ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອາ​ລ​ບາ​ເນຍ ຕັດ​ຄວາມ​ສຳ​ພັນ​ທາງ​ການ​ທູດ ​ກັບ​ອີ​ຣ່ານ ຍ້ອນ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້


ຕຳ​ຫຼວດ​ຢືນ​ຍາມ​ຢູ່​ຕໍ່​ໜ້າ​ສະ​ຖານ​ທູດ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ອີ​ຣ່ານ ໃນ​ຂະ​ນະ​ທີ່​​ອາ​ລ​ບາ​ເນຍ ຕັດ​ຄວາມ​ສຳ​ພັນ​ທາງ​ກ​ານ​ທູດ​ກັບ​ອີ​ຣ່ານ ແລະ​ສັ່ງ​ໃຫ້​ພວກ​ນັກ​ການ​ທູດ ເດີນ​ທາງ​ອອກ​ຈາກ​ປະ​ເທດ ຍ້ອນ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້ ຕີ​ຣານ​ນາ ​ອາ​ລ​ບາ​ເນຍ ເມື່ອ​ວັນ​ທີ 7 ກັນ​ຍາ 2022.
ຕຳ​ຫຼວດ​ຢືນ​ຍາມ​ຢູ່​ຕໍ່​ໜ້າ​ສະ​ຖານ​ທູດ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ອີ​ຣ່ານ ໃນ​ຂະ​ນະ​ທີ່​​ອາ​ລ​ບາ​ເນຍ ຕັດ​ຄວາມ​ສຳ​ພັນ​ທາງ​ກ​ານ​ທູດ​ກັບ​ອີ​ຣ່ານ ແລະ​ສັ່ງ​ໃຫ້​ພວກ​ນັກ​ການ​ທູດ ເດີນ​ທາງ​ອອກ​ຈາກ​ປະ​ເທດ ຍ້ອນ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້ ຕີ​ຣານ​ນາ ​ອາ​ລ​ບາ​ເນຍ ເມື່ອ​ວັນ​ທີ 7 ກັນ​ຍາ 2022.

ອາ​ລ​ບາ​ເນຍ​ໄດ້​ສັ່ງ​ໃຫ້​ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ອອກ​ຈາກ​ປະ​ເທດ ແລະ​ຕັດ​ຄວາມ​ສຳ​ພັນ​ທາງ​ດ້ານ​ທູດ​ກັບ​ເຕ​ຫະ​ຣ່ານ ລຸນ​ຫຼັງ​ທີ່​ມີ​ການ​ສືບ​ສວນ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້ ທີ່​ສະ​ຫຼຸບ​ວ່າ ອີ​ຣ່ານ​ແມ່ນ “ປະ​ເທດ​ທີ່ຮຸກ​ຮານ” ເວ​ລາ​ການ​ໂຈມ​ຕີ​ໄດ້​ມີ​ຂຶ້ນ​ຕໍ່​ປະ​ເທດ​ທີ່​ຕັ້ງ​ຢູ່​ແຄມ​ຝັ່ງ​ທະ​ເລ​ອາ​ເດ​ຣຍ​ຕິກ ເມື່ອ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເອ​ດີ ຣາ​ມາ ໃນ​ວັນ​ພຸດ​ວານ​ນີ້ ໄດ້​ປະ​ກາດ​ຂັບ​ໄລ່​ພວກ​ນັກ​ການ​ທູດ ແລະ​ພະ​ນັກ​ງານ​ປະ​ຈຳ​ສະ​ຖານ​ທູດ​ຂອງ​ອີ​ຣ່ານ​ທັງ​ໝົດ ໂດຍ​ໃຫ້​ເວ​ລາ​ພວກ​ເຂົາ​ເຈົ້າ 24 ຊົ່ວ​ໂມງ​ເດີນ​ທາງ​ອອກ​ຈາກ​ປະ​ເທດ.

ເວັບ​ໄຊ​ທາງ​ການ​ຂອງ​ທ່ານ​ຣາ​ມາ ກ່າວ​ວ່າ ມີ​ຫຼັກ​ຖານ “ໂຕ້​ແຍ້ງ​ບໍ່​ໄດ້” ທີ່​ວ່າ​ເຕ​ຫະ​ຣ່ານ​ໃຫ້​ການ​ສະ​ໜັບ​ສະ​ໜຸນ “​ໃນການ​ໂຈມ​ຕີ​ທາງ​ໄຊ​ເບີ້​ທີ່​ຮ້າຍ​ແຮງ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ດີ​ຈີ​ຕອ​ລຂອງ​ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ອາ​ລ​ບາ​ເນຍ.”

“ລັດ​ຖະ​ບານ​ໄດ້​ຕັດ​ສິນ​ໃຈ ໂດຍ​ມີ​ຜົນ​ບັງ​ຄັບໃຊ້​ໃນ​ທັນ​ທີ ເພື່ອ​ຍຸ​ຕິ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ທູດ​ກັບ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ແຫ່ງ​ອີ​ຣ່ານ” ນັ້​ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຣາ​ມາ​ທີ່​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ທາງ​ວີ​ດີ​ໂອ ຢູ່​ໃນ​ເວັບ​ໄຊ​ຂອງ​ທ່ານ.

ທ່ານ​ຣາ​ມາ​ກ່າວ​ວ່າ ຕີ​ຣານ​ນາ​ໄດ້​ແຈ້ງ​ໃຫ້​ອີ​ຣ່ານ​ຊາບ​ແລ້ວ ກ່ຽວ​ກັບການ​ຕັດ​ສິນ​ໃຈ​ທາງ​ດ້ານ​ການ​ທູດ​ຂອງ​ຕົນ ຢູ່​ໃນ​ຈົດ​ໝາຍ​ທີ່​ສົ່ງ​ໄປ​ຍັງ​ສະ​ຖານ​ທູດ​ອີ​ຣ່ານ.

ນອກນັ້ນ ອາ​ລ​ບາ​ເນຍ​ຍັງ​ກ່າວ​ວ່າ ຕົນ​ໄດ້​ແບ່ງ​ປັນ​ຜົນ​ຂອງ​ການ​ສືບ​ສວນ​ດັ່ງ​ກ່າວ ​ໃຫ້​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກເພື່ອນ​ມິດໃນອົງ​ການ​ເນ​ໂຕ້​ຊາບ.

ອາ​ລ​ບາ​ເນຍ​ກ່າວ​ວ່າ “ມາດ​ຕະ​ການລະ​ດັບ​ສູງ​ສຸດ" ຂອງ​ຕົນ “​ແມ່ນບໍ່​ເປັນ​ທີ່​ຕ້ອງ​ການ​ແຕ່​ກໍ​ມີ​ຄວາມ​ຈຳ​ເປັນ​ຍ້ອນ​ຖືກ​ບັງ​ຄັບ … ແລະ​ກໍ​ສົມ​ສ່ວນ​ກັບ​ຄວາມ​ຮ້າຍ​ແຮງ​ແລະ​ເປັນ​ອັນ​ຕະ​ລາຍ​ຈາກ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້ ຊຶ່ງ​ຂົ່ມ​ຂູ່​ຈະ​ເຮັດ​ໃຫ້​ເປັນ​ອຳ​ມະ​ພາດ ການ​ບໍ​ລິ​ການ​ຂອງ​ລັດ​ຖະ​ບານ ລຶບ​ຂໍ້​ມູນ​ອອກ​ຈາກ​ລະ​ບົບແລະ​ລັກ​ຂະ​ໂມຍ​ຂໍ້​ມູນ​ຂອງ​ລັດ​ຖະ​ບານ ລັກ​ຂະ​ໂມຍ​ການ​ສື່​ສານ​ທາງ​ດ້ານ​ຄົ​ມ​ມະ​ນາ​ຄົມ​ພາຍ​ໃນ​ລະ​ບົບ​ຂອງ​ລັດ​ຖະ​ບານ ແລະ​ກໍ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ແລະ​ຄວາມ​ວຸ້ນ​ວາຍ​ຢູ່​ໃນ​ປະ​ເທດ.”

ສະ​ຫະ​ລັດ​ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້​ດັ່ງ​ກ່າວ. ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ທ່ານ​ນາງເອດ​ຣຽນ ວັດ​ສັນ (Adrienne Watson) ກ່າວ​ວ່າ “ສະ​ຫະ​ລັດ​ຈະ​ເອົາ​ມາດ​ຕະ​ການ​ເພີ້ມ​ຕື່ມ ໂດຍ​ຖື​ວ່າ​ອີ​ຣ່ານ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ພັນ​ທະ​ມິດ​ສະ​ຫະ​ລັດ ແລະສ້າງ​ບັນ​ຫາ​ທາງ​ດ້ານ​ໄຊ​ເບີ້​ທີ່​ບໍ່​ເຄີຍ​ມາ​ກ່ອນ.”

ຍັງ​ບໍ່​ມີ​ຄຳ​ຕອບ​ໃດໆ​ໃນ​ທັນ​ທີ​ເທື່ອ​ຈາກ​ອີ​ຣ່ານ ກ່ຽວ​ກັບ​ການ​ກ່າວ​ຫາ​ ແລະ​ການ​ຕັດ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ທູດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG