ສະຫະລັດ ໃນວັນຈັນວານນີ້ ໄດ້ປ່ອຍໂຕທ້າວອັບດູລ ລາຕິຟ ນາສເຊີ ຊຶ່ງຄັ້ງນຶ່ງເຄີຍເປັນຜູ້ບັນຊາການຂອງກຸ່ມຕາລີບານໃນອັຟການິສຖານ ຈາກສູນກາງຄຸມຂັງທີ່ອ່າວກວນຕານາໂມ ໃນປະເທດຄິວບາ ໂດຍສົ່ງຜູ້ລາວໄປໃຫ້ໂມຣົກໂກ ຊຶ່ງເປັນປະເທດບ້ານເກີດຂອງລາວ ຫຼັງຈາກໄດ້ຖືກຄຸມຂັງມາ 19 ປີ.
ນີ້ແມ່ນການຍ້າຍນັກໂທດ ທີ່ອ່າວກວນຕານາໂມເທື່ອທຳອິດ ພາຍໃຕ້ການເປັນປະທານາ ທິບໍດີ ຂອງທ່ານໂຈ ໄບເດັນ. ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ກ່າວຕໍ່ພວກນັກຂ່າວວ່າ ສະຫະລັດແມ່ນ “ໄດ້ເພັ່ງເລັງ ຢ່າງຄັກແນ່ແລ້ວ” ໂດຍອີງໃສ່ການທົບທວນໃນດ້ານຄວາມໝັ້ນຄົງແຫ່ງຊາດ ກ່ຽວກັບການໂອນນັກໂທດຕື່ມອີກ ໄປໃຫ້ປະເທດຕ່າງໆທີ່ເຕັມໃຈຈະຮັບເອົາພວກເຂົາແລະອັດສູນກາງຄຸມຂັງດັ່ງກ່າວ.
ການປ່ອຍໂຕທ້າວນາສເຊີ ອາຍຸ 56 ປີ ໄປຍັງປະເທດໂມຣົກໂກ ມີຂຶ້ນ 5 ປີຫຼັງຈາກເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ໄດ້ລົງຄວາມເຫັນ ເປັນເທື່ອທຳອິດວ່າ ຜູ້ກ່ຽວບໍ່ໄດ້ເປັນໄພຂົ່ມຂູ່ ຕໍ່ຄວາມປອດໄພຂອງສະຫະລັດແລ້ວ ໂດຍປ່ອຍໃຫ້ພວກນັກໂທດ 39 ຄົນ ຍັງຖືກຄຸມຂັງທີ່ອ່າວກວນຕານາໂມຢູ່.
ສະຖານທີ່ ຊຶ່ງຕັ້ງຢູ່ໃນພາກຕາເວັນອອກຂອງປະເທດຄິວບາດັ່ງກ່າວ ຄັ້ງນຶ່ງເຄີຍເປັນບ່ອນຄຸມຂັງພວກທີ່ສົງໄສວ່າ ເປັນຜູ້ກໍ່ການຮ້າຍຫຼາຍເຖິງ 700 ຄົນ ຫຼັງຈາກການໂຈມຕີສະຫະລັດ ຂອງພວກກໍ່ການຮ້າຍ ອານ-ກາອີດາ ໃນວັນທີ 11 ກັນຍາ ປີ 2001 ແຕ່ພວກນັກເຄື່ອນໄຫວເພື່ອສິດທິມະນຸດ ມັກຈະກ່າວໂຈມຕີຕໍ່ສະຫະລັດ ໃນການຄຸມຂັງພວກນັກໂທດຢູ່ສະຖານທີ່ມີຄວາມປອດໄພສູງດັ່ງກ່າວ ໂດຍເວົ້າວ່າ ການຄຸມຂັງພວກນັກລົບເປັນຈຳນວນຫຼວງຫຼາຍ ທີ່ຖືກຈັບໄດ້ຢູ່ໃນສະໜາມລົບໃນພາກຕາເວັນອອກກາງແລະເອເຊຍໃຕ້ ແມ່ນຮ້າຍແຮງເກີນຂອບເຂດ ແລະມີການປະຕິບັດຕໍ່ພວກນັກໂທດເຫຼົ່ານີ້ແບບໄຮ້ມະນຸດສະທຳ.
ທຳນຽບຂາວກ່າວວ່າ ທ່ານໄບເດັນຕ້ອງການອັດ ສູນກາງຄຸມຂັງ ທີ່ອ່າວກວນຕານາໂມ ພາຍໃນຕອນທ້າຍຂອງການດຳລົງຕຳແໜ່ງເປັນເວລາ 4 ປີຂອງທ່ານຢູ່ທີ່ທຳນຽບຂາວ. ພວກນັກໂທດ 39 ຄົນທີ່ຍັງເຫຼືອຢູ່ນັ້ນ ທຳນຽບຂາວກ່າວວ່າ 10 ຄົນແມ່ນສາມາດທີ່ຈະໂອນ ໄປໃຫ້ປະເທດໃດໆກໍໄດ້ 17 ຄົນແມ່ນສາມາດທີ່ຈະໄດ້ຮັບການທົບທວນເບິ່ງຕື່ມ ແລະອີກ 10 ຄົນແມ່ນກຳລັງພົວພັນໃນການດຳເນີນຄະດີຂອງກຳມາທິການທະຫານແລະ 2 ຄົນໄດ້ຖືກຕັດສິນໂທດໄປແລ້ວ.
ເຈົ້າໜ້າທີ່ສະຫະລັດກ່່າວວ່າ ພວກເຂົາເຈົ້າຂໍສະແດງຄວາມຂອບໃຈ ຕໍ່ປະເທດໂມຣົກໂກ ທີ່ຈະຮັບເອົາທ້າວນາສເຊີ ເຖິງແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າລາວຈະຖືກປ່ອຍໂຕ ຫຼືຖືກຂັງຕໍ່. ທຳນຽບຫ້າແຈໄດ້ກ່າວເຖິງ “ການຄ້ຳປະກັນໃນດ້ານຄວາມປອດໄພ ແລະການປະຕິບັດແບບມີມະນຸດສະທຳ” ທີ່ປະເທດໂມຣົກໂກໄດ້ໃຫ້ໄວ້ຕໍ່ສະຫະລັດ.