ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວອັຟການິສຖານ ຈະພໍ້ດ່ານກວດຫຼາຍຂຶ້ນ ໃນຂະນະທີ່ ກຸ່ມຕາລີບານ ຂະຫຍາຍເຂດຮັກສາຄວາມປອດໄພ ອ້ອມສະໜາມບິນ ອອກຕື່ມ


ພວກນັກລົບຕາລີບານ ຍ່າງຜ່ານປະຕູທາງເຂົ້າໃຫຍ່ ຂອງສະໜາມບິນກາບູລ ເມື່ອວັນທີ 28 ສິງຫາ 2021.
ພວກນັກລົບຕາລີບານ ຍ່າງຜ່ານປະຕູທາງເຂົ້າໃຫຍ່ ຂອງສະໜາມບິນກາບູລ ເມື່ອວັນທີ 28 ສິງຫາ 2021.

ກຸ່ມຕາລີບານໄດ້ຂະຫຍາຍເຂດຮັກສາຄວາມປອດໄພອ້ອມຮອບສະໜາມບິນກາບູລໃຫ້ກວ້າງອອກ ຕາມການຮ້ອງຂໍຂອງຝ່າຍອາເມຣິກັນ ແຕ່ການເຄື່ອນໄຫວດັ່ງກ່າວແມ່ນໝາຍຄວາມວ່າ ຊາວອັຟການິສຖານທີ່ພວມມຸ້ງໜ້າ ໄປໃຫ້ທັນຖ້ຽວບິນຍົກຍ້າຍຜູ້ຄົນຈຸສຸດທ້າຍ ຈະປະເຊີນກັບການກວດກາຫຼາຍຂຶ້ນ.

ຍິ່ງໄປກວ່ານັ້ນ ພວກທີ່ເຫັນເຫດການກ່າວວ່າ ກຳລັງຂອງກຸ່ມຕາລີບານ ມີຄວາມກ້າວລ້າວຫຼາຍຂຶ້ນໂດຍສະເພາະກັບພວກແມ່ຍິງ ໃນຂະນະທີ່ກຳນົດເວລາ ພວມຈະໝົດລົງໃນວັນອັງຄານມື້ອື່ນ ຊຶ່ງເປັນເສັ້ນຕາຍທີ່ປະທານາທິບໍດີໂຈ ໄບເດັນໄດ້ຕັ້ງໄວ້ ສຳລັບການຍົກຍ້າຍຜູ້ຄົນທາງເຮືອບິນຂອງອາເມຣິກັນຈະສິ້ນສຸດລົງ.

ນັກສຶກສາອາຍຸ 20 ປີຄົນນຶ່ງ ກ່າວຕໍ່ວີໂອເອທາງໂທລະສັບຈາກນະຄອນຫຼວງກາບູລ ບ່ອນທີ່ນາງພວມຫຼົບລີ້ຢູ່ຍ້ອນບໍ່ສາມາດທີ່ຈະພະຍາຍາມເປັນເທື່ອທີສອງ ໂດຍກ່າວວ່າ “ພວກເຂົາບໍ່ໄດ້ຍົກເວັ້ນແມ່ນແຕ່ແມ່ຍິງ.”

ນາງຮຳດີຢາ ກ່າວບັນຍາຍເຖິງສິ່ງທີ່ຕົວຂອງນາງເອງ ພ້ອມກັບແມ່ ແລະນ້ອງສາວ ໄດ້ປະເຊີນຢູ່ທີ່ບ່ອນກວດ ຂອງພວກຕາລີບານ ໂດຍເວົ້າວ່າ “ພວກເຂົາຈະບໍ່ຍົກເວັ້ນພວກເຮົາ ຍ້ອນພວກເຮົາເປັນແມ່ຍິງ.”

ນາງເວົ້າວ່າ “ສະມາຊິກຕາລີບານຄົນນຶ່ງເອົາປາຍປືນ ຈີ້ໃສ່ຫົວຂ້ອຍ. ພວກເຮົາຖືກດ່າວ່າ ເປັນພວກນອກສາສະໜາ ຍ້ອນພວກເຮົາ ຢາກໄປສະຫະລັດ” ແລະນາງກ່າວຕື່ມວ່າ “ຂ້ອຍກ່າວຕອບຄືນວ່າ ຂ້ອຍບໍ່ແມ່ນຄົນນອກສາສະໜາ ແລະລາວເວົ້າວ່າ ລາວຈະຍິງຂ້ອຍຖິ້ມ.”

ນາງຮຳດີຢາ ເຄີຍເຮັດວຽກໃຫ້ທັງສະຖານທູດສະຫະລັດ ທີ່ນະຄອນຫຼວງກາບູລແລະອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ຂອງເຢຍຣະມັນ.

ໃນວັນພະຫັດຜ່ານມານີ້ ນາງເອງ ພ້ອມທັງແມ່ແລະນ້ອງສາວຂອງລາວໄດ້ເດີນ ທາງໄປຮອດສະໜາມບິນກາບູລ ໃນຂະນະທີ່ຜູ້ໂຈມຕີສະຫຼະຊີບ ບີບຄະນວນລະ ເບີດໃຫ້ແຕກຂຶ້ນ ເຮັດໃຫ້ທະຫານອາເມຣິກັນ 13 ຄົນ ແລະຊາວອັຟການິສຖານ ອີກຢ່າງໜ້ອຍ 170 ຄົນເສຍຊີວິດ.

ນາງກ່າວວ່າ “ຂ້ອຍໄດ້ແລ່ນໜີ ແລະບັງເອີນໄດ້ສະດຸດລົ້ມລົງ ເຕັງຫົວຄົນຕາຍຜູ້ນຶ່ງ ທີ່ບໍ່ມີຮ່າງກາຍ. ຂ້ອຍບໍ່ສາມາດທີ່ຈະລົບພາບນັ້ນອອກຈາກຕາໄດ້.”

ແມ່ຂອງນາງໄດ້ຮັບບາດເຈັບໃນເຫດລະເບີດດັ່ງກ່າວ ຊຶ່ງອ້າງເອົາຄວາມຮັບຜິດ ຊອບໃນການໂຈມຕີ ໂດຍເຄືອຂ່າຍຂອງກຸ່ມລັດອິສລາມ. ນາງຮຳດີຢາກ່າວວ່າ ແມ່ແລະນ້ອງຂອງລາວ ຢ້ານແລະຕົກໃຈຫຼາຍ ທີ່ຈະກັບຄືນໄປ ສະໜາມບິນອີກແລະນາງໄດ້ພະຍາຍາມທີ່ຈະຕິດຕໍ່ຫາຊາວຕາເວັນຕົກໃຫ້ຊ່ວຍພວກເຂົາເຈົ້າຫຼົບຫລີກດ່ານກວດຂອງກຸ່ມຕາລີບານ. ນາງກ່າວວ່າ ແມ່ຍິງຄົນໃດກໍຕາມ ຖ້າບໍ່ມີພີ່ນ້ອງທີ່ເປັນຜູ້ຊາຍຕິດຕາມໄປນຳ ຈະໄດ້ຮັບການປະຕິບັດຕໍ່ ແບບເປັນປໍລະປັກຫຼາຍຂຶ້ນ ຈາກພວກມືປືນຂອງກຸ່ມຕາລີບານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG