ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໝໍກ່າວວ່າ ການກວດເຊື້ອໂຄວິດ ແລະ ປິ່ນປົວພະຍາດດ້ວຍຕົນເອງ ບໍ່ແມ່ນທາງເລືອກທີ່ດີ


ຮູບພາບ ການສັກຢາວັກຊີນຢູ່ສະຖາບັນການແພດແຫ່ງນຶ່ງໃນປະເທດ ລາວ.
ຮູບພາບ ການສັກຢາວັກຊີນຢູ່ສະຖາບັນການແພດແຫ່ງນຶ່ງໃນປະເທດ ລາວ.

ການຕິດເຊື້ອໄວຣັສໂຄໂຣນາໃນປະເທດ ລາວ ໄດ້ຫຼຸດລົງເກືອບເຄິ່ງນຶ່ງເມື່ອທຽບໃສ່ກັບໄລຍະທ້າຍປີກາຍນີ້. ການຕິດເຊື້ອໃໝ່ໃນວັນພະຫັດວານນີ້ແມ່ນ 450 ກໍລະນີ.

ການຫຼຸດລົງຂອງຜູ້ຕິດເຊື້ອໃນລາວ ແມ່ນມີສາເຫດມາຈາກການໄດ້ສັກຢາວັກຊີນ ແລະ ໄດ້ຮັບການປິ່ນປົວຢ່າງຖືກຕ້ອງ. ແຕ່ມີຄົນຈຳນວນນຶ່ງທີ່ບໍ່ປະຕິບັດຕາມຄຳແນະນຳຂອງແພດເຊັ່ນ: ປະຊາຊົນຜູ້ກວດດ້ວຍຕົນເອງຢູ່ບ້ານພົບວ່າຕິດເຊື້ອ ແລ້ວຊື້ຢາມາປົວເອງ ແລະ ບໍ່ໄດ້ແຈ້ງໃຫ້ບັນດາເຈົ້າໜ້າທີ່ຊາບ. ດັ່ງທີ່ຄົນລາວທ່ານນຶ່ງໄດ້ກ່າວຕໍ່ພວກເຮົາວ່າ “ຢູ່ລາວດຽວນີ້ ເຂົາເຈົ້າຮູ້ ວິທີປົວໂຄວິດເອົາເອງ, ເຂົາເຈົ້າໄດ້ຮຽນຮູ້ຈາກການປິ່ນປົວຄົນທີ່ເຄີຍຕິດມາກ່ອນ. ຄືຄົນທີ່ຂ້າພະເຈົ້າຮູ້ເນາະ ຜູ້ທີ່ມີອາການອ່ອນເຂົາຊິປົວເອົາເອງ. ຊື້ຢາແກ້ໄອ ແກ້ຫວັດມາກິນເອົາເອງ ຕາມອາການຂອງເຂົາເຈົ້າ ມັນກະເຊົາໃຫ້ເຂົາໃດລະ.”

ແຕ່ຕາມຫຼັກການດ້ານສາທາລະນະສຸກນັ້ນ ຜູ້ທີ່ກວດເປັນຜົນບວກທຸກຄົນແມ່ນຕ້ອງໄດ້ແຈ້ງ ໃຫ້ທາງການຊາບ ສະນັ້ນເຈົ້າໜ້າທີ່ອາດຕ້ອງໄດ້ເຂົ້າມາປິ່ນປົວທ່ານເຊັ່ນໃຫ້ຢາຕ້ານເຊື້ອເພື່ອຫຼຸດຜ່ອນອາການຂອງທ່ານ, ແລ້ວແຕ່ຢາວັກຊີນກັນໂຄວິດ-19 ທີ່ທ່ານໄດ້ສັກ. ແລະ ອີກຢ່າງນຶ່ງ ກໍເພື່ອຊ່ວຍບັນທຶກຈຳນວນກໍລະນີໃຫ້ມັນຖືກຕ້ອງ ແລະ ແນ່ນອນ.

ທ່ານນາງ ໜອມ ທອງພະຈັນ ແພດໝໍ ກ່ຽວກັບ ການຫາຍໃຈຢູ່ໂຮງໝໍ ໄຄເຊີ ເພີມາເນັນເຕ (Kaizer Permanente) ຢູ່ນະຄອນແຊນເດີເອໂກ ລັດ ຄາລິຟໍເນຍ ໄດ້ກ່າວວ່າ “ການປິ່ນປົວໂຄວິດດ້ວຍຕົນເອງຢູ່ລາວ ແລະ ບໍ່ລາຍງານການຕິດເຊື້ອໃຫ້ເຈົ້າໜ້າທີ່ຊາບແມ່ນທາງເລືອກທີ່ບໍ່ດີ. ເພາະເຮົາບໍ່ຮູ້ວ່າເຄື່ອງກວດດ້ວຍຕົນເອງແມ່ນໜ້າເຊື່ອຖືໄດ້ຫຼາຍຊໍ່າໃດ, ຊື້ມາຈາກໃສ ແລະ ເພາະສຸຂະພາບຂອງທຸກຄົນແມ່ນບໍ່ຄືກັນ. ເວລາທີ່ຄົນໄດ້ກວດພົບໂຣກ, ພວກເຈົ້າ ໜ້າທີ່ຄວນມີຄຳຊື້ນຳຈາກອົງການອະນາໄມໂລກໃຫ້ເຂົາເຈົ້າປະຕິບັດຕາມ ເພື່ອຊ່ວຍຢຸດການແຜ່ລາມ ຂອງເຊື້ອໄວຣັສ.”

ທ່ານໝໍ ໜອມ ເວົ້າວ່າໄວຣັສໂຄວິດຈະເຂົ້າທາງຮູດັງ ແລະ ຜ່ານເຫຍື່ອນໍ້າມູກໃນຄໍຂອງເຮົາ. ມັນຈະຕິດແຊລຢູ່ຫັ້ນ, ແລ້ວເລີ່ມຂະຫຍາຍອອກ ແລະ ເຄື່ອນເຂົ້າໄປໃນປອດ. ຈາກບ່ອນນັ້ນ, ໄວຣັສແມ່ນສາມາດແຜ່ລາມໄປຫາເນື້ອເຫຍື່ອ ອື່ນໆຂອງຮ່າງກາຍ.

XS
SM
MD
LG