ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການສັງເກດວ່າ ຈີນພວມຂະຫຍາຍ ຄວາມສາມາດໃນອະວະກາດ ແຕ່ຍັງບໍ່ແມ່ນ ຢູ່ເທິງດາວພະອັງຄານ ຫຼື ດວງຈັນເທື່ອ


ພວກທີ່ໄປຢ້ຽມຫໍພິພິດທະພັນແຫ່ງຊາດ ພວມເບິ່ງການສະແດງຕົວຢ່າງຫີນຈາກດວງຈັນ ໂດຍຍານອະວະກາດສາງເອີ້ 5 ທີ່ນະຄອນຫຼວງປັກກິ່ງ ເມື່ອວັນທີ 13 ມີນາ 2021.
ພວກທີ່ໄປຢ້ຽມຫໍພິພິດທະພັນແຫ່ງຊາດ ພວມເບິ່ງການສະແດງຕົວຢ່າງຫີນຈາກດວງຈັນ ໂດຍຍານອະວະກາດສາງເອີ້ 5 ທີ່ນະຄອນຫຼວງປັກກິ່ງ ເມື່ອວັນທີ 13 ມີນາ 2021.

ກອງທັບຈີນອາດຈະພວມກວດສອບເບິ່ງໂຄງການອະວະກາດທີ່ດຳເນີນມາເປັນເວລາຫຼາຍທົດສະວັດຂອງຕົນ ເພື່ອຊອກຫາຊ່ອງທາງທີ່ຈະເກັບກຳຂໍ້ມູນ ແລະລົບກວນດາວທຽມຂອງປະເທດອື່ນໆ ຖ້າຫາກມີຄວາມຈຳເປັນຂຶ້ນມາ ນັ້ນຄືຄຳເວົ້າຂອງພວກນັກວິເຄາະທີ່ກ່າວໃນອາທິດນີ້ຫຼັງຈາກຈີນໄດ້ສົ່ງຍານສຳຫຼວດລົງຈອດເທິງດາວພະອັງຄານ ແລະຊາກເສດເຫຼືອຂອງຊິ້ນສ່ວນອະວະກາດຈີນໄດ້ຕົກລົງໃສ່ມະຫາສະໝຸດອິນເດຍ.

ໃນຕົ້ນເດືອນນີ້ ຈີນໄດ້ສົ່ງລົດສຳຫຼວດລົງຈອດທີ່ດາວພະອັງຄານອີງຕາມລາຍງານຂອງອົງການ ຂ່າວຊິນຫົວ ຊຶ່ງເປັນປະເທດທີ່ສອງໃນໂລກ ນອກຈາກສະຫະລັດ ທີ່ສາມາດດຳເນີນການແບບນີ້ໄດ້. ເກືອບເມື່ອ 2 ປີກ່ອນນີ້ ຈີນໄດ້ສົ່ງຍານອະວະກວດຫຸ່ນຍົນ ຈາງອີ 4 ໄປຍັງບໍລິເວນອ່າງ ຢູ່ທາງຟາກທີ່ໄກຂອງດວງຈັນ. ສະຖານີອະວະກາດຫ້ອງແລັບຊີວະວິທະຍາຂອງຈີນທີ່ໂຄຈອນອ້ອມໂລກ ມີກຳນົດຈະແລ້ວສຳເລັດ ພາຍໃນປີ 2025 ອີງຕາມລາຍງານຂ່າວ ຂອງເວັບໄຊທ໌ ໜັງສືພິມໂກລໂບໄທມ໌ ທີ່ມີສຳນັກງາຢູ່ປັກກິ່ງ ໃນເດືອນມີນາຜ່ານມາ.

ໃນການບັນລຸຄວາມສຳເລັດດັ່ງກ່າວ ໂຄງການອະວະກາດທີ່ເຕີບໃຫຍ່ຂະຫຍາຍໂຕຢ່າງວ່ອງ ໄວຂອງຈີນ ໄດ້ພາໃຫ້ເກີດ ຄວາມຕື່ນຕົກໃຈຈຳນວນນຶ່ງ. ໃນຕົ້ນເດືອນນີ້ ແມ່ນມີຄວາມເປັນຫ່ວງເກີດຂຶ້ນກ່ຽວກັບຄວາມເປັນໄປໄດ້ທີ່ອາດມີການບາດເຈັບລົ້ມຕາຍ ໃນຂະນະທີ່ຊິ້ນສ່ວນທີ່ເຫຼືອຂອງຈະຫຼວດຈີນ ໄດ້ຕົກລົງມາສູ່ໂລກ ໂດຍໄດ້ຕົກໃສ່ມະຫາສະໝຸດອິນເດຍ ຢູ່ທາງກ້ຳຕາເວັນຕົກຂອງໝູ່ເກາະມາລດີຟ ແລະທາງໃຕ້ຂອງປະເທດອິນເດຍ.

ເຖິງແມ່ນວ່າ ການປະຕິບັດງານທາງອະວະກາດຂອງຈີນ ບໍ່ໄດ້ມີຈຸດປະສົງທາງດ້ານທະຫານກໍຈິງຢູ່ ແຕ່ພວກນັກວິເຄາະເຊື່ອວ່າກອງທັບປົດປ່ອຍປະຊາຊົນຈີນພວມຕິດຕາມຢ່າງໃກ້ຊິດເບິ່ງການສຳຫຼວດທີ່ເລິກເຂົ້າໄປຫຼາຍຂຶ້ນໃນອະວະກາດ ເພື່ອຊອກຫາໂອກາດ ເຊັ່ນວ່າຊ່ອງທາງໃໝ່ໃນການເກັບກຳຂໍ້ມູນ ຫຼືປິດຕາຂອງດາວທຽມຈາກປະເທດອື່ນໆ ໃນລະຫວ່າງທີ່ເກີດບັນຫາຂັດແຍ້ງກັນ.

ທ່ານມາໂກ ກາເຊີເຣັສ (Marco Caceres) ຜູ້ອຳນວຍການອົງການສຶກສາໃນດ້ານອະວະກາດ ຂອງບໍລິສັດ ວິເຄາະດ້ານການຕະຫຼາດ ທຽລຄໍ (Teal Corp) ທີ່ຕັ້ງຢູ່ ໃນສະຫະລັດ ກ່າວວ່າ “ເວລານີ້ພວກເຂົາມີເຄື່ອງສົ່ງສະໄໝໃໝ່ຈຳນວນນຶ່ງ ພວກເຂົາຕ້ອງການຢາກຈະທຳການສຳຫຼວດຫຼາຍເທົ່າທີ່ຈະຫຼາຍໄດ້ແລະຖ້າຫາກວ່າ ມີບາງສິ່ງບາງຢ່າງເປັນທີ່ດຶງດູດໃຈສຳລັບອຸດສາຫະກຳຫຼືຈຸດປະສົງໃນດ້ານການທະຫານແລ້ວ ຕໍ່ຈາກນັ້ນ ພວກເຂົາຈະດຳເນີນການຕໍ່ໄປ.”

ຈີນໄດ້ສົ່ງດາວທຽມເທື່ອທຳອິດ ໃນຊຸມປີ 1970 ແລະສົ່ງມະນຸດຂຶ້ນສູ່ອະວະກາດເປັນເທື່ອທຳອິດ ໃນປີ 2003 ຊຶ່ງໄດ້ກາຍເປັນປະເທດທີ່ 3 ໃນໂລກ ຫຼັງຈາກຣັດເຊັຍ ສະຫະລັດ ທີ່ສາມາດດຳເນີນການດັ່ງກ່າວໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG