ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຈັດຂຶ້ນເປັນສະໄໝທີ 77 ເມື່ອບໍ່ດົນມານີ ຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ ຂອງ ສະຫະລັດ. ກອງປະຊຸມປີນີ້ ມີບັນດາເຈົ້າໜ້າທີ່ຈາກປະເທດສະມາຊິກເຂົ້າຮ່ວມ ລວມທັງລັດຖະມົນຕີການຕ່າງປະເທດແຫ່ງ ສປປ ລາວ ທ່ານ ສະເຫຼີມໄຊ ກົມມະສິດ. ໃນການກ່າວຄຳປາໄສຂອງປີນີ້ ຫຼາຍປະເທດແມ່ນໄດ້ຕຳໜິຕິຕຽນ ຣັດເຊຍ ທີ່ໄປລຸກປະເທດຢູເຄຣນ ພ້ອມທັງຮຽກຮ້ອງໃຫ້ສອງຝ່າຍ ແລະ ອົງການສະຫະປະຊາຊາດຫາວິທີແກ້ໄຂ. ພຸດທະສອນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 77 ໄດ້ຈັດຂຶ້ນເມື່ອວັນທີ 13 ຫາ 27 ກັນຍາທີ່ຜ່ານມາຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດໃນນະຄອນ ນິວຢອກ, ໂດຍມີບັນດາຜູ້ນຳໂລກເຂົ້າຮ່ວມຢ່າງຄຶກຄື້ນ.
ໃນກອງປະຊຸມຄັ້ງນີ້, ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣັສ ໄດ້ກ່າວຢ້ຳເຖິງຄວາມສາມັກຄີຂອງທຸກປະເທດເພື່ອເອົາຊະນະທຸກສິ່ງທ້າທາຍທີ່ກຳລັງເກີດຂຶ້ນໃນໂລກ, ໂດຍສະເພາະແມ່ນວິກິດການອາຫານໂລກ, ສະພາບອາກາດປ່ຽນແປງ, ໂຣກລະບາດ, ວິກິດການດ້ານການເງິນ ແລະການ ບຸກລຸກ ຢູເຄຣນ ໂດຍ ຣັດເຊຍ ທີ່ໄດ້ເຮັດໃຫ້ຫຼາຍປະເທດໃນໂລກບໍ່ຮູ້ຊະຕາກຳຂອງຕົນວ່າຈະເປັນຈັ່ງໃດ.
ສ່ວນທ່ານ ໄບເດັນ ໄດ້ຂຶ້ນກ່າວຄຳປາໄສຂອງທ່ານໂດຍໃຫ້ຄວາມສຳຄັນຕໍ່ວິກິດການທີ່ຄ້າຍຄືກັບທ່ານ ແອນໂຕນີໂອ, ແຕ່ທ່ານ ໄບເດັນ ໄດ້ໂຈມຕີການເຮັດສົງຄາມຂອງ ຣັດເຊຍ ໃນ ຢູເຄຣນ ຢ່າງໜັກ ແລະ ໄດ້ກ່າວສົ່ງເສີມປະຊາທິປະໄຕຢູ່ໃນໂລກ.
ສຳລັບ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ກໍໄດ້ຂຶ້ນກ່າວຄຳປາໄສ ເຊິ່ງທ່ານກໍໄດ້ກ່າວເຖິງສິ່ງທ້າທາຍຕ່າງໆ ແລະ ການຮ່ວມມືຫຼາຍຝ່າຍ ເພື່ອແກ້ໄຂບັນຫາທັງຫຼາຍ, ເຊິ່ງທ່ານໄດ້ກ່າວວ່າ “
“ພວກເຮົາແມ່ນຢູ່ໃນຈຸດທີ່ສຳຄັນຫຼາຍ ເວລາທີ່ປະຊາຄົມສາກົນແມ່ນກຳລັງປະເຊີນກັບສິ່ງທ້າທາຍຫຼາຍດ້ານນັບຈາກຄວາມຂັດແຍ້ງດ້ານອາວຸດເຖິງວິກິດການດ້ານສິ່ງແວດລ້ອມ ແລະ ພາວະເສດຖະກິດຕົກຕ່ຳທີ່ໄດ້ເຮັດໃຫ້ການພັດທະນາໃນໂລກປະສົບກັບອຸປະສັກ. ການຕົກລົງຮ່ວມກັນຫຼາຍຝ່າຍ, ເຊິ່ງແມ່ນມັກຈະເປັນໝາກຫົວໃຈຂອງການຮ່ວມມືສາກົນນັ້ນ, ແມ່ນໄດ້ຖືກທຳລາຍໃນຂະນະທີ່ການຕົກລົງຝ່າຍດຽວໄດ້ຖືກນຳໃຊ້ຢ່າງກວ້າງຂວາງ. ມັນຍິ່ງໜ້າຕົກໃຈກວ່າແຕ່ກ່ອນສຳລັບປະຊາຄົມສາກົນທີ່ຈະຊອກຫາຂໍ້ແກ້ໄຂ, ບໍ່ແມ່ນພຽງແຕ່ການປ່ຽນແປງເທົ່ານັ້ນ, ແຕ່ຍັງເປັນທາງປະຕິບັດ, ຄວາມມີປະສິດທິພາບ, ການດຳເນີນການປະຕິບັດ, ຄວາມໝັ້ນຄົງ ແລະ ຖືກສ້າງຂຶ້ນເພື່ອຮັບໃຊ້ຜູ້ທີ່ມີຄວາມຕ້ອງການທີ່ສຸດ, ສະນັ້ນຜູ້ທີ່ມີຄວາມສ່ຽງທີ່ສຸດຈຶ່ງບໍ່ຖືກປະຖິ້ມໄວ້ຢູ່ທາງຫຼັງ.”
ຄວາມຂັດແຍ້ງໃນປັດຈຸບັນນີ້ມັກເກີດຂຶ້ນດ້ວຍການຕັດສິນໃຈໂດຍຝ່າຍດຽວຫຼືປະເທດດຽວ ໂດຍສະເພາະແມ່ນປະເທດທີ່ມີອຳນາດສູງ, ຈົນເຮັດໃຫ້ບັນດາພັນທະມິດໃນໂລກ ຕ້ອງໄດ້ຮ່ວມກັນສະກັດກັ້ນ ແລະ ວາງມາດຕະການລົງໂທດໃສ່ຜູ້ກະທຳຜິດ ເພື່ອປ້ອງກັນບໍ່ໃຫ້ບັນຫາຮ້າຍແຮງຂຶ້ນຕື່ມ.
ປະເທດ ຣັດເຊຍ ປັດຈຸບັນນີ້ແມ່ນຖືກມາດຕະການລົງໂທດໜັກທີ່ສຸດໃນໂລກ ຍ້ອນການບຸກລຸກຂອງເຂົາເຈົ້າໃນປະເທດ ຢູເຄຣນ ນັບຕັ້ງແຕ່ເດືອນກຸມພາທີ່ຜ່ານມາ. ສະຫະລັດ ແລະ ບັນດາພັນທະມິດຕາເວັນຕົກ ແມ່ນໄດ້ລົງໂທດ ຣັດເຊຍ ຢ່າງໜັກ ແລະ ຍັງຈະມີມາດຕະການລົງໂທດໃໝ່ອອກມາເລື້ອຍໆ ຕາບໃດທີ່ສົງຄາມຍັງດຳເນີນຢູ່. ໃນກອງປະຊຸມສະມັດຊາໃຫຍ່ຄັ້ງນີ້ ຫຼາຍປະເທດກໍໄດ້ໃຊ້ພື້ນທີ່ດັ່ງກ່າວ ຕຳໜິວິຈານການກະທຳຂອງ ຣັດເຊຍ ແຕ່ກໍມີບາງປະເທດບໍ່ໄດ້ເວົ້າເຖິງສົງຄາມດັ່ງກ່າວເລີຍ. ສຳລັບທ່ານ ກົມມະສິດ ທ່ານກໍໄດ້ເນັ້ນຢ້ຳເຖິງການຮັກສາສັນຕິພາບ ແລະ ຄວາມປອດໄພສາກົນ, ເຊິ່ງທ່ານໄດ້ກ່າວວ່າ
“ອົງການສະຫະປະຊາຊາດ ຕ້ອງບັນລຸຂໍ້ບັງຄັບຂອງເຂົາເຈົ້າຢ່າງມີປະສິດທິຜົນໃນການຮັກສາການຮ່ວມມື. ມັນແມ່ນຄວາມປາຖະໜາທົ່ວໄປຂອງພວກເຮົາທີ່ອົງການສະຫະປະຊາຊາດ ຈະປ່ຽນແປງເພື່ອຕອບຮັບກັບສະພາບການ ແລະ ຄວາມຕ້ອງການໃນໂລກປັດຈຸບັນ, ໃນຄວາມພະຍາຍາມຮ່ວມກັນຂອງພວກເຮົາເພື່ອເອົາຊະນະສິ່ງທ້າທາຍຕ່າງໆ ທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ການພັດທະນາໃນໂລກ. ປະຊາຄົມສາກົນຕ້ອງຊອກຫາຂໍ້ແກ້ໄຂທີ່ສັນຕິ ແລະ ຍືນຍົງຕໍ່ທຸກໆຄວາມຂັດແຍ້ງ ແລະ ການຜິດຖຽງກັນໃນທົ່ວໂລກ, ລວມທັງບັນຫາພາກຕາເວັນອອກກາງ.” ທ່ານ ສະເຫຼີມໄຊ ເວົ້າວ່າການວາງມາດຕະການໂດຍພຽງແຕ່ຝ່າຍດຽວຕໍ່ ປະເທດອື່ນໆແມ່ນບໍ່ມີປະສິດຜົນ, ມີແຕ່ຈະເປັນປະໂຫຍດຜູ້ດຳເນີນການ ແລະ ຈະສ້າງຄວາມທຸກທໍລະມານ ຕໍ່ທຸກຄົນທີ່ຖືກກະທົບຈາກມັນ. ທ່ານເວົ້າວ່າ “ພວກເຮົາຕ້ອງໃຫ້ໂອກາດເພີ່ມເຕີມຕໍ່ການແກ້ໄຂບັນຫາຢ່າງສັນຕິ ອີງໃສ່ຜົນປະໂຫຍດຮ່ວມກັນ ແລະ ສ້າງສິ່ງແວດລ້ອມທີ່ເປັນປະໂຫຍດຕໍ່ການພັດທະນາ ເຊັ່ນດຽວກັບເພື່ອປ້ອງກັນສັນຕິພາບ ແລະ ຄວາມຈະເລີນຮັ່ງມີທີ່ຍືນຍົງສຳລັບທຸກຄົນ.”
ປັດຈຸບັນນີ້ ຣັດເຊຍ ເປັນປະເທດທີ່ຖືກມາດຕະການລົງໂທດຫຼາຍທີ່ສຸດໃນໂລກ ຍ້ອນການບຸກລຸກຂອງເຂົາເຈົ້າໃນປະເທດ ຢູເຄຣນ. ມາດຕະການລົງໂທດທີ່ວ່ານີ້ແມ່ນວາງໂດຍ ສະຫະລັດ ແລະ ບັນດາປະເທດຕາເວັນຕົກທີ່ຕໍ່ຕ້ານການຮຸກຮານ ຢູເຄຣນ ຂອງ ຣັດເຊຍ, ໂດຍມາດຕະການລົງໂທດທີ່ວ່າມີ ມາດຕະການລົງໂທດດ້ານການເງິນ ເຊິ່ງ ສະຫະລັດ ໄດ້ຫ້າມ ຣັດເຊຍ ບໍ່ໃຫ້ຈ່າຍໜີ້ດ້ວຍເງິນທີ່ເຂົາເຈົ້າມີໃນ ສະຫະລັດ, ເຮັດໃຫ້ມັນຍາກສຳລັບເຂົາເຈົ້າທີ່ຈະໃຊ້ໜີ້ເງິນກູ້ຢືມສາກົນ ແລະ ອັງກິດ ໄດ້ກີດກັນທະນາຄານທີ່ສຳຄັນຕ່າງໆຂອງ ຣັດເຊຍ ຈາກລະບົບການເງິນສະຫະຣາຊະອານາຈັກ ອັງກິດ, ຍຶດຊັບສິນທັງໝົດຂອງທະນາຄານ ຣັດເຊຍ, ຫ້າມບໍລິສັດ ຣັດເຊຍ ຢືມເງິນ ແລະຈຳກັດການຊຳລະເງິນຂອງ ຣັດເຊຍ ຢູ່ບັນດາທະນາຄານຂອງ ອັງກິດ. ພ້ອມກັນນັ້ນ ສະຫະລັດ ກໍໄດ້ຫ້າມການນຳເຂົ້ານ້ຳມັນ ແລະ ແກັສທຳມະຊາດຈາກ ຣັດເຊຍ ທັງໝົດ, ແຕ່ສະຫະພາບຢູໂຣບໄດ້ລົງໂທດ ຣັດເຊຍ ໃນດ້ານນີ້ໜ້ອຍກວ່າ ຍ້ອນວ່າເຂົາເຈົ້າອາໄສແກັສ ຣັດເຊຍ ປະມານ 40 ເປີເຊັນ.
ມາດຕະການລົງໂທດດັ່ງກ່າວຍັງໄດ້ແນເປົ້າໃສ່ສ່ວນບຸກຄົນຂອງ ຣັດເຊຍ, ເຊິ່ງ ສະຫະລັດ, ສະຫະພາບຢູໂຣບ ແລະ ອັງກິດ ໄດ້ວາງມາດຕະການລົງໂທດໃສ່ບຸກຄົນສຳຄັນ ແລະ ທຸລະກິດຂອງ ຣັດເຊຍ ຫຼາຍກວ່າ 1,000 ຄົນ.
ນອກຈາກການແກ້ໄຂບັນຫາຄວາມຂັດແຍ້ງສາກົນ, ທ່ານ ສະເຫຼີມໄຊ ກໍໄດ້ກ່າວເຖິງຜົນກະທົບຈາກ ໂຄວິດ-19 ຕໍ່ການພັດທະນາເສດຖະກິດສັງຄົມຢູ່ໃນປະເທດ ແລະ ທົ່ວໂລກ, ເຊິ່ງທ່ານໄດ້ກ່າວວ່າ ຄວາມກ້າວໜ້າທີ່ໄດ້ມາກ່ອນໂຣກລະບາດແມ່ນຖືກທຳລາຍຢ່າງຮ້າຍແຮງ ແລະ ຊີວິດການເປັນຢູ່ຂອງປະຊາຊົນແມ່ນຖືກກະທົບທຸກດ້ານ.
ສຳລັບການຕໍ່ສູ້ກັບສະພາບອາກາດປ່ຽນແປງ, ທ່ານ ສະເຫຼີມໄຊ ກໍໄດ້ກ່າວສະໜັບສະໜູນການແກ້ໄຂບັນຫາຢ່າງເຕັມທີ່, ເພາະວ່າ ສປປ ລາວ ກໍເປັນປະເທດນຶ່ງທີ່ຖືກກະທົບຢ່າງຫຼວງຫຼາຍຈາກບັນຫານີ້.
ທ່ານ ສະເຫຼີມໄຊ ກ່າວວ່າ “ຄືກັບຫຼາຍປະເທດອື່ນໆ, ສປປ ລາວ ຍັງຄົງມີຄວາມສ່ຽງຈາກຜົນກະທົບພາຍນອກ. ໃນຫຼາຍປີທີ່ຜ່ານມາ ລັດຖະບານຂອງພວກເຮົາໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງໃນການຕໍ່ສູ້ກັບສະພາບອາກາດປ່ຽນແປງຜ່ານການປະຕິບັດການໂຄງການປະກອບສ່ວນທີ່ກະຕືລືລົ້ນແຫ່ງຊາດ ທີ່ໄດ້ອະທິບາຍຢ່າງກະຈ່າງແຈ້ງ ກ່ຽວກັບ ເປົ້າໝາຍທີ່ມີຄວາມທະເຍີທະຍານ ແຫ່ງຊາດສຳລັບການຕໍ່ສູ້ ແລະ ຫຼຸດຜ່ອນສະພາບອາກາດປ່ຽນແປງ ໄປສູ່ການປ່ອຍອາຍແກັສພິດ ສູນເປີເຊັນພາຍໃນປີ 2050.”
ໃນຕອນທ້າຍຂອງຄຳປາໄສ, ທ່ານ ສະເຫຼີມໄຊ ກໍໄດ້ສະແດງຄວາມຂອບໃຈຕໍ່ບັນດາສະມາຊິກສະຫະປະຊາຊາດທຸກປະເທດສຳລັບການສະໜັບສະໜູນ ສປປລາວ ເປັນສະມາຊິກສະພາເສດຖະກິດ-ສັງຄົມຂອງ ສະຫະປະຊາຊາດສຳລັບສົກປີ 2023 ຫາ 2025, ເຊິ່ງບົດບາດທີ່ສຳຄັນຂອງເຂົາເຈົ້າແມ່ນສົ່ງເສີມການຮ່ວມມືສາກົນເພື່ອການພັດທະນາ.