ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດຝືດເຄືອງ ມີທ່າທາງວ່າ ຈະເຮັດໃຫ້ ການຜະລິດຝິ່ນ ໃນມຽນມາ ເພີ້ມຂຶ້ນ ອີງຕາມເຈົ້າໜ້າທີ່ ສປຊ


ແມ່ຍິງຄົນນຶ່ງພວມເຮັດວຽກຢູ່ໃນໄຮ່ຝິ່ນ ນອກເມືອງ Loikaw, ລັດ Kayah ປະເທດມຽນມາ ເມື່ອວັນທີ 30 ພະຈິກປີ 2016.
ແມ່ຍິງຄົນນຶ່ງພວມເຮັດວຽກຢູ່ໃນໄຮ່ຝິ່ນ ນອກເມືອງ Loikaw, ລັດ Kayah ປະເທດມຽນມາ ເມື່ອວັນທີ 30 ພະຈິກປີ 2016.

ຫ້ອງການປາບປາມຢາເສບຕິດ ແລະ ອາຊະຍາກຳ ຂອງສະຫະຊາຊາດ ຫລື UNODC ເຕືອນວ່າ ການຜະລິດຝິ່ນຢູ່ໃນປະເທດມຽນມາອາດຈະເພີ້ມສູງຂຶ້ນຕື່ມອີກ ຖ້າສະພາບເສດຖະກິດຝືດເຄືອງ ທີ່ເກີດຈາກການລະບາດຂອງໂຄວິດ-19 ແລະການເຮັດລັດຖະປະຫານ ເມື່ອວັນທີ 1 ກຸມພາ ຫາກຍັງດໍາເນີນຕໍ່ໄປໂດຍເຮັດໃຫ້ສະຖານະການ ຫຼຸດລົງຈາກບັນດາປະເທດສ່ວນໃຫຍ່ຢູ່ໃນຂົງເຂດ.

ມຽນມາເປັນປະເທດທີ່ຜະລິດຝິ່ນ ຊຶ່ງເປັນວັດຖຸດິບທີ່ນຳໄປຜະລິດຢາເຮໂຣອີນໄດ້ນັ້ນ ຫຼາຍເປັນອັນດັບ 2 ຂອງໂລກ ຮອງຈາກອັຟການິສຖານ ແລະເປັນຜູ້ສະໜອງລາຍສຳຄັນໃຫ້ແກ່ສ່ວນໃຫຍ່ຂອງຂົງເຂດເອເຊຍຕາເວັນອອກສຽງໃຕ້.

ໂຕເລກຂອງອົງການ UNODC ສະແດງໃຫ້ເຫັນວ່າ ການຜະລິດຝິ່ນຢູ່ໃນປະເທດມຽນມາ ໄດ້ຫຼຸດລົງເປັນລຳດັບ ນັບແຕ່ປີ 2014 ເປັນຕົ້ນມາ ຄືຫຼຸດລົງເຫຼືອຢູ່ 405 ເມຕຣິກໂຕນ ແຕ່ອົງການດັ່ງກ່າວຂອງສະຫະປະຊາຊາດເວົ້າວ່າ ທ່າອຽງເບິ່ງຊົງແລ້ວຄືຈະຕ່າວປີ້ນ ໃນຂະນະທີ່ຊາວໄຮ່ຊາວສວນ ແລະກຳມະກອນທີ່ບໍ່ມີວຽກການເຮັດ ພາກັນຫັນໄປປູກຝິ່ນຫຼາຍຂຶ້ນເພື່ອຫາລ້ຽງຊີບ.

ທ່ານເຈເຣມີ ເດີກແກລັສ (Jeremy Douglas) ຜູ້ຕາງໜ້າອົງການ UNODC ໃນເຂດເອເຊຍຕາເວັນອອກສຽງໃຕ້ແລະມະຫາສະໝຸດປາຊີຟິກ ກ່າວວ່າ “ເສດຖະກິດຂອງຝິ່ນກໍຄືເສດຖະກິດຂອງຄົນທຸກຍາກ ມັນຄົງຕົວຢູ່ໄດ້ໃນຄວາມຮູ້ສຶກທີ່ກົງກົນຂ້າມ ກັບການເສດຖະກິດ ທີ່ຖືກຕ້ອງຕາມກົດໝາຍ. ໃນຂະນະທີ່ຜູ້ຄົນພາກັນອອກຈາກເສດຖະກິດດັ່ງກ່າວ ແລະເຂົາເຈົ້າຕ້ອງການຫາເງິນ ພວກເຂົາ ເຈົ້າຈະຊອກຫາສະຖານທີ່ ທີ່ພວກເຂົາເຈົ້າຈະສາມາດເຮັດເງິນໄດ້ ແລະມັກຈະເປັນຜູ້ຄົນໃນບ່ອນທີ່ພວກຄົນທຸກຍາກແລະເຂດທີ່ທຸກຈົນ ຊຶ່ງຊອກຫາລາຍໄດ້ຈາກເສດຖະ ກິດຝິ່ນ.”

ທ່ານກ່າວຕື່ມວ່າ “ບາງທີໃນໄລຍະ 12, 18 ເດືອນຕໍ່ໜ້າ ພວກເຮົາຈະພົບວ່າມີການຂະຫຍາຍໂຕ ນອກຈາກວ່າປະຫວັດສາດທີ່ຜ່ານມາ ມີຄວາມຜິດພາດ. ມັນມີວົງຈອນຂອງສິ່ງດັ່ງກ່າວນີ້ເກີດຂຶ້ນໃນປະຫວັດສາດຂອງປະເທດ.”

ທ່ານເດີິກແກລັສໄດ້ໃຫ້ຄວາມເຫັນດັ່ງກ່າວໃນກອງປະຊຸມທາງອອນລາຍນ໌ທີ່ ຈັດຂຶ້ນໂດຍສະ ໂມສອນນັກຂ່າວຕ່າງປະເທດ ຢູ່ໃນໄທໃນເດືອນພຶດສະພາກ່ຽວກັບຄວາມເປັນໄປໄດ້ທີ່ກິດຈະກຳຕ່າງໆ ຂອງພວກອາຊະຍາກອນຈະເພີ້ມສູງຂຶ້ນຫຼັງໃນຍຸກຫຼັງການກໍ່ລັດຖະປະຫານຢູ່ໃນປະເທດມຽນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG