ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕ່າງ​ຊາດ​ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ລາວ​ ຫຼາຍກວ່າ 210 ລ້ານ​ໂດ​ລາ​ ສຳ​ລັ​ບ​ໂຄງກ​ານ​ພັດ​ທະ​ນາ


ເງິນ​ຕາ​ຕ່າງ​ປະ​ເທດ​ທະ​ນາ​ຄານ​ກາງ​ລາວ
ເງິນ​ຕາ​ຕ່າງ​ປະ​ເທດ​ທະ​ນາ​ຄານ​ກາງ​ລາວ

ຕ່າງ​ຊາດ​ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ລາວ​ຫລາຍກວ່າ 210 ລ້ານ​ໂດ​ລາ​ສະ​ຫະ​ລັດສຳ​ລັ​ບ​ໂຄງກ​ານ​ພັດ​ທະ​ນາ ເພື່ອ​ຫລຸດ​ຜ່ອນ​ບັນ​ຫາ​ຍາກ​ຈົນ ໃນ​ຊວງ​ປີ 2003-2021 ຫາກ​ແຕ່​ຍັງ​ມີ​ປະ​ຊາ​ຊົນ​ຍາກ​ຈົນ​ກວ່າ1 ລ້ານ 3 ແສນ​ຄົນ​ ໃນ​ປັດ​ຈຸ​ບັນ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍງ​ານ​ຈາກ​ບາງກອກ

ທ່ານ​ເພັດ ພົມ​ພິ​ທັກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້ ຖະ​ແຫລງວ່າ ກອງ​ທຶນ​ຫລຸດ​ຜ່ອນ​ບັນ​ຫາ​ທຸກ​ຍາກ​ແຫ່ງ​ຊາດ​ລາວ​ ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ ອົງ​ການ​ສາ​ກົນ ແລະ​ນາ​ນາ​ຊາດ​ເກີນກວ່າ​ 210 ລ້ານ​ໂດ​ລາສະ​ຫະ​ລັດ ທີ່​ນຳ​ໃຊ້ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ 6,670 ໂຄງ​ການ​ພັດ​ທະ​ນາ​ໃນ​ພື້ນ​ທີ່ 2,841 ບ້ານ​ຂອງ 55 ​ເມືອງໃນ 11 ແຂວງ ໃນ​ຊ່ວງ​ປີ 2003-2021 ທີ່​ຜ່ານ​ມາ ຊຶ່ງ​ສາ​ມາດ​ຫລຸດ​ຜ່ອນ​ບັນ​ຫາ​ຍາກຈົນ​ຂອງ​ປະ​ຊາ​ຊົນ​ໄດ້​ຢ່າງເປັນ​ຮູບປະ​ທຳ​ໃນ 2,262 ບ້ານ ຫາກ​ແຕ່​ດ້ວຍ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາກໍໄດ້​ສົ່ງ​ຜົນ​ກະ​ທົບເຮັດ​ໃຫ້​ຍັງ​ມີ​ປະ​ຊາ​ຊົນ​ລາວ​ທີ່​ຍາກ​ຈົນ​ຫລ​າຍກວ່າ 1.3 ລ້ານ​ຄົນ​ໃນ​ປັດ​ຈຸ​ບັນ​ນີ້ ຈຶ່ງ​ເຮັດ​ໃຫ້ລາວ​ຍັງ​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ນາ​ນາ​ຊາດ​ຕໍ່ໄປ​ອີກ​ໃນ 4 ດ້ານ ດັ່ງ​ທີ່​ທ່ານ​ເພັດ ຢືນ​ຢັນ​ວ່າ:

“ຕະ​ຫລອດ 18 ປີ ຜ່ານ​ມາ​ເຫັນ​ວ່າ ກອ​ງ​ທຶນ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ ເປັນ​ຕົ້ນ​ແມ່ນ​ສູມ​ໃສ່​ການ​ສ້າງ ແລະ​ພັ​ດ​ທະ​ນາ​ໂຄງ​ຮ່າງ​ພື້ນ​ຖານ​ສິ່ງ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ ​ໃຫ້​ແ​ກ່​ປະ​ຊາ​ຊົນ​ຢູ່​ເຂດ​ຫ່າງ​ໄກ​ສອ​ກ​ຫລີກໄດ້​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຕ່າງໆ​ຢ່າງ​ທົ່ວ​ເຖິງ ແລະ​ໄດ້​ຕິດ​ພັນ​ກັບ​ຍຸດ​ທະ​ສາດ ແລະ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ 4 ​ຂະ​ແໜງ​ການ​ຫລັກ ຄື​ການ​ສ້າງ​ໂຄງ​ຮ່າງ​ພື້ນ​ຖານການ​ສຶກ​ສາ ສາ​ທາ​ລະ​ນະ​ສຸກ ໂຍ​ທາ​ທິ​ການ ແລະ​ວຽກ​ງານ​ກະ​ສິ​ກຳ.”

ຍິງ​ໄປ​ກວ່າ​ນັ້ນ ການ​ລະ​ບາດ​ພະ​ຍາດ​ໂຄວິດ-19 ຍັງ​ໄດ້ສົ່ງ​ຜົນ​ກ​ະ​ທົບ​ເຮັດ​ໃຫ້ລັດ​ຖະ​ບານ​ລາວ​ຈັດ​ເກັບ​ລາຍ​ຮັບໄດ້​ຕ່ຳ​ກວ່າ​ແຜນ​ການ​ທີ່​ວາງ​ໄວ້ ອັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ເນື່ອງເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ງົບ​ປະ​ມານ​ສຳ​ລັບ​ນຳ​ໃຊ້​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ເພື່ອ​ລົບ​ລ້າງ​ບັນ​ຫາ​ຍາ​ກຈົນຂອງ​ປະ​ຊາ​ຊົນ​ໃນ​ເຂດ​ຊົນ​ນະ​ບົດ ທັງ​ຍັງ​ປາ​ກົດ​ມີ​ຈຳ​ນວນ​ປະ​ຊາ​ກອນ​ລາວ​ທີ່​ທຸກ​ຍາກ​ເພີ້ມ​ຂຶ້ນ​ອີກ​ດ້ວຍ ເພາະວ່າ​ຖືກ​ເລີກ​ຈ້າງ​ໂດຍ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທີ່​ຖືກ​ກະ​ທົບ​ຈາກ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ນັບ​ລ້ານ​ຄົນ​ທີ່​ລວມ​ແຮງງານ​ລາວກວ່າ 6 ແສນ​ຄົນ ທີ່​ຖືກ​ເລີກ​ຈ້າງ ແລະ​ເດີນ​ທາງ​ຈາກ​ໄທ​ກັບຄືນມາ​ລາວ​ດ້ວຍ ຊຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຕ້ອງ​ເລື່ອນ​ຄາດ​ໝາຍ​ການ​ລົບ​ລ້າງ​ບັນ​ຫາ​ຍາກ​ຈົນ​ຈາກ​ປີ 2020 ໄປ​ເປັນ​ປີ 2025.

ໂດຍ​ໃນ​ປີ 2020-2021 ລັດ​ຖະ​ບານ​ລາວ​ສາ​ມາດ​ສະ​ນັບ​ສະ​ໜູນ​ງົບ​ປະ​ມານ​ໃຫ້​ແກ່ກອງ​ທຶນ​ລົບ​ລ້າງ​ຄ​ວາມທຸກ​ຍາກ​ແຫ່ງ​ຊາດ​ລາວ​ໄດ້​ພຽງ 120 ຕື້​ກີບ ຊຶ່ງ​ພຽງ​ພໍ​ສຳ​ລັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ພັ​ດ​ທະ​ນາ​ຊົນ​ນະ​ບົດເພື່ອ​ລົບ​ລ້າງ​ຄວາມ​ຍາກ​ຈົນ​ໃນ 144 ຈຸດ​ສຸ​ມ​ເທົ່າ​ນັ້ນ ​ຈາກ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ທັງໝົດ 449 ຈຸດ​ສຸມ​ໃນ​ທົ່ວ​ປະ​ເທດ​ ສ່ວນ​ເຂດ​ຈຸດ​ສຸມທີ່​ບໍ່​ສາ​ມາດ​ຈັດ​ຕັ້ງ​ປະ​ຕິບັດ​ໂຄງ​ການ​ໄດ້ ໃນ​ປີ 2020-2021 ​ນັ້ນ​ກໍ​ຕ້ອງ​ເລື່ອນ​ມາ​ຈັດ​ຕັ້ງປະ​ຕິບັດໃນຊ່ວງ​ປີ 2022-2023 ທີ່​ຍັງ​ມີ​ຂໍ້​ຈຳ​ກັດ​ທາງ​ດ້ານ​ງົບ​ປະ​ມານ​ເຊັ່ນ​ກັນ​ຈຶ່ງ​ເຮັດ​ໃຫ້​ບັນ​ຫາ​ຍາກ​ຈົນ​ໃນ​ລາວ ຕົກ​ຢູ່​ໃນ​ສະ​ພາບການທີ່ຮຸນ​ແຮງກວ່າ​ໃນ​ປີ 2019 ຊຶ່ງ​ຜົນ​ຈາ​ການ​ສຳ​ຫລວດ​ພົບ​ວ່າ ຍັງ​ມີ​ປະ​ຊາ​ຊົນ​ລາວ​ຍາກ​ຈົນ​ເກີນກວ່າ 1.8 ລ້ານ​ຄົນ ຄິດ​ເປັນ 23 ເປີ​ເຊັນ ຂອງ​ຈຳ​ນວນ​ປະ​ຊ​າ​ກອນ​ລາວ​ທັງ​ໝົດ.

​ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອ​ການ​ພັດ​ທະ​ນາ (UNDP) ເປີດ​ເຜີຍ​ວ່າ​ການ​ຫລຸດ​ຜ່ອນ​ບັນ​ຫາ​ຍາກ​ຈົນ​ໃນ​ລາວສາ​ມາດ​ຈັດ​ຈັ້ງ​ປະ​ຕິ​ບັດ​ໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່ວ​າງ​ໄວ້ ຊຶ່ງ​ເຫັນ​ໄດ້​ຈາກ​ປະ​ຊາ​ຊົນ​ລາວ 632,909 ຄົນທີ່​ມີ​ຊີ​ວິດ​ການ​ເປັນ​ຢູ່​ຍາກ​ຈົນ​ຢ່າງ​ຍິ່ງ ຫລື​ມີ​ລາຍ​ໄດ້ຕ່ຳ​ກວ່າ 1.9 ໂດ​ລາສະ​ຫະ​ລັດຕໍ່​ຄົນ​ຕໍ່​ວັນ ຄິ​ດ​ເປັນ 9 ເປີ​ເຊັນ ​ຂອງ​ປະ​ຊາ​ກອນ​ລາວ​ທັງ​ໝົດ ຊຶ່ງ​ໃນ​ນີ້​ກໍ​ຍັງ​ແບ່ງ​ເປັນ​ກຸ່ມ​ທີ່​ອາ​ໄສ​ຢູ່​ເຂດ​ໂຕ​ເມືອງ 153,184 ຄົນ ແລະ​ກຸ່ມ​ທີ່​ອາ​ໄສຢູ່​ໃນ​ເຂດ​ຊົນ​ນະບົດ 479,729 ຄົນ ໂດຍ​ແຂວງ​ສະ​ຫວັນ​ນະ​ເຂດເປັນ​ເຂດ ​ທີ​ມີ​ຈຳ​ນວນ​ປະ​ຊາ​ກອນ​ຍາກ​ຈົນ​ຫ​ບາຍ​ທີ່​ສຸດ​ກໍ​ຄື​ເກີນກວ່າ 230,000 ຄົນ ສ່ວນ​ແຂວງ​ພົງ​ສາ​ລີ​ນັ້ນ​ເປັນ​ເຂດ​ສະເລ່ຍ​ທີ່​ມີ​ອັດ​ຕາ​ຄວາມ​ຍາກ​ຈົນ​ສູງ​ທີ່​ສຸດ​ໃນ​ລາວ ໂດຍ​ກວມ​ເອົາ​ເກີນກວ່າ 70 ເປີ​ເຊັນ ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ.ສ່ວນ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ຄາດ​ວ່າ​ຍອດ​ພະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ ຫລື (GDP) ໃນ​ປີ 2022 ຈະ​ຄິດ​ສະ​ເລ່ຍ​ເປັນ​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ລາວ​ທີ່​ລະ ​ດັ​ບ 2,496 ໂດ​ລາສະ​ຫະ​ລັດ ຕໍ່​ຄົນ​ຕໍ່​ປີ ຊຶ່ງ​ລົດ​ລົງ​ຈາກ​ລະ​ດັບ 2,597 ໂດ​ລາ​ສະ​ຫະ​ລັດ ຕໍ່​ຄົນ ໃນ​ປີ 2021 ທີ່​ຜ່ານ​ມາ.

XS
SM
MD
LG