ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, 06 ຕຸລາ 2022

ການປູກກ້ວຍ ແລະຢາງພາລາ ຂອງຊາວຈີນ ທີ່ບໍ່ປະຕິບັດຕາມລະບຽບ ຍັງສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຊາວບ້ານຢູ່


ເຊີນ​ຊົມ​ວີ​ດີ​ໂອ ຈາກ ສ​ປ​ປ ລາວ
please wait

No media source currently available

0:00 0:02:47 0:00

ເຊີນ​ຊົມ​ວີ​ດີ​ໂອ ຈາກ ສ​ປ​ປ ລາວ

ການເຮັດນິຄົມສວນກ້ວຍ ແລະສວນຢາງພາລາຂອງຈີນ ທີ່ດໍາເນີນມາກວ່າ 10 ປີແລ້ວນັ້ນ ຍັງສືບຕໍ່ສົ່ງຜົນກະທົບ
ຕໍ່ສິ່ງແວດລ້ອມ ແລະຊາວບ້ານທີ່ຢູ່ໃກ້ຄຽງໃນລາວ ຢ່າງຕໍ່ເນື່ອງ, ກິ່ງ​ສະ​ຫວັນ ມີ​ລາຍ​ງານເລື້ອງນີ້ ຈາກນັກຂ່າວ
ຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເຮັດນິຄົມປູກຢາງພາລາແລະຕົ້ນກ້ວຍຂອງຈີນຢູ່ໃນລາວມີມານານຫລາຍກວ່າ 10 ປີ ນັ້ນ ໄດ້ສົ່ງຜົນກະທົບ
ຢ່າງໜັກ ໃຫ້ກັບປະຊາຊົນລາວ ຜູ້ທີ່ອາໄສຢູ່ໃກ້ຄຽງນັ້ນ ຍ້ອນວ່າເຂົາເຈົ້າບໍ່ໃຫ້ຄວາມສໍາຄັນ ກັບການຮັກສາສະ
ພາບແວດລ້ອມ ເຊັ່ນແມ່ນໍ້າລໍາທານຕ່າງໆ ຊຶ່ງບາງເຂດ ກໍເຮັດໃຫ້ເຂົາເຈົ້າທົນຕໍ່ກິ່ນເໝັນ ແລະ ມົນລະພິດອື່ນໆ
ຈາກສານເຄມີທີ່ໃຊ້ໃນນິຄົມນັ້ນບໍ່ໄດ້ ກໍຕ້ອງໄດ້ຍົກຍ້າຍໜີໄປຕັ້ງເຮືອນຊານ ຢູ່ບ່ອນອື່ນທີ່ຫ່າງໄກຈາກນິຄົມຂອງ
ນັກລົງທຶນຈີນ ດັ່ງການໃຫ້ສໍາພາດຂອງຊາວບ້ານຜູ້ນຶ່ງ ທີ່ທີ່ອາໄສຢູ່ເຂດເມືອງໄຊ ແຂວງອຸດົມໄຊ,

“ເລື່ອງການມາປູກຕົ້ນກ້ວຍ ຢາງພາລາຢູ່ລາວຫັ້ນ ມັນມັກເຮັດຕາມໃຈໂພດ ຊາວເມືອງໄຊຮ້ອງໂຮ ຍ້ອນໄດ້ຮັບກະ
ທົໃນຫລາຍປີຜ່ານມາ ເຊັ່ນການປ່ອຍເຄມີລົງນໍ້າເຮັດໃຫ້ປາຕາຍ ການສ້າງຄວາມລໍາຄານຂອງກິ່ນເຫມັນອາກາດ
ບໍ່ປອດໂປ່ງ ປະຊາຊົນຈໍານວນນຶ່ງ ທົນບໍ່ໄດ້ກະຍົກຍ້າຍຫນີກະມີຫລາຍເນາະ.”

ທ່ານບອກວ່າ ການປູກຕົ້ນກ້ວຍ ແລະຢາງພາລາຖືວ່າ ເປັນການດີ ຕໍ່ການສ້າງເສດຖະກິດ ແຕ່ສິ່ງທີ່ບໍ່ສາມາດຍອມ
ຮັບໄດ້ກະຄືການບໍ່ຮັກສາສະພາບແວດລ້ອມຂອງເຂດໃກ້ຄຽງ ເຮັດໃຫ້ມີອາຍພິດແຜ່ອອກໄປ.

ແຕ່ຢ່າງໃດກໍຕາມ ສໍາລັບການປູກຢາງພາລາຂອງລາວນັ້ນທາງລັດຖະບານລາວ ມີນະໂຍບາຍສົ່ງເສີມຢູ່ ເພາະມີ
ໂຮງງານປຸງແຕ່ງຢາງພາລາຫລາຍກວ່າ 50 ແຫ່ງ ຊຶ່ງກໍໄດ້ປະກອບສ່ວນສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນທ້ອງຖິ່ນ. ສະນັັ້ນ ຈຶ່ງກໍາລັງຄົ້ນຄວ້າລະບຽບການອອກມາພາຍຫລັງໄດ້ໄປກວດກາເບິ່ງຕົວຈິງຂອງຜູ້ປະກອບການ
ແລ້ວ ເພື່ອປ້ອງກັນຜົນກະທົບອັນບໍ່ດີ ຊຶ່ງເຈົ້າໜ້າທີ່ກະຊວງກະສິກໍາທ່ານນຶ່ງ ທີ່ຮັບຜິດຊອບວຽກງານນີ້ ໃຫ້ລາຍລະອຽດວ່າ :

“ທິດໜ້າ ຄືຈະແລ້ວລະບຽບນິຕິກໍາ ມີເງື່ອນໄຂ ແລະມີແບບໃດເອກະສານມີການເພີ້ມເຕີມຫຍັງແດ່ ມັນກະມີໝົດທົ່ວປະເທດເຮົາມີ 55 ໂຮງງານປຸງແຕ່ງ ທໍາມະດາ ແຕ່ວ່າສາງເກັບຊື້ອີ່ຫຍັງບໍ່ທັນໄດ້ເຮັດ ແຕ່ຫລັງຈາກລົງກວດ
ຕົວຈິງທົ່ວປະເທດແລ້ວວ່າ ໂຮງງານທີ່ຜະລິດແທ້ເຮົາຈະໄດ້ມີການເກັບຊື້ ສົ່ງໄປຈີນ ຫລັກໆແມ່ນຈີນ ໄທເຂົາ
ມີແລ້ວ ສ່ວນຫລາຍມີແຕ່ເຂົາຢາກສົ່ງອອກ”.

ໃນເລື້ອງຂອງຢາງພາລານີ້ ແມ່ນເຫັນວ່າຄໍາເຫັນຂອງເຈົ້າໜ້າທີ່ ດັ່ງກ່າວສອດ ຄ່ອງກັບຜົນການຄົ້ນຄວ້າຂອງອົງ
ການຊ່ວຍເຫລືອ ຂອງລັດຖະບານອອສເຕຣເລຍ ແລະກະຊວງກະສິກໍາປ່າໄມ້ທີ່ພິມເຜີຍແຜ່ໃນເດືອນມິຖຸນາ,
2020 ຊຶ່ງພໍສະຫລຸບຂໍ້ຫຍຸ້ງຍາກຫລັກໆໄດ້ດັ່ງນີ້:

1. ນະໂຍບາຍກ່ຽວກັບຂະແໜງຢາງພາລາໃນລາວຍັງບໍ່ຈະແຈ້ງ

2. ຄວາມສົບສົນໃນດ້ານການບໍລິຫານພາຍໃນ ແລະລະຫວ່າງກະຊວງ ແລະ ອົງການຕ່າງໆຂອງລັດ ຊຶ່ງສ້າງຄວາມ
ບໍ່ແນ່ນອນ ໃຫ້ແກ່ນັກລົງທຶນ.

3. ຢາງພາລາໄດ້ປູກໂດຍຊາວກະສິກອນ, ໂດຍຜ່ານສັນຍາລະຫວ່າງຊາວກະ ສິກອນ ກັບ ບໍລິສັດຊຶ່ງຢູ່ພາຍໃຕ້ການໃຫ້ສໍາປະທານຈາກລັດຖະບານ ແຕ່ວ່າ ໃນນັ້ນບໍລິສັດຕ່າງໆ ໄດ້ຮັບສຳປະທານ 210,700 ກວ່າເຮັກຕາ ແຕ່ກໍໄດ້ປູກ
ພຽງ 128.800 ເຮັກຕາເທົ່ານັ້ນ ແລະຂໍ້ມູນລະອຽດກ່ຽວ​ກັບ​ການ​ລົງ​ທຶນ​ເຫຼົ່າ​ນີ້ ​ມີ​ຄວາມ​ຈຳ​ກັດຊຶ່ງເປັນການຍາກໃນ​ການ​ວາງ​ແຜນ​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ຍາວ​ຂອງ​ຂະ​ແໜງ​ການນີ້ໄດ້.

4. ຕະຫຼາດຢາງພາລາແມ່ນມີການເໜັງຕີງຫລາຍ ຈຶ່ງເປັນການຍາກທີ່ຈະນໍາ ລາຍຮັບອັນໝັ້ນຄົງ ແລະຮັບປະກັນຄວາມໝັ້ນຄົງດ້ານສຸຂະພາບແລະດ້ານການເງິນໃຫ້ຊາວກະສິກອນປູກຢາງ. ແຕ່ຢ່າງໃດກໍຕາມລາຍງານນີ້ຍັງໃຫ້
ຂໍ້ສັງເກດອີກວ່າ:

1. ຢາງພາລາ ລວມທັງການປູກຕົ້ນກ້ວຍຢູ່ລາວ ແຕ່ເໜືອຕະຫລອດໃຕ້, ສ່ວນ ໃຫຍ່ ແມ່ນຢູ່ໃນພາກເໜືອ ແລະເປັນການລົງທຶນໂດຍຊາວກະສິກອນຂະໜາດນ້ອຍ ແລະ ສັນຍາຈ້າງ ໃນຂະນະທີ່ການລົງທຶນໃນພາກກາງ ແລະພາກໃຕ້ ແມ່ນການສໍາປະທານທີ່ປູກໃນເນື້ອທີ່ຂະໜາດໃຫຍ່ ໂດຍນັກລົງທຶນຕ່າງປະເທດຕົ້ນຕໍແມ່ນມາຈາກຈີນ ແລະຫວຽດນາມ.

2. ຢາງພາລາເປັນອຸດສາຫະທີ່ມີຄວາມສຳຄັນທາງດ້ານເສດຖະກິດ-ສັງຄົມ ການປະກອບສ່ວນ ໃນລະດັບຊາດ ແລະ ທ້ອງຖິ່ນ ເພາະນອກຈາກການຂາຍຢາງທໍາມະຊາດແລ້ວ ຊາວສວນຍັງສາມາດຂາຍໄມ້ ຢາງພາລາທີ່ແກ່ອີກດ້ວຍ.
ຄວາມຕ້ອງການຂອງຕະຫຼາດຜະລິດຕະພັນໄມ້ຢາງພາລາ ເພີ່ມຂຶ້ນຢ່າງຫຼວງ ຫຼາຍ.

ສ່ວນການສົ່ງອອກຢາງພາລານັ້ນແມ່ນມີທ່າອ່ຽງເພີ້ມຂຶ້ນໃນຊຸມປີມໍ່ໆມານີ້ ຊຶ່ງກໍຄື ໃນປີ 2020 ແມ່ນ 700 ໂຕນ
ມູນຄ່າ 910 ລ້ານກີບ. ສ່ວນການສົ່ງອອກ ໃນທ້າຍປີ 2021 ແມ່ນເພີ້ມຂຶ້ນ ເປັນ 1,170 ໂຕນ ໂດຍມີມູນຄ່າ 7 ຕື້
600 ລ້ານກີບ ສະຫລຸບວ່າ ການເຮັດນິຄົມສວນກ້ວຍ ແລະສວນຢາງພາລາຂອງຈີນທີ່ດໍາເນີນມາກວ່າ 10 ປີແລ້ວ
ນັ້ນຍັງສືບຕໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມແລະປະຊາຊົນທີ່ອາໄສຢູ່ໃນເຂດໃກ້ຄຽງນັ້ນ ມາໂດຍຕະຫລອດ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG