ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດວິສາຫະກິດໄຟຟ້າລາວ ສາມາດຕອບສະໜອງການຊົມໃຊ້ໄຟຟ້າຂອງປະຊາຊົນ ໄດ້ເຖິງ 100 ເປີເຊັນ ໃນເຂດເທດສະບານ


ທີ່​ເຫັນ​ນີ້ ແມ່ນ​ສ່ວນ​ນຶ່ງ ຂອງລະ​ບົບ​ສາຍ​ສົ່ງໄຟຟ້າ ໃນ ສປປ ລາວ.
ທີ່​ເຫັນ​ນີ້ ແມ່ນ​ສ່ວນ​ນຶ່ງ ຂອງລະ​ບົບ​ສາຍ​ສົ່ງໄຟຟ້າ ໃນ ສປປ ລາວ.

ລັດວິສາຫະກິດໄຟຟ້າລາວ (EDL) ສາມາດຕອບສະໜອງການຊົມໃຊ້ໄຟຟ້າຂອງ
ປະຊາຊົນໄດ້ເຖິງ 100 ເປີເຊັນໃນເຂດເທດສະບານແລະນະຄອນໃນທົ່ວປະເທດ
ແຕ່ວ່າ ຈະມີການປັບຂຶ້ນອັດຕາຄ່າຊົມໃຊ້ໄຟຟ້າ ໃນໄວໆນີ້ ຊົງຣິດ ໂພນເງິນ ມີ
ລາຍງານຈາກບາງກອກ.

ທ່ານດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຖະແຫລງວ່າ
ພາກພະລັງງານໄຟຟ້າໃນລາວ ໄດ້ຂະຫຍາຍການເຕີໂຕເພີ້ມຂຶ້ນຢ່າງຕໍ່ເນື່ອງ ໃນ
ໄລຍະ 40 ກວ່າປີຜ່ານມາ ກໍຄືມີການຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍເຖິງ
17 ເປີເຊັນຕໍ່ປີ ໂດຍໃນປັດຈຸບັນ ລາວມີແຫລ່ງຜະລິດໄຟຟ້າ 90 ແຫ່ງ ທີ່ມີກຳລັງ
ຕິດຕັ້ງເກືອບ 11,000 ເມກາວັດ ໃນນີ້ 72 ເປີ ເຊັນເປັນໄຟຟ້າທີ່ສົ່ງອອກໄປຕ່າງ
ປະເທດ ແລະ 28 ເປີເຊັນເປັນໄຟຟ້າຕອບສະໜອງການຊົມໃຊ້ພາຍໃນ ໂດຍສະ
ເພາະແມ່ນເຂດຕົວເມືອງ ເຂດເທດສະ ບານແລະເຂດນະຄອນນັ້ນ EDL ສາມາດ
ຕອບສະໜອງພະລັງງານໄຟຟ້າໃຫ້ກັບປະຊາຊົນລາວ ໄດ້ທັງ 100 ເປີເຊັນແລ້ວ
ສ່ວນການສົ່ງອອກພະລັງງານໄຟຟ້າ ກໍຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່
ທ່ານດາວວົງ ໃຫ້ການຢືນຢັນວ່າ:

“ໄຟຟ້າລາວ ບໍ່ພຽງແຕ່ເຮັດບົດບາດສຳຄັນໃນການຄຸ້ມຄ້ອງ ຜະລິດພະລັງງານ
ໄຟຟ້າ ທີ່ມີຄວາມໝັ້ນຄົງເທົ່ານັ້ນ ແຕ່ຍັງເປັນຜູ້ດຳເນີນການທາງດ້ານທຸລະກິດຜູ້
ໃຫ້ການສະໜອງບໍລິການ ກະແສໄຟຟ້າເພື່ອການຊົມໃຊ້ໃນສັງຄົມທີ່ມີຄຸນນະພາບ
ສູງ ຊຶ່ງມາຮອດປັດຈຸບັນນີ້ ກະສາມາດຮັບໃຊ້ໄດ້ເຖິງ 100 ເປີເຊັນ ໃນບັນດາເທດ
ສະບານແຂວງ ເທດສະບານເມືອງ ນະຄອນ ແລະຈຳນວນບ້ານກະກວມເຖິງ 93
ເປີເຊັນ ນອກຈາກນັ້ນ ໄຟຟ້າລາວ ກະຍັງມີບົດບາດການສົ່ງອອກ ແລະກາຍເປັນ
ຫົວໜ່ວຍທຸລະກິດທີ່ສຳຄັນ ໃນການສ້າງລາຍຮັບເຂົ້າງົບປະມານຈົນຮອດປັດຈຸບັນ.”

ແຕ່ຢ່າງໃດກໍຕາມ ລັດວິສາຫະກິດໄຟຟ້າລາວ (EDL) ກໍຍັງຕ້ອງປະເຊີນກັບບັນຫາ
ຂາດສະພາບຄ່ອງທາງການເງິນຢ່າງຮຸນແຮງໃນປັດຈຸບັນ ຊຶ່ງມີສາເຫດສຳຄັນມາ
ຈາກການມີພາລະໜີ້ສິນສູງ ທີ່ສົມທົບດ້ວຍການຂາດທຶນຈາກການດຳເນີນທຸລະກິດ
ຢ່າງຕໍ່ເນື່ອງ ເພາະການບໍລິຫານມີປະສິດທິພາບຕ່ຳ ແລະເຮັດໃຫ້ EDL ມີພາລະໜີ້
ສິນເກີນກວ່າ 2,000 ລ້ານໂດລາ ຈຶ່ງຕ້ອງມີການປັບຂຶ້ນອັດຕາຄ່າຊົມໃຊ້ໄຟຟ້າໃນ
ໄວໆນີ້ ດັ່ງທີ່ ທ່ານຈັນທະບູນ ສຸກອະລຸນ ຜູ້ອຳນວຍ ການໃຫຍ່ຂອງ EDL ໃຫ້ການ
ຢືນຢັນວ່າ:

“ມາດຕະການເພີ້ມລາຍຮັບໂດຍການປັບປຸງໂຄງສ້າງລາຄາຈຳໜ່າຍພາຍໃນປະ
ເທດ ໃຫ້ສົມຄູ່ກັບຕົ້ນທຶນຕົວຈິງ ແລະຈັດປະເພດລູກຄ້າຄືນໃໝ່ ລວມທັງການສ້າງ
ລາຍຮັບເພີ້ມຈາກທຸລະກິດທີ່ໄຟຟ້າລາວ ມີທ່າແຮງ ໂດຍການສະເໜີປັບປຸງໂຄງສ້າງ
ການຊື້ໄຟຈາກບັນດາແຫລ່ງຜະລິດ ການປັບປຸງໂຄງສ້າງໜີ້ກັບບັນດາເຈົ້າໜີ້ ຊຶ່ງວຽກ
ນີ້ກຳລັງລໍຖ້າການສະໜັບສະໜຸນຈາກເບື້ອງລັດຖະບານ.”

ທັງນີ້ ການກຳນົດອັດຕາຄ່າໄຟຟ້າໃນລາວ ຈະພິຈາລະນາຈາກຕົ້ນທຶນການຜະລິດທີ່
ເປັນຈິງ ເພາະວ່າ ໂຄງການເຂື່ອນໄຟຟ້າສ່ວນໃຫຍ່ໃນລາວ ເປັນການລົງທຶນຂອງບໍລິ
ສັດຕ່າງຊາດ ທີ່ມຸ້ງຜົນປະໂຫຍດຈາກການລົງທຶນເປັນດ້ານຫລັກ ເມື່ອສົມທົບກັບລັດ
ຖະບານລາວ ກໍບໍ່ມີເງິນລົງທຶນດ້ວຍແລ້ວ ຈຶ່ງບໍ່ສາມາດທີ່ຈະໃຊ້ອຳນາດເຂົ້າແຊກແຊງ
ທາງທຸລະກິດ ເພື່ອກຳນົດຄ່າໄຟຟ້າທີ່ຜະລິດໂດຍບັນດາໂຄງການເຂື່ອນໄຟຟ້າ ທີ່ບໍລິ
ສັດຕ່າງຊາດເປັນຜູ້ລົງທຶນໄດ້ເລີຍ.

ແຕ່ຢ່າງໃດກໍຕາມ EDL ໄດ້ຈັດຕັ້ງບໍລິສັດຜະລິດໄຟຟ້າລາວ (ມະຫາຊົນ) ຈຳກັດ (EDL-
GEN) ຂຶ້ນ ເພື່ອລະດົມເງິນທຶນທັງພາຍໃນແລະຕ່າງປະເທດ ເມື່ອທ້າຍປີ 2010 ອັນເ
ປັນແນວທາງນຶ່ງ ຂອງການແກ້ບັນຫາດ້ານໜີ້ສິນດັ່ງ ກ່າວ ລວມເຖິງການປັບປຸງການບໍລິ
ຫານງານໃຫ້ຄ່ອງຕົວຫຼາຍຂຶ້ນ ຊຶ່ງຜ່ານມາ EDL-GEN ໄດ້ລະດົມທຶນຈາກຕະຫຼາດ
ຫລັກຊັບແຫ່ງປະເທດໄທເຖິງ 34,050 ລ້ານບາດ ຊຶ່ງໃນນີ້ ໄດ້ຄົບກຳນົດສັນຍາ ແລະ
ໄດ້ຊຳລະຄືນແລ້ວ 5,030 ກວ່າລ້ານບາດໃນປີ 2021 ທີ່ຜ່ານມາ ໂດຍນຳໃຊ້ເງິນທີ່ກູ້ຢືມ
ຈາກຕະຫຼາດຮຸ້ນໄທ ເພີ້ມຂຶ້ນອີກ 6,000 ລ້ານບາດນັ້ນເອງ.

ສຳລັບແຫລງຜະລິດໄຟຟ້າ 90 ແຫ່ງໃນລາວ ກໍມີພຽງແຕ່ 10 ແຫ່ງ ທີ່ເປັນຂອງ EDL-
GEN ສ່ວນນອກນັ້ນ ເປັນການລົງທຶນຂອງຕ່າງຊາດໃນລາວ ທັງຍັງມີເຂື່ອນໄຟຟ້າທີ່ກຳ
ລັງກໍ່ສ້າງ 12 ໂຄງການທີ່ກຳນົດຈະແລ້ວສຳເລັດໃນປີ 2022 ນີ້ ອັນຈະເຮັດໃຫ້ລາວ ມີ
ແຫລ່ງຜະລິດໄຟຟ້າກວ່າ 100 ແຫ່ງມີກຳລັງຕິດຕັ້ງລວມເຖິງ 13,000 ເມກາວັດ ຜະລິດ
ໄຟຟ້າ ໄດ້ເຖິງ 67,000 ລ້ານກິໂລວັດໂມງຕໍ່ປີ ໃນນີ້ 85 ເປີເຊັນ ຈະສົ່ງອອກໄປຕ່າງ
ປະເທດ ຊຶ່ງຄາດວ່າ ຈະມີມູນຄ່າເພີ້ມຂຶ້ນຈາກ 2,000 ກວ່າລ້ານໂດລາ ໃນປີ 2021 ເປັນ
2,700 ກວ່າລ້ານໂດລາ ໃນປີ 2022 ທີ່ເປັນການສົ່ງອອກໂດຍບໍລິສັດຕ່າງຊາດທີ່ລົງ
ທຶນສ້າງເຂື່ອນໃນລາວ.

XS
SM
MD
LG