ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ ສາມ​ຄົນ ຖືກ​ເລືອກ​ຕັ້ງ ໃຫ້​ເປັນ​ເຈົ້າ​ເມືອງຢູ່​ໃນ​ສາມ​ລັດ


ທ່ານ​ສຸ​ບັນ ພັນ​ໄທ ແຖວ​ໜ້າ ທີ​ສອງ​ຈາກ​ຊ້າຍ​ ເຈົ້າ​ເມືອງ ເມືອງວບຣູ​ເວີ ລັດ​ເມນ
ທ່ານ​ສຸ​ບັນ ພັນ​ໄທ ແຖວ​ໜ້າ ທີ​ສອງ​ຈາກ​ຊ້າຍ​ ເຈົ້າ​ເມືອງ ເມືອງວບຣູ​ເວີ ລັດ​ເມນ

ຄຳ​ຂວັນ​ເປັນພາ​ສາ​ອັງ​ກິດ​ ​ກ່າວ​ໄວ້​ວ່າ “Be all you can be” ຫລື​ ​“ເຈົ້າ​ສາ​ມາດ​ເປັນໄດ້​ທຸກ​ຢ່າງ​ທີ່​ຢາກ​ເປັ​ນ” ແລະ​ນີ້ໄດ້ສະ​ແດງ​ໃຫ້​ເຫັນຊ້ຳ​ແລ້ວ​ຊ້ຳ​ອີກເຖິງ​ຄວາມສາ​ມາດ ຄວາມ​ເທົ່າ​ທຽມ​ກັນ ແລະ​ຄວາມ​ເປັນປະ​ຊາ​ທິ​ປະ​ໄຕໃນ​ສັງ​ຄົມຊີ​ວິດ​ຂອງ​ຊາວ​ອາ​ເມ​ຣິ​ກັນ. ​ໃນ​ໄລ​ຍະ​ສີ່ທົດ​ສະ​ວັດ​ທີ່​ຜ່ານ​ມານີ້ ເຮົາໄດ້ເປັນ​ພິ​ຍານເຫັນຄວາມ​ກ້າວ​ໜ້າຫລາຍ​ໆ​ຢ່າງ ຂອງ​ບັນ​ດາ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ ທີ່ໄດ້​ສຳ​ເລັດ​ການ​ສຶກ​ສາ​ສູງ ແລະ​ປະ​ກອບ​ວິ​ຊາ​ອາ​ຊີບ​ອັນ​ສຳ​ຄັນ​ຢູ່​ໃນ​ວົງ​ການ​ປົກ​ຄອງ ແລະ​ອື່ນໆ. ເພາະ​ສະ​ນັ້ນ ​ມື້​ນີ້ ວີ​ໂອ​ເອ ​ມີ​ຄວມ​ພູມ​ໃຈ​ທີ່​ຈະສະ​ເໜີ​ທ່ານ ​ໃຫ້​ຮູ້​ຈັກ​ກັບບັນ​ດາ​ເຈົ້າ​ເມືອງ​ອາ​ເມ​ຣິກັນ​ເຊື້ອ​ສາຍ​ລາວ ທີ່​ຫາ​ກໍຖືກ​ຮັບເລືອກ​ເມື່ອເດືອນ​ພະ​ຈິກ ​ປີ 2022 ນີ້.

ເຈົ້າ​ເມືອງ​ຄົນ​ທຳ​ອິດ ໄດ້​ແກ່ ທ່ານ​ສຸ​ບັນ ພັນ​ໄທ ​ອາຍຸ 47 ປີ ຄອບ​ຄົວ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ລັດ​ເມນ ​ໃນ​ປີ 1980 ຕັ້ງ​ຢູ່ທາງ​ພາກຕາ​ເວັນ​ອອກສຽງ​ເໜືອ​ ​ສຸດ​ຂອງ​ສະ​ຫະ​ລັດ ​ແລະ ເປັນຄອບ​ຄົວ​ລາວ​ຄອບ​ຄົວ​ດຽວ​ຢູ່​ໃນ​ເມືອງ​ນີ້. ທ່ານ​ສຸ​ບັນ ສຳ​ເລັດ​ການ​ສຶກ​ສາ ຝ່າຍ​ສິນ​ລະ​ປະ ແລະ​ເປັນ​ສະ​ມາ​ຊິກ​ສະ​ພາ​ການ​ຄ້າ​ເມືອງບ​ຣູ​ເວີ. ​ທ່ານ​ສຸ​ບັນ​ສ້າງ​ຄອບ​ຄົວ​ກັບ​ເພື່ອນນັກ​ຮຽນທີ່​ເປັນຄົນ​ອາ​ເມ​ຣິ​ກັນ ປັດ​ຈຸ​ບັນມີ​ລູກ​ສາວ​ອາ​ຍຸ 13 ປີ​. ທ່​ານ​ສຸ​ບັນແລະ​ພັນ​ລະ​ຍາ ​ມີ​ທຸ​ລະ​ກິດ​ເປີ​ດ​ຮ້າ​ນ​ຖ່າຍ​ຮູບ ​ແລະສ້າງຮູບ​ເງົາ​ໃຫ້​ແກ່​ສ່ວນ​ບຸກ​ຄົນ. ​ທ່ານ​ເປັນ​ທີ່​ຮູ້​ຈັກ​ກັນດີ​ໃນ​ວົງການ​ທຸ​ລະ​ກິດ​ໃນ​ຂົງ​ເຂດເມືອງບ​ຣູ​ເວີ ທ່ານ​ໄດ້​ຖືກສະ​ພາ​ບໍ​ລິ​ຫານເມືອງ ​ທີ່​ເຫັນ​ພ້ອມ​ນຳ​ກັນ ​ສະ​ເໜີແຕ່ງ​ຕັ້ງ​ໃຫ້​ເປັນ​ເຈົ້າ​ເມືອງ​ໃນ​ວັນ​ທີ 15 ເດືອນ​ພະ​ຈິກ ​ທີ່​ຜ່ານ​ມາ​ນີ້ ​ມີ​ກຳ​ນົດ 1 ປີ. ທ່ານ​ສຸ​ບັນ ອາດ​ຈະສືບ​ຕໍ່ໜ້າ​ທີ່​ການ​ໄປ​ອີກ​ຖ້າ​ຫາກ​ບໍ່​ມີ​ຜູ້​ສະ​ໝັກເຂົ້າ​ແຂ່ງ​ຂັນ. ເມືອງບ​ຣູເວີ ມີ​ປະ​ຊາ​ຊົນ​ຢູ່ 9,000 ກວ່າ​ຄົນ ​ຊຶ່ງທ່ານ​ສຸ​ບັນ ໄດ້​ກ່າວ​ກ່ຽວ​ກັ​ບ​ລະ​ບົບ​ການຖືກ​ເລືອກ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລິງໂດຍກົງ

​ທ່ານ​ສຸ​ບັນ ກ່າວ​ວ່າ “ປະ​ຊາ​ຄົມ​ແຫ່ງ​ນີ້​ໄດ້​ຮ້ອງ​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ແຂ່ງຂັນ​ເປັນ​ເຈົ້າ ​ເມືອງ ຂ້າ​ພ​ະ​ເຈົ້າ​ເປັນນັກ​ທຸ​ລະ​ກິດ ແລະ​ເປັນ​ສະ​ມາ​ຊິກ​ບໍ​ລິ​ຫານ​ຢູ່​ໃນສະ​ພາ​ການ​ຄ້າ. ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ເມືອງ​ນີ້​ເປັນ​ທີ່​ພັກ​ພາ​ອາ​ໄສອັນ​ດີງາມ​ແກ່​ຄອບ​ຄົວ ໂດຍ​ສະ​ເພາະ​ຂ້າ​ພະ​ເຈົ້າ​ມີ​ທຸ​ລະ​ກິດ ແລະ​ໄດ້​ຖ່າຍ​ຮູບກ່ຽວ​ກັບ​ພິ​ທີ​ການ​ຕ່າງໆ​ຂອງ​ເມືອງ​ນີ້. ກຳ​ນົດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ມີ​ແຕ່​ປີ​ດຽວ ແຕ່​ຖ້າ​ຫາກວ່າ​ບໍ່​ມີ​ຄົນ​ມາ​ສະ​ໝັກແຂ່ງ​ຂັນ​ ມັນ​ຂຶ້ນ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ວ່າ ​ຈະ​ອາ​ສາ​ສະ​ໝັກສືບຕໍ່​ໄປ​ອີກ​ບໍ່. ​ການ​ເລືອກ​ຕັ້ງ​ບໍ່​ແມ່ນ​ເປີດ​ໃຫ້​ສາ​ທາ​ລະ​ນະ​ຊົນ​ປ່ອນ​ບັດ​ ແຕ່​ມາ​ຈາກ​ສະ​ພາ​ບໍ​ລິ​ຫານ​ເມືອງ ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ເຫັນ​ພ້ອມ​ ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ໄດ້​ເປັນເຈົ້າ​ເມືອງ ແຕ່​ວ່າ​ຂ້າ​ພະ​ເຈົ້າ​ໄດ້ຖືກ​ເຫັນ​ພ້ອມນຳ ຈຶ່ງ​ໄດ້​ຮັບ​ກຽ​ດ​.

ຄອບ​ຄົວ​ທ່ານ​ສຸ​ບັນ ແມ່ນ​ຄວບ​ຄົວ​ລາວ​ອາ​ເມ​ຣິ​ກັນ​ຄອບຄົວ​ດຽວ ​ຢູ່​ໃນ​ເມືອງບ​ຣູ​ເວີ​. ທ່ານ​ສຸ​ບັນໄດ້​ກ່າວ​ເຖິງ​ຄົນ​ເອ​ເຊຍທີ່​ເຂົ້າ​ມາ​ອາ​ໄສ ແລະ​ທຳ​ມາ​ຫາ​ກິນ​ຢູ່​ໃນ​ເມືອງບ​ຣູ​ເວີ​ ສູ່​ຟັງ​ດັ່ງ​ນີ້:

ລິງໂດຍກົງ

“ຢູ່​ເມືອງ​ນີ້​ມີ​ແຕ່ຄອບ​ຄົວຂ້າ​ພະ​ເຈົ້າ ທີ່​ເປັນ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ. ສຳ​ລັບ​ຄົນ​ເອ​ເຊຍ​ອື່ນໆ​ນັ້ນ​ມີ​ ຫວຽດ​ນາມ ​ຈີນ ແລະຍີ່​ປຸ່ນ. ​ຄົນ​ຈີນ​ມີ​ຫລ​າຍກວ່າ​ຄົນ​ຊາດ​ອື່ນໆ ແຕ່​ວ່າ​ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ນຳ​ການ​ບໍ​ລິ​ຫານ​ເມືອງ ເຂົາ​ເຈົ້າ​ມີ​ແຕ່​ເຈາະ​ຈົງ​ໃສ່​ການ​ທຳ​ມາ​ຫາ​ກິນ ເຮັດ​ທຸ​ລະ​ກິດ ຄວາມ​ຈິງ​ແລ້​ວ​ພາ​ສາ​ອັງ​ກິດ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ເກັ່ງ.”

​ທ່ານ​ສຸ​ບັນ ແມ່ນ​ຄົນ​ພື້ນ​ຖານ ທີ່ໄດ້​ມາ​ເຕີບ​ໃຫ​ຍ່ ໄດ້​ຮັບ​ການ​ສຶກ​ສາ ສ້າງ​ຄອບ​ຄົວ ແລະຕັ້ງທຸ​ລະ​ກິດ​ຂອງ​ຕົນ​ເອງ ​ຈົນກາຍມາ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ໃນ​ວົງ​ສັງ​ຄົມ​ຂອງຊາວເມືອງບ​ຣູເວີ. ທ່ານ​ໄດ້​ກ່າວ​ມ້ວ​ນ​ທ້າຍ​ເຖິງ​ຄວ​າ​ມ​ຮັບ​ຜິດ​ຊອບ​ຕໍ່ໜ້າ​ທີ່ຂອງ​ການ​ເປັນ​ເຈົ້າ​ເມືອງສູ່​ຟັງ​ວ່າ:

ລິງໂດຍກົງ

“ວຽກນີ້​ເປັນ​ວຽກ​ອາ​ສາ​ສະ​ໝັກ​ບໍ່​ເຕັມ​ເວ​ລ​າ ມີເງິນໃຫ້ໃຊ້ພຽງ​ເລັກ​ນ້ອຍ​ສຳ​ລັບ​ເຮັດ​ປ້າຍ​ໂຄ​ສະ​ນາ​ຫາ​ສຽງ​ຄືນ​ໃໝ່​ອີກເທົ່າ​ນັ້ນ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໄປ​ປະ​ຈຳຢູ່ໃນຫ້ອງ​ການ​ຕະ​ຫຼອດ ແຕ່​ໄດ້​ຮັບ​ລາຍ​ງານ​ປະ​ຈຳ​ອາ​ທິດ ປະ​ຊຸມ​ກັບ​ຜູ້​ບໍ​ລິ​ຫານ​ເມືອງ​ອາ​ທິດ​ນຶ່ງ​ເທື່ອ​ນຶ່ງ ແລະ​ມີ​ປະ​ຊຸມ​ສາ​ທາ​ລະ​ນະ​ຊົນ ເດືອນ​ນຶ່ງ​ເທື່ອ​ນຶ່ງ. ​ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ທ່ານ​ຖາມ​ວ່າ ຄົນ​ພື້ນ​ຖານ​ຢູ່​ເມືອງ​ນີ້​ຕ້ອນ​ຮັບ​ດີ​ບໍ່ ແນ່ນອນ​ເຂົາ​ເຈົ້າ​ເປັນ​ຄົນ​ເອື້ອ​ເຟື້ອ​ເພື່ອ​ແຜ່ ​ແລະ​ເປັນ​ມິດ​ທີ່ດີ​ນັບ​ຕັ້ງ​ແຕ່​ໄດ້​ມາ​ຕົກ​ຢູ່​ເມືອງ​ນີ້ ທີ່ໄດ້ເຫັນ​ລັດ​ເມນ ໃຫ້​ການຕ້ອນ​ຮັບ​ແກ່ຊ​າວ​ຕ່າງ​ດ້າວ. ສຳ​ລັບ​ອາ​ກາດ​ແລ້ວ​ແມ່ນ​ໜາວ​ຫລາຍ​ປັດ​ຈຸ​ບັນ​ນີ້.”

ເຈົ້າ​ເມືອງ​ຄົນ​ທີ 2 ໄດ້​ແກ່ ທ່ານ​ສາຍ​ຄຳ ຄຳ​ສີ​ວໍ​ຣະ​ວົງ ອາ​ຍຸ ​38 ປີ ເກີດຢູ່ເມຶອງ​ໂປ​ຣ​ວິ​ເດັນ ລັດ​ໂຣດ​ໄອ​ແລນ​ ພໍ່​ເປັນ​ຄົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ແລະ​ແມ່​ເປັນ​ຄົນ​ອາ​ເມ​ຣິ​ກັນ. ​ທ່ານສາຍ​ຄຳ ​ເປັນ​ນັກ​ສຶກ​ສາ​ທີ່​ດີ​ເດັ່ນ ສຳ​ເລັດ​ການ​ສຶກ​ສາ​ຝ່າ​ຍ​ທະ​ນາຍ​ຄວາມ. ທ່ານ​ສາຍ​ຄຳ ໄດ້​ມີ​ບົດ​ບາດ​ຢູ່ໃນວົງ​ການ ​ການ​ປົກ​ຄອງ​ກັບ​ລັດ​ຖະ​ບານ​ທ້ອງ​ຖິ່ນ ແລະລັດ ​ຮັບ​ໃຊ້​ການ​ຈັດ​ຕັ້ງໃນ​ຄະ​ນະ​ກຳ​ມະ​ການສັງ​ຄົມຕ່າງໆ​ມາ​ຕະ​ຫລອດ ແລະ​ບັດ​ນີ້​ໄດ້​ຮັ​ບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ປົກ​ຄອງ​ເມືອງນິວ​ພອດ​ ໂດຍ​ສະ​ເພາະ ເຈົ້າ​ເມືອງ​ຄົນ​ປັດ​ຈຸ​ບັນ ທ່ານ​ນາງ Jeanne-Marie Napolitano ທີ່ໝົດກຳ​ນົດເວ​ລາ​ ໄດ້​ສະ​ໜັບ​ສະ​ໜູນ​ໃຫ້ ທ່ານ​ສາຍ​ຄຳ ​ຂຶ້ນ​ແທນໜ້າ​ທີ່ ແລະ​ເຫັນ​ພ້ອມ​ຈາກ​ຄະ​ນະ​ສະ​ພາ​ບໍ​ລິ​ຫານ​ທັງ​ໝົດ. ເມືອງນິວ​ພອດ​ ມີ​ປະ​ຊາ​ຊົນ​ຢູ່​ທັງ​ໝົດ​ປະ​ມານ 25,000 ກວ່າ​ຄົນ ທ່ານ​ສາຍ​ຄຳ ​ຄຳສີ​ວໍ​ຣະ​ວົງ ຈະ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ວັນພະ​ຫັດ ທີ 1 ທັນ​ວ​າ ມື້​ນີ້ ຊຶ່ງ​ທ່ານ​ສາຍ​ຄຳ ໄດ້​ກ່າວກ່ຽວ​ກັບ​ຊີ​ວິ​ດຄ​ວາມ​ເປັນ​ມາສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ທ່ານ​ສາຍ​ຄຳ ຄຳ​ສີ​ວໍ​ຣະ​ວົງ
ທ່ານ​ສາຍ​ຄຳ ຄຳ​ສີ​ວໍ​ຣະ​ວົງ

ທ່ານ​ສາຍ​ຄຳ ສີ​ວໍ​ຣະ​ວົງ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໂຮງ​ຮຽນ​ຫລວງ​ຢູ່​ໃນ​ລັດ​ໂຣດ​ໄອ​ແລນ ​ຕະ​ຫລອດ​ມາກ່ອນ​ໄປ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ. ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ບ​ຣາວ ສຳ​ເລັດ​ປະ​ລິນ​ຍາ​ໂທ ແລະ​ປະ​ລິນ​ຍາ​ເອກ. ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ຫລາຍ​ປີ ແລະ​ໄດ້​ກັບ​ຄືນ​ໄປ​ເຂົ້າ​ໂຮງ​ຮຽນ​ກົດ​ໝາຍ. ຂ້າ​ພ​ະ​ເຈົ້າ​ໄດ້​ເປັນ​ສະ​ມາ​ຊິກ​ສະ​ພາ​ບໍ​ລິ​ຫານ​ເມືອງນິ​ວ​ພອດ ຂ້າ​ພະ​ເຈົ້າ​ເຫັນ​ການ​ປ່ຽນ​ແປງ​ຂອງ​ເມືອງ​ຢ່າງ​ໄວ ທີ່​ຕ້ອງ​ການ​ຜູ້​ນຳບໍ​ລິ​ຫານ ແລະ​ຄວາມ​ຕ້ອງ​ການ​ອັນ​ຮີບ​ດ່ວນ​ທີ່​ປະ​ຊາ​ຄົມ​ຕ້ອງ​ການ. ​ຂ້​າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ໃຫ້​ແກ່​ລັດ​ຖະ​ບານ​ຕະ​ຫລອດ​ມາ ແລະສ່ວນ​ໃຫຍ່ເປັນຜູ້ທີ່​ເຮັດ​ວຽກ​ຢູ່​ເບື້ອງ​ຫລັງ. ນອກ​ນັ້ນ​ຍັງ​ຮັບ​ໃຊ້​ຢູ່​ໃນ​ຄະ​ນະ​ກຳ​ມະ​ຫານ​ບໍ​ລິ​ຫານ​ຕ່າງໆໃນ​ລະ​ດັບ​ທ້ອ​ງ​ຖິ່ນ ແລະ​ລັດ. ​ຂ້າ​ພະ​ເຈົ້າ​ເຮັດ​ກໍ​ເພາະ​ວ່າ ພໍ່​ຂອງ​ຂ້າ​ພ​ະ​ເຈົ້າ​ມາ​ອາ​ເມ​ຣິ​ກາ​ໃນ​ນາມ​ອົບ​ພະ​ຍົບ​ລາວຈາກ​ຄວາມ​ລົ້ມ​ແຫລວ​ຂອງສົງ​ຄາມ​ຫວຽດ​ນາມ ​ແລະ​ສັງ​ຄົມ​ນີ້​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ທ່ານ. ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ດັ່ງ​ນີ້​ກໍ​ເພື່ອ​ເປັນ​ການ​ຕອບ​ບຸນ​ແທນ​ຄຸນ​ແກ່​ສັງ​ຄົມ. ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ສະ​ມາ​ຊິກ​ສະ​ພາ​ບໍ​ລິ​ຫານ​ເມືອງ ​ແລະ​ຕໍ່​ມາບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໄດ້​ພ້ອມ​ພຽງ​ກັນ​ມອບ​ໜ້າ​ທີ່ນີ້​ໃຫ້​ຂ້າ​ພະ​ເຂົ້າ​ເປັນ​ເຈົ້າ​ເມືອງຊຶ່ງ​ມີ​ກຳ​ໜົດ​ສອງ​ປີ. ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ກ​ານ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ມາ​ຊິກ​ຄອບ​ຄົວ​ ແລະ​ເພື່ອນ​ຝູງ​ຄົນ​ລາວອາ​ເມ​ຣິ​ກັນຈຳ​ນວນ​ນຶ່ງ. ​ນອກ​ນັ້ນຂ້າ​ພະ​ເຈົ້າຍັງ​ໄດ້ຮັບ​ໃຊ້​ໄລ​ຍະ​ສັ້ນໆ ເປັນ​ປະ​ທານສູນ​ກາງ​ຊາວ​ເອ​ເຊຍອາ​ຄະ​ເນ ເພື່ອ​ໃຫ້​ການ​ຊ່ວຍ​ເຫລືອ​ດ້ານ​ຊັບ​ພະ​ຍາ​ກອນ ແກ່​ຊາວ​ອົບ​ພະ​ຍົບ​ທີ່​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະ​ຫະ​ລັດ.

ທ່ານ​ນາງ​ເຊັງ ທາວ ເຈົ້າ​ເມືອງ ເມືອ​ໂອກ​ແລນ ລັດ​ຄາ​ລິ​ຟໍ​ເນຍ
ທ່ານ​ນາງ​ເຊັງ ທາວ ເຈົ້າ​ເມືອງ ເມືອ​ໂອກ​ແລນ ລັດ​ຄາ​ລິ​ຟໍ​ເນຍ

ເຈົ້າ​ເມືອງຄົນ​ທີ 3 ​ຄື ທ່ານ​ນາງ ເຊັງ ທາວ ລາວ​ມົ້ງ​ອາ​ເມ​ຣິ​ກັນ ​ອາ​ຍຸ 37 ປີ ຢູ່​ເມືອງໂອກ​ແລນ ລັດ​ຄາ​ລິ​ຟໍ​ເນຍ. ທ່ານ​ນາງ​ເຊັງ ໄດ້​ກາຍ​ມາ​ເປັນ​ເຈົ້າ​ເມືອງ ​ໜຸ່ມ​ນ້ອຍ​ທີ່ສຸດ​ຂອງ​ເມືອງ​ໂ​ອກ​ແລນ ​ທີ​ມີ​ປະ​ຊາ​ຊົນ 430,000 ຄົນ. ທ່ານ​ນາງ​ເຊັງ ເປັນ​ແມ່​ຍິງລາວ​ມົ້ງ​ອາ​ເມ​ຣິ​ກັນຄົນ​ທຳ​ອິດ ແລະເປັນ​ລູກ​ສາວ​ໃນ​ຈຳ​ນວນ 10 ຄົນ ​ທີ່​ເກີດ​ຢູ່​ໃນ​ສູນ​ອົບ​ພະ​ຍົບ​ປະ​ເທດ​ໄທ ທີ່ໄດ້​ຫລົບ​ໜີ​ຈາກ​ສົງ​ຄາມ​ຢູ່ປະ​ເທດ​ລາວໃນ​ຊຸມ​ປີ 1970. ທ່ານ​ນາງ​ເຊັງ ໄດ້ເຂົ້າຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ທ້ອງ​ຖິ່ນ ແລະ​ໄດ້ສືບ​ຕໍ່ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເບີກ​ເລ ໃນ​ລັດ​ຄາ​ລິ​ຟໍ​ເນຍ. ​ທ່ານ​ນາງສຳ​ເລັດ​ປະ​ລິນ​ຍາ​ຕີ​ຝ່າຍ​ຍຸ​ຕິ​ທຳ.

​ວິ​ໂອ​ເອ ຂໍ​ສະ​ແດງ​ຄວາມປິ​ຕິ​ຍິນ​ດີ​ກັ​ບບັນ​ດາ​ເຈົ້າ​ເມືອງ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ທີ່​ມີ​ວາງ​ບົດ​ບາດ ແລະ​ປູ​ທາງເປັນ​ໂຕ​ຢ່າງໄວ້​ໃຫ້​ແກ່​ເຍົາ​ວະ​ຊົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວລຸ້ນ​ຕໍ່​ໄປ​.

XS
SM
MD
LG