ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ສົ່ງນັກກິລາ ຫຼາຍກວ່າ 400 ຄົນ ໄປຮ່ວມການແຂ່ງຂັນໂອລິມປິກ ທີ່ໂຕກຽວ


ຜູ້ຄົນທີ່ໃສ່ໜ້າກາກ ຍ່າງຢູ່ຕໍ່ໜ້າສະໜາມກິລາແຫ່ງຊາດ ຊຶ່ງເປັນບ່ອນແຂ່ງຂັນຫຼັກ ສຳລັບໂອລິມປິກປີ 2020 ທີ່ໂຕກຽວ ໃນວັນທີ 7 ກໍລະກົດ 2021.
ຜູ້ຄົນທີ່ໃສ່ໜ້າກາກ ຍ່າງຢູ່ຕໍ່ໜ້າສະໜາມກິລາແຫ່ງຊາດ ຊຶ່ງເປັນບ່ອນແຂ່ງຂັນຫຼັກ ສຳລັບໂອລິມປິກປີ 2020 ທີ່ໂຕກຽວ ໃນວັນທີ 7 ກໍລະກົດ 2021.

ຈີນ ຈະສົ່ງນັກກິລາ 431 ຄົນ ໄປຮ່ວມການແຂ່ງຂັນກິລາໂອລິມປິກ ທີ່ນະຄອນໂຕກຽວ ອັນເປັນພາກສ່ວນນຶ່ງ ຂອງຄະນະຜູ້ຕາງໜ້າຈີນທີ່ມີທັງໝົດ 777 ຄົນ ແລະກໍເປັນຄະນະຜູ້ຕາງໜ້າໄປຮ່ວມການແຂ່ງຂັນກິລາໂອລິມປິກທີ່ໃຫຍ່ທີ່ສຸດ ຢູ່ນອກປະເທດຈີນ ອີງຕາມລາຍງານຂອງອົງການຂ່າວເອພີທີ່ອ້າງສື່ມວນຊົນຂອງທາງການຈີນ.

ຄະນະນັກກິລາຂອງຈີນ ແມ່ນຮວມທັງນັກກິລາແມ່ຍິງ 298 ຄົນ ຄືປະກອບເປັນຫຼາຍກວ່າ 2 ເທົ່າຂອງພວກນັກກິລາຊາຍ ທີ່ມີທັງໝົດ 133 ຄົນ. ອົງການຂ່າວຊິນຫົວຂອງທາງການຈີນແຈ້ງວ່າ ພວກນັກກິລາເຫຼົ່ານີ້ ມີອາຍຸແຕ່ 14 ປີຂຶ້ນໄປ ຄືນັກກິລາໂດດນ້ຳ ຈວານ ຮອງຈັນ (Quan Hongchan) ໄປຫາອາຍຸ 52 ປີ ຄືນັກກິລາຂີ່ມ້າ ຫຼີ ເຈັ້ນຈຽງ (Li Zhengiang).

ອົງການຂ່າວຊິນຫົວແຈ້ງວ່າ ຈີນຄາດວ່າຊະນະຫຼຽນຄຳ ໃນກິລາປິງປອງ ຕີປີກ ໄກ່ ກາຍະກຳ ຍົກນ້ຳໜັກ ຍິງປືນ ແລະໂດດນ້ຳ. ຄະນະຜູ້ຕາງໜ້າທີ່ເຂົ້າຮ່ວມການແຂ່ງກັນກິລາໂອລິມປິກຢູ່ປັກກິ່ງໃນປີ 2008 ແມ່ນມີທັງໝົດ 1,099 ຄົນ ຮວມທັງນັກກິລາ 639 ຄົນ.

ການແຂ່ງຂັນກິລາໂອລິມປິກໂຕກຽວ ທີ່ໄດ້ມີການເລື່ອນເວລາມານຶ່ງປີ ຍ້ອນໂຄວິດ-19 ນັ້ນ ຈະເລີ້ມຂຶ້ນໃນອີກ 9 ມື້ຂ້າງໜ້າ ຄືວັນທີ 23 ກໍລະກົດ.

BEIJING (AP) — China will send 431 athletes to the Tokyo Games as part of a 777-member delegation, its largest at an Olympics outside China. The official Xinhua News Agency says the team includes 298 female athletes which is more than twice the 133 male competitors. Xinhua says China expects to win gold medals in table tennis, badminton, gymnastics, weightlifting, shooting and diving. The delegation to the Beijing Games in 2008 was larger with 1,099 people including 639 athletes. The delayed Tokyo Olympics open in nine days on July 23.

XS
SM
MD
LG