ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຕົກ​ຕ່ຳ​ລົງ​ຢ່າງ​ຮຸນ​ແຮງ ​ຂອງ​ຄ່າ​ເງິນ​ກີບ ໄດ້​ສົ່ງ​ຜົນ​ກະ​ທົບ ​ຕໍ່​ອຳ​ນາດ​ການ​ຊື້​ສິນ​ຄ້າ ແລະ​ການ​ບໍ​ລິ​ການ​ຕ່າງໆ​ ຂອງ​ປະ​ຊາ​ຊົນ​ລາວ


ເງິນ​ກີບ​ລາວ
ເງິນ​ກີບ​ລາວ

ການ​ຕົກ​ຕ່ຳ​ລົງ​ຢ່າງ​ຮຸນ​ແຮງ​ຂອງ​ຄ່າ​ເງິນ​ກີບ ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ອຳ​ນາດ​ການ​ຊື້​ສິນ​ຄ້າ ແລະ​ການ​ບໍ​ລິ​ການ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ລາວ ຫ​ລົດ​ລົງ​ເກີນກວ່າ 40 ເປີ​ເຊັນ ໃນ​ເດືອນ​ຕຸ​ລາ 2022 ແລະ​ຍັງ​ຈະ​ລົງ​ຕື່ມ​ອີກ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານສະ​ຫລອງ​ໄຊ ຊະ​ຍຸດ​ຕະ​ພົງ ຮອງ​ປະ​ທານ​ສ​ະ​ພາ​ທຸ​ລະ​ກິດ​ໄທ-ລາວເປີ​ດ​ເຜີຍ​ວ່າ ການ​ຕົກ​ຕ່ຳ​ລົງ​ຢ່າງ​ຮຸນ​ແຮງ​ຂອງ​ຄ່າ​ເງິນກີບ ນັບ​ຕັ້ງ​ແຕ່​ເດືອນ​ເມ​ສາ ​ປີ 2022 ເປັນ​ຕົ້ນ​ມາຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ນອກ​ຈາກ​ຈະ​ເຮັດ​ໃຫ້​ຫົວ​ໜ່ວຍ​ທຸ​ລະ​ກິດ ໄດ້​ພາ​ກັນ​ຢຸດ​ກິດ​ຈະ​ການ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແລ້ວ ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບ ​ຕໍ່​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລ​າວ ​ຢ່າງກວ້າງ​ຂວາງອີກ​ດ້ວຍ ເພາະ​ການ​ຕົກ​ຕ່ຳ​ລົງ ຂອງ​ຄ່າເງິນ​ກີບໄດ້​ເຮັດ​ໃຫ້​ອຳ​ນາດ​ການ​ຊື້​ສິນ​ຄ້າ ແລະບໍ​ລິ​ການ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ລາວ ລົດ​ລົງ​ເກີນກວ່າ 40 ເປີ​ເຊັນ ​ໃນ​ເດືອນ​ຕຸ​ລາ ເມື່ອ​ທຽບ​ໃສ່​ເດືອນ​ເມ​ສາ ປີ 2022 ຜ່ານ​ມາ ແລະ​ສະ​ພາບ​ການກໍຍັງ​ມີ​ທ່າ​ອຽງ​ທີ່​ຈະສືບ​ຕໍ່​ໄປ​ອີກ ຖ້​າ​ຫ​າກວ່າ​ທາງ​ການ​ລາວ​ຍັງ​ບໍ່​ສາ​ມາດທີ່ ຈະ​ຄວບ​ຄຸ​ມ​ອັດ​ຕາ​ແລກ​ປ່ຽນ ລະ​ຫວ່າງ​ເງິນ​ກີບ​ກັບ​ເງິນ​ຕາ​ຕ່າງ​ປະ​ເທດ ​ໄດ້​ຢ່າງ​ມີປະ​ສິດ​ທິ​ພາບ ດັ່ງ​ທີ່​ທ່າ​ນ​ສະ​ຫລອງ​ໄຊ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ຄ່າ​ເງິນ​ກີບ​ໃນ​ປັດ​ຈຸ​ບັນ​ນີ້ ມັນ​ກໍ​ຢູ່​ທີ່​ປະ​ມານ​ເກືອບ 500 ກີບ​ຕໍ່ 1 ບາດ ສະ​ນັ້ນ ສັດ​ສ່ວນ​ການ​ທີ່​ຄົນ​ລ​າວ​ຈະ​ຂ້າມ​ໄປ​ໃຊ້ ທີ່​ປະ​ເທດ​ໄທ​ນີ້ ຂ້າ​ພະ​ເຈົ້າ​ວ່າ​ລົດ​ລົງຫຼາຍ ກວ່າ 40 ເປີ​ເຊັນ ໃນ​ສ່ວນ​ຂອງ​ສະ​ພາ​ວະ​ເສ​ດ​ຖະ​ກິດ ທີ່​ຄ່າ​ເງິນ​ທີ່​ມັນ​ອ່ອນ​ລົງ​ມາ​ສົ່ງ​ຜົນ​ຫລາຍ ຈະ​ເຫັນ​ໄດ້​ວ່າ​ທຸ​ລະ​ກິດ​ບາງ​ໂຕ​ເຫັນ​ປິດ​ຮ້ານ ປີດ​ບໍ​ລິ​ສັດ ແລ້ວ​ກໍ​ສັງ​ເກດ​ເຫັນ​ໄດ້ວ່​າມີ​ອາ​ຄານ​ໃຫ້​ເ​ຊົາທີ່ເພີ້ມ​ຫລາຍ​ຂຶ້ນ ແລ້ອ​ກໍ​ຄ່າ​ເງິນ​ທີ່​ອ່ອນກໍ​ຄື​ເຮັດ​ໃຫ້​ຄ່າ​ຄອງ​ຊີບ​ເຂົາ​ສູງ​ຂຶ້ນ​ຫລາຍ ຄ່າ​ນ້ຳ​ມັນ​ກໍ​ແພງ ສະ​ນັ້ນ​ເຂົາ​ຈຶ່ງ​ຄິດ​ກັນ​ຫລາຍ​ໃນ​ການ​ທີ່​ຈະ​ເດີນ​ທາງ.”

​ທັງ​ນີ້ ​ສູນສະ​ຖິ​ຕິແຫ່ງ​ຊາດ​ລາວ ລ​າຍ​ງານ​ວ່າ ​ອັດ​ຕາ​ເງິນ​ເຟີ້​ໄດ້​ປັບ​ໂຕ​ສູງ​ຂຶ້ນ​ເຖິງ 36.75 ເປີ​ເຊັນ ສ່ວນ​ດັດ​ຊະ​ນີ​ລາ​ຄາ​ການ​ຊົ​ມ​ໃຊ້​ ເພີ້ມ​ຂຶ້ນ​ເຖິງ 164.31 ເປີ​ເຊັນ ໃນ​ເດືອນ​ຕຸ​ລາ ປີ 2022 ທຽບ​ກັບ​ເດືອນ​ຕຸ​ລາປີ 2021 ຊຶ່ງ​ເປັນ​ລະ​ດັ​ບ​ເງິນ​ເຟິ້ ແລະ​ດັດ​ຊະ​ນີ​ລາ​ຄ່າ​ການ​ຊົມ​ໃຊ້ ​ທີ່​ເພີ້ມ​ຂຶ້ນ​ສູງ​ທີ່​ສຸດ​ໃນ​ກຸ່ມ​ອາ​ຊຽນ ໂດຍ​ມີ​ສາ​ເຫດ​ທີ່​ສຳ​ຄັນ​ມາ​ຈາກ​ການທີ່​ລາວ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ ອັນ​ເຮັດ​ໃຫ້ລາວ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ແຄ​ນ​ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຢ່າງ​ໜັກ​ໜ່ວງ​ອີກ​ດ້ວຍ ແລະ​ຜົນ​ທີ່​ຕິດ​ຕາ​ມ​ມາ ກໍ​ຄື​ການ​ຕົກ​ຕ່ຳ​ລົງ​ຢ່າງ​ຮຸນ​ແຮງ​ຂອງ​ຄ່າ​ເງິນ​ກີບ ພ້ອມ​ກັນ​ນີ້ທະ​ນາ​ຄານ​ແຫ່ງ​ຊາດ​ລາວ ​ກໍ​ບໍ່​ສາ​ມາດ​ຄວບ​ຄຸມ​ຮ້ານແລກ​ປ່ຽນ​ເງິນ​ຕາ​ເພື່ອ​ໃຫ້​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ​ແລກ​ປ່ຽນ​ເງິນ​ຕາ​ໄດ້ຢ່າງ​ແທ້​ຈິງ​ດັ່ງທີ່​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ໃນ​ກຳ​ມາ​ທິ​ການ​ ແ​ຜນ​ການ​ການ​ເງິນແລະ​ການກວດ​ສອບ​ສະ​ພາ​ແຫ່ງ​ຊາດລາ​ວ​ຢືນ​ຢັນ​ວ່າ:

“ເລື້ອງ​ຮ້ານ​ແລກ​ປ່ຽນ​ເງິນ​ຕາ​ນີິ້​ກະ​ມັນ​ກະ​ສັບ​ສົນ​ຄື​ເຮົາຮູ້​ນຳ​ກັນ​ວ່າ ເຂົາ​ເຈົ້າ​ຫວັງ​ແຕ່​ກຳ​ໄລ ເຮົາ​ກະ​ເບິ່ງ​ບັນ​ດາ​ປະ​ເທດ​ໃກ້​ຄຽງ​ເຮົາ​ນີ້ ​ຫລາຍ​ປະ​ເທດ ເພີ່ນ​ກະ​ບໍ່​ມີ​ເນາະ​ຮ້ານ​ແລກ​ປ່ຽນ​ເງິນ​ຕ າ​ຄື​ຢູ່​ລາວ​ເຮົ​າ ສ່ວນ​ຫລາຍ​ຄັນ​ວ່າ​ເຈົ້າ​ຢາກ​ແລກ​ປ່ຽນ ມີ​ແຕ່​ເຂົ້າ​ທະ​ນາ​ຄານ​ຢ່າງ​ດຽວ ຂ້າ​ພະ​ເຈົ້າ​ຄິດ​ວ່າ​ສະ​ໜັບ​ສະ​ໜຸນ​ໃຫ້​ທະ​ນາ​ຄານ​ລັດ ຄຸ້​ມ​ຄອງ​ໂດຍ​ຕົງ​ເລີຍ ອັດ​ຕາ​ແລກ​ປ່ຽນ​ກຳ​ໜົດ​ມີ​ເພ​ດານ​ໃຫ້​ວ່າ​ໃນ​ການ​ແລກ​ປ່ຽນ​ໃນ​ລະ​ດັບ​ເໝາະ​ສົມ​ຕາມ​ເສດ​ຖະ​ກິດ​ຕະ​ຫລາດ​ໃຫ້​ທະ​ນາ​ຄານ​ມາ​ເປັນ​ຜູ້​ຄຸ້ມ​ຄອງ​ຈັ່ງ​ຊິ​ມີ​ສະ​ຖຽນ​ລະ​ພ​າບ ຄັນ​ວ່າ​ປ່ອຍ​ໃຫ້​ຮ້ານ​ແລກ​ປ່ຽນ​ເອົາ​ໄປ​ແລກ​ປ່ຽນ​ຄື​ເຮົາ​ເຮັດ​ຜ່ານມ​ມາ​ນີ້ກະຫຍຸ້ງ​ຍາກ​ແລ້ວ ເຮັດ​ໃຫ້​ເງິນ​ມັນ​ບໍ່​ເຂົ້າ​ທະ​ນາ​ຄານ ມັນ​ໄປ​ແລກ​ປ່ຽນ​ກັນ​ຢູ່ນອກ​ພຸ້ນ.”

ສ່ວນ​ທ່ານ​ບຸນ​ເຫລືອ ສິນ​ໄຊ​ບໍ​ລະ​ວົງ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ຊາດ​ລ​າວຖະ​ແຫຼງ ວ່າ ​ມາດ​ຕະ​ການ​ທີ​ນຳ​ໃຊ້​ໃນ​ການ​ຄວບ​ຄຸມ​ວະ​ພ​າ​ວະຜັນ​ຜວນ​ຂອງ​ຄ່າ​ເງິນ​ກີບດ້ວຍ​ການ​ໃຊ້​ກຳ​ລັງ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ເຂົ້າ​ໃນ​ການກວ​ດກ​າ​ບັນ​ດາ​ຮ້ານ​ແລກ​ປ່ຽນ​ເງິນໃນ​ທົ່ວ​ປະ​ເທດ ໂດຍ​ຈະ​ດຳ​ເນີນ​ຄະ​ດີ​ໃນ​ທັນ​ທີ ຖ້າ​ຫາກ​ພົບ​ວ່າ​ໄດ້​ມີ​ການ​ປະ​ຕິບັດບໍ່​ໄປ​ຕາມ​ລະ​ບຽບ​ກົດ​ໝາຍ​ກ່ຽວ​ກັບ​ກ​ານ​ແລກ​ປ່ຽນ​ເງິນ​ຕາຄື​ນອກ​ຈາກ​ຈະ​ຖືກ​ປັບ​ໃໝ​ແລ້ວ ​ກໍ​ຍັງ​ຈະ​ຖືກ​ຖອນ​ໃບ​ອະ​ນຸ​ຍາດ​ອີກ​ດ້ວຍ ໂດຍ​ນັບ​ແຕ່​ປີ 2021 ທະ​ນາ​ຄານ​ແຫ່ງ​ຊາດ​ລາວ​ໄດ້​ຖອນ​ໃບ​ອະ​ນຸ​ຍາດຮ້ານ​ແລກ​ປ່ຽນ​ເງິນ 140 ລາຍແລະ​ຍັງ​ເຫລືອ 416 ລາຍ​ທີ່​ສາ​ມາດ​ດຳ​ເນີນ​ກິດ​ຈະ​ການ​ແລກ​ປ່ຽນ​ເງິນ​ຕ​າ​ໄດ້ ​ໃນ​ປັດ​ຈຸ​ບັນ ແຕ່​ວ່າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຕ​ຈິງ​ນັ້ນ​ກໍ​ຍັງ​ບໍ່​ສາ​ມາດ​ຈະ​ຄວບ​ຄຸມ​ຕໍ່​ບັນ​ດາ​ໜ່ວຍ​ແລກ​ປ່ຽນ​ເງິນ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພາະ​ວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ບໍ່​ມີປະ​ສິດ​ທິ​ພາບ​

​ກ່ອນ​ໜ້າ​ນັ້ນ ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ໄດ້​ຄາດ​ໝາຍ​ ອັດ​ຕາ​ເງິນ​ເຟິ້​ໃນ​ລາວ​ ໄວ້​ທີ່​ລະ​ດັບ 5.8 ເປີ​ເຊັນ ແຕ່​ໃນ​ສະ​ພາບ​ການ​ໂຕ​ຈິງ​ກັບ​ປາ​ກົດ​ວ່າ ​ອັດ​ຕາ​ເງິນ​ເຟິ້​ຂອງ​ລາວ​ໄດ້​ສູງ​ຂຶ້ນ​ເຖິງ 36.75 ເປີ​ເຊັນເມື່ອ​ເດືອນ​ຕຸ​ລາໂດຍ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ການ​ປັບ​ໂຕ​ຂຶ້ນ​ຂອງ​ລາ​ຄາ​ນ້ຳ​ມັນ ແລະ​ສິນ​ຄ້າ​ອຸ​ບ​ປະ​ໂພກ​ບໍ​ລິ​ໂພກ​ທຸກ​ຊະ​ນິດເຊັ່ນ​ອາ​ຫານ ແລະ​ເຄື່ອງ​ດື່ມ​ປັບ​ຂຶ້ນ 38.8 ເປີ​ເຊັນ ​ຢາ​ຮັກ​ສາ​ໂຣກ 47 ເປີ​ເຊັນ ​ເຄື່ອງ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ 56.4 ເປີ​ເຊັນ ​ອາ​ຫານ​ສົດ 54.6 ​ເປີ​ເຊັນ ແລະ​ການຂົນ​ສົ່ງ 58.1 ເປີ​ເຊັນ ເມື່ອ​ສົມ​ທົບ​ດ້ວຍ​ການ​ລະ​ບາດ​ພະ​ຍາດ​ໄວ​ຣັ​ສ​ໂຄວິດ-19 ​ຮວມ​ເຖິງ​ການ​ຂັດ​ແຍ້ງ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ຢູ​ເຄ​ຣນ ຈຶ່ງ​ສົ່ງຜົນ​ກະ​ທົບ​ຕໍ່ເສດ​ຖະ​ກິດລາວ​ຢ່າງ​ຫລີກ​ລ່ຽງ​ບໍ່​ໄດ້.

XS
SM
MD
LG