ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ພາບ​ການ​ຕິດ​ພະ​ຍາ​ດ​ໂຄວິດ-19 ໃນ​ລາວໄດ້​ຂຶ້ນ​ສູ່​ ລະ​ດັບ 3 ແລ້ວ ແລະ​ຄາດ​ວ່າ​ຈະ​ມີ​ຄວາມ​ຮຸນ​ແຮງ​ເພີ້ມ​ຂຶ້ນ ການສະຫຼອງບຸນປີໃໝ່ລາວ


​ຄົນ​ນັ່ງ​ໃນ​ລົດ​ໂດຍ​ບໍ່​ໄດ້​ໃສ່​ໜ້າ​ກາກ​ປິດ​ປາກ ຊຶ່ງ​ເປັນ​ການສ່ຽງຕໍ່ການ​ຕິດ​ໂຄວິດ-19 ໃນ​ຊ່ວງ​ບຸນ​ປີ​ໃໝ່ ໃນະຄອນຫຼວງວຽງຈັນ,​ ວັນ​ທີ 13 ເມສາ 2022
​ຄົນ​ນັ່ງ​ໃນ​ລົດ​ໂດຍ​ບໍ່​ໄດ້​ໃສ່​ໜ້າ​ກາກ​ປິດ​ປາກ ຊຶ່ງ​ເປັນ​ການສ່ຽງຕໍ່ການ​ຕິດ​ໂຄວິດ-19 ໃນ​ຊ່ວງ​ບຸນ​ປີ​ໃໝ່ ໃນະຄອນຫຼວງວຽງຈັນ,​ ວັນ​ທີ 13 ເມສາ 2022

ສະ​ພາບ​ການ​ຕິດ​ພະ​ຍາ​ດ​ໂຄວິດ-19 ໃນ​ລາວໄດ້​ຂຶ້ນ​ສູ່​ລະ​ດັບ 3 ແລ້ວ ແລະ​ຄາດ​ວ່າ​ ຈະ​ມີ​ຄວາມ​ຮຸນ​ແຮງ​ເພີ້ມ​ຂຶ້ນ ການສະຫຼອງບຸນປີໃໝ່ລາວ ພ.ສ. 2565. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານພອນປະເສີດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະລະບາດວິທະຍາ ຢືນຢັນວ່າ ສະ​ພາ​ວະການຕິດເຊື້ອ ພະຍາດໄ​ວຣັສ COVID-19 ຂອງປະຊາຊົນລາວໃນປັດຈຸບັນ ໄດ້​ຂຶ້ນ​ສູ່ລະດັບ 3 ແລ້ວ ກໍ​ຄືມີການລະບາດໃນຊຸມ ຊົນຢ່າງ​ກວ້າງ​ຂວາງ ​ແລະ​ຕໍ່​ເນື່ອງ​ ແລະຍັງບໍ່ຮູ້ຢ່າງ​ຊັດ​ເຈນວ່າແມ່ນ​ໃຜ​ຕິດ​ເຊື້ອຈາກຜູ້​ໃດ ຫຼືວ່າ​ໄດ້​ຮັບເຊື້ອມາ ຈາກແຫລ່ງ​ໃດ ເຊິ່ງ​ເມື່ອສົມ​ທົບກັບການສະເຫລີມສະຫລອງບຸນປີໃໝ່ລາວປີ 2565 ທີ່​ມີ​ການ​ຖືເບົາຕໍ່ມາດຕະ ການ ສະ​ກັດ​ກັ້ນ ການລະບາດຂອງພະຍາດໂຄວິດ-19 ດ້ວຍແລ້ວ ຍິ່ງຈະເຮັດໃຫ້ສະພາບຂອງການຕິດເຊື້ອ Covid-19 ໃນລາວຮຸນແຮງເພີ້ມຂຶ້ນ ຫລັງຈາກການສະຫລອງບຸນປີໃໝ່ລາວແລ້ວນັ້ນ ເພາະ​ວ່າ​ໄວ​ຣັ​ສ​ໂຄ​ວິດ- 19 ທີ່ລະບາດໃນລາວໃນເວລານີ້ ແມ່ນສາຍພັນໃໝ່ Omicron ທີ່ຕິດຕໍ່​ກັນໄດ້ງ່າຍ ອັນຈະພາໃຫ້ມີຜູ້ເສຍຊີວິດ ເພີ້ມຂຶ້ນອີກ​ດ້ວຍ ດັ່ງ​ທີ່ ທ່ານພອນປະເສີດ ຢືນຢັນວ່າ:
"ອັດຕາການເສຍ​ຊີ​ວິດ ເຖິງວ່າໜ້ອຍ​ດຽວ ແຕ່ຜູ້ຕິດເຊື້ອມັນຫຼາຍ ມັນກະ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດເກີດ​ຂຶ້ນ​ຫລາຍ ແລ້ວກໍ​ໃນ​ຫັ້ນກະ​ມີ​ຄົນເຂົ້າ​ໂຮງ​ໝໍ​ຫລາຍ​ຂຶ້ນ ມີປະຊາຊົນຈໍານວນຫຼາຍ ໄປໂຮງຫມໍ ເຮັດໃຫ້ພວກເຮົາ ອາດ​ຈະມີຄວາມຫຍຸ້ງຍາກຫຼາຍ ໃນການຮອງຮັບຜູ້ທີ່ເຈັບເປັນ. ສະນັ້ນແລ້ວ ເຮົາ​ກໍມີຄວາມສ່ຽງວ່າສາຍພັນ Omicron ອາດຈະລະ​ບາ​ດ​ຂຶ້ນ​ແລ້ວ​ຊິເຮັດ​ໃຫ້​ພ​ວກ​ເຮົາ​ຫຍຸ້ງ​ຍາກ ຄື​ສະ​ພາບ​ຜ່ານ​ມາ​ຫັ້ນ ເຮົາ​ຈັດຢູ່​ໃນ​ຂັ້ນ 3 ແລະ​ການ​ຕິດ​ເຊື້ອ​ນີ້​ ກໍ​ແມ່ນ​ການ​ຕິດ​ເຊື້ອບໍ່ຮູ້ວ່າຕິດນຳ​ໃຜ ຢູ່ບໍ່​ຢູ່​ແລ້ວກໍບອກວ່າ ມີການຕິດເຊື້ອເກີດ​ຂຶ້ນ ຊຶ່ງ​ມັນສະແດງໃຫ້ເຫັນເຖິງສັນ​ຍານ​ຂອງການລະບາດຂັ້ນ​ທີ 3 ນອກ​ຈາກນັ້ນ​ແລ້ວ ສາຍພັນທີ່ຈະປ່ຽນໄປເລື້ອຍໆ ພວກເຮົາ​ກໍ​ຍັງ​ມີມີຄວາມສ່ຽງ ເພາະວ່າເຊື້ອໄວຣັສ ມັນ​ກໍຕ້ອງເອົາ​ຕົວຢູ່ລອດ.”

ທັງ​ນີ້ ສາເຫດສຳຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນລາວຕິດເຊື້ອໄວຣັສໂຄວິດ-19 ແລະເສຍຊີວິດຫຼາຍ ຂຶ້ນນັບມື້ ກໍເພາະວ່າ ການສັກຢາວັກຊີນກັນໂຄວິດ-19 ຍັງກະຈາຍໄປບໍ່ເຖິງກຸ່ມເປົ້າໝາຍ ທີ່ຈະຕ້ອງ ໄດ້ຮັບການສັກຢາ ວັກຊີນຢ່າງຮີບດ່ວນ ກໍຄືຜູ້ທີ່ອາຍຸແຕ່ 60 ປີຂຶ້ນໄປ ຜູ້ທີ່ມີໂຣກປະຈຳໂຕ ແມ່ຍິງທີ່ຖືພາ ເກີນ 12 ສັບປະດາ ແລະ ເຍົາວະຊົນທີ່ອາຍຸ 18 ປີລົງມາ ຊຶ່ງຜົນຈາກການສຶກສາວິໄຈໃນລາວ ພົບວ່າ 85 ເປີເຊັນຂອງຈຳນວນຜູ້ຕິດໂຄ ວິດ-19 ແລະ 84.6 ເປີເຊັນຂອງຈຳນວນຜູ້ເສຍຊີວິດທັງໝົດນັ້ນ ກໍຄືກຸ່ມປະຊາກອນລາວ ທີ່ຍັງບໍ່ທັນໄດ້ຮັບການ ສັກຢາວັກຊີນກັນໂຄວິດ-19 ທີ່​ຕິດ​ເຊື້ອ​ມາ​ຈາກ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ດຽວ​ກັນ.

ນອກນັ້ນ ການສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ກຸ່ມເປົ້າໝາຍກໍຄືຜູ້ສູງອາຍຸ ແລະເຍົາວະຊົນ ອາຍຸລະຫວ່າງ 6-17 ປີນັ້ນ ຍັງຈັດຕັ້ງປະຕິບັດໄດ້ຕໍ່າກວ່າແຜນການທີ່ວາງໄວ້ ເພາະປາກົດມີປະຊາຊົນລາວ ຈຳນວນຫຼາຍຍັງ ບໍ່ເຊື່ອໝັ້ນໃນຄວາມປອດໄພຕໍ່ສຸຂະພາບຮ່າງກາຍຫຼັງຈາກສັກຢາວັກຊີນໃຫ້ພໍ່-ແມ່ ແລະລູກຫຼານຂອງພວກເຂົາ​ເຈົ້າແລ້ວນັ້ນ ໂດຍສະເພາະແມ່ນກຸ່ມເຍົາວະຊົນທີ່ອາຍຸ 6-11 ປີ ກັບອາຍຸ 12-17 ປີ ທີ່ຕ້ອງໄປຮຽນໜັງສືຢູ່ທີ່ ໂຮງຮຽນຕາມປົກກະຕິໃນທົ່ວປະເທດ ນັບແຕ່ຕົ້ນເດືອນເມສາ 2022 ນີ້ ເປັນຕົ້ນໄປ ຍ່ອມຖືເປັນກຸ່ມທີ່ມີຄວາມ ສ່ຽງສູງທີ່ຈະຕິດໄວຣັສໂຄວິດ-19 ເພາະວ່າກຸ່ມເຍົາວະຊົນລາວ ດັ່ງກ່າວໄດ້ຮັບການສັກຢາວັກຊີນເຂັມທີ 2 ຄິດເປັນອັດຕາສະເລ່ຍພຽງ 61.8 ເປີເຊັນ ແລະ 52.3 ເປີເຊັນ ຕາມລຳດັບ.

ທັງນີ້ ໂດຍເຍົາວະຊົນລາວ ອາຍຸລະຫວ່າງ 6-17 ປີ ທີ່ເປັນເປົ້າໝາຍການສັກວັກຊີນກັນໄວຣັສໂຄວິດ-19 ມີຈຳນວນຫຼາຍກວ່າ 1.7 ລ້ານຄົນ ໃນທົ່ວປະເທດ ແຕ່ກໍຍັງບໍ່ສາມາດກຳນົດໄດ້ວ່າ ຈະສັກຢາວັກຊີນກັນ ໄວຣັສໂຄວິດ-19 ໃຫ້ກັບເຍົາວະຊົນກຸ່ມນີ້ ໄດ້ຢ່າງຄົບຖ້ວນເມື່ອໃດເພາະວ່າ ນອກຈາກບັນຫາກ່ຽວກັບຄວາມ ເຊື່ອໝັ້ນຂອງປະຊາຊົນດັ່ງກ່າວແລ້ວ ຍັງຕ້ອງປະສົບບັນຫາຫຍຸ້ງຍາກໃນການເດີນທາງໄປໃນເຂດຊົນນະບົດ ຫ່າງໄກສອກຫລີກອັນເຮັດໃຫ້ເກີດການຊັກຊ້າ ໃນການດຳເນີນງານແລະບໍ່ສາມາດວາງແຜນການສັກຢາ ວັກຊີນໃຫ້ກັບເຍົາວະຊົນທີ່ຢູ່ໃນເຂດຊົນນະບົດໄດ້ຢ່າງຄັກແນ່ອີກດ້ວຍ.

ໂດຍລັດຖະບານລາວໄດ້​ຮັບຊ່ອຍເຫຼືອດ້ານຢາວັກຊີນກັນໄວຣັສໂຄວິດ-19 ຈາກຕ່າງ​ປະ​ເທດ ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາຊຶ່ງພຽງພໍສຳລັບການເພີ້ມເປົ້າໝາຍຂອງການສັກວັກຊີນຈາກ 80 ເປີເຊັນເປັນ 87 ເປີເຊັນ ຂອງ ປະຊາກອນລາວໃຫ້​ໄດ້ພາຍໃນທ້າຍປີ 2022 ນີ້ ທັງ​ນີ້ລັດຖະບານລາວ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ຈາກ​ລັດ​ຖະ​ບານ ຈີນ ຫລາຍກວ່າ 10 ລ້ານ​ໂດ​ສ. ສ່ວນລັດຖະບານສະຫະລັດອາເມຣິກາທີ່​ໄດ້ໃຫ້ການຊ່ອຍ ເຫຼືອຜ່ານໂຄງການ COVAX ຂອງອົງການອະນາໄມໂລກ (WHO) ນັ້ນ ກໍຍັງເຮັດໃຫ້ລາວມີຢາວັກຊີນ ຫຼາຍຊະນິດ ທີ່ສາມາດສັກ ໃຫ້ກັບປະຊາຊົນລາວແລະຕ່າງຊາດທີ່ຢູ່ໃນລາວໄດ້ເພີ້ມຂຶ້ນ ທັງຍັງເປັນການ ສ້າງພູມຄຸ້ມກັນລວມໝູ່ ທີ່ຈະເຮັດ ໃຫ້ປະຊາຊົນລາວ ສາມາດຈະດຳລົງຊີວິດປົກກະຕິແບບໃໝ່ໄດ້ໄວຂຶ້ນອີກ ດ້ວຍ. ທັງ​ນີ້ລັດຖະບານສະຫະລັດ ອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວແລ້ວ ຫລາຍກວ່າ 13 ລ້ານໂດລາ ຜ່ານອົງການ WHO ກັບ UNICEF ແລະ USAID ໃນນີ້ກໍລວມມີຢາວັກຊີນ Johnson & Johnson ແລະ Pfizer ຈຳນວນເກີນກວ່າ 2.7 ລ້ານໂດສ ທັງ​ຍັງ​ໄດ້​ກະ​ກຽມການ​ຊ່ວຍ​ເຫລືອ​ເພື່ອ​ຟື້ນ​ຟູ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ-ຂະ​ໜາດ​ກາງ ຫລື SME ໃນ​ລາວ​ອີກ​ດ້ວຍ.

XS
SM
MD
LG