ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໄບເດັນ ກ່າວວ່າ ສະຫະລັດ ຈະບໍລິຈາກຢາວັກຊີນ ກັນໂຄວິດ ໃຫ້ແກ່ໂລກ 500 ລ້ານໂດສ 


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຖືຶກຕ້ອນຮັບເວລາທ່ານເດີນທາງໄປເຖິງສະໜາມບິນນິວເຄວ ທີ່ເມືອງຄອນວອລ ປະເທດອັງກິດ ເມື່ອວັນທີ 9 ມິຖຸນາ 2021.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຖືຶກຕ້ອນຮັບເວລາທ່ານເດີນທາງໄປເຖິງສະໜາມບິນນິວເຄວ ທີ່ເມືອງຄອນວອລ ປະເທດອັງກິດ ເມື່ອວັນທີ 9 ມິຖຸນາ 2021.

ກ່ອນໜ້າກອງປະຊຸມສຸດຍອດ ຂອງກຸ່ມຈີ 7 ຢູ່ອັງກິດ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ປະກາດຢ່າງເປັນທາງການວ່າ ລັດຖະບານຂອງທ່ານຈະບໍລິຈາກຢາວັກຊີນຟາຍເຊີ 500 ລ້ານໂດສ ໃຫ້ແກ່​ 92 ປະເທດ ທີ່ມີລາຍໄດ້ຕໍ່າຫາປານກາງ.

ທ່ານໄບເດັນ ກ່າວທີ່ເມືອງຄອນວອລໃນວັນພະຫັດວານນີ້ວ່າ “ຢາວັກຊີນ 500 ລ້ານໂດສເຫຼົ່ານີ້ ຈະເລີ້ມຈັດສົ່ງໃຫ້ໃນເດືອນສິງຫາ ຢ່າງໄວວາຫຼັງຈາກຜະລິດແລ້ວ” ແລະທ່ານກ່າວຕື່ມວ່າ 200 ລ້ານໂດສ ຈະຈັດສົ່ງໃຫ້ ພາຍໃນທ້າຍປີນີ້ແລະ 300 ລ້ານໂດສໃນໄລຍະ 6 ເດືອນທຳອິດຂອງປີ 2022.

ທ່ານໄບເດັນກ່າວວ່າ ການບໍລິຈາກ ຊຶ່ງໄດ້ມີການປະກາດເປັນເທື່ອທຳອິດ ໃນວັນພຸດຜ່ານມານີ້ ຈະເປັນການບໍລິຈາກແບບບໍ່ມີເງື່ອນໄຂໃດໆທັງສິ້ນ.

ທ່ານໄບເດັນເວົ້າວ່າ “ການບໍລິຈາກຢາວັກຊີນຂອງພວກເຮົາ ຈະບໍ່ຮວມທັງການກົດດັນເພື່ອຢາກໄດ້ການສະໜັບສະໜຸນ ຫຼືການໃຫ້ສິດພິເສດ ທີ່ອາດມີຂຶ້ນໃດໆພວກເຮົາເຮັດສິ່ງນີ້ເພື່ອຊ່ວຍຊີວິດ ເພື່ອໃຫ້ໂຣກລະບາດສິ້ນສຸດລົງ.”

ທ່ານອາລເບີດ ບົວລາ (Albert Bourla) ຫົວໜ້າຂອງບໍລິສັດຟາຍເຊີກໍໄດ້ໄປ ຮ່ວມຜູ້ນຳຂອງສະຫະລັດ ໃນການປະກາດດັ່ງກ່າວນີ້.

ທ່ານບົວລາ ກ່າວວ່າ “ພວກເຮົາກຳລັງທົດສອບເບິ່ງວ່າຢາວັກຊີນຂອງເຮົາຕອບຮັບແບບໃດກັບເຊື້ອໄວຣັສສາຍພັນໃໝ່” ຊຶ່ງທ່ານໃຫ້ຂໍ້ສັງເກດວ່າ ມາຈົນຮອດເວລານີ້ ບໍ່ມີສາຍພັນໃດສາມາດເລັດລອດໄປຈາກການປົກປ້ອງ ທີ່ຢາວັກຊີນໄດ້ໃຫ້ຄວາມຄຸ້ມກັນ.

ດ້ວຍການໃຫ້ຄຳໝັ້ນສັນຍາດັ່ງກ່າວ ສະຫະລັດຍັງໄດ້ແນໃສ່ການກຳຈັດຊື່ສຽງໃນທາງທີ່ບໍ່ຄ່ອຍສະບາຍໃຈກ່ຽວກັບວ່າ ເປັນຜູ້ກັກຕຸນຢາວັກຊີນ.

ການເຄື່ອນໄຫວດັ່ງກ່າວນີ້ ແມ່ນເປັນສັນຍານວ່າ ສະຫະລັດ “ຈະບໍ່ເບິ່ງໂລກແບບແຄບໆແລະເພັ່ງເລັງໃສ່ ແຕ່ພາຍໃນປະເທດ” ນັ້ນຄືຄຳເວົ້າ ຂອງທ່ານນາງແລັສລີ ວິນຈາມູຣີ (Leslie Vinjamuri) ຜູ້ອຳນວຍການໂຄງການຂອງສະຫະລັດ ແລະອາເມຣິກາ ທີ່ແຊັດແທມເຮົ້າສ໌ (Chatham House.) ທ່ານນາງວິນຈາມູຣີ ກ່າວວ່າ ສິ່ງນັ້ນໄດ້ມີຄວາມເປັນຫ່ວງຢ່ງາເລິກເຊິ່ງຢູ່ໃນທົ່ວໂລກ ບໍ່ສະເພາະແຕ່ໃນຊຸມປີ ທີ່ທ່ານທຣຳປົກຄອງປະເທດ ແຕ່ໃນໄລຍະຫຼາຍໆເດືອນທຳອິດຂອງລັດຖະບານທ່ານໄບເດັນເວລາວໍຊິງຕັນບໍ່ໄດ້ແບ່ງປັນຢາວັກຊີນທີ່ມີເກີນຄວາມຕ້ອງການຂອງຕົນໃຫ້ແກ່ປະເທດອື່ນໆ.

ການປະກາດຂອງປະທານາທິບໍດີສະຫະລັດ ມີຂຶ້ນນຶ່ງມື້ ກ່ອນກອງປະຊຸມສຸດຍອດຂອງກຸ່ມຈີ 7 ຊຶ່ງເປັນກອງປະຊຸມຂອງບັນດາປະເທດປະຊາທິປະໄຕທີ່ມີຄວາມກ້າວໜ້າທີ່ສຸດຂອງໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG