ອົບພະຍົບຢູເຄຣນໃນຈຳນວນຫລາຍຂຶ້ນ ຈະໄດ້ຮັບອະນຸຍາດ ໃຫ້ເຂົ້າມາໃນສະຫະລັດ ພາຍໃຕ້ແຜນການໃໝ່ ທີ່ ໄດ້ປະກາດໂດຍລັດຖະບານທ່ານໄບເດັນ ໃນວັນພະຫັດວານນີ້.
ມາຮອດປັດຈຸບັນ ມີຊາວຢູເຄຣນຈຳນວນຫລາຍ ທີ່ໄດ້ພາກັນຫລົບໜີສົງຄາມກັບຣັດເຊຍແລະພະຍາຍາມເຂົ້າມາ ສະຫະລັດ ໂດຍພະຍາຍາມຂໍວີຊ່າທີ່ດ່ານ ຊາຍແດນເມັກຊິໂກ ແຕ່ວ່າແຜນການໃໝ່ຈະເຮັດໃຫ້ເສັ້ນທາງນັ້ນຍາກຂື້ນຕື່ມ ໃນຂະນະທີ່ມີຈັດລະບຽບກ່ຽວກັບການຍື່ນຄຳຮອງເຂົ້າມາ.
ມີຊາວຢູເຄຣນປະມານ 3,300 ຄົນ ໄດ້ຂໍລີ້ໄພຜ່ານຊາຍແດນທາງພາກໃຕ້ໃນເດືອນມີນາຜ່ານມາ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.
ສະຫະລັດຄາດວ່າ ຈະມີຊາວອົບພະຍົບເຖິງ 100,000 ຄົນ ໂດຍມີ 15,000 ຄົນໄດ້ເຂົ້າມາໃນປະເທດແລ້ວ ນັບແຕ່ສົງຄາມໄດ້ເລີ້ມຂຶ້ນໃນວັນທີ 24 ກຸມພາ.
ລັດຖະມົນຕີຮັກສາຄວາມປອດໄພພາຍໃນສະຫະລັດ ທ່ານອາເລຮັນໂດຣ ມາໂຢກາສ ໄດ້ກ່າວຢູ່ໃນຖະແຫລງການກ່ຽວກັບການດຳເນີນຄວາມພະຍາຍາມໃນເລື້ອງນີ້ວ່າ “ພວກເຮົາພູມໃຈທີ່ຈະປະຕິບັດໃນຄວາມໝັ້ນໝາຍຂອງປະ ທານາທິບໍດີໄບເດັນ ທີ່ຈະຕ້ອນຮັບຊາວຢູເຄຣນ 100,000 ຄົນແລະພວກອື່ນໆອີກ ທີ່ ຫລົບໜີຈາກການຮຸກຮານ ຂອງ ຣັດເຊຍມາສະຫະລັດ.”
ທ່ານກ່າວເພີ້ມອີກ ໂດຍອ້າງອີງເຖິງ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ວ່າ “ປະຊາຊົນຢູເຄຣນ ຍັງສືບຕໍ່ໄດ້ຮັບໂສກນາດຕະກຳ ແລະການສູນເສຍ ຢ່າງໃຫຍ່ຫລວງ ອັນເປັນຜົນຈາກການໂຈມຕີຂອງປູຕິນທີ່ບໍ່ໄດ້ມີການ ທ້າທາຍເກາະຜິດໃດໆ ແລະບໍ່ເປັນທຳ ຕໍ່ປະເທດເຂົາເຈົ້າ.”
ສະຫະລັດກ່າວວ່າ ຊາວອົບພະຍົບຢູເຄຣນຫລາຍຄົນ ຕ້ອງການຢາກຢູ່ໃກ້ກັບ ຢູເຄຣນ ເພາະວ່າເຂົາເຈົ້າມີຄວາມ ຫວັງທີີ່ຈະກັບຄືນບ້ານໃນມື້ນຶ່ງ.
ເພື່ອຈະໄດ້ຮັບສິດ ພາຍໃຕ້ກົດລະບຽບໃໝ່ ໃນໂຄງການ “ເພື່ອເຕົ້າໂຮມຊາວ ຢູເຄຣນ” ຊຶ່ງຈະເລີ້ມໃນອາທິດໜ້ານີ້ ຜູ້ຍື່ນຄຳຮ້ອງ ຕ້ອງໄດ້ຢູ່ທີ່ຢູເຄຣນ ໃນວັນທີ 11 ເດືອນມີນາ ມີຄອບຄົວຜູ້ຮັບປະກັນ ໄດ້ສັກຢາ ແລະຜ່ານການກວດສອບເບື້ອງຫລັງແລ້ວ.
More Ukrainian refugees will be allowed to come to the United States under a new plan announced by the Biden administration Thursday.
So far, many Ukrainians fleeing the war with Russia and trying to come to the U.S. have tried via the border with Mexico, but the new plan will make that route more difficult while streamlining applications.
Some 3,300 Ukrainians have sought refuge via the southern border in March, the Reuters news agency reported.
“We are proud to deliver on President [Joe] Biden's commitment to welcome 100,000 Ukrainians and others fleeing Russian aggression to the United States," Homeland Security Secretary Alejandro Mayorkas said in a statement announcing the effort.
"The Ukrainian people continue to suffer immense tragedy and loss as a result of Putin's unprovoked and unjustified attack on their country," he added, referencing Russian President Vladimir Putin.
The U.S. says more Ukrainian refugees want to remain close to Ukraine because they hope to return one day.
To qualify under the new “Uniting for Ukraine” program, which starts next week, applicants must have been in Ukraine as of February 11, have a family sponsor, be vaccinated and pass a background check.