ກອງທັບສະຫະລັດ ຫຼັງຈາກໄດ້ປະຈຳການ ຢູ່ທີ່ຖານທັບອາກາດແບັກແຣມ ມາເກືອບ 20 ປີແລ້ວນັ້ນ ໄດ້ຖອນອອກຈາກຖານທັບດັ່ງກ່າວ ຊຶ່ງໄດ້ຖືກໃຊ້ເປັນຈຸດສູນກາງ ໃນການເຮັດສົງ ຄາມ ເພື່ອຂັບໄລ່ກຸ່ມຕາລີບານອອກຈາກອຳນາດ ແລະຕາມລ່າຫາໂຕພວກກໍ່ການ ຈາກກຸ່ມກໍ່ການຮ້າຍ ອານກາອີດາ ທີ່ໄດ້ໂຈມຕີຢູ່ໃນດິນແດນຂອງສະຫະລັດ ເມື່ອວັນທີ 11 ກັນຍາ ອີງຕາມລາຍງານຂອງອົງການຂ່າວເອພີິ ທີ່ໄດ້ອ້າງຄຳເວົ້າ ເຈົ້າໜ້າທີ່ສະຫະລັດ 2 ທ່ານ.
ຖານທັບອາກາດດັ່ງກ່າວ ໄດ້ຖືກມອບໃຫ້ແກ່ກຳລັງກອງທັບແຫ່ງຊາດແລະກຳລັງປ້ອງກັນປະເທດອັຟກາກນິສຖານ ທັງໝົດແລ້ວ ຊຶ່ງພວກທ່ານໄດ້ກ່າວ ໂດຍບໍ່ຂໍບອກຊື່ ຍ້ອນພວກທ່ານບໍ່ໄດ້ຮັບອະນຸຍາດໃຫ້ເປີດເຜີຍເລື້ອງນີ້ຕໍ່ສື່ມວນຊົນ.
ນອກນັ້ນ ເຈົ້າໜ້າທີ່ທ່ານນຶ່ງຍັງກ່າວວ່າ ຜູ້ບັນຊາການສູງສຸດ ຂອງກຳລັງສະຫະລັດໃນອັຟການິສຖານ ນາຍພົນອອສຕິນ ແອັສ ມິລເລີ “ຍັງຮັກສາຄວາມສາມາດ ແລະອຳນາດໃນການປົກປ້ອງກຳລັງຂອງສະຫະລັດໄວ້ຢູ່.”
ການຖອນກຳລັງດັ່ງກ່າວ ແມ່ນຮ່ອງຮອຍອັນຈະແຈ້ງທີ່ສຸດ ທີ່ວ່າກຳລັງທະຫານສະຫະ ລັດຈຸສຸດທ້າຍໃນລະຫວ່າງ 2,500 ຫາ 3,000 ຄົນໄດ້ຖອນອອກຈາກ ອັຟການິສຖານ ຫຼືເກືອບຖອນອອກໄປໝົດແລ້ວ ຫຼາຍເດືອນກ່ອນໝາຍກຳນົດທີ່ປະທານາທິບໍດີໂຈ ໄບເດັນ ໄດ້ສັນຍາວ່າ ພວກເຂົາເຈົ້າຈະຖືກຖອນອອກໄປໃຫ້ໝົດພາຍໃນວັນທີ 11 ກັນຍາ.
ມັນເປັນທີ່ຈະແຈ້ງບໍ່ດົນຫຼັງຈາກໄດ້ມີການປະກາດໃນກາງເດືອນເມສາຜ່ານມາທີ່ວ່າສະຫະລັດຈະຍຸຕິ “ສົງຄາມທີ່ບໍ່ມີມື້ສິ້ນສຸດ” ຊຶ່ງການຖອນກຳລັງທະຫານສະຫະລັດ ແລະພັນທະມິດຈາກອົງການເນໂຕ້ 7,000 ຄົນ ແມ່ນຫຍັບໃກ້ເຂົ້າມາໃນວັນທີ 4 ກໍລະກົດ ເວລາຊາວອາເມຣິກັນ ສະເຫຼີມສະຫຼອງ ວັນເອກກະລາດຂອງພວກເຂົາເຈົ້າ.
ກຳລັງສ່ວນໃຫຍ່ ຂອງອົງການເນໂຕ້ ໄດ້ຖອນຢ່າງງຽບໆອອກໄປແລ້ວ ມາຈົນຮອດອາທິດນີ້.
ສະຫະລັດໄດ້ປະຕິເສດ ທີ່ຈະແຈ້ງໃຫ້ຊາບວ່າ ເວລາໃດທີ່ທະຫານອາເມຣິກັນ ຄົນສຸດ ທ້າຍຈະເດີນທາງອອກຈາກອັຟການິສຖານໂດຍອ້າງເຫດຜົນດ້ານຄວາມໝັ້ນ ຄົງ ແຕ່ການປົກປ້ອງສະໜາມບິນສາກົນຮາມິດກາຊາຍ ໃນນະຄອນຫຼວງກາບູລ ພວມມີການເຈລະຈາກັນຢູ່. ໃນເວລານີ້ ທະຫານເທີກີແລະສະຫະລັດ ເປັນຜູ້ໃຫ້ ການຄຸ້ມຄອງແກ່ສະໜາມບິນ. ການຄຸ້ມຄອງດັ່ງກ່າວ ແມ່ນຢູ່ພາຍໃຕ້ການປະຕິ ບັດງານຂອງກຳລັງພັນທະມິດ ຊຶ່ງເປັນການປະຕິບັດງານທາງທະຫານ ຊຶ່ງໃນເວ ລານີ້ໄດ້ອັດລົງແລ້ວ.
ຈົນເທົ່າມີການຕົກລົງສະບັບໃໝ່ ໃນການໃຫ້ຄວາມຄຸ້ມຄອງ ແກ່ສະໜາມບິນດັ່ງກ່າວ ທີ່ພວມມີການເຈລະຈາກັນຢູ່ ລະຫວ່າງເທີກີ ແລະລັດຖະບານອັຟການິສຖານ ແລະບາງທີອາດຮວມທັງສະຫະລັດນຳດ້ວຍ ການປະຕິບັດງານຂອງກຳລັງທະຫານຕ່າງປະເທດ ຈຶ່ງເບິ່ງຄືວ່າຍັງດຳເນີນຢູ່ຕໍ່ໄປ.