ສັກຢາຕ້ານໂຄວິດ-19 13 ພັນລ້ານຄັ້ງ. ເມື່ອສາມປີທີ່ຜ່ານມາ, ບັນດານັກວິທະຍາສາດໃນເມືອງ ວູຮານ ປະເທດ ຈີນ ໄດ້ລາຍງານການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ເປັນຄັ້ງທຳອິດ. ນັບຕັ້ງແຕ່ນັ້ນມາ, ໂລກໄດ້ພັດທະນາ ແລະມັນແມ່ນຄວາມສຳເລັດທີ່ບໍ່ເຄີຍມີມາກ່ອນ, ແຕ່ມັນໄດ້ເກີດຄວາມເສຍຫາຍຍ້ອນການເຂົ້າເຖິງຢ່າງບໍ່ເທົ່າທຽມ. ໂຄງການຂອງໂລກ ທີ່ເພັ່ງເລັງໃສ່ການປັບປຸງຄວາມເທົ່າທຽມໃນການເຂົ້າຫາຢາວັກຊີນໄດ້ປະກາດວ່າເຂົາເຈົ້າຈະຈຳກັດຈຸດເພັ່ງເລັງຂອງເຂົາເຈົ້າໃສ່ບັນດາປະເທດທີ່ທຸກຍາກ. ນັກຂ່າວວີໂອເອ ສຕີຟ ບາຣາໂກນາ ໄດ້ເລົ່າຄືນຫຼັງ ກ່ຽວກັບ ການຜັກດັນດ້ານຢາວັກຊີນກັນໂຄວິດ-19 ຂອງໂລກ ໃນຂະນະທີ່ໂຣກລະບາດທີ່ຖືກຖິ້ມໂທດໃສ່ວ່າໄດ້ສັງຫານຫຼາຍກວ່າ ຫົກລ້ານຫ້າແສນຄົນນັ້ນກ້າວເຂົ້າສູ່ປີທີສີ່, ກິ່ງສະຫວັນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ວັນທີ 24 ກຸມພາ 2021: ການນຳສົ່ງຢາວັກຊີນ ໂຄວິດ-19 ໄດ້ໄປຮອດປະເທດ ການາ, ເພື່ອເປັນການຕໍ່ສູ້ສຳລັບຄວາມເທົ່າທຽມ ໃນການເຂົ້າຫາຢາວັກຊີນ.
ທ່ານນາງ ແອນ ແຄຼ ດູເຟ, ຈາກອົງການ UNICEF ໄດ້ກ່າວວ່າ “ພວກເຮົາດີໃຈຫຼາຍເພາະວ່າ ເຂົາເຈົ້າຈະໄດ້ຮັບປະໂຫຍດຈາກຜົນປະໂຫຍດຈຳນວນຫຼວງ ຫຼາຍໃນປະເທດ ການາ. ການາ ແມ່ນປະເທດທຳອິດ ທີ່ໄດ້ຮັບຢາວັກຊີນຂອງໂຄງການ COVAX.”
ໂຄງການ COVAX ທີ່ໄດ້ຮັບການໜູນຫຼັງໂດຍອົງການສະຫະປະຊາຊາດ ໄດ້ແນເປົ້າເພື່ອຊ່ວຍເຫຼືອບັນດາປະເທດທີ່ມີລາຍໄດ້ຕ່ຳ ແລະ ປານກາງ ເຂົ້າຫາຢາວັກຊີນ ໂຄວິດ ຫຼັງຈາກບັນດາປະເທີ່ຮັ່ງມີໄດ້ຈອງເອົາຢາກສ່ວນຫຼາຍໃນການຈຳໜ່າຍຕອນຕົ້ນໆ.
ໂຄງການດັ່ງກ່າວໄດ້ປະສົບຄວາມຫຍຸ້ງຍາກໃນການແຂ່ງຂັນສຳລັບຢາວັກຊີນທີ່ມີຈຳກັດນັ້ນ. ຫຼັງຈາກຢາກເກືອບ 2 ພັນລ້ານເຂັມຖືກນຳໃຊ້, COVAX ແມ່ນໄດ້ຈຳກັດຂອບເຂດຂອງເຂົາເຈົ້າລົງ ເພື່ອບໍລິການໃຫ້ບັນດາປະເທດທີ່ທຸກຍາກທີ່ສຸດ.
ສ່ວນນຶ່ງໃນນັ້ນກໍຍ້ອນວ່າ, ສອງປີຕໍ່ມາ, ມັນໄດ້ມີຢາວັກຊີນໃຫ້ໃຊ້ ຈຳນວນ ຫຼວງຫຼາຍ.
ແນວໃດກໍ່ຕາມ, ບໍ່ແມ່ນທຸກຄົນຈະສາມາດສັກມັນໄດ້, ອີງຕາມການກ່າວຂອງອາຈານສອນ ກ່ຽວກັບ ສຸຂະພາບໂລກຂອງມະຫາວິທະຍາໄລ ດຸກ ທ່ານ ຄຣິສນາ ອຸດດາຢາຄຸມາ.
ທ່ານ ຄຣິສນາ ກ່າວວ່າ “ຄວາມບໍ່ເທົ່າທຽມແມ່ນຮຸນແຮງຫຼາຍ ແລະ ຍັງສືບຕໍ່ໄປ. ໃນ ອາຟຣິກາ, ປະຊາກອນພຽງ 25 ເປີເຊັນຂອງທົ່ວທະວີບແມ່ນສາມາດສັກຢາວັກຊີນຄົບ, ທຽບໃສ່ກັບຫຼາຍກວ່າ 75 ເປີເຊັນໃນສະຖານທີ່ຕ່າງໆຄືອາເມຣິກາໃຕ້.”
ການສະໜອງຢາແມ່ນບໍ່ໄດ້ເປັນບັນຫາທີ່ໃຫຍ່ທີ່ສຸດອີກຕໍ່ໄປ. ແຕ່ມັນແມ່ນຄວາມຮຽກຮ້ອງຕ້ອງການ. ປະຊາຊົນໃນບັນດາປະເທດທີ່ມີລາຍໄດ້ຕ່ຳແມ່ນບໍ່ໄດ້ລຽນແຖວເພື່ອສັກຢາກັນໂຄວິດ, ອີງຕາມການກ່າວຂອງຜູ້ຊ່ຽວຊານສູນກາງເພື່ອພັດທະນາສຸຂະພາບໂລກ ທ່ານນາງ ຈານີນ ມາດານ ແຄລເລີ.
ທ່ານນາງ ຈານີນ ມາດານ ແຄລເລີ ກ່າວວ່າ “ການຂາດຄວາມຮຽກຮ້ອງຕ້ອງການນີ້ແມ່ນແນວໂນ້ມທີ່ໜ້າເປັນຫ່ວງທີ່ແທ້ຈິງພວກເຮົາກຳລັງເຫັນຢູ່. ເຫດຜົນທີ່ຢູ່ເບື້ອງຫຼັງຄວາມຮຽກຮ້ອງຕ້ອງການຕ່ຳ, ຂ້າພະເຈົ້າຢາກເວົ້າວ່າ, ແມ່ນຂ້ອນຂ້າງຊັບຊ້ອນ ແລະ ຫຼາກຫຼາຍ.”
ການໃຫ້ຂໍ້ມູນທີ່ຜິດ ກ່ຽວກັບຢາວັກຊີນແມ່ນຮຸນແຮງຈົນຄວບຄຸມບໍ່ໄຫວ. ຄວາມເຊື່ອຖືໃນຢາວັກຊີນທີ່ລັດຖະບານສະໜອງໃຫ້ແມ່ນຕ່ຳ. ແລະຫຼາຍຄົນໃນບັນດາປະເທດທີ່ມີລາຍໄດ້ຕ່ຳບໍ່ເຫັນໂຄວິດເປັນໄພຂົ່ມຂູ່ຫຼາຍປານໃດ. ບວກກັບ, ຢາວັກຊີນຕ່າງໆໃຊ້ເວລາດົນໂພດທີ່ຈະມາຮອດ, ອີງຕາມການກ່າວຂອງທ່ານ ອຸດດາຢາຄູມາ.
ທ່ານ ຄຣິສນາ ອຸດດາຢາຄູມາ ໄດ້ກ່າວວ່າ “ໃນຂະນະທີ່ມັນມີຄວາມຮຽກຮ້ອງຕ້ອງການ, ມັນບໍ່ໄດ້ບັນລຸຄວາມສຳເລັດຢ່າງໜ້າພໍໃຈ. ສະນັ້ນ, ຕອນນີ້ມັນມີເຫດຜົນທີ່ພວກເຮົາໄດ້ເຫັນຄວາມລັງເລໃຈຫຼາຍຂຶ້ນ ເພາະວ່າພວກເຮົາໄດ້ພາດເວລາທີ່ທຸກຄົນແມ່ນພ້ອມທີ່ຈະຮັບ ແລະ ສັກຢາວັກຊີນ.”
ການຊັກຊ້າສ່ວນຫຼາຍແມ່ນຍ້ອນການຜະລິດຢາວັກຊີນໄດ້ຖືກເອົາໃຈໃສ່ໃນສອງສາມປະເທດທີ່ຮັ່ງມີທີ່ສຸດ. ປະເທດທີ່ທຸກກວ່າແມ່ນຖືກເຮັດໃຫ້ຫວັງສຳລັບການບໍລິຈາກ, ອີງຕາມການກ່າວຂອງຜູ້ອຳນວຍການສູນກາງໂຣກລະບາດມະຫາວິທະຍາໄລ ບຣາວນ໌ ທ່ານນາງ ເຈັນນີເຟີ ນັສໂຊ.
ທ່ານນາງ ເຈັນນີເຟີ ນັສໂຊ ກ່າວວ່າ “ຂ້າພະເຈົ້າຄິດວ່າພວກເຮົາຕ້ອງຄິດຫາວິທີເພື່ອເຮັດໃຫ້ຢາວັກຊີນພວກນີ້ມີວິທີໄດ້ຮັບການແຈກຢາຍຫຼາຍກວ່າທີ່ພວກເຮົາໄດ້ເຮັດແຕ່ກ່ອນ ສະນັ້ນພວກເຮົາຈຶ່ງບໍ່ເພິ່ງພາອາໄສການບໍລິຈາກ. ມັນເຫັນໄດ້ຊັດວ່າການບໍລິຈາກແມ່ນບໍ່ໄດ້ຜົນ ເພາະວ່າເວລາປະເຊີນກັບວິກິດການ, ປະເທດຕ່າງໆມັກຈະເລືອກທີ່ຈະໃຫ້ບູລິມະສິດປະຊາກອນ ຂອງເຂົາເຈົ້າກ່ອນ.”
ຄວາມພະຍາຍາມແມ່ນກຳລັງດຳເນີນຢູ່ເພື່ອສ້າງໂຮງງານຜະລິດຢາວັກຊີນເພີ່ມເຕີມໃນ ອາຟຣິກາ. ແຕ່ການສ້າງມັນແມ່ນພຽງການເລີ່ມຕົ້ນ. ວິທີທີ່ຈະຮັກສາມມັນໃຫ້ຢູ່ໃນທຸລະກິດໃນໄລຍະຍາວແມ່ນອີກຄຳຖາມນຶ່ງ, ອີງຕາມການກ່າວຂອງທ່ານນາງ ແຄລເລີ.
ທ່ານນາງ ຈານີນ ແຄລເລີ ກ່າວວ່າ “ແມ່ນໃຜຈະຊື້ຢາວັກຊີນພວກນີ້? ຫຼື ຢາວັກຊີນຫຍັງແມ່ນມີຄວາມເໝາະສົມ, ທັງຈາກດ້ານເສດຖະກິດ ແຕ່ທັງຈາກດ້ານທັດສະນະຄະຕິສາທາລະນະສຸກດ້ວຍ, ທີ່ຜູ້ຜະລິດຢານີ້ຈະຜະລິດ? ເງິນທີ່ຈະມາຈ້າງເຂົາເຈົ້າຈະມາຈາກໃສ?
ສະຫະພາບ ອາຟຣິກາ ແມ່ນກຳລັງປະເຊີນກັບຄຳຖາມພວກນີ້ໃນຂະນະທີ່ເຂົາເຈົ້າແນເປົ້າທີ່ຈະຜະລິດຢາວັກຊີນປະຈຳວັນຂອງເຂົາເຈົ້າ 60 ເປີເຊັນໃນທະວີບພາຍໃນປີ 2040. ສິ່ງທ້າທາຍແມ່ນເພື່ອສ້າງອຸດສາຫະກຳຢາວັກຊີນທີ່ໝັ້ນຄົງ ທີ່ສາມາດຮັບມືກັບທັງຢາວັກຊີນທຳມະດາ ແລະ ໂຣກລະບາດທີ່ບໍ່ສາມາດຫຼີກລ່ຽງໄດ້ໃນຄັ້ງຕໍ່ໄປ.
Three years ago, scientists in Wuhan, China first reported infections from a novel coronavirus. Since then, the world has developed and delivered 13 billion shots against COVID-19. It is an unprecedented achievement, but it has been tarnished by unequal access. The global program aimed at improving vaccine equity has announced it will narrow its focus to the poorest countries. VOA's Steve Baragona has a look at the global COVID vaccine drive as a pandemic blamed for more than 6.5 million deaths enters its fourth year.
February 24, 2021: a delivery of COVID-19 vaccines arrives in Ghana, striking a blow for vaccine equity.
"We’re really happy because they’re going to benefit a large number of beneficiaries in Ghana. Ghana is the first country to receive the COVAX vaccines."
The U.N.-backed COVAX program aimed to help low- and middle-income countries get access to COVID vaccines after rich countries had locked down most of the early supplies.
The program struggled to compete for the limited doses. After nearly two billion shots delivered, COVAX is narrowing its scope to serve the poorest countries.
That’s in part because, two years later, there are plenty of shots available.
Not everyone is getting them, however, says Duke University global health professor Krishna Ukayakumar ((pron. ud-DIE-kum-mar)):
"The inequities really are stark and continued. In Africa, only twenty five percent of the population of the entire continent is fully vaccinated, compared with more than seventy five percent in places like South America."
Supply is not the biggest problem anymore. Demand is. People in lower-income countries are not lining up for COVID shots, says Center for Global Development health expert Janeen Madan Keller.
"This lack of demand is really a concerning trend we're seeing. The reasons behind low demand, I'd say, are quite complex and multifaceted."
Misinformation about the vaccines is rampant. Trust in governments providing the shots is low. And many people in lower-income countries don't see COVID as much of a threat. Plus, the vaccines took too long to arrive, Udayakumar says.
"While there was demand, it was unmet. So, it's reasonable now that we're seeing more hesitancy because we missed the time when everybody was ready to accept and take vaccines."
Much of the delay was because vaccine manufacturing is concentrated in a few, mostly wealthier, nations. Poorer nations were left hoping for handouts, says Brown University Pandemic Center Director Jennifer Nuzzo.ຂ
"I think we have to figure out how to make these vaccines in a much more distributed way than we did before so we aren't just relying on donations. It's clear donations do not work because when faced with a crisis, countries will always choose to prioritize their own populations."
Efforts are underway to build more vaccine factories in Africa. But building them is just the start. How to keep them in business in the long run is another question, Keller says.
"Who is going to buy these vaccines? Or, what vaccines make sense, both from an economic but also from a health perspective, for these mທີanufacturers to produce? Where will the money to pay for them come from?"
The African Union faces these questions as it aims to manufacture 60% of its routine vaccines on the continent by 2040. The challenge is to build a sustainable vaccine industry that can handle both regular vaccines and the inevitable next pandemic.