ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໂຈມຕີກຸ່ມອາລ-ຊາບາບ ເປັນເທື່ອທຳອິດ ໃນຮອບ 6 ເດືອນ


ທະຫານຄົນນຶ່ງ ຍ່າງກາຍຊາກຫັກພັງ ຫຼັງຈາກໄດ້ມີການໂຈມຕີ ໂຮງແຮມ ອາຟຣິກ ໃນນະຄອນຫຼວງໂມກາດິສຊູ ເມື່ອວັນທີ 1 ກຸມພາ 2021 ຊຶ່ງກຸ່ມອາລ-ຊາບາບ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ.
ທະຫານຄົນນຶ່ງ ຍ່າງກາຍຊາກຫັກພັງ ຫຼັງຈາກໄດ້ມີການໂຈມຕີ ໂຮງແຮມ ອາຟຣິກ ໃນນະຄອນຫຼວງໂມກາດິສຊູ ເມື່ອວັນທີ 1 ກຸມພາ 2021 ຊຶ່ງກຸ່ມອາລ-ຊາບາບ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ.

ໜ່ວຍກ້າຕາຍ ຫຼືກອມມັງໂດຂອງໂຊມາເລຍ ທີ່ຖືກໂຈມຕີ ໂດຍກຸ່ມກໍ່ການຮ້າຍອາລ-ຊາບາບ ໄດ້ຮັບຄວາມຊ່ວຍເຫຼືອ ໃນຮູບການໂຈມຕີທາງອາກາດຂອງສະ ຫະລັດເປັນເທື່ອທຳອິດ ໃນຮອບຫຼາຍໆເດືອນ.

ທຳນຽບຫ້າແຈ ໄດ້ໃຫ້ການຢືນຢັນໃນຕອນແລງຂອງວັນອັງຄານວານນີ້ວ່າ ກຳ ລັງສະຫະລັດເປັນຜູ້ຢູ່ເບື້ອງຫຼັງ ການໂຈມຕີທາງອາກາດທີ່ມີຂຶ້ນໃກ້ໆເມືອງກາລກາໂຢ (Galkayo) ປະມານ 580 ກິໂລແມັດຫ່າງຈາກນະຄອນຫຼວງໂມກາດິສຊູ ໄປທາງທິດເໜືອ ຊຶ່ງການໂຈມຕີດັ່ງກ່າວແມ່ນໄດ້ປະກາດໃນຂັ້ນຕົ້ນໂດຍເຈົ້າໜ້າທີ່ໂຊມາເລຍ ໃນຕອນເຊົ້າມື້ວານນີ້.

ເຈົ້າໜ້າທີ່ຄົນນຶ່ງຂອງທຳນຽບຫ້າແຈກ່າວຕໍ່ວີໂອເອວ່າ ການໂຈມຕີທາງອາກາດນີ້ ແມ່ນໄດ້ຮັບອະນຸຍາດຈາກຄຳສັ່ງທີ່ຍັງມີຢູ່ໃຫ້ປົກປ້ອງກຳລັງທີ່ເປັນພາຄີຂອງສະຫະລັດ ແລະມີຂຶ້ນໃນຂະນະທີ່ບໍ່ມີກຳລັງທາງພາກພື້ນດິນຂອງສະຫະລັດຢູ່ທີ່ນັ້ນ.

ໂຄສົກຂອງທຳນຽບຫ້າແຈ ຊິນດີ ຄິງ ກ່າວວ່າ “ກຳລັງສະຫະລັດ ໄດ້ໃຫ້ຄຳແນະນຳ ແລະຊ່ວຍ ເຫຼືອ ຈາກໄລຍະໄກ ເພື່ອໃຫ້ການສະໜັບສະໜຸນແກ່ກຳລັງຂອງໂຊມາເລຍທີ່ຖືກລະບຸວ່າເປັນພາຄີຂອງສະຫະລັດ. ບໍ່ມີກຳລັງທະຫານສະຫະລັດ ຕິດຕາມໄປນຳ ກຳລັງຂອງໂຊມາເລຍ ໃນລະຫວ່າງການປະຕິບັດງານດັ່ງກ່າວນີ້.”

ການໂຈມຕີທາງອາກາດ ທີ່ແນເປົ້າໝາຍໃສ່ກຸ່ມອາລ-ຊາບາບ ໃນວັນອັງຄານວານນີ້ ແມ່ນການໂຈມຕີເທື່ອທຳອິດໃນຮອບ 6 ເດືອນ ແລະກໍເປັນການໂຈມຕີເທື່ອທຳອິດ ນັບຕັ້ງແຕ່ປະທານາທິບໍດີໂຈ ໄບເດັນ ໄດ້ເຂົ້າຮັບຕຳແໜ່ງ.

ເຈົ້າໜ້າທີ່ສະຫະລັດ ບໍ່ຍອມໃຫ້ລາຍລະອຽດຫຍັງເພີ້ມຕື່ມ ກ່ຽວກັບວ່າເປັນຫຍັງການໂຈມຕີດັ່ງກ່າວຈຶ່ງໄດ້ຮັບການອະນຸມັດ ຫຼືວ່າກອງບັນຊາການກຳລັງສະຫະລັດ ໃນອາຟຣິກາ ຈະເລີ້ມທຳການໂຈມຕີທາງອາກາດເພີ້ມຂຶ້ນ ເພື່ອໃຫ້ການສະໜັບສະໜຸນຕໍ່ກຳລັງທະຫານໂຊມາເລຍ ດັ່ງທີ່ເຄີຍໄດ້ປະຕິບັດກັນມາ ໃນຊຸມປີກ່ອນໆ.

ສະຫະລັດທຳການໂຈມຕີທາງອາກາດຕໍ່ກຸ່ມອາລ-ຊາບາບ 63 ເທື່ຶອໃນປີ 2019 ແລະ 53 ເທື່ອ ໃນປີ 2020.

ການໂຈມຕີທາງອາກາດ 7 ເທື່ອ ໄດ້ມີຂຶ້ນ ໃນໄລຍະ 2 ອາທິດເຄິ່ງ ຂອງປີ 2021 ກ່ອນທີ່ປະທານາທິບໍດີດໍໂນລ ທຣໍາ ລົງຈາກອໍານາດ.

ເຈົ້າໜ້າທີ່ສະຫະລັດ ໃຫ້ການອະທິບາຍກ່ຽວກັບການຊັກຊ້າໃນການໂຈມຕີທາງອາກາດ ກໍຍ້ອນລັດຖະບານທ່ານໄບເດັນ ພວມທົບທວນເບິ່ງນະໂຍບາຍ ໃນການໂຈມຕີທາງອາກາດ ຂອງກອງ ທັບ ຊຶ່ງໄດ້ສ້າງຄວາມກັງວົນໃຈໃນໝູ່ເຈົ້າໜ້າທີ່ໂຊມາເລຍ ໂດຍທີ່ບາງຄົນເຕືອນວ່າ ການປ່ຽນ ແປງ ອາດອຳນວຍໃຫ້ກຸ່ມອາລ-ຊາບາບ “ອອກມາຈາກບ່ອນຫຼົບລີ້.”

ນັບແຕ່ນັ້ນມາ ເຈົ້າໜ້າທີ່ໂຊມາເລຍ ໄດ້ຮຽກຮ້ອງຊ້ຳແລ້ວຊ້ຳອີກໃຫ້ທຳການໂຈມຕີທາງອາກາດ ຄືນໃໝ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG