ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ສຣີລັງກາ ປະ​ກາດ​ຍົກ​ເລີກ ພາວະສຸກເສີນ


ພວກນາຍແພດລັດຖະບານສຣີລັກາ ປະທ້ວງ​ຕໍ່ຕ້ານລັດຖະບານ ຢູ່ໃກ້ກັບໂຮງໝໍແຫ່ງຊາດ ໃນນະຄອນຫລວງໂຄບອມໂບ ​ໃນທີ 6 ເມສາ 2022.
ພວກນາຍແພດລັດຖະບານສຣີລັກາ ປະທ້ວງ​ຕໍ່ຕ້ານລັດຖະບານ ຢູ່ໃກ້ກັບໂຮງໝໍແຫ່ງຊາດ ໃນນະຄອນຫລວງໂຄບອມໂບ ​ໃນທີ 6 ເມສາ 2022.

ປະທານາທິບໍດີ ໂກຕາບາຢາ ຣາຈາພັກສາ ຂອງສຣີລັງກາ ໄດ້ຍົກເລີກຄຳສັ່ງປະ​
ກາດພາວະສຸກເສີນ ທ່າມກາງວິກິດການເສດຖະກິດທີ່ໄດ້ເຮັດໃຫ້ເກີດການປະ
ທ້ວງຢູ່ຕາມຖະໜົນຫົນທາງແລະຄວາມ​ວຸ້ນ​ວາຍ​ທາງດ້ານການເມືອງ ທີ່​ພວມຂົ່ມ
ຂູ່ຕໍ່ການປົກຄອງຂອງທ່ານ. .

ປະທານາທິບໍດີ ຣາຈາພັກສາ ໄດ້ອອກຄຳສັ່ງ​ໃນອາທິດແລ້ວນີ້ ຫຼັງຈາກ​ໄດ້​ມີການ
ປະທ້ວງ ຮຽກຮ້ອງໃຫ້ທ່ານລາອອກຈາກຕຳແໜ່ງ ຢູ່ນອກບ້ານ​ພັກຂອງທ່ານ ໃນ
ນະຄອນຫຼວງໂຄລອມໂບ. ດຳລັດດັ່ງ​ກ່າວໄດ້ໃຫ້ອຳນາດແກ່ຕຳຫຼວດເພື່ອທຳການ
ຈັບກຸມ​ໂດຍປາດສະຈາກ​ໝາຍ​ຈັບ ແລະເຮັດໃຫ້​ເປັນ​ການຜິດກົດ ໝາຍ ຕໍ່ຜູ້ຄົນທີ່
ອອກຈາກບ້ານເຮືອນເຂົາເຈົ້າ.

ປະທານາທິບໍດີໄດ້ຍົກເລີກການ​ປະ​ກາດພາວະສຸກເສີນໃນວັນອັງຄານທີ່ຜ່ານມາ
ບໍ່ນານຫລັງຈາກສະມາຊິກສະພາ 41 ຄົນ ໄດ້​ໂຕນ​ໜີ​ຈາກ​ລັດ​ຖະ​ບານ​ປະ​ສົມ ແລະ
ໄດ້ກາຍມາເປັນ​ສະ​ມາ​ຊິກ​ສະ​ພາ​ບໍ່​ສັງ​ກັດ​ພັກ ປ່ອຍໃຫ້ພັກຂອງທ່ານຣາຈາພັກສາ
ຂາດສະມຊິກ​ອີກ 113 ຄົນເພື່ອ​ຈະຮັກສາສຽງສ່ວນຫລາຍຢູ່ໃນສະພາ ພຽງ​ບ່ອນ
ດຽວ​ເທົ່າ​ນັ້ນຂອງສຣີລັງກາ.

ການລາອອກຢ່າງ​ເປັນາຂະ​ບວນ ໄດ້ມີຂຶ້ນສອງມື້ ຫລັງຈາກລັດຖະມົນຕີໃນຄະນະ
ລັດຖະບານທັງໝົດ 26 ຄົນຮວມທັງນ້​ອງຂອງທ່ານ ​ທ່ານບາຊີລ ຜູ້ຮັບໜ້າ​ທີ່ເປັນລັດ
ຖະມົນຕີການເງິນ ໄດ້​ພາ​ກັນ​ລາ​ອອກ ປ່ອຍໃຫ້​ມີແຕ່ປະທານາທິບໍດີ ແລະ​ນ້ອງຂອງ
ທ່ານອີກຄົນນຶ່ງ ທີ່ເປັນນາຍົກລັດຖະມົນຕີ ຄືທ່ານມາຮິນດາ ຣາຈາພັກ​ສາ ​ຍັງ​ເຫຼືອ​ຢູ່
​ໃນ​ຄະ​ນະ​ລັດ​ຖະ​ບານ. ປະທານາທິບໍດີ ໂກຕາບາຢາ ຣາຈາພັກສາ ສະເໜີໃຫ້ທຸກ
ພັກການເມືອງ ປະກອບລັດຖະບານ​ສາ​ມັກ​ຄີ​ຊາດ ແຕ່ໄດ້ຖືກປະຕິເສດ ໃນວັນຈັນ
ທີ່ຜ່ານມາ.

President Gotabaya Rajapaksa of Sri Lanka has revoked a state of emergency order amid an economic crisis that triggered street protests and political upheaval posing a threat to his rule.

President Rajapaksa issued the order last week after demonstrations demanding his resignation outside his home in the capital, Colombo. The decree had given police the power to make arrests without warrants and made it illegal for people to leave their homes.

The president lifted the emergency decree Tuesday, shortly after 41 lawmakers abandoned the ruling coalition and became independent, leaving Rajapaksa’s party short of the 113 members needed to maintain its majority in Sri Lanka’s single-chamber parliament.

The mass resignations occurred two days after Rajapaksa’s entire 26-member Cabinet quit, including his brother, Basil, who served as finance minister, leaving only the president and another brother, Prime Minister Mahinda Rajapaksa, in charge. Gotabaya Rajapaksa’s offer to all political parties to form a unity government was rejected Monday.

XS
SM
MD
LG