ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ 6 ສິ່ງຕ້ອງຮູ້ ກ່ຽວກັບ ການເກັບ 'ພາສີຕ່ຳສຸດຂອງໂລກ' ຕໍ່ທຸລະກິດຕ່າງໆ


ຮູບເງິນໃບ 100 ໂດລາ ຖ່າຍຢູ່ນະຄອນຫຼວງໂຊລ ເມື່ອວັນທີ 7 ກຸມພາ ປີ 2011.
ຮູບເງິນໃບ 100 ໂດລາ ຖ່າຍຢູ່ນະຄອນຫຼວງໂຊລ ເມື່ອວັນທີ 7 ກຸມພາ ປີ 2011.

ລັດຖະບານທ່ານໄບເດັນ ໃນອາທິດນີ້ ໄດ້ເປີດເຜີຍຂໍ້ສະເໜີແບບຫຍໍ້ໆ ເພື່ອປ່ຽນແປງນະໂຍ ບາຍການເກັບພາສີບໍລິສັດຂອງສະຫະລັດ ໂດຍເອີ້ນຂໍ້ສະເໜີນີ້ວ່າ ແຜນການເກັບພາສີ “ເຮັດຢູ່ອາເມຣິກາ.”

ແຜນການດັ່ງກ່່າວ ແມ່ນຮວມທັງຂໍ້ສະເໜີ ເພື່ອສ້າງຕັ້ງອັດຕາການເກັບພາສີຕໍ່ທຸລະກິດ ທີ່ຕ່ຳສຸດຂອງໂລກ ຊຶ່ງອາດຈະນຳເອົາສະຫະລັດ ໃຫ້ເຂົ້າຮ່ວມໂດຍເຕັມໃນຄວາມພະຍາຍາມ ຊຶ່ງໃນປັດຈຸບັນນີ້ຕົ້ນຕໍແລ້ວແມ່ນນຳພາໂດຍອົງການຈັດຕັ້ງສາກົນຂອງບັນດາປະເທດທີ່ຮັ່ງມີ ຮວມທັງກຸ່ມຈີ 20 ແລະອົງການເພື່ອການຮ່ວມມືແລະພັດທະນາທາງດ້ານເສດຖະກິດ.

ມີ 6 ຢ່າງທີ່ພວກເຮົາຄວນຮູ້ ກ່ຽວກັບອັດຕາການເກັບພາສີທີ່ຕ່ຳສຸດຂອງໂລກ ນຶ່ງໃນນັ້ນກໍຄືອັດຕາການເກັບພາສີຕ່ຳສຸດຂອງໂລກແມ່ນຫຍັງ ແລະມີຫຼາຍປະເທດປານໃດສາມາດເຂົ້າຮ່ວມ.

ການເກັບພາສີຕ່ຳສຸດຂອງໂລກໄດ້ສ້າງຕັ້ງລະບົບພາຍໃຕ້ທີ່ບໍລິສັດນຶ່ງໆ ຈາກປະເທດໃດປະເທດນຶ່ງ ຈະຕ້ອງຈ່າຍພາສີຢ່າງໜ້ອຍຈຳນວນນຶ່ງໃນກຳໄລຂອງຕົນ ບໍ່ສຳຄັນວ່າກຳໄລດັ່ງກ່າວໄດ້ຮັບຢູ່ບ່ອນໃດໃນໂລກ.

ຢູ່ໃນປະເທດທີ່ມີການນຳໃຊ້ການເກັບພາສີໃນອັດຕາຕ່ຳສຸດຂອງໂລກນີ້ ບໍລິ ສັດພາຍໃນປະເທດໃດໆ ທີ່ໄດ້ຍ້າຍການປະຕິບັດງານ ບາງຢ່າງຂອງຕົນ ໄປຢູ່ຕ່າງປະເທດທີ່ເກັບພາສີຕ່ຳ ຈະຕ້ອງໄດ້ຈ່າຍພາສີ ໃຫ້ລັດຖະບານຂອງຕົນ ໃນສ່ວນທີ່ແຕກຕ່າງ ລະຫວ່າງອັດຕາທີ່ຕ່ຳສຸດແລະແມ່ນຫຍັງກໍຕາມທີ່ທາງບໍລິສັດໄດ້ຈ່າຍໄປແລ້ວກ່ຽວກັບລາຍໄດ້ຢູ່ໃນຕ່າງປະເທດຂອງຕົນ.

ຕົວຢ່າງວ່າ ຖ້າຫາກປະເທດທີ່ເກັບພາສີຕ່ຳສຸດໃນອັດຕາ 15 ເປີເຊັນເປັນທີ່ຕັ້ງຂອງບໍລິສັດທີ່ໄດ້ກຳໄລໃນຕ່າງປະເທດທີ່ຖືກເກັບພາສີໃນລະດັບ 5 ເປີເຊັນນັ້ນຈະຕ້ອງໄດ້ເຮັດໃຫ້ບໍລິສັດດັ່ງກ່າວ ປະຕິບັດຕາມການເສຍພາສີຂັ້ນຕ່ຳສຸດ ໂດຍເກັບພາສີຕື່ມອີກ 10 ເປີເຊັນ.

ຢູ່ໃນບາງປະເທດ ຮວມທັງສະຫະລັດນຳດ້ວຍ ໄດ້ພະຍາຍາມທີ່ຈະເກັບພາສີທີ່ຕົນໄດ້ສູນເສຍໄປນັ້ນ ເວລາບໍລິສັດຕ່າງໆຍ້າຍການປະຕິບັດງານຂອງຕົນໄປຢູ່ຕ່າງປະເທດ. ແຕ່ພວກນັກຊ່ຽວຊານບາງຄົນເຊື່ອວ່າມີພຽງແຕ່ເຮັດວຽກຮ່ວມກັນເທົ່ານັ້ນຈຶ່ງຈະເຮັດໃຫ້ຄວາມແຕ່ຕ່າງທີ່ແທ້ຈິງຂຶ້ນ.

ໃນການປະກາດເມື່ອວັນພຸດທີ່ຜ່ານມານີ້ ລັດຖະບານສະຫະລັດ ກ່າວວ່າ “ເຖິງແມ່ນປະເທດຕ່າງໆມີແຮງກະຕຸ້ນຢ່າງແຂງຂັນທີ່ຈະເຮັດວຽກຮ່ວມກັນ ເພື່ອຮັບມືກັບການແຂ່ງຂັນໃນເລື້ອງພາສີນີ້ ເຂົາເຈົ້າຈະບໍ່ຢຸດເຊົາໃນການແຂ່ງຂັນໄປສູ່ຂັ້ນຕ່ຳສຸດ ນອກເໜືອຈາກວ່າມີຫຼາຍປະເທດໃຫຍ່ໆພຽງພໍຮັບເອົາການເກັບພາສີຕ່ຳສຸດຕໍ່ລາຍໄດ້ຂອງຕ່າປະເທດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG