ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫວຽດນາມປະກາດວ່າ ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ຈະເດີນທາງໄປຢ້ຽມຢາມ


ຮອງປະທານາທິບໍດີຄາມາລາ ແຮຣິສ ພວມກ່າວຄຳປາໄສ ກ່ຽວກັບສິດທິໃນການປ່ອນບັດ ທີ່ມະຫາວິທະຍາໄລຮາວເຫວິດ
ໃນນະຄອນວໍຊິງຕັນ ເມື່ອວັນທີ 8 ກໍລະກົດ 2021.
ຮອງປະທານາທິບໍດີຄາມາລາ ແຮຣິສ ພວມກ່າວຄຳປາໄສ ກ່ຽວກັບສິດທິໃນການປ່ອນບັດ ທີ່ມະຫາວິທະຍາໄລຮາວເຫວິດ ໃນນະຄອນວໍຊິງຕັນ ເມື່ອວັນທີ 8 ກໍລະກົດ 2021.

ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ຈະເດີນທາງ ໄປຢ້ຽມຢາມຫວຽດ ນາມໃນໄວໆນີ້ ອີງຕາມຄຳເວົ້າ ຂອງທ່ານຫງວຽນ ຊວນ ຟຸກ ປະ ທານປະເທດຫວຽດນາມ ທີ່ກ່າວໃນວັນພະຫັດວານນີ້.

ທ່ານຫງວຽນ ຊວນ ຟຸກ ກ່າວວ່າ ທ່ານຫວັງວ່າ ຈະໄດ້ຕ້ອນຮັບ ການມາຢ້ຽມຢາມ “ໃນໄວໆນີ້” ຂອງທ່ານນາງແຮຣິສ ໃນຂະນະທີ່ທ່ານພົບປະກັບລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍດ໌ ອອສຕິນ ທີ່ທຳນຽບປະທານປະເທດ ໂດຍບໍ່ໄດ້ໃຫ້ລາຍລະອຽດຫຍັງເພີ້ມຕື່ມ.

ພວກເຈົ້າໜ້າທີ່ສະຫະລັດ ທີ່ເດີນທາງໄປນຳທ່ານອອສຕິນ ບໍ່ໄດ້ໃຫ້ການຢືນຢັນກ່ຽວກັບການເດີນທາງໄປຢ້ຽມຢາມດັ່ງກ່າວແລະໃຫ້ວີໂອເອໄປສອບຖາມທຳນຽບຂາວໃນເລື້ອງນີ້.

ທ່ານອອສຕິນ ແມ່ນເຈົ້າໜ້າທີ່ ໃນຄະນະລັດຖະບານທ່ານໄບເດັນຄົນທຳອິດ ທີ່ເດີນທາງໄປຢ້ຽມຢາມປະເທດຫວຽດນາມ ໂດຍເດີນທາງໄປຮອດ ໃນຂະນະທີ່ພວມມີການລະບາດຢ່າງຮ້າຍແຮງຂອງໂຄວິດ-19 ແລະບໍ່ພຽງເທົ່າໃດມື້ຫຼັງຈາກສະຫະລັດໄດ້ສົ່ງຢາວັກຊີນໂມເດີນນາ 3 ລ້ານໂດສໄປໃຫ້ຫວຽດນາມ. ການຈັດ ສົ່ງຢາວັກຊີນດັ່ງກ່າວເຮັດໃຫ້ຫວຽດນາມໄດ້ຮັບຢາວັກຊີນທັງໝົດຈາກສະຫະລັດເປັນ 5 ລ້ານໂດສ.

ທ່ານອອສຕິນ ກ່າວຕໍ່ປະທານປະເທດ ຫງວຽນ ຊວນ ຟຸກ ວ່າ “ພວກເຮົາຫວັງວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຫຼາຍໆດ້ານ.... ໂດຍບໍ່ມີເງື່ອນໄຂຜູກໝັດ. ມັນແມ່ນການຊ່ວຍເຫຼືອຂອງເພື່ອນມິດ ຕໍ່ເພື່ອນມິດ ໃນຍາມສຸກເສີນ.”

ນອກນັ້ນ ທ່ານຍັງຊອກຫາຊ່ອງທາງທີ່ຈະເສີມຂະຫຍາຍສາຍພົວພັນກັບຮາໂນ່ຍ ໃນຂະນະທີ່ກິດຈະກຳທາງທະຫານຂອງຈີນ ໃນທະເລຈີນໃຕ້ເພີ້ມທະວີຂຶ້ນ.

ໂຄສົກຂອງທຳນຽບຫ້າແຈ ທ່ານຈອນ ເຄີບີ ກ່າວຕໍ່ພວກນັກຂ່າວໃນວັນພະຫັດວານນີ້ວ່າ “ມັນເປັນພາກສ່ວນຂອງໂລກ ບ່ອນທີ່ຈີນປະພຶດຕົນແບບຮຸກຮານ ຢູ່ໃນພື້ນທີ່ ດັ່ງນັ້ນມັນຈຶ່ງມີຄວາມສຳຄັນ ທີ່ທ່ານລັດຖະມົນຕີຕ້ອງໄດ້ໄປທີ່ນັ້ນ.

ຮາໂນ່ຍໄດ້ອອກປາກອອກສຽງສະແດງການຄັດຄ້ານຫຼາຍຂຶ້ນ ຕໍ່ການອ້າງກຳມະສິດຂອງຈີນ ໃນທະເລຈີນໃຕ້. ມີການກ່າວຫາວ່າ ກຳປັ່ນຂອງຈີນ ໄດ້ຮາວີ ບໍລິສັດຂຸດນ້ຳມັນ ແລະແກັສທຳມະຊາດ ນອກແຄມຝັ່ງທະເລຂອງຫວຽດນາມ ແລະຂັດຂວາງການພັດທະນາທາງດ້ານພະລັງງານຂອງປະເທດດັ່ງກ່າວ.

ໃນໄລຍະຜ່ານມາ ໄດ້ສະໜອງກຳປັ່ນຍາມຝັ່ງ ໃຫ້ແກ່ປະເທດຫວຽດນາມ ເພື່ອຊ່ວຍເພີ້ມຄວາມເຂັ້ມແຂງ ໃນຄວາມສາມາດປ້ອງກັນການຮຸກຮານຂອງຈີນ ຢູ່ໃນເຂດນ່ານນ້ຳທີ່ທັງສອງປະເທດຕ່າງກໍອ້າງເອົາກຳມະສິດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG