ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລົງແຂ່ງຂັນເອົາຕຳແໜ່ງ ນາຍົກລັດຖະມົນຕີ ອັງກິດ ຈະເອົາທ່າທາງ ທີ່ແຂງແກ່ນ ຕໍ່ ຈີນ


ການ​ແຂ່ງ​ຂັນ​ເພື່ອ​ສືບ​ທອດ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ທ່ານ ບໍ​ຣິ​ສ ຈອນ​ສັນ ແມ່ນ​ໄດ້​ຄັດລົງ​ມາ​ເຫຼືອ​ແຕ່​ສອງ​ຄົນ. ດັ່ງ​ທີ່ນັກ​ຂ່າວ​ຂອງວີ​ໂອ​ເອ ເຮັນ​ຣີ ຣິ​ຈ​ແວ​ລ ໄດ້​ກ່າວ​ຈາກ​ນະ​ຄອນຫຼວງ​ລອນດອນ ນັ້ນ, ນະ​ໂຍ​ບາຍ​ຕໍ່ ຈີນ ແມ່ນ​ໄດ້​ກາຍ​ເປັນ​ບັນ​ຫາ​ທີ່​ສຳ​ຄັນ​ ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ. ພຸດ​ທະ​ສອນ ມີ​ລາຍ​ອຽດ​ ມ​າ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທ່ານ ຣີ​ຊີ ຊູ​ນັກ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄົນ​ປັດ​ຈຸ​ບັນ, ທ່ານ​ນາງ ລິ​ສ ທ​ຣັ​ສ, ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຂອງ​ທ່ານ ບໍ​ຣິ​ສ​ ຈອນ​ສັນ, ຜູ້​ທີ່​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ຕົ້ນ​ເດືອນນີ້. ສະ​ມາ​ຊິກ​ພັກ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ໜ້ອຍກວ່າ 2 ແສນ​ຄົນ ຈະ​ລົງ​ຄະ​ແນນ​ສຽງ​ເພື່ອ​ເລືອກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ ອັງ​ກິດ ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ຈະ​ມາ​ເຖິງນີ້.

ການ​ເກັບ​ພາ​ສີ ແລະ ອັດ​ຕາ​ເງິນ​ເຟີ້​ແມ່ນ​ໄດ້​ຄອບ​ງຳ​ວາ​ລະ​ກອງ​ປະ​ຊຸມ​ພາຍ​ໃນປະ​ເທດ, ແຕ່​ກ່ຽວ​ກັບນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ນັ້ນ, ຈີນ ແມ່ນ​ໄດ້​ຄອບ​ງຳ​ໝູ່. ໃນ​ການ​ໂຕ້​ວາ​ທີ​ທີ່​ຖືກ​ຖ່າຍ​ທອດສົດອອກ​ໂທ​ລະ​ພາບ​ເມື່ອບໍ່​ດົນ​ມາ​ນີ້, ທ່ານ​ນາງ ທ​ຣັ​ສ ໄດ້​ກ່າວ​ວ່າ​ ລາວ​ຈະ​ປາບ​ປາມພວກ​ບໍ​ລິ​ສັດ​ທີ່​ ຈີນ ເປັນ​ເຈົ້າ​ຂອງ​ຄື Tik Tok.

ທ່ານ​ນາງ ທ​ຣັ​ສ, ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຈາກ​ພັກ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຄວນ​ຈຳ​ກັດ​ຈຳ​ນວນ​ການ​ສົ່ງ​ອອກ​ເທັກ​ໂນ​ໂລ​ຈີ​ໄປ​ລະ​ບອບ​ການ​ປົກ​ຄອງ​ຜະ​ເດັດ​ການ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄົນ​ດັ່ງ​ກ່າວ​ໄດ້​ສັນ​ຍາ​ທີ່​ຈະ​ເອົາ​ທ່າ​ທີ ​ທີ່​ໜັກ​ແໜ້ນ​ກວ່າ​ເກົ່າ​ຕໍ່​ປັກ​ກິ່ງ.

ທ່ານ​ນາງ ລິ​ສ ທ​ຣັ​ສ ກ່າວ​ວ່າ “ຫຼັງ​ຈາກ​ການ​ລ່ວງ​ລະ​ເມີດ​ທີ່​ໜ້າ​ຕົກ​ໃຈ ​ໃນ​ແຂວງ ຊິນ​ຈຽງ, ຫຼັງ​ຈາກ​ການ​ດຳ​ເນີນ​ການ​ທີ່​ໂຫດ​ຮ້າຍ​ຕໍ່​ ຮົງ​ກົງ ແລະ ການ​ທຳ​ຮ້າຍ​ຄັ້ງຫຼ້າ​ສຸດນີ້, ເຊິ່ງ​ແມ່ນ ຈີນ ໄດ້​ເຮັດ​ວຽກ​ກັບ ຣັດ​ເຊຍ ແລະ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃຫ້​ການ​ໜູນຫຼັງ​ເຂົາ​ເຈົ້າ​ໃນ​ການ​ເຮັດ​ສົງ​ຄາມ​ທີ່​ໜ້າ​ຕົກ​ໃຈ​ໃນ ຢູ​ເຄ​ຣນ, ພວກ​ເຮົາ​ຕ້ອງ​ເອົາ​ທ່າ​ທີ​ທີ່​ໜັກ​ແໜ້ນ​ກວ່າ​ເກົ່າ.”

ຄູ່​ແຂ່ງ​ຂອງ​ທ່ານ​ນາງ ທ​ຣັ​ສ, ທ່ານ ຣີ​ຊີ ຊູ​ນັກ, ໄດ້​ເອີ້ນ ຈີນ ວ່າ​ເປັນ “ໄພ​ຂົ່ມ​ຂູ່​ໝາຍ​ເລກ​ນຶ່ງ” ຕໍ່​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ ແລະ ທົ່ວ​ໂລກ.

ທ່ານ ຮີ​ຊີ ຊູ​ນັກ ຜູ້​ລົກ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ສັງ​ກັດ​ຫົວ​ອ​ະ​ນຸ​ລັກ​ນິ​ຍົມ ໄດ້​ກ່າວ​ວ່າ “ແລະ​ໃນ​ຖາ​ນະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຂ້າ​ພະ​ເຈົ້າ​ຈະ​ເອົາ​ທັດ​ສະ​ນະ​ທີ່​ແຂງ​ແກ່ນ​ເພື່ອ​ຮັບ​ປະ​ກັນ​ວ່າ​ພວກ​ເຮົາ​ຈະ​ລຸກ​ສູ້​ເພື່ອ​ຄຸນ​ຄ່າ​ຂອງ​ພວ​ກ​ເຮົາ ແລະ ພວກ​ເຮົາ​ຈະ​ປົກ​ປ້ອງ​ຕົນ​ເອງ​ຕໍ່​ໄພ​ຂົ່ມ​ຂູ່​ທີ່​ວ່າ​ນັ້ນ, ເພາະ​ວ່າ​ນັ້ນ​ແມ່ນ​ສິ່ງ​ທີ່​ຖືກ​ຕ້ອງ​ທີ່​ຕ້ອງ​ເຮັດ​ສຳ​ລັບ​ຄວາມ​ປອດ​ໄພ​ຂອງ​ພວກ​ເຮົາ.”

ຜູ້​ລົງ​ແຂ່ງ​ຂັນ​ດັ່ງ​ກ່າວ​ແມ່ນ​ກຳ​ລັງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ພິ​ເສດ, ກ່າວ​ຢ້ຳ​ໂດຍ​ນັກ​ວິ​ເຄາະ ທ່ານ ສ​ຕີ​ຟ ສາງ.

ອາ​ຈານ ສ​ຕີ​ຟ ສາງ, ຜູ້​ອຳ​ນວຍ​ການ​ຂອງສະ​ຖາ​ບັນ ຈີນ SOAS ​ຂ​ອງມະ​ຫາ​ວິ​ທະ​ຍາ​ໄລ ລອນດອນ ກ່າ​ວ​ວ່າ “ບັນ​ດາ​ສະ​ມາ​ຊິກ​ພັກ​ອະ​ນຸ​ລັກ​ນິ​ຍົມ​ແມ່ນ​ໄດ້​ເປັນ​ຫ່ວງ​ຍິ່ງກວ່າ​ເກົ່າ ກ່ຽວ​ກັບ ນະ​ໂຍ​ບາຍ​ຈີນ ກວ່າ​ສາ​ທາ​ລະ​ນະ​ທົ່ວ​ໄປ​ໃນ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ໂດຍ​ລວມ. ແລະ ນີ້, ຂ້າ​ພະ​ເຈົ້າ​ຄິດ​ວ່າ, ແມ່ນ​ເຫດ​ຜົນ​ວ່າ​ເປັນ​ຫຍັງ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ຄົນ​ຈຶ່ງ​ເພື່ອ​ໂຕ້​ຖ​ຽງກັນ ກ່ຽວ​ກັບ ຈີນ ໃນ​ການ​ໂຕ້​ວາ​ທີ, ແຕ່​ເຂົາ​ເຈົ້າ​ໄດ້​ເພັ່ງ​ເລັງ​ໃສ່​ພຽງ​ບັນ​ຫາ​ດຽວ​ເທົ່າ​ນັ້ນຄື: ແມ່ນ​ໃຜ​ອ່ອນ​ໂຍນກວ່າ​ຕໍ່ ຈີນ, ແທນ​ທີ່​ຈະ​ເປັນ​ແຜນ​ຍຸດ​ທະ​ສາດ​ຂອງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ຕໍ່ ຈີນ ຄວນ​ເປັນ​ຫຍັງ.”

ການ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຈາກ​ນະ​ໂຍ​ບາຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກັບ​ຄຳ​ເວົ້າ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຄູ່​ກັນອາ​ເປັນ​ສິ່ງ​ທີ່​ທ້າ​ທາຍ, ອີງ​ຕາມ​ທ່ານ ສາງ.

ທ່ານ ສ​ຕີ​ຟ ສາງ ກ່າວ​ວ່າ “ຄຳ​ໝັ້ນ​ສັນ​ຍາ​ບາງ​ອັນ​ແມ່ນສາ​ມາດ​ບັນ​ລຸ​ໄດ້​ຂ້ອນ​ຂ້າງວ່ອງ​ໄວ, ຕົວ​ຢ່າງ​ການ​ປິດ​ສະ​ຖາ​ບັນ​ຂົງ​ຈື້, ກ່າວ​ໂດຍ​ທ່ານ ຊູ​ນັກ. ບັນ​ຫາ​ທີ່​ແທ້​ຈິງ​ຢູ່ນີ້​ແມ່ນ ບໍ່​ວ່າ​ທ່ານ​ນາງ ລິ​ສ ທ​ຣັ​ສ ຈະ​ເຮັດ​ຊ້ຳ​ສິ່ງ​ທີ່​ລາວ​ໄດ້​ກ່າວ​ໃນ​ເວ​ລາທີ່ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫຼືບໍ່ນັ້ນ, ຖ້​າ​ລາວ​ສືບ​ຕໍ່​ທີ່​ຈະ​ໃຊ້​ຄຳ​ອະ​ທິ​ບາຍຂອງ “ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ​” ໃນ​ແຂວງ​ຊິນ​ຈຽງ​ນັ້ນ, ມັນ​ຈະ​ເຮັດ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ກັບ ຈີນ ມີ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ແນ່ນອນ.”

ປັກ​ກິ່ງ ໄດ້​ຕຳ​ໜິ​ພາ​ສາ​ທີ່​ຖືກ​ໃຊ້​ໃນ​ການ​ໂຕ້​ວາ​ທີ​ເອົ​າ​ຕຳ​ແໜ່ງ​ຜູ້​ນຳ ອັງ​ກິດ.

ທ່ານ ສາວ ລີ​ຈຽນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ຮຽກ​ຮ້ອງ​ບັນ​ດາ​ນັກ​ການ​ເມືອງ ອັງ​ກິດ ບໍ່​ໃຫ້​ສ້າງ​ບັນ​ຫາ​ຈາກ ຈີນ ຫຼື ໂຄ​ສະ​ນາ​ສິ່ງ​ທີ່​ເອີ້​ນ​ວ່າ​ໄພ​ຂົ່ມ​ຂູ່ ຈີນ ເກີນ​ຄວາມ​ຈິງ.”

ຜົນ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ຈະ​ຖືກ​ປະ​ກາດ​ໃນ​ວັນ​ທີ 5 ກັນ​ຍານີ້.

The contest to succeed Boris Johnson as British prime minister is down to two candidates. As Henry Ridgwell reports from London, policy towards China has become a key issue on the campaign trail.

Former Chancellor Rishi Sunak and the current foreign secretary, Liz Truss, are vying to take over from Boris Johnson, who resigned as prime minister earlier this month. Fewer than two hundred thousand Conservative party members will vote to choose Britain’s next prime minister in the coming weeks.

Taxation and inflation have dominated the domestic agenda – but on foreign policy, China has dominated. In a recent televised debate, Truss said she would crack down on Chinese-owned companies like TikTok.

“We should be limiting the amount of technology exports we do to authoritarian regimes.”

The foreign secretary pledged a tougher stance against Beijing.

“After the appalling abuses in Xinjiang, after the terrible actions on Hong Kong and the most recent outrage, which is China working with Russia and essentially backing them in the appalling war in Ukraine, we have to take a tougher stance.”

Truss’s rival, Rishi Sunak, has called China the ‘number-one threat’ to domestic and global security.

“And as prime minister, I'll take a very, very robust view on making sure that we do stand up for our values and we protect ourselves against those threats, because that's the right thing to do for our security.”

The candidates are appealing to a particular electorate, notes analyst Steve Tsang.

“The Conservative party members are more concerned about China policy than the general public in the U.K. as a whole. And this, I think, is the reason why the two prime ministerial contenders engage in a debate on China, but they were only focused on one single issue: who is softer on China, rather than what the U.K.’s China strategy should be.”

Matching policies as prime minister with the rhetoric of the campaign may be a challenge, says Tsang.

“Some commitments can be achieved relatively quickly, for example the closing of Confucius (higher education) institutes, articulated by Sunak. The real issue here is whether Liz Truss will as prime minister repeat what she had said, if she continues to use the description ‘genocide’ on Xinjiang, it’s going to make the relationship between the U.K. and China very, very difficult indeed.”

Beijing criticized the language used in the British leadership debate.

“I would like to urge certain British politicians not to make an issue out of China or hype the so-called China threat.”

The result of the vote will be announced September 5.

XS
SM
MD
LG