ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວບ້ານໄທ ກ່າວເຖິງຜົນກະທົບ ຕໍ່ການສ້າງເຂື່ອນ ໃສ່ລຳແມ່ນ້ຳຂອງ


ທ່ານໄຊວັດ ພາຣະກຸນ (ຊ້າຍ) ແລະສຸດຕາ ອິນສຳຣານ ຈາກກຸ່ມຄົນຫາປາທີ່ຮັກແມ່ນ້ຳຂອງ ທີ່ຈັງຫວັດໜອງຄາຍ. (Photo courtesy Black Squirrel Productions)
ທ່ານໄຊວັດ ພາຣະກຸນ (ຊ້າຍ) ແລະສຸດຕາ ອິນສຳຣານ ຈາກກຸ່ມຄົນຫາປາທີ່ຮັກແມ່ນ້ຳຂອງ ທີ່ຈັງຫວັດໜອງຄາຍ. (Photo courtesy Black Squirrel Productions)

ນ້ຳຂອງເປັນແມ່ນ້ຳທີ່ມີຄວາມສຳຄັນສາຍນຶ່ງຂອງໂລກ ຍາວ 5,000 ກິໂລແມັດ ເລີ້ມຕົ້ນຈາກປະເທດຈີນ ໄຫຼຜ່ານລາວ ໄທ ກຳປູເຈຍ ແລະຫວຽດ ນາມ ແຕ່ແນວໃດກໍຕາມ ການສ້າງເຂື່ອນໄດ້ບ່ອນທຳລາຍ ຕໍ່ລະບົບນິເວດຂອງແມ່ນ້ຳຂອງ ໂດຍພາໃຫ້ເກີດໄພແຫ້ງແລງໃນລະດູລົມມໍລະສຸມ ແລະລະດັບນ້ຳສູງຂຶ້ນໃນເວລາທີ່ຄວນຈະບົກແຫ້ງ. ສະພາບ ການດັ່ງກ່າວໄດ້ພາໃຫ້ມີການປ່ຽນ ແປງຕໍ່ຊີວິດຂອງຜູ້ຄົນ ທີ່ເພິ່ງພາອາໄສແມ່ນ້ຳສາຍນີ້ ໃນດ້ານອາຫານການກິນ ແລະວຽກເຮັດງານທຳໃນເຂດພາກຕາເວັນອອກສຽງເໜືອຂອງໄທ. ໄພສານຈະນຳເອົາລາຍລະອຽດ ຈາກນັກຂ່າວຂອງເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ກ່ຽວກັບການຮ່ອນຄຳຕາມແຄມແມ່ນ້ຳຂອງໃນພາກຕາເວັນອອກສຽງເໜືອຂອງໄທ ຕູ້ຣົດຈະນາ ເທບວົງ ກ່າວວ່າ ແມ່ນ້ຳດັ່ງກ່າວ ແມ່ນເປັນທັງບ່ອນຫຼິ້ນ ບ່ອນສະໜອງອາຫານແລະແຫຼ່ງຫາລາຍໄດ້ມາໃຫ້ແກ່ລາວຕະຫລອດເວລາ​ 64 ປີທີ່ຜ່ານມາ.

ມັນພວມມີການປ່ຽນແປງຢ່າງວ່ອງໄວ ຕູ້ຣົດຈະນາບໍ່ຢາກເຊື່ອເລີຍ ຊຶ່ງລາວກ່າວກ່ຽວກັບເລື້ອງນີ້ວ່າ:

ຕູ້ຣົດຈະນາກ່າວວ່າ ເວລາລາວຍັງເປັນເດັກນ້ອຍຢູ່ນັ້ນ ແມ່ນ້ຳຂອງຈະລົງຕ່ຳຫຼາຍໃນຍາມແລ້ງ ທີ່ລາວສາມາດຍ່າງຂ້າມໄປປະເທດລາວໄດ້ ທີ່ຢູ່ຫ່າງອອກໄປບໍ່ເທົ່າໃດຮ້ອຍແມັດນັ້ນ.

ດຽວນີ້ ນ້ຳຈະຂຶ້ນໃນລະດູແລ້ງ ດັ່ງນັ້ນລາວຈຶ່ງຈະຢູ່ທາງຝັ່ງໄທພີ້ ເພື່ອຮ່ອນຫາຄຳ.

ຫຼາຍໆເຂື່ອນທີ່ຢູ່ໃນເຂດແມ່ນ້ຳຂອງຕອນເທິງ ຊຶ່ງສ້າງໂດຍຈີນໄດ້ເຮັດໃຫ້ຮອບໝູນວຽນທີ່ເກີດຂຶ້ນຕາມທຳມະຊາດຂອງແມ່ນ້ຳ ທີ່ລ້ຽງດູປະຊາຊົນ 60 ລ້ານຄົນໃນຂະນະທີ່ມັນໄຫຼຜ່ານມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມນັ້ນ ປີ້ນກັບກັນ ຄືຍາມນ້ຳລົງ ກາຍຍາມເປັນນ້ຳຂຶ້ນ.

ແຄມຝັ່ງແມ່ນ້ຳຂອງທີ່ເຄີຍສະໜອງດິນ ເພື່ອໃຊ້ເປັນບ່ອນເຮັດຮົ້ວເຮັດສວນສຳລັບພວກຊາວບ້ານທີ່ທຸກຍາກນັ້ນ ເວລານີ້ລະດັບນ້ຳໄດ້ຂຶ້ນໆລົງໆແບບບໍ່ມີການເຕືອນລ່ວງໜ້າ ເວລາເຂື່ອນຕ່າງໆໃກ້ຈະສາມາດຜະລິດກະແສໄຟຟ້າໄດ້ແລ້ວນັ້ນ ແລະດິິນກໍໄດ້ໃຫ້ປະໂຫຍດແຕ່ພຽງເລັກນ້ອຍເທົ່ານັ້ນ.

ພວກປຸກລະດົມກ່າວວ່າ ປາຊະນິດຕ່າງໆໄດ້ຫລຸດລົງຢ່າງຫຼວງຫຼາຍ ໃນຂະນະທີ່ແມ່ນ້ຳຢູ່ລຸ່ມເຂື່ອນລົງໄປ ບໍ່ມີດິນຝຸ່ນຄືແຕ່ກີ້ ຊຶ່ງໄດ້ສ້າງຄວາມຕື່ນຕົກໃຈຜ່ານລະບົບນິເວດທີ່ມີຢູ່ທັງໝົດ.

ພວກຊາວບ້ານໃນທ້ອງຖິ່ນມີຄວາມຢ້ານກົວວ່າ ເຂື່ອນໄຟຟ້າຊະນະຄາມ ທີ່ມີມູນຄ່າ 2 ພັນລ້ານໂດລາ ທີ່ຈະສ້າງໃສ່ລໍາແມ່ນ້ຳຂອງ ບໍ່ຮອດສອງຫຼັກກິໂລແມັດຫ່າງອອກໄປນັ້ນ ຈະເປັນຈຸດອະວະສານຂອງແມ່ນ້ຳທີ່ມີຊີວິດຊີວາສາຍນີ້ ທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ຊຶ່ງມັນຈະບໍ່ມີຝຸ່ນແລະຕະກອນ ທີ່ປາໃຊ້ເປັນອາຫານນັ້ນ.

ເຂື່ອນດັ່ງກ່າວ ເວລານີ້ ກຳລັງຢູ່ໃນຂັ້ນຕອນການປຶກສາຫາລື ແຕ່ນັ້ນແມ່ນຖືກເບິ່ງກັນຢ່າງກວ້າງຂວາງວ່າ ເປັນພຽງພິທີການຢ່າງເປັນທາງການເທົ່ານັ້ນ.

ຈາກເຂດທີ່ມີການອະນຸລັກຢູ່ເທິງຝັ່ງໄທ ບໍ່ເທົ່າໃດກິໂລແມັດ ຫ່າງຈາກບ່ອນທີ່ມີການສະເໜີໃຫ້ສ້າງເຂື່ອນລົງໄປນັ້ນ ທ່ານອະພິຊິດ ສຸນຕຣະວິຣັດ ນັກຄົ້ນຄວ້າຢູ່ໃນເຂດທ້ອງຖິ່ນພວມແຕ້ມຮູບແຜນທີ່ກ່ຽວກັບການທຳລາຍແມ່ນ້ຳຂອງ.

ທ່ານອະພິສິດກ່າວວ່າ ເຂື່ອນຂອງຈີນແລະຂອງລາວ ເຮັດໃຫ້ເກີດຜົນກະທົບໃນດ້ານນິເວດຕໍ່ແມ່ນ້ຳຂອງ ແລະປາຫຼາຍສິບຊະນິດໄດ້ຫາຍສາບສູນໄປ ຍ້ອນບໍ່ມີດິນຝຸ່ນທີ່ໄຫຼມານຳນ້ຳ.

ສ່ວນພວກເຈົ້າຂອງໂຄງການເຂື່ອນກ່າວວ່າ ພວກເຂົາເຈົ້າໄດ້ເອົາທຸກມາດຕະການເພື່ອຊ່ວຍບັນເທົາຄວາມເສຍຫາຍຕໍ່ສະພາບລ້ອມ ຮວມທັງສ້າງຂັ້ນໄດປາ ເພື່ອອຳນວຍໃຫ້ປາຊະນິດຕ່າງໆອົບພະຍົບໃນລະຫວ່າງລະດູອອກໄຂ່ໄດ້.

ໃນວິໄສທັດຂອງພວກຜູ້ຄົນຈາກຝັ່ງຂອງໄທແລ້ວ ທ່ານອະພິສິດກ່າວວ່າ ພວກທຸລະກິດໃຫຍ່ໆຈາກຈີນ ລາວ ແລະໄທ ພວມຫາລາຍໄດ້ຈາກຊັບພະຍາກອນທີ່ໃຊ້ຮ່ວມກັນ.

ທ່ານອະພິເສດເວົ້າວ່າ ຊາວບ້ານບໍ່ໄດ້ຮັບຜົນປະໂຫຍດຫຍັງຈາກເຂື່ອນ ຜົນປະໂຫຍດຕົກເປັນຂອງທຸລະກິດໃຫຍ່ໆທີ່ຢູ່ເບື້ອງຫຼັງເຂື່ອນເທົ່ານັ້ນ.

ຈາກຕູບນ້ອຍໆຫຼັງນຶ່ງ ຊຶ່ງເປັນຕາໜ່າງປ້ອງກັນແມ່ນ້ຳຂອງ ຂອງພວກຊາວປະມົງຈາกໂຄງການສ້າງເຂື່ອນໄຟຟ້າຂອງພວກທຸລະກິດທີ່ມີຜົນປະໂຫຍດ.

ທ່ານໄຊວັດ ພາຣະກຸນ ກ່າວວ່າ ປະຊາຊົນໃນທ້ອງຖິ່ນເອີ້ນນ້ຳຂອງວ່າ ແມ່ນ້ຳແຫ່ງຊີວິດ ແລະສິ່ງທີ່ພວກເຂົາເຈົ້າຕ້ອງການກໍຄື ສົ່ງແມ່ນ້ຳນີ້ກັບຄືນໄປໃຫ້ເຂົາເຈົ້າ ເພື່ອໃຫ້ເຂົາເຈົ້າດຳລົງຊີວິດຢູ່ໄດ້ ເຖິງແມ່ນວ່າມັນຈະບໍ່ຄືເກົ່າກໍຕາມ ແຕ່ກໍໃກ້ຄຽງກັບເໝືອນເດີມ ເປັນແມ່ນ້ຳທີ່ເຮົາເພິ່ງພາໄດ້.

ໃນຂະນະທີ່ປາພວມຫລຸດນ້ອຍຖອຍລົງຢູ່ນັ້ນ ພວກຫາປາຫຼາຍໆຄົນໄດ້ພາກັນເລີກຈາກອາຊີບໜີໄປປູກຢາງຫຼືບໍກໍຫາເຮັດວຽກເຮັດການຢູ່ຕາມໂຮງງານຕ່າງໆທີ່ຢູ່ໃນເມືອງ.

ສຳລັບພວກທີ່ໄດ້ຮັບການຊົດເຊີຍຄ່າເສຍຫາຍຈາກແມ່ນ້ຳໄປນັ້ນ ການສະເໜີສ້າງເຂື່ອນແຫ່ງໃໝ່ທີ່ປາກຊົມ ຊຶ່ງເປັນເຂື່ອນທຳອິດ ທີ່ເນັ່ງໄປຈາກຝັ່ງໄທນັ້ນ ຈະເຮັດໃຫ້ຜູ້ຄົນທີ່ຍັງທຳມາຫາກິນ ເຮັດວຽກເຮັດການ ແລະອາໄສຢູ່ຕາມແຄມແມ່ນ້ຳຂອງນັ້ນ ໝົດເນື້ອໝົດຕົວ. ທ້າວສຸດາ ອິນສຳຣານ ຄົນຫາປາຜູ້ນຶ່ງໄດ້ທຳການຮ້ອງຂໍຢ່າງງ່າຍໆວ່າ:

ທ້າວສຸດຕາເວົ້າວ່າ ມັນເຖິງເວລາແລ້ວທີ່ຈະຢຸດເຊົາການສ້າງເຂື່ອນ ແລະມອບແມ່ນ້ຳຂອງຄືນໃຫ້ແກ່ປະຊາຊົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG