ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ໃນ​ນະ​ຄອນ​ກີ​ຢິບ ຫົວ​ໜ້າ​ສະ​ຫະ​ປະ​ຊາ​ຊ​າດ ສັນ​ຍາ ຈະ​ໃຫ້​ການຊ່ວຍ​ເຫຼືອ​ເພີ້ມ​ຂຶ້ນ​ ແກ່​ຢູ​ເຄ​ຣນ


ເລ​ຂ​າ​ທິ​ການ​ໃຫ​ຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ​ ກິວ​ເຕ​ເຣັ​ສ ພົບ​ປະ​ກັບປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລ​ນ​ສ​ກີ ​ທີ່​ນະ​ຄອນ​ຫລວງ​ກີ​ຢິບ
ເລ​ຂ​າ​ທິ​ການ​ໃຫ​ຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ​ ກິວ​ເຕ​ເຣັ​ສ ພົບ​ປະ​ກັບປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລ​ນ​ສ​ກີ ​ທີ່​ນະ​ຄອນ​ຫລວງ​ກີ​ຢິບ

ເລ​ຂາ​ທິ​ການ​ໃຫ​ຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາ​ດ ທ່ານ​ແອນ​ໂຕ​ນິ​ໂອ ກິວເຕ​ເຣັ​ສໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ບໍ່​ຍອມ​ແພ້​ເທື່ອ​ໃນການ​ຫາ​ທາງເພື່ອ​ຍຸ​ຕິສົງ​ຄາມຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນແລະ​ຈະໃຫ້​ການ​ສະ​ໜັບ​ສະ​ໜູນ​ເພີ້ມຂຶ້ນ​ແກ່​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ ​ໃນລະ​ຫ​ວ່າງ​ການ​ຢ້ຽມ​ຢາ​ມ ​ນະ​ຄອນ​ຫຼວງ​ກິ​ຢິບ​ ໃນ​ວັນ​ພະ​ຫັດ​ວານ​ນີ້.

​ທ່ານ​ກິ​ວ​ເຕ​ເຣັ​ສ ໄດ້​ກ່າວ​ລະ​ຫວ່າງການ​ຖະ​ແຫຼງ​ຂ່າວ ຮ່ວມ​ກັບ ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລ​ນ​ສ​ກີ ​ວ່າ “ສົງ​ຄາ​ມ​ນີ້ຕ້ອງ​ສິ້ນ​ສຸດ ແລະ​ສັນ​ຕິ​ພາບ​ຕ້ອງໄດ້​ຮັບ​ການ​ສ້າງ​ຕັ້ງ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ກົດບັດຂອງ​ສະ​ຫະ​ປະ​ຊ​າ​ຊາດ ແລະ​ກົດ​ໝາຍ​ສາ​ກົນ.”

​ບັນ​ດາ​ຜູ້​ນຳ​ທັງ​ສອງ​ໄດ້​ພົບ​ປະ​ກັນ​ເປັນ​ເວ​ລາ 90 ນາ​ທີ ໃນ​ວັນ​ພະ​ຫັດ​ວານ​ນີ້ ຢູ່​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ເຊ​ເລນ ​ສ​ກີ ຢູ່ໃນ​ນະ​ຄອນ​ຫລວງ.

ຫົວ​ໜ້າ​ອົງ​ການສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ມາ​ທີ່​ນີ້​ເພື່ອເນັ້ນ​ໜັກ​ໃສ່​ຊ່ອງ​ທາງ ທີ່ສະ​ຫະ​ປະ​ຊາ​ຊາດ ສາ​ມາດ​ຂະ​ຫຍາຍ​ການ​ສະ​ໜັບ​ສະ​ໜູນ​ແກ່​ປະ​ຂາ​ຊົນ​ຢູ​ເຄ​ຣນໄດ້ຢ່າງ​ໃດ ຮັກ​ສາ​ຊີ​ວິດ​ ຫລຸດ​ຜ່ອນ​ຄວາມ​ທຸກ​ທໍ​ລະ​ມານ ແລະ​ຊ່ວຍ​ຊອກ​ຫາ​ທາງ​ໄປ​ສູ່​ສັນ​ຕິ​ພາບ. ​ຂ້າ​ພະ​ເຈົ້າຕ້ອງ​ການ ​ຢາກ​ໃຫ້ປະ​ຊາ​ຊົນ​ຢູ​ ເຄ​ຣນຮູ້​ວ່າ ໂລກ​ເຫັນ​ພວກ​ທ່ານ ໄດ້​ຍິນ​ພວກ​ທ່ານ ແລະເຫຼື້ອ​ໃສ​ໃນ​ຄວາມປັບ​ຕົວ​ ແລະ​ການ​ຕັດ​ສິນ​ໃຈ​ຂອງ​ພວກ​ທ່ານ​.”

ທ່ານ​ກິວ​ເຕ​ເຣັ​ສ ຜູ້​ທີ່​ໄດ້​ຖືກ​ຕຳ​ນິ​ຢູ່​ກິ​ຢິບວ່າ ເດີນ​ທາງ​ໄປ​ມົ​ສ​ກູ​ກ່ອນ ໄດ້​ເປັນ​ທີ່​ຈະແຈ້ງຕໍ່​ທ່າ​ທີ​ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ສົງ​ຄາມ.

ທ່ານ​ກ່າວ​ວ່າ “ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຢູ່​ທີ່ມົ​ສ​ກູ ການ​ຮຸກ​ຮານ​ຢູ​ເຄ​ຣນ ຂອງ​ຣັດ​ເຊຍ ເປັນ​ການ​ລະ​ເມີດຕໍ່​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ ແລະ​ກົດ​ບັດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.”

ທ່ານ​ເຊ​ເລນ​ສ​ກີ ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ສະ​ຫະ​ປະ​ຊາ​ຊາດ ກຳ​ລັງ​ເຮັດ​ໃຫ້​ ຢູ​ເຄຣນ​ເປັນບູ​ລິ​ມະ​ສິດ.

ທ່ານ​ເຊ​ເລນ​ສ​ກີ ກ່າວ​ວ່າ “ຢູ່​ໃນ​ຢູ​ເຄ​ຣນ ພວກ​ເຮົາ​ປ້ອງ​ກັນ​ຫລັກ​ການ​ຂອງ​ກົດບັດສະ​ຫະ​ປະ​ຊ​າ​ຊາດ. ​ຂ້າ​ພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ທ່ານ​ກິວ​ເຕ​ເຣັ​ສ ​ໃນ​ຄວາມ​ກະ​ຈ່າງ​ແຈ້ງ ​ຊື່​ຕົງ​ໄປ​ໜ້າ​ກ່ຽ​ວ​ກັບທ່າ​ທີໃນ​ສົງ​ຄາມທີ່ຣັດ​ເຊຍ​ໄດ້​ເຮັດຕໍ່​ຢູ ເຄ​ຣນ. ​ພວກ​ເຮົາ​ເຫັນ​ຄຸນ​ຄ່າ​ຄວາມ​ພະ​ຍາຍ​າມ​ຂອງ​ທ່ານ ​ທີ່​ໃຊ້ກົນ​ໄກ​ໃນ ໄມ​ຕີ​ຈິດ​ມິດ​ຕະ​ພາບ. ​ພວກ​ເຮົາຕ້ອງການ​ໃຊ້​ທາງ​ເລືອກ​ທີ່​ມີ​ຢູ່​ທັງ​ໝົດເພື່ອ​ສັນ​ຕິ​ພາບ.

ນະ​ຄອນ​ຫລວງ​ຢູ​ເຄ​ຣນ​ບໍ່​ໄດ້​ມິດ​ງຽບ ລະ​ຫວ່າງ​ການ​ຢ້ຽມ​ຢາມ​. ສຽງ​ລະ​ເບີດ​ໄດ້ດັງ​ຂຶ້ນ​ທີ່​ສາ​ມາດໄດ້​ຍິນລະ​ຫວ່າງກອງ​ປະ​ຊຸມ​ນັກ​ຂ່າວ ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດຢູເຄ​ຣນ ໄດ້​ສົ່ງ​ຂໍ້​ຄວາມມ​ທາງທ​ວິດເຕີ້ວ່າ ຣັດ​ເຊຍໄດ້​ແນ​ເປົ້າ​ໝາຍ​ໃສ່​ນະ​ຄອນ​ຫຼວງດ້ວຍລູກ​ສອນ​ໄຟ​ຄ​ຣູ​ສ.

U.N. Secretary-General Antonio Guterres pledged that the world body would not give up on ending Russia's war in Ukraine and would scale up support to the Ukrainian people during a visit Thursday to Kyiv.

"This war must end, and peace must be established in line with the charter of the United Nations and international law," Guterres said during a joint press conference with Ukrainian President Volodymyr Zelenskyy.

The two leaders met for 90 minutes Thursday at Zelenskyy's office in the capital.

"I am here to focus on ways on how the U.N. can expand support for the people of Ukraine, saving lives, reduce suffering and help find the path of peace," the U.N. chief said. "I want the Ukrainian people to know that the world sees you, hears you, and is in awe of your resilience and resolve."

Guterres, who had been criticized in Kyiv for going to Moscow first, was clear on the U.N. position on the war.

"As I said in Moscow, Russia's invasion of Ukraine is a violation of its territorial integrity and of the Charter of the United Nations," he said.

Zelenskyy said he believes the U.N. is making Ukraine a priority.

"In Ukraine, we are defending the principles of the U.N. Charter," Zelenskyy said. "I'm grateful to Mr. Guterres for his clear, straightforward position with regards to the war unleashed by Russia against Ukraine. We value your attempts to use the goodwill mechanism. We need to use any option for the sake of peace."

The capital was not quiet during the visit. Explosions could be heard during the news conference, and Ukraine's foreign minister tweeted that the Russians had targeted the city with cruise missiles.

XS
SM
MD
LG