ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ຮັບຜ່ານຮ່າງກົດໝາຍ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ອຸດສາຫະກຳເທັກໂນໂລຈີ ຂອງສະຫະລັດ


ແສງໄຟທີ່ແນມເຫັນຈາກຕຶກຫໍລັດຖະສະພາສະຫະລັດ ເມື່ອວັນທີ 16 ມີນາ 2020.
ແສງໄຟທີ່ແນມເຫັນຈາກຕຶກຫໍລັດຖະສະພາສະຫະລັດ ເມື່ອວັນທີ 16 ມີນາ 2020.

ສະພາສູງຂອງສະຫະລັດ ໄດ້ໃຫ້ການອະນຸມັດຢ່າງຖ້ວມລົ້ນ ຕໍ່ຮ່າງກົດໝາຍສະ ບັບນຶ່ງໃນວັນອັງຄານວານນີ້ ທີ່ແນໃສ່ເພື່ອເພີ້ມການຜະລິດ ສານເຄິ່ງຕົວນຳ ຫລື semiconductor ແລະປັນຍາປະດິດ ຫລື artificial intelligence ແລະເທັກໂນຈີອື່ນໆທ່າມກາງທີ່ມີການແຂ່ງຂັນຕື່ມຂຶ້ນຂອງນາໆຊາດ ໂດຍສະເພາະແມ່ນຈີນ ອີງຕາມລາຍງານຂອງອົງການເອພີ.

ການລົງຄະແນນສຽງ 68 ຕໍ່ 32 ສຳລັບຮ່າງກົດໝາຍສະບັບນີ້ສະແດງໃຫ້ເຫັນວ່າ ການປະເຊີນໜ້າທາງດ້ານເສດຖະກິດກັບຈີນ ແມ່ນເປັນບັນຫາທີ່ເຮັດໃຫ້ທັງສອງພັກການເມືອງຢູ່ໃນສະພາຂອງສະຫະລັດສາມັກຄີກັນໄດ້ແນວໃດ. ນັ້ນເປັນສິ່ງທີ່ບໍ່ຄ່ອຍໄດ້ເຫັນກັນໃນຍຸກສະໄໝຂອງການແບ່ງແຍກໃນຂະນະທີ່ພັກເດໂມແຄຣັດພວມຈະປ່ຽນແປງກົດລະບຽບໃໝ່ ເພື່ອຊຸກຍູ້ໃຫ້ມີການຮັບຜ່ານ ການຄັດ ຄ້ານຈາກພັກຣີພັບບລີກັນແລະສະພາບການບໍ່ໄປບໍ່ມາ.

ຈຸດໃຈກາງຂອງຮ່າງກົດໝາຍສະບັບນີ້ກໍແມ່ນການຈັດສັນເງິນແບບສຸກເສີນ 50 ຕື້ໂດລາໃຫ້ແກ່ກະຊວງການຄ້າຂອງສະຫະລັດ ເພື່ອສະໜັບສະໜຸນການພັດທະນາແລະຜະລິດເຊມີຄອນດັກເຕີ້ ໂດຍຜ່ານໂຄງການຄົ້ນຄວ້າ ແລະການໃຫ້ເງິນລາງວັນພິເສດອື່ນໆ ທີ່ໄດ້ຮັບການອະນຸມັດໄປແລ້ວຈາກລັດຖະສະພາກ່ອນໜ້ານີ້. ຕົ້ນທຶນທັງໝົດຂອງຮ່າງກົດໝາຍດັ່ງກ່າວ ຈະພາໃຫ້ມີການໃຊ້ຈ່າຍເພີ້ມຂຶ້ນປະມານ 250 ຕື້ໂດລາໂດຍທີ່ການໃຊ້ຈ່າຍສ່ວນໃຫຍ່ຈະມີຂຶ້ນພາຍໃນໄລຍະ​ 5 ປີ.

ພວກສະໜັບສະໜຸນຮ່າງກົດໝາຍກ່າວວ່າ ເປັນການລົງທຶນ ກ່ຽວກັບການຄົ້ນ ຄວ້າທາງດ້ານວິທະຍາສາດທີ່ໃຫຍ່ທີ່ສຸດ ທີ່ສະຫະລັດໄດ້ເຫັນໃນຮອບຫຼາຍທົດສະວັດ ໂດຍມີຂຶ້ນໃນຂະນະທີ່ການຜະລິດເຊມີຄອນດັກເຕີ້ຢູ່ໃນທົ່ວໂລກ ພວມຫຼຸດນ້ອຍຖອຍລົງ ຈາກ 37 ເປີເຊັນໃນຊຸມປີ 1990 ມາເປັນປະມານ 12 ເປີເຊັນໃນເວລານີ້ໃນຂະນະທີ່ການຂາດແຄນຊີບ (chip) ໄດ້ເຜີິຍແບໃຫ້ເຫັນເຖິງຄວາມຫຼໍ່ແຫຼມໃນຕ່ອງໂສ້ອຸບປະທານຂອງສະຫະລັດ.

ທ່ານຊັກ ຊູເມີ (Chuck Schumer) ຜູ້ນຳສຽງສ່ວນຫຼາຍໃນສະພາສູງສະຫະລັດ ກ່າວວ່າ “ຂໍ້ສະເໜີດັ່ງກ່າວນີ້ແມ່ນລຽບງ່າຍ ຖ້າພວກເຮົາຢາກໃຫ້ຄົນງານແລະບໍລິສັດອາເມຣິກັນຮັກສາການນຳໜ້າໃນໂລກ ລັດຖະບານກາງຕ້ອງໄດ້ລົງທຶນໃນດ້ານວິທະຍາສາດ ການຄົ້ນຄວ້າພື້ນຖານ ແລະນະວັດຕະກຳໃໝ່ ດັ່ງທີ່ພວກເຮົາເຄີຍເຮັດມາໃນຫຼາຍໆທົດສະວັດ ຫຼັງຈາກສົງຄາມໂລກຄັ້ງທີ 2. ຜູ້ໃດຊະນະການແຂ່ງຂັນທາງດ້ານເທັກໂນໂລຈີສຳລັບອະນາຄົດ ຜູ້ນຳກໍຈະເປັນຜູ້ນຳເສດຖະກິດຂອງໂລກ ຊຶ່ງຈະມີຜົນທີ່ຕິດຕາມມາ ຢ່າງເລິກເຊິ່ງ ໃນດ້ານນະໂຍ ບາຍການຕ່າງປະເທດ ແລະໃນດ້ານຄວາມໝັ້ນຄົງແຫ່ງຊາດ ກໍເຊັ່ນດຽວກັນ.”

ສ່ວນຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານມິຕຈ໌ ແມັກຄອນແນລ ກໍກ່າວວ່າ ຮ່າງກົດໝາຍສະບັບນີ້ ແມ່ນບໍ່ຄົບຖ້ວນ ຍ້ອນວ່າບໍ່ໄດ້ຮວມເອົາບົດແກ້ໄຂເພີ້ມຕື່ມຂອງພັກຣີພັບບລີກັນເຂົ້ານຳ. ແຕ່ໃນທີ່ສຸດທ່ານກໍໃຫ້ການສະໜັບສະໜຸນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG