ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ສຳພາດກັບ DJ MissJoy ໃນລາຍການຊຸມຊົນຊາວລາວ ໃນ ອາເມຣິກາ


DJ MissJoy ທຳການສະແດງຢູ່ງານແຫ່ງນຶ່ງ.
DJ MissJoy ທຳການສະແດງຢູ່ງານແຫ່ງນຶ່ງ.

ລາຍ​ການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີ​ໂອ​ເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້ ພວກເຮົາມີການສຳພາດກັບ ດີເຈ ມິສຈອຍ (DJ MissJoy), ລາວແມ່ນນັກສິລະປິນທີ່ທຳການສະແດງຢູ່ນະຄອນ ລາສ ເວກັສ.ພວກເຮົາໄດ້ລົມກັບລາວ ກ່ຽວກັບ ທຳມາຫາກິນຖານຢູ່ ສະຫະລັດ ແລະ ຊີວິດການເປັນຢູ່ຂອງຊາວລາວໃນເມືອງດັ່ງກ່າວ. ເຊີນທ່ານຟັງການສໍາພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.

DJ Missjoy ມີຊື່ແທ້ວ່າ ຈອຍ ຫງ້າວສີວັດ, ລາວແມ່ນນັກສິລະປິນທີ່ມອບຄວາມມ່ວນຊື່ນໃຫ້ແກ່ທຸກຄົນ. ລາວຫຼິ້ນເພງປະເພດເຕັ້ນ ແລະ ອີເລັກໂທຣນິກຢູ່ໃນງານຕ່າງໆທົ່ວ ສະຫະລັດ, ພ້ອມກັບເປັນຜູ້ຈັດລາຍການເພງໃນລາຍການວິທະຍຸ.

ພໍ່ແມ່ຂອງ DJ MissJoy ແມ່ນອົບພະຍົບທີ່ຍ້າຍມາຕັ້ງຖິ່ນຖານຢູ່ ສະຫະລັດ ແຕ່ DJ MissJoy ເກີດຢູ່ ສະຫະລັດ ແລະ ສາມາດເວົ້າພາສາລາວໄດ້ຢ່າງລ່ຽນໄຫຼ.

ໃນຂະນະທີ່ກຳລັງມີຄວາມຂັດແຍ້ງເກີດຂຶ້ນໃນໂລກໃນປັດຈຸບັນນີ້, DJ MissJoy ກໍໄດ້ເວົ້າເຖິງສິ່ງສິ່ງບໍ່ດີຈາກສົງຄາມທີ່ພໍ່ແມ່ຂອງລາວໄດ້ເລົ່າສູ່ເປັນພາສາອັງກິດວ່າ:

DJ MissJoy ອາໄສຢູ່ໃນຕົວເມືອງຂອງນະຄອນ ລາສ ເວກັສ, ລັດ ເນວາດາ, ທາງພາກຕາເວັນຕົກຂອງ ສະຫະລັດ. ເມືອງລາສ ເວກັສ ເປັນນຶ່ງເມືອງທີ່ມີຊື່ສຽງຫຼາຍຂອງ ສະຫະລັດ, ເມືອງທີ່ວ່ານັ້ນເປັນທີ່ຮູ້ຈັກສຳລັບບ່ອນຫຼິ້ນກາຊີໂນ ແລະ ຄວາມບັນເທີງລະດັບໂລກຂອງເຂົາເຈົ້າ.

ຈອຍ ຫງ້າວສີວັດ ຫຼື DJ MissJoy.
ຈອຍ ຫງ້າວສີວັດ ຫຼື DJ MissJoy.

ລາສ ເວກັສ ນອກຈາກຈະເປັນສະຖານທີ່ທ່ອງທ່ຽວແລ້ວ, ປະຊາຊົນກໍອາໄສຢູ່ຫຼາຍເຊັ່ນກັນ, ລວມໃນນັ້ນກໍມີຄົນລາວຢູ່ດ້ວຍ, ເຊິ່ງ DJ MissJoy ກ່າວວ່າ

ໃນການພົບປະສັງສັນຕ່າງໆ DJ MissJoy ກໍໄດ້ໃຫ້ຄວາມບັນເທີງແກ່ທຸກຄົນ, ດ້ວຍການເປັນ DJ ຫຼິ້ນເພງໃຫ້ຄົນຟັງ, ທັງເພງລາວ ແລະ ຕ່າງປະເທດ. ເມື່ອຈິນຕະນາການເບິ່ງແລ້ວຄົງຈະເປັນງານທີ່ມ່ວນຫຼາຍຖ້າມີ DJ ມືອາຊີບຄື DJ MissJoy ມາຫຼິ້ນເພງໃຫ້ຟັງ.

DJ MissJoy ນຸ່ງຊຸດລາວໃນງານບຸນລາວ.
DJ MissJoy ນຸ່ງຊຸດລາວໃນງານບຸນລາວ.

ຢູ່ນະຄອນ ລາສ ເວກັສ ກໍມີສະມາຄົມລາວຄືກັບຢູ່ຫຼາຍໆລັດໃນທົ່ວສະຫະລັດ. ເຊິ່ງຈຸດປະສົງຂອງເຂົາເຈົ້າສ່ວນຫຼາຍກໍແມ່ນເມື່ອການຊ່ວຍເຫຼືອຄົນລາວ ແລະ ເຕົ້າໂຮມສາມັກຄີກັນ.

DJ MissJoy ແມ່ນຄົນທີ່ກິນອາຫານມັງສາວິລັດ, ລາວບໍ່ກິນຊີ້ນ ແລະ ອາຫານມັງສາວິລັດຂອງລາວເຮົານັ້ນແມ່ນຫາໄດ້ຍາກຫຼາຍ, ເຊິ່ງແທ້ຈິງແລ້ວເກືອບວ່າບໍ່ມີຂາຍເລີຍ.

DJ MissJoy ໄດ້ເລີ່ມເປັນ DJ ຕັ້ງແຕ່ຕອນຮຽນຈົບຊັ້ນມັດທະຍົມປາຍໃໝ່. ລາວໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລໄດ້ບໍ່ດົນ ເມື່ອຮູ້ຈັກວ່າຕົນເອງນັ້ນມັກເພງ ແລະ ການເປັນ DJ ຫຼາຍກວ່າ.

ກ່ອນຈະມາໄດ້ເຖິງຈຸດນີ້ໄດ້ DJ MissJoy ແມ່ນໄດ້ຮັບການຊ່ວຍເຫຼືອຈາກຫຼາຍຄົນ, ແລະ ປັດຈຸບັນນີ້ລາວມີຕົວແທນ, ລາວໄດ້ເຊັນສັນຍາເຮັດວຽກນຳເຂົາເຈົ້າຕັ້ງແຕ່ປີິ 2004. ລາວເວົ້າວ່າຕົວແທນຂອງລາວແມ່ນມີຊື່ສຽງ, ແລະ ເປັນມືອາຊີບຫຼາຍ.

DJ MissJoy ທຳການສະແດງສ່ວນຫຼາຍຢູ່ທີ່ ລາສ ເວກັສ, ໂຮງແຮມ, ຮ້ານອາຫານ ແລະ ໄນຄລັບຕ່າງໆ.

ສະລອຍນໍ້າຢູ່ເທິງຍອດຕຶກ, ບ່ອນທີ່ DJ MissJoy ທຳການສະແດງ.
ສະລອຍນໍ້າຢູ່ເທິງຍອດຕຶກ, ບ່ອນທີ່ DJ MissJoy ທຳການສະແດງ.

DJ MissJoy ໄດ້ເຄີຍໄປປະເທດລາວຫຼາຍເທື່ອແລ້ວ, ສ່ວນຫຼາຍແມ່ນໄປງານສິລະປະ ແລະ ເປັນດີເຈ.DJ MissJoy ຍັງເປັນສາວໂສດ, ບໍ່ທັນໄດ້ແຕ່ງງານເທື່ອ, ແຕ່ລາວເວົ້າວ່າມີແຟນ ຫຼືວ່າຄົນຮັກແລ້ວ. ເປັນຄົນ ຟີລິປິນ, ເຊິ່ງເຂົາເຈົ້າໄດ້ເປັນໝູ່ຮັກກັນມາແຕ່ດົນ.

ຖ້າທ່ານມັກເພງປະເພດເຕັ້ນ ແລະ ອີເລັກໂທຣນິກ ແລະ ຢາກຟັງການຫຼິ້ນເພງຂອງ DJ MissJoy ນັ້ນ, ທ່ານສາມາດເຂົ້າໄປຟັງໄດ້ດ້ວຍການກົດລິ້ງຢູ່ທາງລຸ່ມນີ້.

https://soundcloud.com/djmissjoy

XS
SM
MD
LG