ຫົວໜ້ານະໂຍບາຍຕ່າງປະເທດຂອງສະຫະພາບ ຢູໂຣບ ທ່ານ ໂຈເຊັບ ບໍແຣລ ໄດ້ກ່າວໃນວັນຈັນມື້ນີ້ວ່າ ທ່ານຫວັງວ່າມັນຈະມີຂໍ້ຕົກລົງໃນອາທິດນີ້ສຳລັບ ຣັດເຊຍ ທີ່ຈະບໍ່ກີດກັ້ນທ່າເຮືອ ໂອເດຊາ ແລະ ບ່ອນອື່ນໆຂອງ ຢູເຄຣນ, ດ້ວຍຊີວິດຂອງຫຼາຍສິບພັນຄົນແມ່ນເພິ່ງພາອາໄສຂໍ້ຕົກລົງທີ່ວ່ານັ້ນທ່າມກາງການຂາດແຄນອາຫານໃນຫຼາຍປະເທດ.
ໃນການໃຫ້ຄຳເຫັນຕໍ່ບັນດານັກຂ່າວໃນນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ ນັ້ນ, ທ່ານ ບໍແຣລ ໄດ້ກ່າວວ່າ ຣັດເຊຍ ຕ້ອງອະນຸຍາດການສົ່ງອອກອາຫານປະເພດເມັດຂອງ ຢູເຄຣນ ຫຼືບໍ່ດັ່ງນັ້ນປະຊາຄົມສາກົນຈະຕ້ອງໄດ້ເວົ້າວ່າ ຣັດເຊຍ ແມ່ນ “ກຳລັງໃຊ້ອາຫານເປັນອາວຸດໂດຍປາສະຈາກການພິຈາລະນາ ກ່ຽວກັບ ຊີວິດຂອງມະນຸດ.”
ທ່ານ ບໍແຣລ ໄດ້ກ່າວວ່າ “ມັນບໍ່ແມ່ນເກມການທູດ. ມັນແມ່ນບັນຫາຂອງຊີວິດ ແລະ ການຕາຍສຳລັບມະນຸດຫຼາຍຄົນ.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ກ່າວໃນອາທິດແລ້ວນີ້ວ່າ ມັນມີ “ການຕົກລົງກັນຢ່າງກວ້າງຂວາງ” ໃນຂໍ້ຕົກລົງລະຫວ່າງ ຣັດເຊຍ ກັບ ຢູເຄຣນ, ພ້ອມກັບເທີກີ ແລະ ອົງການສະຫະປະຊາຊາດ, ເພື່ອສົ່ງອອກອາຫານປະເທດເມັດຂອງຢູເຄຣນ ຫຼາຍລ້ານໂຕນທີ່ຄ້າງຢູ່ໃນສາງເກັບເຂົ້ານັບຕັ້ງແຕ່ການບຸກລຸກຂອງຣັດເຊຍໃນວັນທີ 24 ກຸມພາທີ່ຜ່ານມາ.
ບັນດາລັດຖະມົນຕີຕ່າງປະເທດຂອງ ສະຫະພາບຢູໂຣບ ແມ່ນກຳລັງປະຊຸມກັນໃນນະຄອນຫຼວງ ບຣັສໂຊລສ໌ ເພື່ອພິຈາລະນາການສະໜັບສະໜູນ ຢູເຄຣນ ເພີ່ມເຕີມ, ລວມທັງການສະໜັບສະໜູນທາງທະຫານ, ເຊັ່ນດຽວກັບການປັບປຸງການປະຕິບັດມາດຕະການລົງໂທດໃນປັດຈຸບັນຕໍ່ ຣັດເຊຍ ແລະ ຂໍ້ສະເໜີເພື່ອຫ້າມຊື້ຄຳຈາກ ຣັດເຊຍ.
ທ່ານ ບໍແຣລ ໄດ້ກ່າວວ່າ ຣັດເຊຍ ໄດ້ໃຊ້ການເພິ່ງພາອາໄສຂອງ ຢູໂຣບ ສຳລັບອາຍແກັສຂອງ ຣັດເຊຍ ຕໍ່ບັນດາປະເທດສະຫະພາບຢູໂຣບ, ແຕ່ບັນດາຜູ້ນຳສະຫະພາບຢູໂຣບ ແມ່ນກຳລັງກະກຽມແຜນການເພື່ອ “ປະເຊີນກັບທຸກໆສະຖານະການທີ່ເປັນໄປໄດ້” ແລະ ຈະບໍ່ຢຸດການສະໜັບສະໜູນ ຢູເຄຣນ.”
ທ່ານໄດ້ກ່າວຕື່ມວ່າ ບັນດາສະມາຊິກສະຫະພາບຢູໂຣບ ຕ້ອງມີຄວາມອົດທົນ ແລະ ຄວາມສາມາດທີ່ຈະຟື້ນຕົວຄືນຢ່າງວ່ອງໄວໃນການດຳເນີນມາດຕະການລົງໂທດຕໍ່ ຣັດເຊຍ.
ທ່ານ ບໍແຣລ ໄດ້ກ່າວວ່າບັນດາລັດຖະມົນຕີສະຫະພາບຢູໂຣບ ຈະໄດ້ຮັບຂໍ້ມູນໃໝ່ ກ່ຽວກັບ ສະຖານະການໃນ ຢູເຄຣນ ຈາກລັດຖະມົນຕີຕ່າງປະເທດ ຢູເຄຣນ ທ່ານ ດມິໂຕຣ ຄູເລບາ.
European Union foreign policy chief Josep Borrell said Monday he hopes there will be an agreement this week for Russia to unblock Ukrainian ports in Odesa and elsewhere, with the lives of tens of thousands of people depending on such a deal amid food shortages in many countries.
Speaking to reporters in Brussels, Borrell said Russia has to allow Ukrainian grain exports or else the international community will have to say Russia is “using food as a weapon without any consideration for human beings’ lives.”
“It’s not a diplomatic game. It’s an issue of life and death for many human beings,” Borrell said.
U.N. Secretary-General Antonio Guterres said last week there is “broad agreement” on a deal between Russia and Ukraine, with Turkey and the United Nations, to export millions of tons of Ukrainian grain stuck in silos since Russia’s invasion February 24.
EU foreign ministers are meeting in Brussels to consider further support for Ukraine, including military support, as well as improving the implementation of current sanctions against Russia and a proposal to ban gold purchases from Russia.
Borrell said Russia has been using European reliance on Russian gas supplies against EU countries, but that EU leaders are preparing plans to “face any possible situation” and will not stop supporting Ukraine.
He added that EU members must have patience and resilience in carrying out the sanctions against Russia.
Borrell said the EU ministers would be getting an update on the situation in Ukraine from Ukrainian Foreign Minister Dmytro Kuleba.