ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລັດຖະບານລາວ ຍັງປະເຊີນກັບບັນຫາຫຼາຍດ້ານ ທີ່ສົ່ງຜົນກະທົບ ຕໍ່ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດສັງຄົມ


ສິນຄ້ານຳເຂົ້າ ທີ່ບໍ່ຖືກຕ້ອງຕາມກົດໝາຍ
ສິນຄ້ານຳເຂົ້າ ທີ່ບໍ່ຖືກຕ້ອງຕາມກົດໝາຍ

ລັດຖະບານລາວ ຍັງປະເຊີນກັບບັນຫາຫຼາຍດ້ານ ທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງ ປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ທີ່ຈັດຕັ້ງປະຕິບັດ ໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ໃນຫຼາຍດ້ານ ຮວມທັງບັນຫາຍາກຈົນ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນເປີດເຜີຍວ່າ ການຂາດແຄນທາງດ້ານງົບ ປະມານ
ຖືເປັນປັດໄຈບັນຫາສຳຄັນ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ
ແລະສັງຄົມແຫ່ງຊາດລາວ ຈັດຕັ້ງປະຕິບັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ໃນທຸກດ້ານ ໂດຍ
ສະເພາະແມ່ນການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນ
ລາວໃຫ້ດີຂຶ້ນນັ້ນຖືເປັນພາກສ່ວນທີີ່ລັດຖະບານລາວ ຈັດຕັ້ງປະຕິບັດໄດ້ຕໍ່າທີ່ສຸດ ທັງຍັງປາ
ກົດວ່າ ມີຫຼາຍດ້ານທີ່ລົດຖອຍລົງກວ່າເກົ່າ ເຊັນອັດຕາເຂົ້າຮຽນຂອງເຍົາວະຊົນລາວ ການ
ສັກຢາວັກຊີນກັນພະຍາດໃຫ້ແມ່່ແລະເດັກ ການສ້າງວຽກເຮັດງານທຳ ແລະການແກ້ໄຂບັນ
ຫາຍາກຈົນຂອງປະຊາຊົນລາວບັນດາເຜົ່າ ຢູ່ໃນເຂດຊົນນະບົດເປັນຕົ້ນ.

ຍິ່ງໄປກວ່ານັ້ນ ການລະບາດພະຍາດໄວຣັສໂຄວິດ-19 ຍັງໄດ້ສົ່ງຜົນກະທົບເຮັດໃຫ້ລັດຖະ
ບານລາວຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການທີ່ວາງໄວ້ ອັນ ໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດ
ໃຫ້ລັດຖະບານລາວຕ້ອງປະເຊີນກັບການຂາດ ແຄນງົບປະມານ ສຳລັບນໍາໃຊ້ ໃນການຈັດຕັ້ງ
ປະຕິບັດ ໂຄງການພັດທະນາ ເພື່ອລົບລ້າງ ບັນຫາຍາກຈົນຂອງປະຊາຊົນໃນເຂດຊົນນະບົດ
ທັງຍັງປາກົດມີຈຳນວນປະຊາກອນລາວທີ່ທຸກຍາກເພີ້ມຂຶ້ນອີກດ້ວຍ ເພາະວ່າຖືກເລີກຈ້າງ
ໂດຍບັນດາຫົວໜ່ວຍທຸລະກິດ ທີ່ຖືກກະທົບຈາກການລະບາດພະຍາດໄວຣັສໂຄວິດ-19 ຈຳ
ນວນນັບລ້ານຄົນ ຮວມເຖິງແຮງງານລາວ ກວ່າ 6 ແສນຄົນ ທີ່ຖືກເລີກຈ້າງໃນໄທ ແລະເດີນ
ທາງກັບມາລາວດ້ວຍ ຊຶ່ງເຮັດໃຫ້ລັດຖະບານ ລາວ ຕ້ອງເລື່ອນຄາດໝາຍການລົບລ້າງບັນ
ຫາຍາກຈົນຈາກກຳນົດເດີມ ໃນປີ 2020 ໄປເປັນປີ 2025 ເພາະການຜະເຊີນກັບບັນຫາຫຼາຍ
ດ້ານດັ່ງກ່າວ ອັນລວມເຖິງ ການປ້ອງກັນຊາດ (ປກຊ) ແລະ ການປ້ອງກັນຄວາມສະຫງົບ ຫຼື
(ປກສ) ດ້ວຍນັ້ນ ດັ່ງທີ່ທ່ານນາງທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ແລະໂຄສົກ
ຂອງລັດຖະບານລາວ ໄດ້ຖະແຫຼງຢືນຢັນວ່າ:

“ໂດຍສະເພາະ ແມ່ນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ການນຳ
ໃຊ້ລົດລັດ ການແກ້ໄຂລົດທີ່ນຳໃຊ້ບໍ່ຖືກຕ້ອງຕາມກົດໝາຍ ການແກ້ໄຂ ຄວາມຫຍຸ້ງຍາກ
ໃນການດຳເນີນທຸລະກິດ ການຂຸດຄົ້ນແຮ່ທາດ ການສົ່ງອອກສິນ ຄ້າຢູ່ດ່ານຊາຍແດນ ບັນ
ຫາທີ່ດິນ ແລະແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ສືບຕໍ່ປະຕິບັດແນວທາງ
ປກຊ ແລະ ປກສ. ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ໂດຍສົມທົບແໜ້ນ ໃນການເຄື່ອນ
ໄຫວຂອງກຳລັງທຸກຂັ້ນກັບການມີສ່ວນ ຮ່ວມຂອງປະຊາຊົນ ຮວມທັງການປ້ອງກັນສະຖານ
ທີ່ສຳຄັນຕ່າງໆ."

ໂດຍໃນປີ 2020 ຫາ 2021 ລັດຖະບານລາວ ສາມາດສະນັບສະໜູນ ງົບປະມານ ໃຫ້ແກ່
ກອງທຶນລົບລ້າງຄວາມທຸກຍາກແຫ່ງຊາດລາວໄດ້ພຽງ 120 ຕຶ້ກີບ ຊຶ່ງພຽງພໍສຳລັບການຈັດ
ຕັ້ງປະຕິບັດໂຄງການພັດທະນາຊົນນະບົດເພືຶ່ອລົບລ້າງຄວາມຍາກຈົນ ໃນ 144 ຈຸດສຸມເທົ່າ
ນັ້ນຈາກເປົ້າໝາຍທີ່ວາງໄວ້ທັງໝົດ 449 ຈຸດສຸມໃນທົ່ວປະເທດ ສ່ວນເຂດຈຸດສຸມທີ່ບໍ່ສາມາດ
ຈັດຕັ້ງປະຕິບັດໂຄງການໄດ້ ໃນປີ 2020 ຫາ 2021 ນັ້ນ ກໍຕ້ອງເລື່ອນມາຈັດຕັ້ງປະຕິບັດໃນ
ປີ 2021 ຫາ 2022 ທີ່ຍັງມີຂໍ້ຈຳກັດທາງດ້ານງົບປະມານເຊັ່ນກັນ ຈຶຶ່ງເຮັດໃຫ້ບັນຫາຍາກຈົນ
ໃນລາວ ຕົກຢູ່ໃນສະພາບການທີ່ຮຸນແຮງກວ່າໃນປີ 2019 ຊຶ່ງຜົນຈາກສຳຫຼວດພົບວ່າ ຍັງມີ
ປະຊາຊົນລາວຍາກຈົນເກີນກວ່າ 18 ເປີເຊັນ ຂອງຈຳນວນປະຊາກອນທັງໝົດ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP)
ເປີດເຜີຍວ່າ ການຫລຸດຜ່ອນບັນຫາຍາກຈົນໃນລາວ ສາມາດຈັດຕັ້ງ ປະຕິບັດໄດ້ ຕໍ່າກວ່າເປົ້າ
ໝາຍທີ່ວາງໄວ້ ຊຶ່ງເຫັນໄດ້ຈາກປະຊາຊົນລາວ 632,909 ຄົນ ທີີ່ມີຊີວິດການເປັນຢູ່ຍາກຈົນ
ຢ່າງຍິ່ງ ຫຼືມີລາຍໄດ້ຕໍ່າກວ່າ 1.9 ໂດລາສະຫະລັດ ຕໍ່ຄົນຕໍ່ວັນ ຄິດເປັນ 9 ເປີເຊັນຂອງປະຊາ
ກອນລາວທັງໝົດ ຊຶ່ງໃນນີ້ກໍຍັງແບ່ງເປັນກຸ່ມ ທີ່ອາໄສຢູ່ເຂດໂຕເມືອງ 153,184 ຄົນ ແລະ
ກຸ່ມທີ່ອາໄສຢູ່ໃນຊົນນະບົດ 479,729ຄົນ ໂດຍແຂວງສະຫວັນນະເຂດ ເປັນພື້ນທີ່ ທີ່ມີຈຳ
ນວນປະຊາກອນຍາກຈົນຫຼາຍທີ່ີສຸດ ຄືຫຼາຍກວ່າ 230,000 ຄົນ ສ່ວນ ແຂວງພົງສາລີ ກໍເປັນ
ເຂດທີີ່ມີສັດສ່ວນຂອງປະຊາກອນທີ່ຍາກຈົນສູງທີ່ສຸດ ໃນ ລາວ ກໍຄືກວມເອົາເກີນກວ່າ 70
ເປີເຊັນຂອງບ້ານທັງໝົດ.

ສ່ວນກະຊວງແຜນການ ແລະການລົງທຶນ ຄາດວ່າ ຍອດຜະລິດຕະພັນລວມ ຫຼື (GDP) ໃນປີ
2022 ຈະຄິດສະເລ່ຍເປັນລາຍຮັບຂອງປະຊາຊົນລາວ ທີ່ລະດັບ 2,496 ໂດລາສະຫະລັດຕໍ່
ຄົນຕໍ່ປີ ຊຶ່ງລົດລົງຈາກລະດັບ 2,597 ໂດລາສະຫະລັດຕໍ່ຄົນຕໍ່ປີ ໃນປີ 2021 ແລະສະພາ
ອຸດສາຫະກຳ ການຄ້າສະຫະພາບຢູໂຣບ (EU) ກໍຄາດວ່າ ການລະບາດໂຄວິດ-19 ຈະເຮັດ
ໃຫ້ເກີນກວ່າ 80​ ເປີເຊັນຂອງໜ່ວຍທຸລະກິດທັງໝົດໃນລາວ ສູນເສຍລາຍໄດ້ຫຼາຍກວ່າ 80
ເປີເຊັນ ໃນປີນີ້.

XS
SM
MD
LG