ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນເສຍຊີວິດ ແລະອີກຫຼາຍພັນຄົນ ຕ້ອງໄດ້ຍົກຍ້າຍ ຍ້ອນລົມພາຍຸພັດເຂົ້າຖະຫຼົ່ມ


ໃນຮູບ ທີ່ສະໜອງໂດຍໜ່ວຍຍາມຝັ່ງຟີລິບປິນ ພວກກູ້ໄພ ພວມຍົກຍ້າຍປະຊາຊົນ ຍ້ອນລົມພາຍຸເຂດຮ້ອນ Choi-wan ພັດເຂົ້າຖະຫຼົ່ມເມືອງມາສຊິນ ໃນແຂວງ Southern Leyte ທໃນພາກກາງຟີລິບປິນ ເມື່ອວັນທີ 1 ມິຖຸນາ 2021.
ໃນຮູບ ທີ່ສະໜອງໂດຍໜ່ວຍຍາມຝັ່ງຟີລິບປິນ ພວກກູ້ໄພ ພວມຍົກຍ້າຍປະຊາຊົນ ຍ້ອນລົມພາຍຸເຂດຮ້ອນ Choi-wan ພັດເຂົ້າຖະຫຼົ່ມເມືອງມາສຊິນ ໃນແຂວງ Southern Leyte ທໃນພາກກາງຟີລິບປິນ ເມື່ອວັນທີ 1 ມິຖຸນາ 2021.

ລົມພາຍຸເຂດຮ້ອນຫົວນຶ່ງ ທີ່ພັດເຂົ້າຖະຫຼົ່ມ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະຊາວບ້ານຫຼາຍໆພັນຄົນ ຕ້ອງໄດ້ຍົກຍ້າຍໜີໄປຈາກເຮືອນຊານບ້ານ ຊ່ອງຂອງພວກເຂົາເຈົ້າ ໃນເຂດພາກກາງ ແລະພາກໃຕ້ຂອງຟີລິບປິນ ຊຶ່ງໄດ້ກໍ່ໃຫ້ເກີດນໍ້າຖ້ວມ ແລະດິນເຈື່ອນ ອີງຕາມລາຍງານ ຂອງອົງການຂ່າວເອພີ.

ພວກນັກພະຍາກອນອາກາດ ກ່າວວ່າ ລົມພາຍຸຊອຍວານ (Choi-wan) ໄດ້ພັດເຂົ້າຖະຫລົ່ມເມືອງວິກຕໍເຣຍ ໃນແຂວງອໍຣຽນຕາລ ມິນໂດໂຣ ຊຶ່ງຕັ້ງຢູ່ທາງພາກໃຕ້ຂອງນະຄອນຫຼວງມະນີລາ ດ້ວຍລົມແຮງ 65 ກິໂລແມັດຕໍ່ຊົ່ວໂມງ ແລະໃນບາງຊ່ວງແຮງເຖິງ 90 ກິໂລແມັດຕໍ່ຊົ່ວໂມງ.

ພວກເຂົາເຈົ້າກ່າວວ່າ ລົມພາຍຸເຂດຮ້ອນຫົວນີ້ ພວມເຄື່ອນໄປທາງທິດຕາເວັນຕົກສຽງເໜືອ ແລະອາດຈະອ່ອນກຳລັງລົງ ໃນຂະນະທີ່ພັດມຸ່ງໜ້າ ໄປຍັງທະເລຈີນໃຕ້ ໃນວັນພະຫັດມື້ນີ້.

ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ຮວມທັງເດັກຍິງອາຍຸ 14 ປີຄົນນຶ່ງ ທີ່ຟ້າວພາກັນແລ່ນໄປແຄມແມ່ນ້ຳພ້ອມກັບພໍ່ຂອງນາງເພື່ອໄປຊ່ວຍສັດລ້ຽງຂອງພວກເຂົາເຂົາເຈົ້າ ໃນຂະນະທີ່ຝົນຕົກລົງມາຢ່າງໜັກ ແລະໄດ້ຖືກນ້ຳຊຸເອົາໄປ ທີ່ແຂວງໂກຕາບາໂຕໃຕ້ (South Cotabato). ຜູ້ເປັນພໍ່ຍັງຊອກຫາຕົວບໍ່ທັນເຫັນເທື່ອອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່ຮັບມືກັບໄພພິບັດ.

ໃນແຕ່ລະປີ ຈະມີລົມພາຍຸ ແລະລົມໄຕ້ຝຸ່ນ ປະມານ 20 ຫົວ ພັດເຂົ້າຖະຫຼົ່ມ ປະເທດຟີລິບປິນ.

Philippines (AP) — A tropical storm has left at least three people dead and displaced thousands of villagers in the southern and central Philippines, where it triggered floods and landslides. Forecasters say the storm Choi-wan was blowing off Victoria town in Oriental Mindoro province south of Manila with sustained winds of 65 kilometers (40 miles) per hour and gusts of up to 90 kph (56 mph). They say it was moving northwestward and may weaken as it blows toward the South China Sea on Thursday. At least three people died, including a 14-year-old villager who rushed with her father to a riverbank to rescue their farm animals in intense rain but were swept away by strong currents. The father remains missing. About 20 storms and typhoons batter the Philippines each year.

XS
SM
MD
LG