ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ຈະເປັນເຈົ້າພາບ ຕ້ອນຮັບຜູ້ນຳ ຂອງອອສເຕຣເລຍ ອິນເດຍ ແລະຍີ່ປຸ່ນ ທີ່ທຳນຽບຂາວ ໃນອາທິດໜ້ານີ້


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ ພວມກ່າວຄຳປາໄສ ໃນລະຫວ່າງກອງປະຊຸມສຸດຍອດທາງອອນລາຍ ຂອງຜູ້ນຳອອສເຕຣເລຍ ອິນເດຍ ຍີ່ປຸ່ນ ແລະສະຫະລັດ ຊຶ່ງເປັນທີ່ຮູ້ກັນໃນຊື່ ກຸ່ມຄວດ ທີ່ບ້ານພັກຂອງທ່ານຢູໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 12 ມີນາ 2021.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ ພວມກ່າວຄຳປາໄສ ໃນລະຫວ່າງກອງປະຊຸມສຸດຍອດທາງອອນລາຍ ຂອງຜູ້ນຳອອສເຕຣເລຍ ອິນເດຍ ຍີ່ປຸ່ນ ແລະສະຫະລັດ ຊຶ່ງເປັນທີ່ຮູ້ກັນໃນຊື່ ກຸ່ມຄວດ ທີ່ບ້ານພັກຂອງທ່ານຢູໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 12 ມີນາ 2021.

ປະທານາທິບໍດີໂຈ ໄບເດັນ ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ທີ່ມີການເຂົ້າຮ່ວມດ້ວຍຕົວເອງເປັນເທື່ອທຳອິດ ຂອງພວກຜູ້ນຳ ຈາກກຸ່ມຄວດ (Quad) ຫຼືກຸ່ມ 4 ປະເທດທີ່ປະກອບດ້ວຍອອສເຕຣເລຍ ອິນເດຍ ຍີ່ປຸ່ນ ແລະສະຫະລັດ ເພື່ອຊອກຫາຊ່ອງທາງເສີມຂະຫຍາຍການຮ່ວມມື ຕ້ານຄືນອິດທິພົນທີ່ມີເພີ້ມຂຶ້ນຂອງຈີນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ກອງປະຊຸມສຸດຍອດດັ່ງກ່າວ ຈະຈັດຂຶ້ນຢູ່ທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ ໃນວັນທີ 24 ກັນຍາຈະມານີ້ ອີງຕາມຖະແຫຼງຂ່າວ ຂອງໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກິ. ການເດີນທາງມາຢ້ຽມຢາມສະຫະລັດ ຂອງນາຍົກລັດຖະມົນຕີອອສເຕຣເລຍ ທ່ານສກັອດ ມໍຣິສສັນ ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ ບັງເອີນຈະມີຂຶ້ນພ້ອມໆກັນກັບກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດທີ່ນະຄອນນິວຢອກ ຊຶ່ງທ່ານໄບເດັນ ຈະຂຶ້ນກ່າວຄຳປາໄສ ໃນວັນທີ 21 ກັນຍາ.

ກອງປະຊຸມສຸດຍອດທາງອອນລາຍ ຂອງພວກຜູ້ນຳຄວດ ມີຂຶ້ນໃນເດືອນມີນາທີ່ຜ່ານມາ ແລະພວກທ່ານໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ກ່ຽວກັບ ເລື້ອງຢາວັກຊີນໂຄວິດ-19 ການປ່ຽນແປງຂອງດິນຟ້າອາກາດ ແລະການຄ້ຳປະກັນໃຫ້ເຂດອິນໂດປາຊີຟິກເປັນເຂດທີ່ເສລີແລະເປີດກວ້າງ ທ່າມກາງທີ່ມີການທ້າທາຍຈາກຈີນ.

ທ່ານນາງຊາກິ ກ່າວວ່າ “ການເປັນເຈົ້າພາບຕ້ອນຮັບພວກຜູ້ນຳຂອງກຸ່ມຄວດສະແດງໃຫ້ເຫັນວ່າ ບູລິມະສິດຂອງລັດຖະບານທ່ານໄບເດັນ ແລະທ່ານນາງແຮຣິສແມ່ນພົວພັນກັບເຂດອິນໂດປາຊີິຟິກ ຮວມທັງໂດຍຜ່ານການຈັດແຈງໃໝ່ ແບບປະກອບດ້ວຍຫຼາຍຝ່າຍ ເພື່ອຮັບມື ກັບບັນຫາທ້າທາຍໃນສັດຕະວັດທີ 21.”

ທ່ານເຄີດ ແຄມແບລ (Kurt Campbell) ຜູ້ປະສານງານຂອງທ່ານໄບເດັນກ່ຽວກັບເລື້ອງອິນໂດປາຊີຟິກ ກ່າວວ່າ ການພົບປະກັນທີ່ມີການເຂົ້າຮ່ວມດ້ວຍຕົວຕົນໃນເດືອນກໍລະກົດ ທີ່ມີການວາງແຜນການດົນນານແລ້ວນັ້ນ ຄວນຈະນຳເອົາການໃຫ້ຄວາມໝັ້ນໝາຍ “ແບບເດັດຂາດ” ກ່ຽວກັບເລື້ອງ ການທູດຢາວັກຊີນແລະພື້ນຖານໂຄງລ່າງ.

ທ່ານໄບເດັນ ທີ່ໄດ້ຊຸກຍູ້ ໃຫ້ມີໃຊ້ຈ່າຍຂະໜາດໃຫຍ່ ໃນດ້ານພື້ນຖານໂຄງລ່າງ ຢູ່ພາຍໃນປະເທດນັ້ນ ກ່າວໃນເດືອນມີນາຜ່ານມານີ້ວ່າ ທ່ານໄດ້ສະເໜີແນະຕໍ່ນາ ຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ວ່າ ບັນດາປະເທດປະຊາທິປະໄຕ ຄວນມີແຜນການພື້ນຖານໂຄງລ່າງ ເພື່ອແຂ່ງກັບ ຂໍ້ລິເລີ້ມນຶ່ງແລວນຶ່ງເສັ້ນທາງຂອງຈີນ ຊຶ່ງພົວພັນກັບໂຄງການຕ່າງໆຕັ້ງແຕ່ເຂດເອເຊຍຕາເວັນອອກ ໄປຫາທະວີບຢູໂຣບ.

ທ່ານນາງຊາກິກ່າວວ່າ ພວກຜູ້ນຳຂອງກຸ່ມຄວດ ຈະ “ແນໃສ່ການລົງເລິກຄວາມສຳພັນຂອງພວກເຮົາ ແລະສ້າງຄວາມກ້າວໜ້າໃຫ້ແກ່ການຮ່ວມມື ໃນຂົງເຂດຕ່າງໆ ເຊັ່ນວ່າ ການຕໍ່ສູ້ກັບໂຄວິດ-19 ການແກ້ໄຂວິກິດການດິນຟ້າອາກາດ ການເປັນພາຄີກ່ຽວກັບເທັກໂນໂລຈີໃໝ່ ແລະໄຊເບີ້ ແລະການຊຸກຍູ້ໃຫ້ເຂດອິນໂດປາຊີຟິກເປັນເຂດທີ່ເສລີແລະເປີດກວ້າງ.

ເຈົ້າໜ້າທີ່ອະວຸໂສຂອງສະຫະລັດທ່ານນຶ່ງກ່າວວ່າ ພື້ນຖານໂຄງລ່າງຈະຮວມຢູ່ໃນບັນດາຫົວຂໍ້ທີ່ຈະມີການຫາລືກັນ ຢູ່ໃນກອງປະຊຸມສຸດຍອດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG