ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້ານັກການທູດ ສະຫະລັດ ແລະ ຣັດເຊຍ ພົບປະກັນທີ່ ໄອຊ໌ແລນ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຄຳປາໄສຕໍ່ພະນັກງານສະຖານທູດສະຫະລັດ ທີ່ນະຄອນເຣຈາວິຄ ປະເທດໄອຊ໌ແລນ ເມື່ອວັນທີ 18 ພຶດສະພາ 2021. (Saul Loeb/Pool Photo via AP)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຄຳປາໄສຕໍ່ພະນັກງານສະຖານທູດສະຫະລັດ ທີ່ນະຄອນເຣຈາວິຄ ປະເທດໄອຊ໌ແລນ ເມື່ອວັນທີ 18 ພຶດສະພາ 2021. (Saul Loeb/Pool Photo via AP)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວຣັອບ ມີກຳນົດທີ່ຈະພົບປະກັນໃນວັນພຸດມື້ນີ້ ຢູ່ຂ້າງນອກກອງປະຊຸມລະດັບລັດຖະມົນຕີ ຂອງສະພາເຂດອາກຕິກ ທີ່ນະຄອນເຣຈາວິຄ ປະເທດໄອຊ໌ແລນ.

ມັນຈະເປັນພານພົບປະແບບເຊິ່ງໜ້າເປັນເທື່ອທຳອິດ ສຳລັບຫົວໜ້ານັການທູດຂອງສະຫະລັດແລະຣັດເຊຍ ແລະມີຂຶ້ນໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງປະເທດທັງສອງພວມເພີ້ມທະວີຂຶ້ນ. ນອກນັ້ນກອງປະຊຸມດັ່ງກ່າວຍັງຈະແຜ້ວທາງໄປສູ່ແຜນການພົບປະສຸດຍອດໃນເດືອນໜ້າ ລະຫວ່າງ ປະທານາທິບໍດີໂຈ ໄບເດັນ ແລະປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ.

ກະຊວງການຕ່າງປະເທດສະຫະລັດກ່າວໃນວັນພຸດມື້ນີ້ວ່າ ການພົບປະກັນໃນຕອນບ່າຍມື້ນີ້ “ຈະເປີດໂອກາດມີການທົດສອບເບິ່ງຂໍ້ສະເໜີທີ່ວ່າ ພວກເຮົາສາ ມາດບັນລຸການມີຄວາມສຳພັນກັບມົສກູ ທີ່ມີຄວາມທຸ່ນທ່ຽງແລະທຳນຍໄດ້ຫຼາຍຂຶ້ນຫຼືບໍ່.”

ໃນວັນອັງຄານວານນີ້ ທ່ານບລິງເກັນໄດ້ຮຽກຮ້ອງ ໃຫ້ປະຊາຄົມໂລກຫຼີກລ່ຽງຕໍ່ການເຮັດໃຫ້ເຂດອາກຕິກ ເປັນເຂດທີ່ມີການແຂ່ງຂັນທາງທະຫານ. ສະຫະລັດກ່ອນໜ້ານີ້ ໄດ້ກ່າວຫາຣັດເຊຍວ່າ ຊອກຫາຊ່ອງທາງເພື່ອຢາກໃຫ້ກຳປັ່ນຂອງຕ່າງປະເທດຂໍອະນຸຍາດກ່ອນຈະແລ່ນຜ່ານເຂດດັ່ງກ່າວແລະອະນຸຍາດໃຫ້ເຈົ້າໜ້າທີ່ກຳເຮືອນຳທາງຂອງຣັດເຊຍ ຂຶ້ນໄປກວດເບິ່ງກຳປັ່ນທີ່ແລ່ນຜ່ານແລະຂົ່ມຂູ່ວ່າຈະໃຊ້ຄວາມຮຸນແຮງຕໍ່ກຳປັ່ນທີ່ບໍ່ປະຕິບັດຕາມ.

ທ່ານບລິງເກັນ ໄດ້ກ່າວຢູ່ໃນການຖະແຫຼງຂ່າວຕໍ່ສື່ມວນຊົນ ຮ່ວມກັບລັດຖະມົນຕີການຕ່າງປະ ເທດຂອງໄອຊ໌ແລນວ່າ “ພວກເຮົາໄດ້ເຫັນການອ້າງກຳມະສິດທາງທະເລແບບຜິດກົດໝາຍຫຼາຍຂຶ້ນຂອງຣັດເຊຍໂດຍສະເພາະແມ່ນກົດລະບຽບສຳລັບກຳປັ່ນຕ່າງປະເທດທີ່ແລ່ນຜ່ານເສັ້ນທາງໃນທະເລເໜືອ ຊຶ່ງເປັນການບໍ່ສອດຄ່ອງກັບກົດໝາຍສາກົນ.”

ການໃຫ້ຄວາມເຫັນຂອງທ່ານບລິງເກັນ ມີຂຶ້ນນຶ່ງມື້ ຫຼັງຈາກທ່ານລາວຣັອບໄດ້ເຕືອນປະເທດຕາເວັນຕົກວ່າ ບໍ່ໃຫ້ອ້າງເອົາກຳມະສິດໃດໆ ໃນເຂດອາກຕິກ.

ທ່ານລາວຣັອບກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫຼວງມົສກູວ່າ “ມັນໄດ້ເປັນທີ່ຈະ ແຈ້ງທີ່ສຸດ ມາໄດ້ດົນນານແລ້ວ ສຳລັບທຸກໆຄົນ ທີ່ວ່າ ນີ້ແມ່ນດິນແດນຂອງພວກເຮົາ ນີ້ແມ່ນດິນຂອງພວກເຮົາ. ພວກເຮົາເປັນຜູ້ຮັບຜິດຊອບເພື່ອໃຫ້ການຄ້ຳປະກັນວ່າ ແຄມຝັ່ງທະເລໃນເຂດອາກຕິກຂອງພວກເຮົາມີຄວາມປອດໄພ.”

ໃນຂະນະທີ່ການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ແຜ່ນນ້ຳແຂງໃນເຂດອາກຕິກຫຼືຂົ້ວໂລກເໜືອປ່ອຍໄວຂຶ້ນນັ້ນຈຶ່ງເຮັດໃຫ້ຜູ້ຄົນເຂົ້າໄປເຖິງໄປເຖິງເຂດອາກ ຕິກເພີ້ມຂຶ້ນ.

ໃນໄລຍະສອງສາມປີຜ່ານມານີ້ ປະທານາທິບໍດີປູຕິນ ໄດ້ເຮັດໃຫ້ເຂດອາກຕິກຂອງຣັດເຊຍ ມີບູລິມະສິດທີ່ສຳຄັນຫຼາຍຂຶ້ນທາງດ້ານຍຸດທະສາດ ໂດຍໄດ້ກໍ່ໃຫ້ ເກີດຄວາມເຄັ່ງຕຶງ ກັບບັນດາປະເທດສະມາຊິກ ຂອງສະພາອາກຕິກ ກ່ຽວກັບການລົງທຶນ ໃນດ້ານພື້ນຖານໂຄງລ່າງທາງທະ ຫານ ແລະການຂຸດຄົ້ນບໍ່ແຮ່ຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG