ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ອະວຸໂສ ສຫລ ອອກຈາກໂຕກຽວ ແລະມຸ່ງໜ້າ ສູ່ເກົາຫຼີໃຕ້ ບ່ອນຢຸດແວ່ແຫ່ງສຸດທ້າຍ ໃນເຂດເອເຊຍ


ລັດຖະມົນຕີິການຕ່າງປະເທດ ສຫລ ທ່າານແອນໂທນີ ບລິງເກັນ ເດີນທາງໄປຮອດຖານທັບອາກາດໂອຊານ ໃນເມືອງພີຢົງແຕັກ ປະເທດເກົາຫຼີໃນວັນພຸດມື້ນີ້ ທີ 17ມີນາ 2021.
ລັດຖະມົນຕີິການຕ່າງປະເທດ ສຫລ ທ່າານແອນໂທນີ ບລິງເກັນ ເດີນທາງໄປຮອດຖານທັບອາກາດໂອຊານ ໃນເມືອງພີຢົງແຕັກ ປະເທດເກົາຫຼີໃນວັນພຸດມື້ນີ້ ທີ 17ມີນາ 2021.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານລອຍດ໌ ອອສຕິນພວມເດີນທາງໄປຍັງເກົາຫຼີໃຕ້ໃນວັນພຸດມື້ນີ້ ຫຼັງຈາກໄດ້ເຕືອນຈີນວ່າລັດຖະບານຂອງທ່ານໄບເດັນຈະຕອບໂຕ້ຄືນ ຕໍ່ການໃຊ້ການບີບບັງຄັບແລະການຮຸກຮານຢູ່ໃນຂົງເຂດ.

ທ່ານບລິງເກັນແລະທ່ານອອສຕິນ ເດີນທາງອອກຈາກນະຄອນໂຕກຽວ ໃນມື້ນີ້ ຫຼັງຈາກໄດ້ເຈ ລະຈາແບບ “ສອງບວກສອງ” ກັບຄູ່ຕຳແໜ່ງຝ່າຍຍີ່ປຸ່ນລັດຖະມົນຕີຕ່າງປະເທດ ທ່ານໂຕຊິມິດສຸ ໂມເຕຈິ ແລະລັດຖະມົນຕີກະຊວງປ້ອງກັນປະເທດທ່ານໂນບູໂອະ ກິສຊີ ທີ່ແນໃສ່ເພື່ອໃຫ້ການຢືນຢັນຄືນໃໝ່ຕໍ່ການເປັນພາຄີຂ້າມມະຫາສະໝຸດປາຊີຟິກ ທ່າມກາງທີ່ມີການປະເຊີນໜ້າກັບຈີນທີ່ນັບມື້ນັບເພີ່ມທະວີຄວາມຮຸນແຮງ ແລະຄວາມເປັນປໍລະປັກຂອງເກົາຫຼີເໜືອ.

ໃນຖະແຫຼງການຮ່ວມຫຼັງຈາກໄດ້ມີການພົບປະກັນແລ້ວ ທ່ານບລິງເກັນໄດ້ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານທ່ານໄບເດັນຈະ “ຕ້ານຄືນ ຖ້າຫາກມີຄວາມຈຳເປັນ ເວລາຈີນໃຊ້ການບີບບັງຄັບແລະການຮຸກຮານ ເພື່ອໃຫ້ໄດ້ຕາມໃຈພວກເຂົາ.”

ໃນການໃຫ້ຄວາມເຫັນ ຕໍ່ກອງປະຊຸມນຶ່ງ ອີກຕ່າງຫາກ ລະຫວ່າງທ່ານ ແລະທ່ານໂມເຕຈິນັ້ນ ທ່ານບລິງເກັນ ກ່າວວ່າ ວໍຊິງຕັນແລະໂຕກຽວເຊື່ອໝັ້ນໃນ “ປະຊາທິປະໄຕ ສິດທິມະນຸດ ແລະການປົກຄອງດ້ວຍຕົວບົດກົດໝາຍ” ແຕ່ກໍກ່າວວ່າ ຫຼັກຄຸນຄ່າເຫຼົ່ານັ້ນ ພວມ “ໄດ້ຮັບການຂົ່ມຂູ່” ຢູ່ໃນຂົງເຂດ “ບໍ່ວ່າຢູ່ໃນປະເທດພະມ້າຫຼືປະເທດຈີນ” ໂດຍໃຊ້ອີກຊື່ນຶ່ງຂອງມຽນມາ ເມື່ອກ່າວ ເຖິງການກໍ່ລັດຖະປະຫານຢູ່ໃນປະເທດດັ່ງກ່າວນັ້ນ.

ທ່ານໂມເຕຈິກ່າວໃນເວລາຕໍ່ມາວ່າ ທ່ານແລະຄູ່ຕຳແໜ່ງຝ່າຍອາເມຣິກັນ ຕ່າງກໍຄັດຄ້ານຕໍ່ການດຳເນີນຄວາມພະຍາຍາມຂອງຈີນທີ່ຈະປ່ຽນສະພາບການໃນປັດຈຸບັນ ຢູ່ໃນທະເລຈີນຕາເວັນອອກ ແລະທະເລຈີນໃຕ້ ບ່ອນທີ່ຈີນໄດ້ທຳການຂະຫຍາຍການມີໜ້າທາງດ້ານທະຫານຂອງຕົນຢ່າງບໍ່ຢຸດຢັ້ງ ແລະການອ້າງເອົາກຳມະສິດ ໃນເຂດນ້ຳແດນດິນ ຕໍ່ບໍລິເວນສ່ວນໃຫຍ່ ຢູ່ໃນຂົງ ເຂດດັ່ງກ່າວ.

ຢູ່ທີ່ປັກກິ່ງ ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານສາວ ຫຼີຈ້ຽນ (Zhao Lijian) ກ່າວຕໍ່ພວກນັກຂ່າວວ່າ ຄວາມສໍາພັນຂອງສະຫະລັດແລະຍີປຸ່ນບໍ່ຄວນ “ທີ່ຈະແນໃສ່ ຫຼືສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງປະເທດທີສາມ” ໂດຍຮຽກຮ້ອງໃຫ້ທັງສອງຝ່າຍ “ປະກອບສ່ວນເຂົ້າຮ່ວມ ໃນຄວາມເປັນເອກກະພາບແລະການຮ່ວມມືຕະຫຼອດທັງການສ້າງສັນຕິພາບແລະສະຖຽນລະພາບຢູ່ໃນເຂດເອເຊຍປາຊີຟິກ.”

ຄວາມສຳພັນລະຫວ່າງສອງປະເທດ ທີ່ມີເສດຖະກິດທີ່ໃຫຍ່ສຸດຂອງໂລກໄດ້ຕົກສູ່ລະດັບຕ່ຳສຸດສ່ວນນຶ່ງກໍແມ່ນເນື່ອງມາຈາກສົງຄາມການຄ້າທີ່ອະດີດປະທານາທິບໍດີດໍໂນລ ທຣຳ ໄດ້ເລີ້ມຂຶ້ນ ຕະຫຼອດທັງຄວາມເຄັ່ງຕຶງທາງດ້ານທະຫານທີ່ມີເພີ້ມຂຶ້ນຢູ່ໃນຂົງເຂດ ທີ່ປັກກິ່ງຖືວ່າເປັນເຂດອິດທິພົນຂອງຕົນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG