ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ອະ​ວຸ​ໂສ​ ກອງທັບສະຫະລັດ ກ່າວວ່າ ສົງຄາມຢູເຄຣນ ຈະແກ່ຍາວຫລາຍປີ


ນາຍພົນມາກ ມິລລີ ປະທານເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ສະ​ຫະ​ລັດ ລະຫວ່າງໃຫ້​ການຕໍ່ຄະນະກຳມະການກອງທັບສະພາຕໍ່າ ກ່າວກ່ຽວກັບງົບປະມານປ້ອງກັນປະເທດ ໃນສົກປີ 2023 ທີ່່ນະຄອນຫລວງວໍຊິງຕັນ ​ໃນວັນທີ 5 ເມສາ 2022.
ນາຍພົນມາກ ມິລລີ ປະທານເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ສະ​ຫະ​ລັດ ລະຫວ່າງໃຫ້​ການຕໍ່ຄະນະກຳມະການກອງທັບສະພາຕໍ່າ ກ່າວກ່ຽວກັບງົບປະມານປ້ອງກັນປະເທດ ໃນສົກປີ 2023 ທີ່່ນະຄອນຫລວງວໍຊິງຕັນ ​ໃນວັນທີ 5 ເມສາ 2022.

ເຈົ້າໜ້າທີ່​ຂັ້ນສູງ​ຂອງກອງທັບສະຫະລັດ ເຕືອນວ່າ ສົງຄາມຢູ່ໃນຢູເຄຣນ ອາດຈະ
ໃຊ້ເວລາຢູ່ “ຫຼາຍປີ” ໂດຍ​ໄດ້​ສະ​ແດງຄວາມເປັນຫ່ວງວ່າໂລກ “ກຳລັງກາຍມາເປັນ
ບ່ອນທີ່​ບໍ່​ມີ​ສະ​ຖຽນ​ລະ​ພາບຫຼາຍຂຶ້ນແລະ​ມີໂອກາດທີ່ສຳຄັນ​ທີ່​ຈະ​ເກີດ​ບັນ ຫາຂັດ
ແຍ້ງລະຫວ່າງບັນດາປະເທດມະຫາອຳນາດໃຫຍ່ໆຫຼາຍຂຶ້ນ ບໍ່ແມ່ນຫລຸດລົງ.”

ລະຫວ່າງການໃຫ້ການ ຕໍ່ຄະນະກຳມະການກອງທັບ​ ຂອງສະພາຕໍ່າ ໃນວັນອັງຄານ
ວານນີ້ ປະທານເສ​ນາ​ທິ​ການຮ່ວມ ຂອງກອງ​ທັບ​ສະ​ຫະ​ລັດ ນາຍພົນມາກ ມີລລີ ໄດ້
ຮ້ອງການບຸກລຸກຂອງຣັດເຊຍ​ເຂົ້າ​ໄປໃນຢູເຄຣນວ່າ “ເປັນການຂົ່ມຂູ່ທີ່ໃຫຍ່ສຸດຕໍ່ສັນ
ຕິພາບແລະຄວາມໝັ້ນ​ຄົງຂອງຢູໂຣບ ແລະບາງທີອາດຕໍ່ໂລກໃນ ​ຮອບ 42 ປີ ຂອງ
ການ​ເຂົ້າຮັບໃຊ້ຢູ່ໃນເຄື່ອງແບບ​ຂອງ​ທ່ານ.”

“ສະຫະລັດກຳລັງຢູ່ໃນ​ເວ​ລາ​ທີ່​ຫຼໍ່​ແຫຼມອັນຕະລາຍທີ່ສຸດແລະ​ຈຸດ​ຍຸດ​ທະ​ສາດ​ທາງ​
ດ້ານພູມີປະຫວັດສາດ. ພວກເຮົາຕ້ອງຕິດຕາມຍຸດທະສາດທີ່ເຫັນແຈ້ງໃນສາຍຕາ
ຮັກສາສັນຕິພາບດ້ວຍຄວາມ​ສາ​ມາດທີ່ເຂັ້ມແຂງຢ່າງດຽວເມື່ອ​ປຽບ​ທຽບ​ກັບ ຈີນ ຫຼື
ຣັດເຊຍ”
ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ທີ່ໄດ້ກ່າວເຖິງສອງໂອກາດ​ໃນ​ການຂົ່ມຂູ່​ທີ່​ສຳ​ຄັນ
ສຸດທາງດ້ານທະຫານຕໍ່ສະຫະລັດ.

ເວລາບັນດາສະມາຊິກສະພາຖາມວ່າ ແມ່ນຫຍັງທີ່ຈະເຮັດໃຫ້ປະທານາທິບໍດີຣັດ
ເຊຍ ທ່ານວລາດີເມຍ ປູຕິນ ຢຸດຈາກການໂຈມຕີຢູເຄຣນ ນາຍພົນມິລລີ ກ່າວວ່າ
ການປ້ອງກັນຢ່າງດຽວ ທີ່ເປັນໄປໄດ້ ຊຶ່ງອາດ​ຮວມ​ທັງ​ການ​ສົ່ງກຳລັງທະຫານສະຫະ
ລັດເຂົ້າ​ໄປໃນປະເທດ​ດັ່ງ​ກ່າວ ຊຶ່ງທ່ານຈະບໍ່​ຂໍ ໃຫ້ຄຳແນະນຳເພາະວ່າມັນຈະມີ
ຄວາມສ່ຽງ ແລະເກີດການຂັດແຍ້ງທາງທະຫານກັບຣັດເຊຍ.

ນາຍພົນມິລລີ ກ່າວວ່າ “ເວົ້າຕາມຕົງແລ້ວ ​ບໍ່​ເຖິງ​ຂັ້ນ​ກັບ​ການ​ສົ່ງກຳລັງທະຫານເຂົ້າ
ໄປ​ໃນຢູເຄຣນ​ແມ່ນເປັນທີ່ເໝາະສົມ ຂ້າພະເຈົ້າບໍ່ແນ່ໃຈວ່າ ປູຕິນ ​ສາ​ມາດ ສະ​ກັດ​
ກັ້ນ​ໄດ້. ນີ້ແມ່ນຈຸດໝາຍໃນໄລຍະຍາວຂອງທ່ານ ທີ່ມີມາກ່ອນ​ແລ້ວເປັນເວລາ
ຫລາຍປີ.”

ລັດຖະມົນຕີປ້ອງກັນປະເທດສະ​ຫະ​ລັດ ທ່າຍລອຍ ອອສຕິນ ໄດ້ກ່າວເພີ້ມວ່າ ຣັດ
ເຊຍຮຽກຮ້ອງ ຊຶ່ງຮວມທັງຫ້າມບໍ່ໃຫ້ຢູເຄຣນເຂົ້າຮ່ວມອົງການເນໂຕ ແລະຈຳກັດ
ການສົ່ງກຳລັງຂອງເນໂຕ ແລະອາວຸດໄປ​ຍັງພາກຕາເວັນອອກຂອງຕົນນັ້ນ ເປັນທີ່
ຮັບເອົາບໍ່ໄດ້.

ທ່ານ ແລະນາຍພົນມິລລີ ໄດ້ຢືນຢັນວ່າ ໃນຂະນະທີ່ກຳລັງສະຫະລັດ ບໍ່ໄດ້​ໃຫ້​ການ
ເຝິກແອບກຳລັງຢູເຄຣນ ຢູ່ໃນຢູເຄຣນ ຫລືຢູ່ໃນປະເທດເພື່ອບ້ານໂປແລນ ເຂົາເຈົ້າ
ໄດ້​ຮັບ​ການເຝິກແອບຢູ່ນອກຢູເຄຣນ ຮວມທັງຢູ່ໃນສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG