ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

'ການ​ເດີນ​ທາງ​ທີ່​ຍາວ​ນານ': ອາ​ສາ​ສະ​ໝັກ​ຈາກ​ເບ​ລາ​ຣຸ​ສ ສູ້​ລົບ​ເພື່ອ​ຢູ​ເຄ​ຣນ


ອາ​ສາ​ສະ​ໝັກ​ຈາກ​ເບ​ລາ​ຣຸ​ສ ຝຶກ​ແອບ​ທີ່​ສະ​ໜາມ​ຍິງ​ເປົ້າ​ໃກ້ໆ​ວໍ​ຊໍ ປະ​ເທດ​ໂປ​ແລນ ເມື່ອ​ວັນ​ທີ 20 ພຶ​ດ​ສະ​ພາ 2022. ເຂົາ​ເຈົ້າ​ແມ່ນ​ພວກ​ທີ່​ສະ​ໜອງ​ຕອບ ຕໍ່​ການ​ຮ້ອງ​ຂໍ​ ນັກ​ລົບ​ຕ່າງ​ປະ​ເທດ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ເພື່ອ​ຕ້ານ​ການ​ຮຸ​ກ​ຮານ​ຂອງ​ຣັດ​ເຊຍ.
ອາ​ສາ​ສະ​ໝັກ​ຈາກ​ເບ​ລາ​ຣຸ​ສ ຝຶກ​ແອບ​ທີ່​ສະ​ໜາມ​ຍິງ​ເປົ້າ​ໃກ້ໆ​ວໍ​ຊໍ ປະ​ເທດ​ໂປ​ແລນ ເມື່ອ​ວັນ​ທີ 20 ພຶ​ດ​ສະ​ພາ 2022. ເຂົາ​ເຈົ້າ​ແມ່ນ​ພວກ​ທີ່​ສະ​ໜອງ​ຕອບ ຕໍ່​ການ​ຮ້ອງ​ຂໍ​ ນັກ​ລົບ​ຕ່າງ​ປະ​ເທດ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ເພື່ອ​ຕ້ານ​ການ​ຮຸ​ກ​ຮານ​ຂອງ​ຣັດ​ເຊຍ.

ຜູ້​ນຶ່ງ​ເປັນ​ເຈົ້າ​ຂອງ​ຮ້ານ​ອາ​ຫານທີ່​ຫຼົບ​ໜີ​ຈາກ​ເບ​ລາ​ຣຸ​ສ ເວ​ລາ​ລາວ​ໄດ້​ຮັບ​ຂ່າວ​ວ່າ​ລາວ​ພວມ​ຈະ​ຖືກ​ຈັບ ຍ້ອນ​ໄດ້​ຕ້ອງ​ຕິ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເລັກ​ຊານ​ເດີ ລູ​ກາ​ເຊັງ​ໂກ ​ອີກ​ຄົນ​ນຶ່ງ​ໄດ້​ຮັບ​ໂອ​ກາດ​ໃຫ້​ປະ​ນາມ​ໝູ່​ເພື່ອນ​ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ນຳ​ກັນ​ຫຼື​ຖ້າ​ບໍ່​ດັ່ງ​ນັ້ນ​ແລ້ວ​ກໍ​ຈະ​ຖືກ​ຂັງ​ຄຸກ ແລະ​ອີກ​ຄົນ​ນຶ່ງ ແມ່ນ​ແນ່ນອນ​ທີ່​ອ້າຍ​ຂອງ​ລາວ​ໄດ້​ຖືກ​ຂ້າ​ຕາຍ​ໂດຍ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​ດັ່ງ​ກ່າວ ອີງ​ຕາມ​ລາຍ​ງານ​ຂ່າວ​ເອ​ພີ​ຈາກ​ໂປ​ແລນ.

ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ມີ​ຄວາມ​ສາ​ມັກ​ຄີ​ກັນ​ກໍ​ຄື​ການ​ຕັດ​ສິນ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ຈະ​ຕ້ານ​ຢັນ​ລູ​ກາ​ເຊັງ​ໂກ​ດ້ວຍ​ການ​ສູ້​ລົບ​ຕ້ານ​ກຳ​ລັງ​ທະ​ຫານ​ຣັ​ດ​ເຊຍ​ໃນ​ປະ​ເທດ​ຢູ​ເຄ​ຣນ.

ຊາວ​ເບ​ລາ​ຣຸ​ສ​ແມ່ນ​ຮວມ​ຢູ່​ໃນ​ບັນ​ດາ​ກຸ່ມ​ຕ່າງໆ​ທີ່​ໄດ້​ສະ​ໜອງ​ຕອບ​ຕໍ່​ການ​ຮຽກ​ຮ້ອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ​ແຫ່ງ​ຢູ​ເຄ​ຣນ ທີ່​ຂໍ​ໃຫ້​ພວກ​ນັກ​ລົບ​ຕ່າງ​ປະ​ເທດ​ເດີນ​ທາງ​ໄປ​ຢູ​ເຄ​ຣນ ແລະ​ເຂົ້າ​ຮ່ວມກອງ​ກຳ​ລັງ​ນາໆ​ຊາດ​ເພື່ອ​ປົກ​ປັກ​ຮັກ​ສາ​ດິນ​ແດນ​ຢູ​ເຄ​ຣນ ໂດຍ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ບັນ​ຫາ​ຂັດ​ແຍ້ງນີ້ ຊຶ່ງ​ຫຼາຍໆ​ຄົນ​ມອງ​ເຫັນ​ວ່າ ເປັນ​ການ​ສູ້​ລົບ​ລະ​ຫວ່າງ​ຜະ​ເດັດ​ການ​ແລະ​ອິ​ດ​ສະ​ຫຼະ​ພາບ.

ສຳ​ລັບ​ຊາວ​ເບ​ລາ​ຣຸ​ສ​ ທີ່​ຖື​ວ່າ​ຊາວ​ຢູ​ເຄ​ຣນ​ເປັນ​ປະ​ເທດ​ອ້າຍ​ນ້ອງນັ້ນ ສ່ວນ​ໄດ້​ສ່ວນ​ເສຍ​ແຮງ​ມີ​ຄວາມ​ສຳ​ຄັນ​ສູງ​ເປັນ​ພິ​ເສດ.

ທະ​ຫານ​ຣັດ​ເຊຍ​ໄດ້​ໃຊ້​ດິ​ນ​ແດນ​ເບ​ລາ​ຣຸ​ສ​ເປັນ​ບ່ອນ​ບຸກ​ໂຈມ​ຕີ​ຢູ​ເຄ​ຣນ​ໃນ​ຕອນ​ຕົ້ນໆ​ຂອງ​ສົງ​ຄາມ ແລະ​ລູ​ກາ​ເຊັງ​ໂກ​ໄດ້​ຢືນ​ຄຽງ​ຂ້າງຢ່າງ​ເປັນ​ການ​ເປີດ​ເຜີຍ​ກັບປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ​ຊຶ່ງ​ເປັນ​ພັນ​ທະ​ມິດ​ທີ່​ຍາວ​ນານແລະ​ບັນ​ລະ​ຍາຍເຖິງ​ລາວ​ວ່າ ເປັນ “ອ້າຍ​ໃຫຍ່.” ຣັດ​ເຊຍ​ໃນ​ພາກ​ສ່ວນ​ຂອງ​ຕົນ ກໍ​ໄດ້​ສົ່ງ​ເງິນ​ຫຼາຍໆ​ພັນ​ລ້ານ​ໂດ​ລາ​ເຂົ້າ​ໄປ​ຊ່ວຍ​ເສດ​ຖະ​ກິດ​ທີ່​ລັດ​ເປັນ​ຜູ້​ຄວບ​ຄຸມແບບ​ສະ​ຫະ​ພາບ​ໂຊ​ຫວຽດ​ຂອງ​ລູ​ກາ​ເຊັງ​ໂກ ດ້ວຍ​ພະ​ລັງ​ງານ​ລາ​ຄາ​ຖືກ​ແລະ​ເງິນ​ກູ້​ຢືມ.

ການ​ອ່ອນ​ແອ​ລົງ​ຂອງ​ປູ​ຕິນ ຊຶ່ງ​ພວກ​ອາ​ສາ​ສະ​ໝັກ​ເຊື່ອ​ວ່າ ຈະ​ເຮັດ​ໃຫ້​ລູ​ກາ​ເຊັງ​ໂກອ່ອນ​ແອ​ລົງ​ເຊັ່ນ​ດຽວ​ກັນ ຊຶ່ງ​ຜູ້​ກ່ຽວ​ໄດ້​ເຂົ້າ​ກຳ​ອຳ​ນາດ​ມາ​ແຕ່​ປີ 1994 ແລະເປີດ​ໂອ​ກາດ​ໃຫ້​ມີ​ການ​ໂຄ່ນ​ລົ້ມລັດ​ຖະ​ບານ​ຜະ​ເດັດ​ການ​ຂອງ​ລາວ ແລະ​ປ່ຽນ​ແປງ​ໄປ​ສູ່​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ ຂອງ​ປະ​ເທດ ​ທີ່​ມີ​ປະ​ຊາ​ຊົນ​ເກືອບ 10 ລ້ານ​ຄົນ.

ສຳ​ລັບ​ຊາວ​ເບ​ລາ​ຣຸ​ສ​ຫຼາຍໆ​ຄົນ ການ​ມີ​ຖານ​ທັບ​ຢູ່​ໃນ​ປະ​ເທດ​ໂປ​ແລນ ຊຶ່ງ​ເປັນ​ປະ​ເທດ​ແນວ​ໜ້າ​ສຸດ ​ທາງ​ດ້ານ​ຕາ​ເວັນ​ອອກ​ຂອ​ງ​ອົງ​ການ​ເນ​ໂຕ ທີ່​ຕິດ​ກັບ​ເບ​ລາ​ຣຸ​ສ​ແລະ​ຢູ​ເຄ​ຣນ ແລະ​ໄດ້​ກາຍ​ເປັນ​ບ່ອນ​ຫຼົບ​ລີ້​ສຳ​ລັບ​ພວກ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ກ່ອນ​ທີ່​ຈະ​ກາຍ​ມາ​ເປັນ​ບ່ອນ​ຫຼົບ​ລີ້​ສຳ​ລັບ​ພວກ​ອົບ​ພະ​ຍົບ​ຈາກ​ຢູ​ເຄ​ຣນ.

ພວກ​ນັກ​ລົບ​ອາ​ສາ​ສະ​ໝັກ​ຊາວ​ເບ​ລາ​ຣຸ​ສ​ໄດ້​ຢູ່​ໃນ​ປະ​ເທດ​ໂປ​ແລນ​ກ່ອນ​ໜ້ານັ້ນ ແລະ​ບາງ​ຄົນ​ກໍ​ຜ່ານ​ໄປ​ເປັນ​ເວ​ລາ​ສັ້ນໆ ໃນ​ການ​ເດີນ​ທາງ​ໄປ​ຢູ​ເຄ​ຣນ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG