ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ ແລະນາຍົກລັດຖະມົນຕີ ມາລີ ຖືກພວກທະຫານ ປ່ອຍໂຕແລ້ວ


ພັນເອກພິເສດເບ້ຍບຳນານ ບາ ເອນດໍ (ຂວາ) ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຊົ່ວຄາວ ແລະພັນເອກອາຊີມີ ກອຍຕາ (ຊ້າຍ) ສາບານໂຕເຂົ້າຮັບຕຳແໜ່ງເປັນຮອງປະທານາທິບໍດີຊົ່ວຄາວ ໃນພິທີ ທີ່ນະຄອນຫຼວງບາມາໂກ ເມື່ອວັນທີ 25 ກັນຍາ 2020.
ພັນເອກພິເສດເບ້ຍບຳນານ ບາ ເອນດໍ (ຂວາ) ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຊົ່ວຄາວ ແລະພັນເອກອາຊີມີ ກອຍຕາ (ຊ້າຍ) ສາບານໂຕເຂົ້າຮັບຕຳແໜ່ງເປັນຮອງປະທານາທິບໍດີຊົ່ວຄາວ ໃນພິທີ ທີ່ນະຄອນຫຼວງບາມາໂກ ເມື່ອວັນທີ 25 ກັນຍາ 2020.

ເຈົ້າໜ້າທີ່ໃນ ປະເທດມາລີ (Mali) ໄດ້ຮັບການປ່ອຍໂຕແລ້ວ, ໜຶ່ງວັນຫລັງຈາກພວກເພິ່ນທັງສອງລາອອກ ໃນຂະນະທີ່ຢູ່ໃນການຄວບຄຸມໂຕຂອງພວກທະຫານ.

ທາງກອງທັບ ໄດ້ຈັບກຸມປະທານາທິບໍດີຊົ່ວຄາວ ທ່ານ ບາ ເອນດໍ (Bah N’daw) ແລະນາຍົກລັດຖະມົນຕີທ່ານ ມອກຕາ ກວານ (Mocta Quane) ໃນມື້ວັນຈັນຜ່ານມາ ທີ່ນະຄອນຫລວງ ບາມາໂກ (Bamako), ເຊິ່ງກໍ່ໃຫ້ເກີດວິການທາງດ້ານການເມືອງຄັ້ງໃໝ່ ຢູ່ໃນປະເທດອາຟຣິ ກາຕາເວັນຕົກດັ່ງກ່າວ.

ຮອງປະທານາທິບໍດີ ພັນເອກອັສຊິມີ ກອຍຕາ (Assimi Goita) ຈະເຂົ້າກໍາອໍານາດ ໃນອັນທີ່ເທົ່າກັບເປັນການເຮັດລັດຖະປະຫານຄັ້ງທີສອງຂອງມາລີ ໃນຮອບ 9 ເດືອນ.

ອົງການຂ່າວຣອຍເຕີ້ (Reuters) ໄດ້ອ້າງຄໍາເວົ້າຂອງຜູ້ຊ່ວຍລະດັບສູງຂອງທ່ານກອຍຕາ (Goita), ທ່ານ ບາບາ (Baba), ແລະທ່ານ ຊິດເຊ (Cisse), ທີ່ກ່າວວ່າ ການປ່ອຍໂຕທ່ານ ເອນດໍ (N’daw), ທ່ານ ກວານ (Quane) ແມ່ນໄດ້ມີກຳນົດແລ້ວ ແລະບັນດາເຈົ້າໜ້າທີ່ທັງສອງຈະ “ຈະບໍ່ມີຫຍັງຕໍ່ຕ້ານພວກເຂົາ”.

ພັນເອກກອຍຕາ (Goita) ເຊິ່ງເປັນຜູ້ນໍາໃນການເຮັດລັດຖະປະຫານໂຄ່ນລົ້ມປະທານາທິບໍດີ ອິບຣາຮິມ ບູບາຄາ ໄກຕາ (Ibrahim Boubacar Keita)ເມື່ອເດືອນຕຸລາປີກາຍ, ໄດ້ກ່າວໃນວັນອັງຄານທີ່ຜ່ານມາວ່າ ລາວໄດ້ ທ່ານ ເອນດໍ (N’Daw) ແລະທ່ານກວານ (Quane) ອອກ ເພາະພວກເຂົາທັງສອງບໍ່ໄດ້ປຶກສານຳທ່ານ ກ່ຽວກັບການສັບປ່ຽນຄະນະລັດຖະມົນຕີເຊິ່ງເຮັດໃຫ້ສະມາ ຊິກສອງຄົນ ຂອງຝ່າຍທະຫານ ຕ້ອງຖືກປົດອອກ, ລາວກ່າວວ່າ ມັນເປັນການລະ ເມີດຂໍ້ຕົກລົງ ໃນການສ້າງລັດຖະບານຊົ່ວຄາວຂອງປະເທດ ມາລີ (Mali).

ທ່ານກອຍຕາ (Goita) ຍັງໄດ້ກ່າວວ່າ ປະເທດຍັງຢູ່ໃນເສັ້ນທາງທີ່ຈະຈັດການເລືອກຕັ້ງປະທາ ນາທິບໍດີ ແລະສະມາຊິກສະພານິຕິບັນຍັດ ທີ່ກຳນົດໃສ່ ເດືອນກຸມພາປີໜ້າ.

ການກັກໂຕທ່ານ ເອນດໍ (N’Daw) ແລະທ່ານກວານ (Quane) ໄດ້ເຮັດໃຫ້ເກີດຄວາມບໍ່ພໍໃຈ ຂອງປະຊາຄົມນາໆຊາດ.

ຖະແຫລງການຮ່ວມທີ່ອອກເມື່ອວັນອັງຄານຜ່ານມານີ້ ໂດຍອົງການປະຊາຄົມເສດຖະກິດໃນເຂດອາຟຣິກາຕາເວັນຕົກ ຫລື ECOWAS, ອົງການສະຫະປາຊາດ, ສະຫະພາບອາຟຣິກາ ແລະອົງການລະຫວ່າງປະເທດອື່ນໆໄດ້ຮຽກຮ້ອງໃຫ້ມີການປ່ອຍໂຕໃນທັນທີ, ໃນຂະນະທີ່ປະທານາທິບໍດີຂອງປະເທດຝຣັ່ງທ່ານ ເອັມມານູເອລ ມາກຣົງ (Emmanuel Macron) ໄດ້ກ່າວປະນາມການເຄື່ອນ ໄຫວນີ້ວ່າ ເປັນການເຮັດ “ລັດຖະປະຫານ”.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG