ສະບາຍດີທ່່ານຜູ້ຟັງທີ່ເຄົາລົບໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງ
ວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຍານາງ ບົວໄຂ
ພົງບຸບຜາ ເຈົ້າໜ້າທີ່ສັງຄົມສົງເຄາະ ຜູ້ມີໜ້າທີ່ຊ່ວຍຊອກຫາວຽກງານ ໃຫ້ແກ່
ປະຊາຄົມ ຢູ່ເຂດເມືອງຣິສມັນ (Richmond) ໃນລັດຄາລິຟໍເນຍ ທາງພາກຕາ
ເວັນຕົກຂອງສະຫະລັດ ມາສະເໜີທ່ານ. ຍານາງບົວໄຂເປັນສະຕີລາວເຜົ່າກືມ
ມຸອາເມຣິກັນ ໄດ້ຮັບໜ້າທີ່ນີ້ມາເປັນເວລາກວ່າ 13 ປີແລ້ວ. ອັນດັບຕໍ່ໄປ ເຊີນ
ຟັງການສຳພາດໄດ້ ຈາກ ກິ່ງສະຫວັນ.
ຍານາງບົວໄຂ ພົງບຸບຜາ ແມ່ນຊົນເຜົ່າກຶມມຸ ມາຈາກແຂວງບໍ່ແກ້ວ ປະເທດລາວ
ແລະເຂົ້າມາຕັ້ງຖິ່ນຖານກັບຄອບຄົວຢູ່ເມືອງຣິສມັນ (Richmond) ລັດຄາລິຟໍ
ເນຍ ສະຫະລັດອາເມຣິກາ ໃນປີ 1980 ເວລານັ້ນມີອາຍຸໄດ້ 8 ປີ. ຍານາງບົວໄຂ
ສຳເລັດການສຶກສາອະນຸປລິນຍາ. ຍານາງໄດ້ປະກອບວິຊາອາ ຊີບຫຼາຍຢ່າງ
ກ່ອນໄດ້ມາຮັບໜ້າທີ່ວຽກງານຢູ່ຫ້ອງການຊ່ວຍຊອກຫາວຽກເຮັດ ງານທຳໃຫ້ແກ່
ລັດຖະບານທ້ອງຖິ່ນເມືອງຣິສມອນ ໃນລັດຄາລິຟໍເນຍ ມາເປັນເວລາ 13 ປີ ທີ່
ຜ່ານມາ.
ຢູ່ໃນຂົງເຂດເມືອງຣິສມັນ ແລະເມືອງອ້ອມແອ້ມໃກ້ຄຽງນີ້ ມີຊົນເຜົ່າມາຈາກ
ປະເທດລາວ ທີ່ໄດ້ພາກັນມາຕັ້ງຖິ່ນຖານຢູ່ທີ່ນີ້ເຊັ່ນວ່າ ເຜົ່າກືມມຸ ມົ້ງ ມ້ຽນ ລື້ ໄທດຳ
ໄທບານໂມ້ ແລະລາວລຸ່ມ ທີີ່ພາກັນຕັ້ງຖິ່ນຖາປະປົນກັບຊົນຊາດອື່ນໆ.
ຍານາງບົວໄຂ ຜູ້ບໍລິຫານຫ້ອງໃນການຊອກວຽກເຮັດ ແລະເຝິກອົບຮົມ (Employ-
ment and Traning) ມີໜ້າທີ່ຊ່ວຍປະຊາຊົນໃນຂົງເຂດນີ້ຊອກຫາວຽກເຮັດງານ
ທຳທີ່ເໝາະສົມ ໃຫ້ແກ່ຜູ້ສະແຫວງຫາວຽກການເຮັດວຽກ. ຫ້ອງ ການແຫ່ງນີ້ ມີໜ້າ
ທີ່ໄຕ່່ຕອງລະດັບຄວາມຮູ້ ຄວາມສາມາດຂອງຜູ້ທີ່ມາຂໍການ ຊ່ວຍເຫຼືອ ຊຶ່ງສ່ວນ
ໃຫຍ່ເປັນວຽກອອກແຮງງານຢູ່ຕາມໂຮງຈັກໂຮງງານຫຼາຍໆຄົນ ບໍ່ມີຄວາມຮູ້ຊຳນານ
ດ້ານຄອມພິວເຕີ ແລະການໃຊ້ເທັກໂນໂລຈີໃໝ່ ເພາະ ສະນັ້ນຕ້ອງໄດ້ສົ່ງເຂົາເຈົ້າໄ
ປຮັບການອົບຮົມ ຊຶ່ງຍານາງບົວໄຂ ອະທິບາຍເຖິງຂັ້ນຕອນສູ່ຟັງດັ່ງນີ້:
ຍານາງບົວໄຂ ອະທິບາຍຕໍ່ໄປວ່າ ຜູ້ຊອກວຽກ ພະແນກຊ່ວຍພະຍາບານ ສາມາດໄດ້
ຮັບເງິນຊົ່ວໂມງນຶ່ງປະມານ 24 ໂດລາຕໍ່ຊົ່ວໂມງ ສຳລັບຜູ້ທີ່ຂັບລົດບັນ ທຸກຂົນສົ່ງຈະ
ຂຶ້ນນຳແຕ່ລະບໍລິສັດ ເຂົາເຈົ້າສາມາດໄດ້ຮັບເງິນຊົ່ວໂມງນຶ່ງ ແຕ່ 28 ຫາ 35 ໂດລາ
ຕໍ່ຊົ່ວໂມງ. ສຳລັບຜູ້ເຮັດວຽກຢູ່ໂຮງງານ ໂດຍທົ່ວໄປແລ້ວ ຈະເລີ້ມຕົ້ນແຕ່ 16 ໂດລາ
ຕໍ່ຊົ່ວໂມງ ອັນເປັນພື້ນຖານເລີ້ມຕົ້ນ ການຈ່າຍຄ່າແຮງງານ ຊຶ່ງຍານາງບົວໄຂ ກ່າວ
ໄປອີກວ່າ:
ຍານາງບົວໄຂ ໄດ້ກ່າວເຖິງຜົນກະທົບຈາກການລະບາດໂຄວິດ-19 ໃນໄລຍະ ສອງ
ປີທີ່ຜ່ານມາ ທີ່ເຮັດໃຫ້ໂຮງຈັກໂຮງງານ ແລະການຂົນສົ່ງຕ່າງໆ ຕ້ອງໄດ້ ຢຸດສະງັກລົງ.
ສາເຫດດັ່ງກ່າວນີ້ ໄດ້ເຮັດໃຫ້ພວກຊາວໜຸ່ມພາກັນຫັນໜ້າ ໄປ ຂໍອະນຸຍາດປູກກັນຊາ
ຂາຍ ເພາະວ່າການປູກກັນຊາຢູ່ລັດຄາລິຟໍເນຍ ຖືກຕ້ອງ ຕາມກົດໝາຍ. ເຖິງຢ່າງໃດກໍ
ດີ ກົດລະບຽບດັ່ງກ່າວຍັງມີການຄວບຄຸມຢ່າງເຄັ່ງຄັດ ໂດຍສະເພາະທາງການອະນຸຍາດ
ໃຫ້ປູກໄດ້ ຢູ່ໃນຂອບເຂດຈຳນວນຈຳກັດ ເຊັ່ນວ່າຜູ້ນຶ່ງສາມາດປູກໄດ້ບໍ່ໃຫ້ກາຍ 10 ຕົ້ນ.
ແຕ່ຫາກຫຼາຍໆຄົນ ໄດ້ພາກັນ ຝ່າຝືນ ປູກເກີນກຳນົດ ແລະໄດ້ຖືກປັບໃໝໄປຕາມໆກັນ.
ດ້ວຍເຫດນີ້ພວກເຈົ້າ ໜ້າທີ່ໄດ້ຕັດຕົ້ນກັນຊາຖີ້ມ ແລະຍືດໃບອະນຸຍາດນັ້ນຄືນ ຊຶ່ງຍາ
ນາງບົວໄຂ ໄດ້ກ່າວມ້ວນທ້າຍເຖິງເຫດການນີ້ສູ່ ວີໂອເອ ຟັງວ່າ:
ຍານາງບົວໄຂ ພົງບຸບຜາ ກ່າວວ່າ ມັກໜ້າທີ່ວຽກການ ທີ່ເຮັດຢູ່ໃນປັດຈຸບັນນີ້ ເພາະມີ
ໂອກາດຊ່ວຍບັນດາຊົນເຜົ່າ ທີ່ມີພື້ນຖານມາຈາກປະເທດລາວ ຜູ້ຊອກຫາວຽກເຮັດງານ
ທຳໂດຍທົ່ວໄປ ບໍ່ແມ່ນ ແຕ່ບັນດາແຕ່ຊາວອາເມຣິກັນ ໂດຍທົ່ວໄປ.