ກຸ່ມສັງຄົມພົນລະເຮືອນ ແລະກຸ່ມປົກປ້ອງສິດທິມະນຸດຫຼາຍກວ່າ 200 ກຸ່ມຈາກທົ່ວໂລກ ຮຽກ ຮ້ອງໃຫ້ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ອອກມາດຕະການຫ້າມຂາຍອາວຸດ ໃຫ້ແກ່ມຽນມາ ໃນຄວາມຫວັງເພື່ອປ້ອງກັນບໍ່ໃຫ້ພວກທະຫານນຳໃຊ້ໃນການສັງຫານປະຊາຊົນແລະກໍ່ໂທດກຳເພີ້ມຕື່ມ.
ທ່ານຫລຸຍ ຊາບອນໂນ (Louis Charbonneau) ຜູ້ອຳນວຍການກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວຕໍ່ພວກນັກຂ່າວໃນວັນພຸດວານນີ້ໃນການຮຽກຮ້ອງ ຮ່ວມກັບກຸ່ມຕ່າງໆ ທີ່ລົງນາມ ຢູ່ໃນຈົດໝາຍ ໂດຍກ່າວວ່າ “ຄວາມບໍ່ສາມາດຂອງສະພາຄວາມໝັ້ນຄົງແມ່ນແຕ່ຫາລືກ່ຽວກັບການຫ້າມຂາຍອາວຸດໃຫ້ພວກທະຫານແມ່ນເປັນທີ່ໜ້າຕົກໃຈໃນການບໍ່ເຮັດຫຼ້ອນພາລະກິດຮັບ ຜິດຊອບ ຕໍ່ປະຊາຊົນຊາວມຽນມາ. ຖະແຫຼງການທີ່ອອກເປັນບາງຄັ້ງບາງຄາວ ສະແດງຄວາມເປັນຫ່ວງ ທ່າມກາງທີ່ມີການກົດຂີ່ຢ່າງຮຸນແຮງ ຂອງທະຫານຕໍ່ ພວກປະທ້ວງຊຶ່ງສ່ວນໃຫຍ່ແລ້ວມີຂຶ້ນດ້ວຍຄວາມສະຫງົບນັ້ນແມ່ນເທົ່າກັບເປັນການຍົກໄຫລ່ບໍ່ເອົາຫົວຊາແລ້ວກໍຍ່າງໜີໄປ.”
ສະພາຄວາມໝັ້ນຄົງໄດ້ອອກຖະແຫຼງການ 4 ສະບັບ ນັບຕັ້ງແຕ່ພວກທະຫານໄດ້ກໍ່ລັດຖະປະຫານເມື່ອວັນທີ 1 ກຸມພາ ໂຄ່ນລົ້ມລັດຖະບານພາຍໃຕ້ການນຳພາຂອງພົນລະເຮືອນ ແລະຄຸມຂັງສະມາຊິກ ຂອງຄະນະລັດຖະບານຫຼາຍໆຄົນ ໃນການຂັດແຍ້ງກ່ຽວກັບວ່າຜູ້ໃດຊະນະການເລືອກຕັ້ງໃນເດືອນພະຈິກ. ເມື່ອວັນທີ 24 ເມສາຜ່ານມານີ້ ສະມາຄົມອາຊ່ຽນຊຶ່ງເປັນອົງການຈັດຕັ້ງລະດັບຂົງເຂດໄດ້ເປີດກອງປະຊຸມສຸດຍອດ ກ່ຽວກັບສະຖານະການດັ່ງກ່າວ ແລະ ໄດ້ອອກຖະ ແຫຼງການ ທີ່ມີ 5 ຂໍ້.
ແຕ່ພວກນາຍພົນໃນມຽນມາບໍ່ໄດ້ເອົາຫົວຊາຕໍ່ອົງການທັງສອງ ແລະຍັງສືບຕໍ່ໃຊ້ຄວາມຮຸນແຮງເພື່ອຫາທາງກົດຂີ່ປາມປາມພວກປະທ້ວງ ພ້ອມທັງທຳການໂຈມຕີ ຮວມທັງການໂຈມຕີທາງອາກາດຕໍ່ກຸ່ມປະກອບອາວຸດຊົນເຜົ່າ. ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າ ມີພົນລະເຮືອນ 760 ຄົນໄດ້ຖືກຂ້າຕາຍ ຮວມທັງເດັກນ້ອຍ 51 ຄົນ ແລະມີ 4,600 ກວ່າຄົນຖືກຈັບ ໃນການປາບປາມທີ່ຍັງດຳເນີນ ຢູ່ຕໍ່ມາ.
ທ່ານນາງມີຣາ ດາກາປໍ (Myra Dahgaypaw) ຜູ້ອຳນວຍການກຸ່ມປຸກລະດົມເພື່ອມຽນມາ ໃນສະຫະລັດ ກ່າວວ່າ “ພວກທະຫານມຽນມາໄດ້ພິສູດໃຫ້ເຫັນວ່າ ພວກເຂົາເຈົ້າຕ້ານຢັນຕໍ່ການປະນາມໄດ້ ແລະດັ່ງນັ້ນມີແຕ່ການເອົາບາດກ້າວທີ່ເປັນຮູບປະທຳທໍ່ນັ້ນ ໃນສະຖານະການນີ້ ຈຶ່ງຈະສາມາດຊ່ວຍໄດ້.”
ອັງກິດເປັນຜູ້ກຳກັບນຳເລື້ອງມຽນມາຢູ່ໃນສະພາຄວາມໝັ້ນຄົງທີ່ມີສະມາຊິກ 15 ປະເທດ ແຕ່ຍັງມີຄວາມທີ່ຈະແຈກຢາຍຍັດຕິໃຫ້ແກ່ບັນດາສະມາຊິກ ຍ້ອນຢ້ານຈີນແລະຣັດເຊຍຈະໃຊ້ສິດຢັບຢັ້ງ ອີງຕາມຄຳເວົ້າຂອງພວກນັກການທູດແລະຜູ້ທີ່ໃຫ້ການສະໜັບສະໜຸນ. ແຕ່ແທນທີ່ຈະເຮັດແບບນັ້ນ ພວກເຂົາເຈົ້າໄດ້ພະຍາ ຍາມຈະໃຫ້ສະພາຄວາມໝັ້ນຄົງ ມີຄວາມເປັນເອກກະພາບກັນໃນການສະໜັບສະໜຸນຕໍ່ຖະແຫຼງການ ຊຶ່ງບັງຄັບໃຫ້ມີຄວາມເປັນເອກກະສັນ ແຕ່ບໍ່ໄດ້ເຮັດໃຫ້ສະຖານະການດີຂຶ້ນແຕ່ຢ່າງໃດເລີຍ.