ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານສູງສຸດ ຕັດສິນວ່າ ພວກຍົກຍ້າຍຖິ່ນຖານ ທີ່ຢູ່ໃນສະຫະລັດຊົ່ວຄາວ ບໍ່ມີສິດທີ່ຈະໄດ້ຮັບບັດຂຽວ


ຕາເວັນພວມຂຶ້ນ ໃນຂະນະທີ່ຄອບຄົວພວກຂໍລີ້ໄພຈາກຮອນດູຣາສ ແລະແອລຊາລວາດໍ ພາກັນຍ່າງມຸ່ງໜ້າໄປຊາຍແດນ ໂດຍຂ້າມແມ່ນ້ຳຣີໂອກຣານເດ ເຂົ້າໄປໃນສະຫະລັດຈາກເມັກຊິໂກ.
ຕາເວັນພວມຂຶ້ນ ໃນຂະນະທີ່ຄອບຄົວພວກຂໍລີ້ໄພຈາກຮອນດູຣາສ ແລະແອລຊາລວາດໍ ພາກັນຍ່າງມຸ່ງໜ້າໄປຊາຍແດນ ໂດຍຂ້າມແມ່ນ້ຳຣີໂອກຣານເດ ເຂົ້າໄປໃນສະຫະລັດຈາກເມັກຊິໂກ.

ສານສູງສຸດຂອງສະຫະລັດ ໄດ້ຕັດສິນຢ່າງເປັນເອກກະສັນໃນວັນຈັນວານນີ້ວ່າ ພວກຄົນເຂົ້າເມືອງ 4 ແສນຄົນຈາກ 12 ປະເທດທີ່ໄດ້ຮັບອະນຸຍາດໃຫ້ອາໄສຢູ່ໃນສະຫະລັັດຍ້ອນເຫດຜົນທາງດ້ານມະນຸດສະທຳນັ້ນ ບໍ່ມີສິດທີ່ຈະໄດ້ຮັບຖາ ນະໃນການເປັນຜູ້ອາໄສຢູ່ຢ່າງຖາວອນໃນສະຫະລັດໄດ້.

ຜູ້ພິພາກສາອາເລນາ ເຄແກນ (Elana Kagan) ຂຽນລົງ ໃນຄຳຕັດສິນຂອງສານວ່າ ກົດໝາຍຄົນເຂົ້າເມືອງຂອງສະຫະລັດໄດ້ຂັດຂວາງບໍ່ໃຫ້ພວກຄົນເຂົ້າຍົກຍ້າຍຖິ່ນຖານທີ່ເຂົ້າມາໃນປະເທດຢ່າງຜິດກົດໝາຍ ບໍ່ໃຫ້ໄດ້ຮັບຖານະເປັນຜູ້ອາໄສຢູ່ຢ່າງຖາວອນ ຫຼື “ບັດຂຽວ” ເຖິງແມ່ນວ່າພວກເຂົາເຈົ້າໄດ້ຮັບຖານະເປັນຜູ້ຖືກປົກປ້ອງຊົ່ວຄາວ ຫຼື TSP ກໍຕາມ.

ຖານະ TSP ແມ່ນອອກໃຫ້ພວກຍົກຍ້າຍຖິ່ນຖານ ທີ່ເຂົ້າມາໃນສະຫະລັດເພື່ອຫຼົບໜີສົງຄາມຫຼືໄພພິບັດທຳມະຊາດ ຢູ່ໃນປະເທດບ້ານເກີດຂອງພວກເຂົາເຈົ້າ. ຖານະດັ່ງກ່າວໃຫ້ການປົກປ້ອງພວກເຂົາເຈົ້າບໍ່ໃຫ້ຖືກເນລະເທດແລະພວກເຂົາເຈົ້າສາມາດເຮັດວຽກເຮັດການໄດ້ ຢ່າງຖືກຕ້ອງຕາມກົດໝາຍ ຢູ່ໃນສະຫະລັດແຕ່ເນື່ອງຈາກການຕັດສິນ ຂອງສານສູງສຸດແລ້ວ ພວກເຂົາເຈົ້າຈະບໍ່ສາມາດຂໍຖານະຢູ່ໃນສະຫະລັດຢ່າງເປັນການຖາວອນໄດ້.

ການຕັດສິນນີ້ ມີຂຶ້ນໃນຄະດີທີ່ພົວພັນກັບສາມີພັນລະຍາຄູ່ນຶ່ງຈາກແອລຊາລວາດໍ ທ້າວໂຮເຊ ຊານເຈສ ແລະນາງໂຊເນຍ ກອນຊາເລສ ທີ່ໄດ້ເຂົ້າມາອາໄສຢູ່ໃນສະຫະລັດແຕ່ທ້າຍຊຸມປີ 1990 ແລະພວກເຂົາເຈົ້າທຳມາຫາກິນຢູ່ລັດນິີວເຈີຊີ. ການຕັດສິນດັ່ງກ່າວພາໃຫ້ເກີດຄຳຖາມວ່າ ຜູ້ຄົນທີ່ເຂົ້າມາໃນສະຫະລັດຢ່າງ ຜິດກົດໝາຍ ແຕ່ໄດ້ຮັບການປົກປ້ອງ ທາງດ້ານມະນຸດສະທຳນັ້ນ ເຄີຍໄດ້ຖືກ “ຮັບເອົາ” ເຂົ້າມາໃນປະເທດຫຼືບໍ່.

ເຖິງແມ່ນວ່າ ສານປະຈຳເຂດໄດ້ຕັດສິນເຫັນພ້ອມ ກັບສາມີພັນລະຍາຄູ່ນີ້ ແຕ່ສານອຸທອນໄດ້ຕ່າວປີ້ນການຕັດສິນ ໂດຍກ່າວວ່າ ຖານະ TSP ບໍ່ໄດ້ “ເປັນການອະນຸຍາດໃຫ້ຮັບເອົາ” ເຂົ້າມາໃນສະຫະລັດ.

ສານສູງສຸດໄດ້ເຫັນພ້ອມນຳວ່າ ບຸກຄົນທັງສອງບໍ່ໄດ້ຖືກຮັບເອົາຢ່າງເປັນການຖືກຕ້ອງຕາມກົດໝາຍ.

ທ່ານນາງເຄແກນຂຽນວ່າ “ໂຄງການ TSP ໄດ້ອອກຖານະ ທີ່ບໍ່ແມ່ນຄົນເຂົ້າເມືອງໃຫ້ແກ່ພວກຊາວຕ່າງປະເທດ ແຕ່ບໍ່ໄດ້ຮັບເອົາພວກເຂົາ. ດັ່ງນັ້ນ ການໃຫ້ຖານະ TSP ບໍ່ສາມາດເຮັດໃຫ້ ການເຂົ້າປະເທດແບບຜິດກົດໝາຍມີສິດ” ຮັບບັດຂຽວໄດ້.

ສະພາຕ່ຳສະຫະລັດໄດ້ໃຫ້ການອະນຸມັດຕໍ່ຮ່າງກົດໝາຍທີ່ຈະອະນຸຍາດໃຫ້ພວກຍົກຍ້າຍຖິ່ນ ຖານ ໃຊ້ຖານະໃນໂຄງການ TSP ເພື່ອກາຍເປັນບຸກຄົນ ທີ່ໄດ້ຮັບຖານະໃຫ້ຢູ່ໃນສະຫະລັດໄດ້ຢ່າງເປັນການຖາວອນ ແຕ່ຊະຕາກຳຂອງກົດໝາຍສະບັບນີ້ແມ່ນຍັງບໍ່ມີຄວາມແນ່ນອນຢູ່ໃນສະພາສູງເທື່ອ.

ປັດຈຸບັນນີ້ ນອກຈາກແອລຊາລວາດໍແລ້ວ ຍັງມີພວກຍົກຍ້າຍຖິ່ນຖານທີ່ໄດ້ຮັບຖານະ TSP ຈາກ 11 ປະເທດ ຊຶ່ງໄດ້ຮັບການປົກປ້ອງ ຈາກການຖືກເນລະເທດ. ປະເທດເຫຼົ່ານັ້ນແມ່ນຮວມທັງ ເຮຕີ ຮອນດູຣາສ ມຽນມາ ເນປານ ນິກາຣາກົວ ໂຊມາເລຍ ຊູດານໃຕ້ ຊູດານ ຊີເຣຍ ເວເນຊູເອລາ ແລະເຢເມນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG