ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະທ້ວງຕ້ານລັດຖະປະຫານ ໃນມຽນມາ ຍັງດຳເນີນຢູ່ຕໍ່ມາ ຫຼັງຈາກມື້ທີ່ນອງເລືອດທີ່ສຸດ


ພວກເດີນຂະບວນ ໄດ້ຕັນທາງສາຍນຶ່ງ ໃນລະຫວ່າງການປະທ້ວງ ຕໍ່ຕ້ານລັດຖະປະຫານ ທີ່ນະຄອນຢ່າງກຸ້ງ ເມື່ອວັນທີ 4 ມີນາ 2021.
ພວກເດີນຂະບວນ ໄດ້ຕັນທາງສາຍນຶ່ງ ໃນລະຫວ່າງການປະທ້ວງ ຕໍ່ຕ້ານລັດຖະປະຫານ ທີ່ນະຄອນຢ່າງກຸ້ງ ເມື່ອວັນທີ 4 ມີນາ 2021.

ການເດີນຂະບວນຕໍ່ຕ້ານພວກທະຫານມຽນມາ ມີຂຶ້ນໃນທົ່ວປະເທດອີກ ໃນວັນພະຫັດວານນີ້ ຫຼັງຈາກໃນອັນທີ່ອົງການສະຫະປະຊາຊາດ ກ່າວວ່າ ເປັນ “ມື້ທີ່ນອງເລືອດທີ່ສຸດ” ນັບຕັ້ງແຕ່ໄດ້ມີການກໍ່ລັດຖະປະຫານໃນວັນທີ 1 ກຸມພາເປັນຕົ້ນມາ.

ກຳລັງຮັກສາຄວາມສະຫງົບໄດ້ລະດົມຍິງເຂົ້າໃສ່ແລະທັບມ້າງການເດີນຂະບວນປະທ້ວງດ້ວຍລະເບີດນ້ຳຕາ ທີ່ນະຄອນຢ່າງກຸ້ງ ແລະເມືອງມອນນີວາ ໃນພາກກາງຂອງປະເທດ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ການປະທ້ວງຍັງໄດ້ມີຂຶ້ນ ທີ່ນະຄອນມັນດາເລເຊັ່ນກັນ ບ່ອນທີ່ພວກໄວ້ທຸກ ໄດ້ໄປເຕົ້າໂຮມກັນຈັດພິທີສົ່ງສະການໃຫ້ທ້າວ ຢອນ ຊິນ (Kyal Sin) ນັກສຶກສາອາຍຸ 19 ປີ ທີ່ໄດ້ຖືກຍິງຕາຍໃນມື້ວັນພຸດຜ່ານມາ ໃນລະຫວ່າງການປະທ້ວງ ຢູ່ທີ່ນະຄອນດັ່ງກ່າວ. ພວກທີ່ໄປຮ່ວມໄດ້ພາກັນເຍີງຮູບຂອງທ້າວຢອນ ຊິນ ຂຶ້ນແລະນຸ່ງເສື້ອທີເຊີດທີ່ຂຽນຄຳຂວັນຂຽນໃສ່ທາງໜ້າວ່າ “ທຸກສິ່ງຢ່າງຈະເປັນປົກກະຕິ.”

ທ້າວຢອນ ຊິນ ແມ່ນນຶ່ງໃນ 38 ຄົນ ທີ່ອົງການສະຫະປະຊາຊາດກ່າວວ່າ ໄດ້ເສຍຊີວິດ ຢູ່ໃນທົ່ວປະເທດມຽນມາໃນວັນພຸດທີ່ຜ່ານມາ. ພວກທີ່ເຫັນເຫດການກ່າວວ່າ ກຳລັງຮັກສາຄວາມສະຫງົບໄດ້ຍິງລູກປືນແທ້ພ້ອມທັງລູກປືນຢາງແລະລະເບີດນ້ຳຕາເຂົ້າໃສ່ ເພື່ອຂັບໄລ່ຝູງຊົນໃຫ້ແຕກພ່າຍໜີ.

ຫຼາຍໆຄົນມີລາຍງານວ່າ ໄດ້ຮັບບາດເຈັບ ຮວມຢູ່ໃນນັ້ນກໍມີນັກຂ່າວເຕັດ ອອງ ຄານ (Htet Aung Khant) ຈາກພະແນກພາສາມຽນມາ ຂອງວີໂອເອ ທີ່ໄດ້ຖືກລູກຢືນຢາງຢູ່ໃຕ້ກົກແຂນ ໃນຂະນະທີ່ລາວໄປເກັບກຳຂ່າວ.

ທ່ານນາງຄຣິສຕີນ ຊຣານເນີ ເບີກີເນີ ທູດພິເສດອົງການສະຫະປະຊາຊາດປະຈຳມຽນມາ ກ່າວຕໍ່ພວກນັກຂ່າວໃນການໂອ້ລົມທາງວີດີໂອ ຈາກປະເທດສະວິດເຊີແລນວ່າ “ມື້ນີ້ ເປັນມື້ທີ່ນອງເລືອດທີ່ສຸດນັບຕັ້ງແຕ່ໄດ້ມີການກໍ່ລັດຖະປະຫານໃນວັນທີ 1 ກຸມພາເປັນຕົ້ນມາ.

ໃນຖະແຫຼງການທີ່ນຳອອກເຜີຍແຜ່ ໃນວັນພະຫັດວານນີ້ ວີໂອເອໄດ້ປະນາມການໃຊ້ຄວາມຮຸນແຮງທີ່ນະຄອນມັນດາເລ ຊຶ່ງໄດ້ເຮັດໃຫ້ພວກນັກຂ່າວຫຼາຍຄົນບາດເຈັບນັ້ນ.

ຮັກສາການຜູ້ອຳນວຍການຂອງວີໂອເອ ທ່ານນາງໂຢລານດາ ໂລເປສ ກ່າວວ່າ “ປະຊາທິປະ ໄຕ ແມ່ນກາງຕໍ່ການລາຍງານຂ່າວທີ່ເສລີແລະການຫຼັ່ງໄຫຼຂອງຂໍ້ມູນຂ່າວສານ. ເຫດຮ້າຍເຫຼົ່ານີ້ ໄດ້ເນັ້ນໃຫ້ເຫັນອີກຄັ້ງນຶ່ງ ເຖິງໄພຂົ່ມຂູ່ຕໍ່ພວກນັກຂ່າວ ທີ່ປະເຊີນໜ້າໃນແຕ່ລະວັນ ຢູ່ໃນທົ່ວໂລກ. ວີໂອເອຂໍປະນາມເຫດການເຫຼົ່ານີ້ແລະການໂຈມຕີອື່ນໆ ທີ່ເຮັດໃຫ້ຊີວິດຂອງພວກນັກຂ່າວ ຜູ້ທີ່ມີຄວາມກ້າຫານຕົກຢູ່ໃນຄວາມສ່ຽງແລະບ່ອນທຳລາຍຕໍ່ການລາຍງານຂ່າວທີ່ເສລີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG