື່ອນໄຫວໄດ້ບາງຄັ້ງ. ແລະຂາເບື້ອງຂວາຂອງຂ້ອຍ ກໍເລີ້ມຕົ້ນຕອບສະໜອງແດ່ແລ້ວໜ້ອຍນຶ່ງ.”

ສໍາລັບທ້າວຢາໂຣສລາບວ໌ ມູດຣີ (Yaroslav Mudryi), ຜູ້ທີ່ໄດ້ເຂົ້າສູ້ລົບເພື່ອປົກປ້ອງປະເທດຢູເຄຣນ ນັບແຕ່ປີ 2014 ເປັນຕົ້ນມາ, ເຊິ່ງໄດ້ຮັບການເບິ່ງ ແຍງທາງດ້ານຈິດວິທະຍາ ກໍມີຄວາມສໍາຄັນສູງເຊັ່ນກັນ, ເຊິ່ງລາວໄດ້ກ່າວເປັນພາສາຢູເຄຣນວ່າ:

“ທຸກໆຄົນຄວນໄດ້ຮັບການຟື້ນຟູ. ແນ່ນອນ ທາງດ້ານລະບົບຈິດຕະວິທະຍາກໍຄືກັນ, ເນື່ອງຈາກວ່າ ບໍ່ແມ່ນທຸກໆຄົນທີ່ຈະປັບໂຕເຂົ້າກັບການຕໍ່ສູ້ໄດ້, ຕົວຢ່າງ, ມັນງ່າຍສໍາລັບຂ້ອຍ ເພາະວ່າຂ້ອຍໄດ້ຜ່ານປະສົບການການສູ້ລົບມາແລ້ວ.”

ແພດປະສາດວິທະຍາຂອງຄລີນິກແຫ່ງນີ້ ກ່າວວ່າ ມັນສໍາຄັນຫຼາຍທີ່ຈະບໍ່ລຶບ ລ້າງປະສົບການຕ່າງໆຂອງພວກທະຫານ, ແຕ່ພວກເຮົາຈະຊ່ວຍພວກເຂົາເຈົ້າໃນລັກສະນະຂອງການຮັກສາບາດແຜ, ການຟື້ນຟູ, ແລະພ້ອມທີ່ຈະຜ່ານຜ່າອຸປະສັກຕ່າງໆໃນອະນາຄົດຕໍ່ໜ້າ.

ໃນຂະນະທີ່ວີດີໂອກໍາລັງບັນທຶກການດໍາເນີນງານຢູ່ໃນຄລີນິກ, ໄຟຢູ່ໃນຄລີນິກແຫ່ງນີ້ໄດ້ມອດລົງ, ເຊິ່ງມັນຈະເກີດຂຶ້ນເລື້ອຍໆ ຈາກຜົນຂອງສົງຄາມ ຢູ່ໃນຢູເຄຣນ ຂອງ ຣັດເຊຍ. ແຕ່ບັນດາທະຫານທັງຫຼາຍທີ່ໄດ້ຮັບບາດເຈັບຢູ່ຄລີນິກແຫ່ງນີ້ ຍັງຄົງໄດ້ຮັບການເບິ່ງແຍງຕໍ່ໄປ.

The war in Ukraine has left thousands of wounded soldiers, many of whom require the latest technologies to heal and return to normal life. For VOA, Anna Chernikova visited a rehabilitation center near Kyiv, where cutting edge technology and holistic care are giving soldiers hope.

Doctors say 17 percent of Ukrainian soldiers wounded in Russia’s war on their homeland have injuries that require high-tech treatment and solutions.
This neuro-rehabilitation center near Kyiv is providing that according to its head doctor. It’s funded by corporate and private Ukrainian donations and doctors say it offers cutting-edge care in areas like kinesiotherapy and robotics.

Founded in 2014 by a team of military physicians, the center’s goal is to treat soldiers with severe injuries so they can be physically active again and return to a normal life.

Dr. Oleksandr Kulyk is a neurosurgeon who heads the clinic, which handles some of the most severe cases - and finds hope for even the most catastrophic ones through new approaches.

Dr. Oleksandr Kulyk, Neurosurgeon – MALE IN UKRAINIAN – VOA

“Fighters often come to our clinic with injuries to various parts of the body, one fighter may have a missing limb, but at the same time, three others are not working. Often, the presence of one prosthesis for our wounded patients does not decide their fate. They all need early technological rehabilitation.”

Kulyk says that since 2014, the clinic has treated more than 12-thousand soldiers.

29-year-old Pavlo Poznanskyi helped defend Mariupol. He was held by Russia until a much much-publicized prisoner swap in September.

He suffered five bullet injuries, one of which damaged his spinal cord and paralyzed the lower part of his body. After unsuccessful rehabilitation attempts at three different hospitals, he arrived here.

Pavlo Poznanskyi, Ukrainian Soldier – MALE IN UKRAINIAN – VOA

“I have not yet seen better technology or a better approach than in this center. And it gives results. The left leg has started to work, I can now bend and unbend it. I can sit. Make some moves. The right leg also starting to respond a little.”

For Yaroslav Mudryi – who has been defending Ukraine since 2014 - the psychological care is also extremely important.

Yaroslav Mudryi, Ukrainian Soldier – MALE IN UKRAINIAN – VOA

“Everyone should have rehabilitation. Psychological of course. Because not all people are adapted to combat. For example, it is easier for me because this is not my first combat action.”

The clinic’s psychiatrists say it is critical not to erase the soldiers’ experience, but rather help them come to terms with the trauma, recover, and be ready to overcome future obstacles.

While videotaping in the clinic, the power went out, as often happens as a result of Russia’s war on Ukraine. But the wounded soldiers – like the clinic - carried on.

XS
SM
MD
LG