ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດສິດທິມະນຸດ ສປຊ ຮຽກຮ້ອງໃຫ້ປະຊາຄົມສາກົນ ເອົາມາດຕະການ ທີ່ປະສານງານກັນ ຕໍ່ພວກທະຫານມຽນມາ


ທະຫານມຽນມາ ພວມລາດຕະເວນ ທີ່ລັດກາຢາ (Kayah) ທາງພາກຕາເວັນອອກຂອງປະເທດມຽນມາ ເມື່ອວັນທີ 23 ພຶດສະພາ 2021.
ທະຫານມຽນມາ ພວມລາດຕະເວນ ທີ່ລັດກາຢາ (Kayah) ທາງພາກຕາເວັນອອກຂອງປະເທດມຽນມາ ເມື່ອວັນທີ 23 ພຶດສະພາ 2021.

ປະຊາຄົມສາກົນ ພວມປະສົບກັບຄວາມລົ້ມແຫຼວໃນການຊ່ວຍເຫຼືອແກ່ປະຊາຊົນ ມຽນມາ ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ດ້ານສິດທິມະນຸດອົງການສະຫະປະຊາຊາດທີ່ກ່າວໃນວັນພຸດວານນີ້ ຂະນະທີ່ທ່ານຮຽກຮ້ອງໃຫ້ທຳການລົງໂທດແບບມີການ ປະສານງານກັນ ໃນດ້ານນ້ຳມັນ ແລະແກັສທຳມະຊາດ ຕໍ່ພວກທະຫານທີ່ພວມປົກຄອງປະເທດຢູ່ໃນເວລານີ້.

ໃນການກ່າວຄຳປາໄສຕໍ່ສະພາສິດທິມະນຸດອົງການສະຫະປະຊາຊາດນັ້ນ ທ່ານທໍມາສ ແອນດຣູ ຜູ້ຂຽນລາຍງານກ່ຽວກັບສະພາບສິດທິມະນຸດຢູ່ໃນປະເທດມຽນມາ ໄດ້ສະເໜີີໃຫ້ມີການເອົາມາດຕະການຫຼາຍໆຢ່າງເພື່ອປັບປຸງໃຫ້ວິກິດການຢູ່ປະເທດດັ່ງກ່າວດີຂຶ້ນ.

ທ່ານແອນດຣູ ກ່າວວ່າ “ລາຍໄດ້ຈາກພາກສ່ວນນ້ຳມັນ ແລະແກັສທຳມະຊາດແມ່ນເສັ້ນຊີວິດດ້ານການເງິນ ສຳລັບພວກທະຫານ ແລະກະປະມານວ່າ ໃກ້ຄຽງກັບສິ່ງທີ່ມີຄວາມຈຳເປັນ ເພື່ອໃຫ້ພວກທະຫານ ສາມາດຮັກສາ ກຳລັງປ້ອງກັນຄວາມສະຫງົບ ທີ່ຊ່ວຍພວກເຂົາເຈົ້າຮັກສາອຳນາດ ຢູ່ໃນເວລານີ້. ມັນຄວນຖືກຢຸດເຊົາ.”

ເມື່ອຫ້າເດືອນກ່ອນ ກອງທັບມຽນມາໄດ້ໂຄ່ນລົ້ມລັດຖະບານທີ່ໄດ້ຖືກຮັບເລືອກແບບປະຊາທິ ປະໄຕຂອງປະເທດ. ນັບຕັ້ງແຕ່ການເຂົ້າກຳອຳນາດແລ້ວ ອຳນາດການປົກຄອງທະຫານ ທີ່ຮູ້ກັນໃນຊື່ ທັດມາດໍ ກໍໄດ້ທຳການປາບປາມຕໍ່ການລຸກຮືຂຶ້ນຂອງປະຊາຊົນດ້ວຍກຳລັງ ໂດຍໄດ້ສັງຫານຜູ້ຄົນໄປແລ້ວເກືອບ 900 ຄົນ.

ມະຫາອຳນາດຂອງໂລກຫຼາຍໆປະເທດ ຮວມທັງສະຫະລັດແລະສະຫະພາບຢູໂຣບໄດ້ທຳການລົງໂທດຕໍ່ມຽນມາ ນັບແຕ່ໄດ້ມີການເຮັດລັດຖະປະຫານເມື່ອວັນທີ 1 ກຸມພາຜ່ານມາ. ໃນອາທິດແລ້ວນີ້ ລັດຖະບານສະຫະລັດກໍໄດ້ປະກາດ ການລົງໂທດທາງດ້ານເສດຖະກິດ ທີ່ໜັກທີ່ສຸດຈຳນວນນຶ່ງ ທີ່ແນໃສ່ພວກນາຍທະຫານແລະບໍລິສັດຕ່າງໆ ທີ່ມີຄວາມສຳພັນກັບກອງທັບມຽນມາຫຼືທັດມາດໍ.

[[https://www.voanews.com/east-asia-pacific/us-targets-myanmars-military-another-round-sanctions]]

ທ່ານແອນດຣູ ກ່າວວ່າ ມາຈົນຮອດເວລານີ້ ການລົງໂທດແມ່ນບໍ່ໄດ້ຮັບຜົນຫຍັງຫຼາຍ ແລະທ່ານໄດ້ກ່າວຢ້ຳຊ້ຳແລ້ວຊໍ້າອີກ ກ່ຽວກັບຂໍ້ສະເໜີຂອງທ່ານ ເພື່ອໃຫ້ສ້າງຕັ້ງກຸ່ມປະເທດ ທີ່ມີຊື່ວ່າ ແນວໂຮມສຸກເສີນເພື່ອປະຊາຊົນຊາວມຽນມາ.

ທ່ານແອນດຣູ ກ່າວວ່າ “ໃນໄລຍະຫ້າເດືອນຜ່ານມາ ພວກເຮົາໄດ້ຮູ້ເຫັນເປັນພະຍານວ່າ ແມ່ນຫຍັງໄດ້ເກີດຂຶ້ນ ເມື່ອຂາດການເອົາມາດຕະການ ທີ່ເຂັ້ມແຂງແບບມີການປະສານງານກັນຂອງສາກົນ ດັ່ງນັ້ນ ພວກເຮົາຈຶ່ງຮູ້ຈັກຢ່າງເປັນທີ່ແນ່ນອນວ່າ ຖ້າຫາກປະຊາຄົມສາກົນຍັງສືບຕໍ່ທິດທາງທີ່ພວມດຳເນີນຢູ່ໃນເວລານີ້ ທຸກສິ່ງຢ່າງກໍຈະສືບຕໍ່ຊຸດໂຊມລົງສຳລັບປະຊາຊົນຊາວມຽນມາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG