ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ໄບເດັນ ເປັນເຈົ້າພາບ ຕ້ອນຮັບກະສັດແຫ່ງຈໍແດັນ ທ່າມກາງຄວາມເຄັ່ງຕຶງ ຢູ່​ພາກຕາເວັນອອກກາງ


ແຟ້ມພາບ - ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຈັບມືກັບ ກະສັດອັບດູ​ລລາ ແຫ່ງຈໍແດັນ ໃນຫ້ອງການຮູບຊົງໄຂ່ ຫຼື Oval Office ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 19 ກໍລະກົດ 2021.
ແຟ້ມພາບ - ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຈັບມືກັບ ກະສັດອັບດູ​ລລາ ແຫ່ງຈໍແດັນ ໃນຫ້ອງການຮູບຊົງໄຂ່ ຫຼື Oval Office ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 19 ກໍລະກົດ 2021.

ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມຂຶ້ນນັບມື້ລະຫວ່າງອິສຣາແອລ ແລະປາແລັສໄຕນ໌ ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ເປັນເຈົ້າພາບຕ້ອນຮັບກະສັດ ອັບດູລາ ທີ ສອງແຫ່ງຈໍແດັນ ສຳລັບງານລ້ຽງອາຫານທ່ຽງ ໃນວັນພະຫັດວານນີ້ ຊຶ່ງເປັນການພົບປະຄັ້ງທີສອງ ຢູ່ທຳນຽບຂາວ ລະຫວ່າງຜູ້ນຳທັງສອງທ່ານ ໃນໄລຍະບໍ່​ຮອດນຶ່ງປີ ແລະຄັ້ງທີສາມ ນັບຕັ້ງແຕ່ທ່ານໄບເດັນ ໄດ້ເຂົ້າດຳລົງຕຳແໜ່ງ.

ທ່ານປະທານາທິບໍດີ “ໄດ້ຢືນຢັນເຖິງການສະໜັບສະໜຸນຢ່າງແຂງຂັນ ສຳລັບການແກ້ໄຂບັນຫາດ້ວຍສອງປະເທດ ຕໍ່ຂໍ້ຂັດແຍ້ງລະຫວ່າງອິສຣາແອລ ກັບປາແລັສໄຕນ໌ ແລະໄດ້ຮັບຮູ້ໃນບົດບາດທີ່ສຳຄັນຂອງຣາຊະອານາຈັກ ຮາເຊໄມຕ໌ແຫ່ງຈໍແດັນ ໃນຖານະເປັນຜູ້ປົກປັກຮັກສາສະຖານທີ່ແຫ່ງສັກສິດຂອງມຸສລິມໃນນະຄອນເຈຣູຊາແລັມ ໂດຍອ້າງເຖິງຄວາມຈຳເປັນທີ່ສຳຄັນຍິ່ງໃນການຮັກສາປະຫວັດ ທີ່ເຄີຍມີມາ ຢູ່ທີ່ ຮາຣາມ ອາລ-ຊາຣີຟ ຫຼື ວັດພູ” ຊຶ່ງທຳນຽບຂາວ ໄດ້ກ່າວໃນຖະແຫລງການ ລຸນຫຼັງຈາກການພົບປະກັນ.

ພາຍໃຕ້ສົນທິສັນຍາສັນຕິພາບປີ 1994 ກັບອິສຣາແອລ ນັ້ນ ຈໍແດັນ ໄດ້ຖືກຮັບຮູ້ເປັນຜູ້ປົກປັກຮັກສາວັດພູ ທີ່ຍັງຮູ້ຈັກກັນໃນ​ຊື່ ຮາຣາມ ອາລ-ຊາຣີຟ, ພື້ນທີ່ວັດມຸສລິມ ອາລ-ອັກຊາ ອັນເປັນສະຖານທີ່ທາງດ້ານສາສະໜາທີ່ໂຕ້ຖຽງກັນຫຼາຍທີ່ສຸດໃນເຈຣູຊາແລັມ ແລະເປັນທີ່ເຄົາລົບນັບຖື ໂດຍຊາວຢິວແລະມຸສລິມ.

ລັດຖະບານປະສົມ ທີ່ຕັ້ງຂຶ້ນໄດ້ພຽງ 5 ອາທິດ ພາຍໃຕ້ນາຍົກລັດຖະມົນຕີອິສຣາແອລ ເບັນຈາມິນ ເນທັນຢາຮູ ທີ່ໄດ້ຖືກມອງເຫັນວ່າ ເປັນລັດຖະບານຝ່າຍຂວາຈັດທີ່ສຸດ ໃນປະຫວັດສາດຂອງປະເທດ ກໍໄດ້ເຮັດໃຫ້ເກີດຄວາມອ່ອນໄຫວເພີ້ມສູງຂຶ້ນ ພາຍໃນສະຖານທີ່ສັກສິດແຫ່ງນີ້. ເມື່ອເດືອນແລ້ວນີ້ ລັດຖະບານອຳມານ ໄດ້ຮຽກຕົວເອກອັກຄະລັດຖະທູດຂອງອິສຣາແອລ ເພື່ອປະທ້ວງຕໍ່ການກີດກັນຂອງຕຳຫຼວດອິສຣາແອລ ໃນການໄປຢ້ຽມຢາມ ອາລ-ອັກຊາ ໂດຍທູດພິເສດຂອງຈໍແດັນ. ຕຳຫຼວດອິສຣາແອລ ໄດ້ກ່າວວ່າ ທູດພິເສດ ໄດ້ເດີນທາງຮອດສະຖານທີ່ດັ່ງກ່າວ ໂດຍປາດສະຈາກການປະສານງານລ່ວງໜ້າ.

ທຳນຽບຂາວໄດ້ກ່າວວ່າ ທ່ານໄບເດັນ ແລະກະສັດອັບດູລາ ໄດ້ສົນທະນາກັນ “ໂອກາດ ແລະກົນໄກຕ່າງໆ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ໂດຍສະເພາະໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ” ບ່ອນທີ່ຄວາມຮຸນແຮງທີ່ນອງເລືອດທີ່ສຸດໄດ້ເກີດຂຶ້ນມາຫຼາຍປີ. ຊາວປາແລັສໄຕນ໌ ຢ່າງໜ້ອຍ 35 ຄົນ ໄດ້ຖືກຂ້າຕາຍໃນການປະທະກັບກຳລັງທະຫານຂອງອິສຣາແອລ ໃນສອງສາມອາທິດບໍ່ດົນມານີ້ ແລະພົນລະເຮືອນເຈັດຄົນ ໄດ້ຖືກຍິງຕາຍໂດຍຜູ້ໂຈມຕີຊາວປາແລັສໄຕນ໌ ຢູ່ໃນເຈຣູຊາແລັມ ທີ່ດ້ານນອກຂອງໂບດຊາວຢິວ ເມື່ອວັນສຸກຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG