ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານນາງແຈແນັດ ເຢລເລັນ ມີແຜນຈະພົບປະກັບນາຍົກລັດຖະມົນຕີຢູເຄຣນ ທ່ານເດນິສ ເຊີມິໂຮລ ລະຫວ່າງກອງປະຊຸມໃຫຍ່ໃນອາທິດນີ້ ຂອງບັນດາຜູ້ນຳເສດຖະກິດໂລກທີ່ນະຄອນຫລວງວໍຊິງຕັນ ແຕ່ວ່າທ່ານນາງຈະພະຍາຍາມຫລີກລ່ຽງທີ່ສຸດ ໃນການຕິດຕໍ່ ກັບພວກເຈົ້າໜ້າທີ່ຣັດເຊຍ ຜູ້ມີແຜນເຂົ້າຮ່ວມກອງປະຊຸມ ຊຶ່ງພາກສ່ວນນຶ່ງ ແມ່ນຈັດຜ່ານທາງອອນລາຍນ໌.
ການຮຸນຮານຂອງຣັດເຊຍຕໍ່ຢູເຄຣນແລະບັນດາປະເທດມະຫາອຳນາດຄວນຄຸມຄອງແບບໃດ ຕໍ່ຜົນກະທົບດ້ານເສດຖະກິດ ເພື່ອບໍ່ໃຫ້ແຜ່ລາມໄປໃສ່ດ້ານອື່ນໆ ຮວມທັງຄວາມປອດໄພທາງດ້ານອາຫານ ຊຶ່ງຈະເປັນຈຸດໃຈກາງ ຂອງກອງປະ ຊຸມໃນລະດູບານໃໝ່ ຂອງອົງການກອງທຶນສາກົນ ແລະທະນາຄານໂລກ.
ໃນວັນອັງຄານມື້ນີ້ ທ່ານນາງເຢລເລັນ ຈະນຳພາຄະນະລັດຖະມົນຕີການເງິນ ທະນາຄານພັດທະນາສາກົນ ແລະສະຖາບັນຕ່າງໆ ເພື່ອສົນທະນາກ່ຽວກັບວ່າ ເຂົາເຈົ້າຈະໃຊ້ຊັບພະຍາກອນຢ່າງໃດ ເພື່ອແກ້ໄຂບັນຫາຄວາມບໍ່ໝັ້ນຄົງທາງດ້ານອາຫານ.
ກອງປະຊຸມໃນປີນີ້ ຈະດຳເນີນໄປຈົນເຖິງວັນສຸກ ແລະຈະຮວມການປະສົມປະສານທັງເຫດການຕ່າງໆ ຜ່ານທາງອອນລາຍນ໌ຂອງສ່ວນບຸກຄົນທີ່ເຂົ້າຮ່ວມ.
ພວກເຈົ້າໜ້າທີ່ການເງິນຣັດເຊຍ ຄາດວ່າຈະເຂົ້າຮ່ວມຢູ່ໃນຫລາຍເຫດການຜ່ານທາງອອນລາຍນ໌ ອີງຕາມເຈົ້າໜ້າທີ່ອາະວຸໂສດ້ານການເງິນຄົນນຶ່ງ ຜູ້ທີ່ກ່າວໂດຍບໍ່ປະສົງອອກຊື່ ໃນການທົບທວນແຜນຕໍ່ກອງປະຊຸມ.
ທ່ານນາງເຢລເລັນ ຈະເຂົ້າຮ່ວມ ຖ້າຫາກລັດຖະມົນຕີຣັດເຊຍຢູ່ທີ່ນັ້ນໃນກອງປະຊຸມນຶ່ງຫລືສອງ ແຕ່ຈະບໍ່ເຂົ້າຮ່ວມທຸກໆກອງປະຊຸມ ຊຶ່ງເຈົ້າໜ້າທີ່ໄດ້ກ່າວ ເພີ້ມອີກວ່າ ການມີໜ້າຂອງພວກເຈົ້າໜ້າທີ່ຣັດເຊຍບໍ່ຄວນຢຸດການເຮັດວຽກທີ່ສະຫະລັດຕ້ອງການ ເພື່ອປະຕິບັດກັບບັນດາສະມາຊິກຂອງກຸ່ມ 20 ທີ່ມີເສດຖະກິດໃຫຍ່ສຸດຂອງໂລກ.
ມີກອງປະຊຸມຈຳນວນນຶ່ງທີ່ລັດຖະມົນຕີຈະເຂົ້າຮ່ວມ ຮວມທັງພິທີເປີດ ຊຶ່ງລັດຖະມົນຕີການເງິນຢູເຄຣນ ຈະເຂົ້າຮ່ວມເຊັ່ນກັນ. ເຖິງຢ່າງໃດກໍດີ ທ່ານນາງຈະບໍ່ເຂົ້າຮ່ວມຢູ່ໃນຈຳນວນກອງປະຊຸມຂອງກຸ່ມ G-20 ຖ້າຫາກພວກຣັດເຊຍເຂົ້າຮ່ວມ.
ປະທານາທິບໍດີໂຈ ໄບເດັນ ໄດ້ກ່າວວ່າ ຣັດເຊຍຄວນທີ່ຈະຖືກລຶບຊື່ອອກຈາກກຸ່ມ G-20.
ທ່ານນາງເຢລເລັນ ຄາດວ່າ ຈະໃຊ້ກອງປະຊຸມຝຍອາທິດນີ້ ເຮັດວຽກກັບບັນດາພັນທະມິດ ໃນຄວາມພະຍາຍາມເພື່ອເພີ້ມຄວາມກົດດັນເສດຖະກິດຕໍ່ຣັດເຊຍ ໃນຂະນະທີເຮັດໃຫ້ຫລຸດຜ່ອນຜົນກະທົບຕໍ່ຂົງເຂດອື່ນໆ ເພື່ອຮຽກຮ້ອງໃຫ້ຈັດຕັ້ງປະຕິບັດຂໍ້ຕົກລົງເກັບພາສີຢ່າງຕ່ຳສຸດຢູ່ທົ່ວໂລກ ແລະແກ້ໄຂບັນຫາຄວາມໝັ້ນຄົງທາງດ້ານອາຫານ.
Tuesday, Yellen will convene a panel of finance ministers, the international development banks and other institutions to talk about how they will use resources to address food insecurity.
This year's meetings run through Friday and include a mix of virtual and in-person events.
Russian finance officials are expected to attend several events virtually, according to a senior Treasury official who spoke on the condition of anonymity to preview plans for the meetings.
Yellen will participate if a Russian minister is there for a session or two but will not attend every session, the official said, adding that the presence of Russian officials should not stop the work the U.S. needs to do with members of the Group of 20 — the world's largest economies.
There are some sessions the secretary will attend, including the opening, which the Ukrainian finance minister also will attend. However, she won't be participating in a number of the G-20 sessions if the Russians are participants.
President Joe Biden has said Russia should be removed from the G-20.
Yellen is expected to use this week's meetings to work with allies on efforts to increase economic pressure on Russia while mitigating spillover effects, to call for the implementation of a global minimum tax deal and to address food security issues.