ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວໄດ້ຮັບຄ່າຈ້າງຕໍ່າສຸດ ແລະ ສູງກວ່າ ມຽນມາເທົ່າ​ນັ້ນ ຢູ່ໃນກຸ່ມອາຊຽນ ​ແຕ່ມີສະພາບການ​ເຮັດ​ວຽກ​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ສຸດ


ຕາ​ຕະ​ລາງ​ອັດ​ຕາ​ຄ່າ​ຈ້າງແຮງ​ງານ​ຕໍ່​າສຸດ​ໃນບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ກຸ່ມອາ​ຊຽນ​
ຕາ​ຕະ​ລາງ​ອັດ​ຕາ​ຄ່າ​ຈ້າງແຮງ​ງານ​ຕໍ່​າສຸດ​ໃນບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ກຸ່ມອາ​ຊຽນ​

ແຮງານລາວໄດ້ຮັບຄ່າຈ້າງຕໍ່າສຸດ ແລະ ສູງກວ່າມຽນມາເທົ່າ​ນັ້ນຢູ່ໃນກຸ່ມອາຊຽນ. ​ແຕ່​ໃນ​ຂະນະ​ດຽວ​ກັນແຮງ​ງານ​ລາວ ​ກໍຕ້ອງ​ປະເຊີນ​ກັບອັນຕະລາຍ​ໃນ​ການ​ເຮັດ​ວຽກ​ໃນ​ສະພາບ​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ສຸດ, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມເປີດເຜີຍວ່າ ອັດຕາຄ່າຈ້າງ ຂັ້ນຕໍ່າສຸດທີ່ຄົນງານລາວໄດ້ຮັບໃນປັດຈຸບັນຖື​ເປັນ​ຄ່າ​ຈ້າງ​ທີ່ຕໍ່າທີ່ສຸດ ແລະສູງກວ່າມຽນມາເທົ່ານັ້ນ ​ເມື່ອ​ທຽບ​ໃສ່ປະ​ເທດ​ສະມາຊິກກຸ່ມ​ອາ​ຊຽນດ້ວຍ​ກັນ ໂດຍສິງກະ​ໂປ​ເປັນ​ປະ​ເທດ​ທີ່​ມີ​ອັດຕາ​ຄ່າ​ຈ້າງ​ສູງ​ສຸດ, ຮອງ​ລົງ​ມາ​ແມ່ນ​ບຣູ​ນາຍ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ​ໄທ, ຟີ​ລິບ​ປິນ, ຫວຽດນາມ, ກຳປູ​ເຈຍ, ລາວ ​ແລະ​ມຽນມາ ​ຕາມ​ລຳດັບ. ແຕ່​ເມື່ອ​ພິຈາລະນາປະ​ກອບ​ກັບ​ປັດ​ໄຈດ້ານ​ຄ່າ​ຄອງ​ຊີບ​ແລ້ວ ກໍ​ປາກົດ​ວ່າ​ ຄົນ​ງານ​ລາວ​ຕ້ອງແບກ​ຫາບພາ​ລະຄ່າຄອງຊີບສູງທີ່ສຸດ ຊຶ່ງ​ເຫັນ​ໄດ້​ຈາກອັດຕາເງິນເຟີ້ສູງເຖິງ 34.05 ເປີ​ເຊັນ ແລະດັດຊະນີ ລາຄາສິນຄ້າທີ່​ສູງ​ເຖິງ 160.61 ເປີ​ເຊັນ ໃນເດືອນກັນຍາ 2022 ເມື່ອທຽບກັບໄລຍະດຽວກັນຂອງປີ 2021 ທີ່​ຜ່ານ​ມາ. ພາຍໃຕ້ສະພາບການດັ່ງກ່າວຈຶ່ງ​ຖື​ວ່າ​ເປັນ​ສະ​ພາ​ວະ​ການຄອງ​ຊີບ​ທີ່​ຫຍຸ້ງ​ຍາກ ແລະ​ລໍາ​ບາກ​ຢ່າງ​ຍິ່ງ ສຳ​ລັບ​ແຮງ​ງານ​ໃນ​ລາວ, ດັ່ງທີ່ແຮງງານລາວຢູ່ໂຮງງານຕັດຫຍິບແຫ່ງ​ນຶ່ງນະຄອນຫຼວງວຽງຈັນ​ໄດ້ ຢືນຢັນວ່າ:

“ເປັນຫຍັງເຮົາຕ້ອງມາຢູ່ໃນຍຸກທີ່ອີ່​ຫຍັງ​ກະແພງໄປ​ໝົດ? ແຕ່ວ່າ​ຫາ​ເງິນ​ໂຄດ​ຍາກ, ເງິນເດືອນກະຕໍ່າ ອັນນີ້ ຄືບໍ່ໄດ້​ໂທດ​ຜູ້​ໃດ​ເດີ້ ແຕ່ວ່າສໍາລັບດີ້​ຫັ້ນ​ເນາະ ນັ​ບຕັ້ງແຕ່ຕອນຍ່າງອອກຈາກຫ້ອງຫັ້ນ​ນະ ກໍ​ຍັງໄດ້ເສຍເງິນ. ແຕ່ກີ້​ຫັ້ນ​ໜະ ຄັນບໍ່​ມີ​ເງິນໜະ​ທຸກ​ຄົນ​ໄດ້​ກິນໝີ່ -ກິນ​ໄຂ່. ດຽວນີ້ກິນ​ໄຂ່ກະຍັງບໍ່ໄດ້​ແລ້ວ. ໄຂ່​ກະ​ແຕະ​ນຶ່ງ 10 ປາຍ​ພັນ, ໝີ່​ນະຫໍ່ຫ້າພັນ, ຊິກິນອີ່​ຫຍັງ? ກິນຜັກ, ກິນຫຍ້າໄປກະ​ຍັງ​ແພງ​ນະທຸກຄົນ ເນາະບາດ​ຫາ​ເງິນ​ແສນ​ກີບ​ໜະ ຫາ​ແທບ​ລົ້ມ​ແທບຕາຍ. ບັດໃຊ້ນະ ປິວໄປບັກໄວໆເລີຍ."

ຍິ່ງ​ໄປ​ກວ່ານັ້ນ ​ການເກັບກໍາຂໍ້ມູນກ່ຽວ​ກັບຄວາມປອດໄພຂອງແຮງງານໃນລາວ ຍັງພົບວ່າມີສະ​ຖານທີ່​ປະ​ກອບ​ການ ຫລືໂຮງງານຕ່າງໆ ຈໍານວນບໍ່​ໜ້ອຍ ທີ່ມີລະບົບຄວາມປອດໄພໃນການເຮັດວຽກຂອງ​ແຮງ​ງານ ທີ່ບໍ່ໄດ້ ມາດຕະຖານ ຈຶ່ງເຮັດ​ໃຫ້ແຮງ​ງານລາວມີຄວາມສ່ຽງສູງ ທີ່ຈະໄດ້ຮັບອັນຕະລາຍ ໃນຂະ​ນະ​ທີ່​ທຳ​ງານ ດັ່ງເຈົ້າໜ້າທີ່ຂັ້ນ​ສູງ​ໃນກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ຢືນຢັນວ່າ:

“ຄັນ​ຊິ​ໄລ່​ເປັນ​ສັດສ່ວນຢູ່​ປະ​ເທດ​ເຮົາຕົວ​ເລກ​ການ​ເກີດອຸປະຕິເຫດແຮງງານ ແລະ ການເສຍຊີວິດ ມີ​ຄວາມເປັນໜ້າ​ເປັນ​ຫ່ວງຢູ່. ແຕ່ວ່າ​ແນວ​ໃດກໍ​ຕາມ ເລື້ອງ​ການ​ເກັບ​ກໍາ​ຂໍ້​ມູນ​ ​ເຖິງ​ແມ່ນວ່າພວກ​ເຮົາ ​ຍັງ​ບໍ່ທັນ​ມີ​ກົນ​ໄກ​ທີ່ລະອຽດ, ກົນໄກ ທີ່ສາມາດຕິດຕາມໄດ້ ເວ​ລາ​ທີ່​ເກີດອຸປະຕິເຫດແຮງງານກໍ​ຕາມ ແຕ່ວ່າ ຈາກ ຕົວເລກການລາຍງານຂອງຫົວໜ່ວຍແຮງງານເອງເນາະ ບໍລິສັດໃດທີ່ມີຄວາມຈິງໃຈ, ໂປ່ງໃສ ເພິ່ນ​ກໍລາຍງານ ຫຼືວ່າ ຈາກຕົວ​ເລກຂອງ​ການ​ເປັນສະມາຊິກຂອງອົງການປະກັນສັງຄົມ​ທີ່ມາ​ຮັບ​ການອຸດ​ໜູນ ກ່ຽວກັບ​ອຸ​ປະ​ຕິ​ເຫດ​ແຮງ​ງານ​ ບໍ່ວ່າຈະເປັນການບາດເຈັບ ຫຼືເສຍຊີວິດ ມັນກໍ​ເປັນໜ້າເປັນຫ່ວງ.”

ທັງນີ້​ ໂດຍພາກ​ທຸ​ລະ​ກິດ​ທີ່​ມີ​ອັດ​ຕາ​ການ​ຈ້າງ​ງານ​ຕ່ຳ​ທີ່​ສຸດ​ໃນ​ລາວ ແຕ່ມີຄວາມສ່ຽງສູງ ໃນການ ເຮັດວຽກໃນປັດ​ຈຸ​ບັນນີ້ ກໍ​ຄືພາກພະລັງງານໄຟຟ້າ ແລະຂຸດ​ຄົ້ນແຮ່ທາດ ທີ່ມີ​ການ​ຈ້າງ​ງານ ພຽງແຕ່ 1 ເປີ​ເຊັນເທົ່າ​ນັ້ນ ຂອງ​ກຳ​ລັງ​ແຮງ​ງານ​ລາວ ທີ່​ມີຫຼາຍກວ່າ 4 ລ້ານຄົນ ຫຼື 54 ເປີ​ເຊັນ ຂອງຈຳ​ນວນປະຊາກອນລາວທັງໝົດ ໂດຍສາເຫດກໍເພາະເປັນພາກອຸດສາຫະກຳທີ່ຕ້ອງໃຊ້ບຸກຄະລາກອນ ທີ່ມີຄວາມສາມາດສູງ ທາງດ້ານເທັກໂນໂລຈີທັນສະໄໝ ເຊິ່ງແຮງງານລາວສ່ວນໃຫຍ່ບໍ່ສາມາດ ຕອບສະໜອງໄດ້. ສະນັ້ນ, ຈຶ່ງ​ຕ້ອງ​ນຳ​ເຂົ້າບຸກຄະລາກອນເຫລົ່າ​ນີ້ຈາກຕ່າງປະເທດເປັນ​ສ່ວນ​ໃຫຍ່ ເນື່ອງ​ຈາກວ່າ​ເປັນພາກ​ອຸດ​ສາ​ຫະ​ກຳ​ທີ່​ຕ້ອງ​ການ​ນຳ​ໃຊ້​ອຸ​ປະ​ກອນເຄື່ອງ​ມື​ທີ່​ທັນ​ສະ​ໄໝ​ເປັນ​ຫຼັກ ຈຶ່ງບໍ່​ຕ້ອງມີ​ການໃຊ້ແຮງງານຄົນ​ເປັນຈໍານວນຫຼວງຫຼາຍນັ້ນ​ເອງ.

ແຕ່​ຢ່າງໃດກໍ່ຕາມ ທາງການລາວ ກໍຄາດຫວັງວ່າ ພາກອຸດ​ສາ​ຫະ​ກຳພະລັງງານ ແລະຂຸດ​ຄົ້ນແຮ່ທາດ ຈະມີ​ການຈ້າງແຮງງລາວຫລາຍຂຶ້ນ ເພາະເປັນ​ພາກອຸດສາຫະກຳທີ່ມີການ​ປະ​ກອບ​ສ່ວນຢ່າງ​ສຳ​ຄັນເຂົ້າ​ໃນການ ເພີ່ມມູນຄ່າທາງເສດຖະກິດລາວ ຈຶ່ງ​ເຮັດ​ໃຫ້ແຮງ​ງານລາວມີໂອກາດຮຽນຮູ້ ເພື່ອຍົກລະດັບ ຄວາມສາ​ມາດ​ດ້ານ​ເທັກ​ໂນ​ໂລ​ຈີ​ທັນ​ສະ​ໄໝ ຊຶ່ງ​ໃນ 6 ​ເດືອນ​ຕົ້ນ​ປີ 2022 ພາກ​ພະລັງງານ ​ແລະຂຸດ​ຄົ້ນບໍ່​ແຮ່ ​ໄດ້​ປະກອບສ່ວນ​ເຮັດໃຫ້​ເສດຖະກິດ​ລາວ​ເຕີບ​ໂຕເພີ້ມ​ຂຶ້ນ ໃນ​ອັດ​ຕາ​ສະ​ເລ່ຍ 4.3 ເປີ​ເຊັນ ໂດຍ​ລັດ​ຖະ​ບານ​ລາວ ໄດ້​ອະ​ນຸ​ມັດ​ການ​ລົງ​ທຶນ​ຂຸດຄົ້ນ​ແຮ່​ທາດ ໃນ 319 ກິດ​ຈະ​ການ ໃຫ້ 214 ບໍ​ລິ​ສັດ​ຕ່າງ​ຊາດ ເຮັດ​ໃຫ້​ມີ​ລາຍ​ຮັບ​ຈາກ​ຄ່າສໍາປະທານເກີນກວ່າ 1 ຕື້ໂດລາ ໃນ​ຊ່ວງປີ 2016 ຫາ 2021, ຊຶ່ງ​ຍັງ​ບໍ່ລວມລາຍຮັບຈາກພາກ​ພະ​ລັງ​ງ​ານ​ໄຟ​ຟ້າ 1,225 ລ້ານໂດລາ ໃນໄລຍະດຽວກັນ.

XS
SM
MD
LG