ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກຜູ້ນຳຂອງກຸ່ມຕາລີບານ ກ່າວວ່າ ຢາກໃຫ້ມີການຕົກລົງ ເຖິງແມ່ນການສູ້ລົບ ຍັງດຳເນີນຕໍ່ໄປ


ທ່ານອັບດູລລາ ອັບດູລລາ ປະທານສະພາສ້າງຄວາມປອງດອງຊາດ ໃຫ້ສຳພາດແກ່ອົງການຂ່າວເອພີ ທີທຳນຽບຊາປີດາ ໃນນະຄອນຫຼວງກາບູລ ເມື່ອວັນເສົາ ທີ 1 ພຶດສະພາ 2021.
ທ່ານອັບດູລລາ ອັບດູລລາ ປະທານສະພາສ້າງຄວາມປອງດອງຊາດ ໃຫ້ສຳພາດແກ່ອົງການຂ່າວເອພີ ທີທຳນຽບຊາປີດາ ໃນນະຄອນຫຼວງກາບູລ ເມື່ອວັນເສົາ ທີ 1 ພຶດສະພາ 2021.

ພວກຜູ້ນຳຂອງກຸ່ມຕາລີບານ ກ່າວໃນວັນອາທິດວານນີ້ວ່າ ຕົນມີຄວາມໝັ້ນໝາຍຕໍ່ການແກ້ໄຂທາງດ້ານການເມືອງ ເພື່ອຍຸຕິສົງຄາມທີ່ດຳເນີນມາຫຼາຍທົດສະວັດໃນອັຟການິສຖານ ໃນຂະນະທີ່ພວກກະບົດກຸ່ມດັ່ງກ່າວ ຍັງສືບຕໍ່ທຳການສູ້ລົບຢູ່ໃນຫຼາຍໆຫົວເມືອງທົ່ວປະເທດ ເພື່ອເຂົ້າຍຶດເອົາດິນແດນເພີ້ມຕື່ມກໍຕາມ.

ຖະແຫຼງການຂອງທ່ານມໍລາວີ ຮີບາຕູລລາ ອາຄຸນຊາດາ (Mawlawi Hibatullah Akhunzada) ມີຂຶ້ນໃນຂະນະທີ່ພວກຜູ້ນໍາຂອງກຸ່ມຕາລີບານ ພົບປະກັບຄະນະຜູ້ແທນລະດັບສູງ ຂອງລັດຖະບານອັຟການິສຖານ ທີ່ປະເທດກາຕ້າ ເພື່ຶອລິເລີ້ມການເຈລະຈາສັນຕິພາບ. ຄະນະຜູ້ແທນຂອງກາບູລ ແມ່ນຮວມທັງ ຜູ້ນຳ ໝາຍເລກ 2 ໃນຄະນະລັດຖະບານ ທ່ານອັບດູລລາ ອັບດູລລາ ປະທານສະພາສ້າງຄວາມປອງດອງຊາດຂອງອັຟການິສຖານ.

ການເຈລະຈາເລີ້ມຂຶ້ນໃນມື້ວັນເສົາຜ່ານມານີ້ ກ່ອນວັນພັກບຸນອີດອາລ-ອາດາ ຂອງສາສະໜາ ອິສລາມ ຊຶ່ງຢູ່ໃນຫຼາຍໆເຂດຂອງໂລກຄາດວ່າ ຈະເລີ້ມສະຫຼອງກັນໃນວັນອັງຄານນີ້. ການເຈລະຈາຮອບສອງໄດ້ເລີ້ມຂຶ້ນໃນວັນອາທິດວານນີ້.

ທູດສັນຕິພາບຂອງສະຫະລັດ ທ່ານຊາລເມ ຄາລີຊາດ ຜູ້ຊຶ່ງຢູ່ທີ່ປະເທດກາຕ້າກ່ອນໜ້ານີ້ໄດ້ສະແດງຄວາມຫັວງເຖິງການຫຼຸດຜ່ອນຄວາມຮຸນແຮງ ແລະບາງທີອາດໃຫ້ມີການຢຸດຍິງກັນ ໃນລະຫວ່າງວັນພັກບຸນ ອີດ ອາລ-ອາດາ.

ທ່ານອາຄຸນຊາດາ ກ່າວວ່າ “ເຖິງແມ່ນຈະໄດ້ຮັບ ຄວາມຄືບໜ້າທາງດ້ານທະ ຫານ ແລະການບຸກເຂົ້າຍຶດຢູ່ໃນຫຼາຍໆເຂດ ແຕ່ປະເທດອິສລາມ ກໍຍັງຢາກຈະໃຫ້ມີການແກ້ໄຂທາງດ້ານການເມືອງຢູ່ພາຍໃນປະເທດແລະທຸກໂອກາດໃນການສ້າງຕັ້ງລະບົບອິສລາມຂຶ້ນ.”

ປະເທດອິສລາມອັຟການິສຖານ ນັ້ນຄືສິ່ງທີ່ກຸ່ມຕາລີບານ ເອີ້ນລັດຖະບານຂອງຕົນ ເວລາເຂົາເຈົ້າປົກຄອງປະເທດເປັນເວລາ 5 ປີ ຈົນເທົ່າກຸ່ມແນວໂຮມພາຍໃຕ້ການນຳພາຂອງສະຫະລັດ ຂັບໄລ່ພວກເຂົາອອກຈາກອຳນາດໃນປີ 2001.

ແນວໃດກໍຕາມ ມາຈົນຮອດເວລານີ້ ແມ່ນຍັງບໍ່ມີຮ່ອງຮອຍໃດໆສະແດງໃຫ້ເຫັນເຖິງການຕົກລົງກັນທາງດ້ານການເມືອງເທື່ອ. ການສູ້ລົບກັນ ລະຫວ່າງກຸ່ມຕາລີບານ ແລະກຳລັງຂອງລັດຖະ ບານຍັງດຳເນີນຢູ່ຕໍ່ມາໃນຫຼາຍໆແຂວງ ແລະມີຊາວ ອັຟການິສຖານຫລາຍໆພັນຄົນ ໄປຂໍວີຊາ ເພື່ອອອກເດີນທາງໄປຕ່າງປະເທດ. ສ່ວນໃຫຍ່ແມ່ນພາກັນຕື່ນຕົກໃຈໃນການຖອນທະຫານອາເມຣິກັນ ແລະອົງການເນໂຕ້ ຫຼັງຈາກໄດ້ປະຕິບັດງານຢູ່ໃນປະເທດດັ່ງກ່າວມາໄດ້ເກືອບ 20 ປີແລ້ວນັ້ນ ຊຶ່ງຈະເຮັດໃຫ້ອັຟການິສຖານ ເກີດຄວາມວຸ້ນວາຍຂຶ້ນຕື່ມ. ໃນຂະນະທີ່ການຖອນທະຫານສະຫະລັດສຳເລັດໄປແລ້ວກວ່າ 95 ເປີເຊັນ ອະນາຄົດຂອງອັຟການິສຖານແມ່ນເບິ່ງຄືວ່າຍັງບໍ່ມີຄວາມແນ່ນອນເລີຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG