ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍໃດ ຕ່າງໜ້າໃຫ້ມຽນມາ ຢູ່ທີ່ອົງການສະຫະປະຊາຊາດ?


ເຄື່ອງໝາຍຂອງອົງການສະຫະປະຊາຊາດ ທີ່ແນມເຫັນຜ່ານປະຕູແກ້ວ ໃນຫ້ອງໂຖງທີ່ຫວ່າງເປົ່າ ຂອງອົງການສະຫະປະຊາຊາດ ລະຫວ່າງກອງປະຊຸມສະມັດຊາໃຫຍ່ປະຈຳປີ ຄັ້ງທີ 75.
ເຄື່ອງໝາຍຂອງອົງການສະຫະປະຊາຊາດ ທີ່ແນມເຫັນຜ່ານປະຕູແກ້ວ ໃນຫ້ອງໂຖງທີ່ຫວ່າງເປົ່າ ຂອງອົງການສະຫະປະຊາຊາດ ລະຫວ່າງກອງປະຊຸມສະມັດຊາໃຫຍ່ປະຈຳປີ ຄັ້ງທີ 75.

ລັດຖະບານຂອງທັງສອງຝ່າຍໃນມຽນມາ ໃນເວລານີ້ ຕ່າງກໍອ້າງວ່າ ຕົນເປັນຜູ້ຕາງໜ້າຂອງປະເທດ ຢູ່ທີ່ອົງການສະຫະປະຊາຊາດ ຊຶ່ງເຮັດໃຫ້ມີທ່າທາງວ່າ ບັນດາປະເທດສະມາຊິກຈະຕ້ອງໄດ້ເຂົ້າໄປຕັດສິນວ່າ ຈະຮັບຮູ້ເອກອັກຄະລັດຖະທູດຂອງຝ່າຍໃດ.

ໂຄສົກຂອງອົງການສະຫະປະຊາຊາດ ທ່ານສເຕຟານ ດູຈາຣິກ ກ່າວຕໍ່ພວກນັກຂ່າວວ່າ “ຂ້າພະເຈົ້າສາມາດໃຫ້ການຢືນຢັນວ່າ ພວກເຮົາໄດ້ຮັບຈົດໝາຍ 2 ສະບັບ. ເວລານີ້ຈົດໝາຍທັງສອງພວມໄດ້ຮັບການທົບທວນເບິ່ງຢູ່.”

ທ່ານກ່າວວ່າ ຈົດໝາຍສະບັບນຶ່ງແມ່ນໄດ້ຮັບໃນວັນຈັນທີ່ຜ່ານມາຈາກທ່ານຢໍ ໂມ ຕຸນ (Kyaw Moe Tun) ເອກອັກຄະລັດຖະທູດມຽນມາທີ່ໄດ້ເຂົ້າຮັບຕໍາ ແໜ່ງຂອງທ່ານເມື່ອເດືອນຕຸລາປີກາຍ ໂດຍໃຫ້ການຢືນຢັນວ່າທ່ານຍັງເປັນຜູ້ຕາງໜ້າ ຢູ່ທີ່ອົງການສະຫະປະຊາຊາດ. ການຕິດຕໍ່ສະບັບທີສອງແມ່ນໄດ້ຮັບໃນວັນອັງຄານວານນີ້ ຈາກກະຊວງການຕ່າງປະເທດມຽນມາ ໂດຍແຈ້ງໃຫ້ເລ ຂາທິການໃຫຍ່ຊາບວ່າ ທ່ານທິນ ມອງ ແນັງ (Tin Maung Naing) ຮອງເອກອັກຄະລັດຖະທູດມຽນມາປະຈຳອົງການສະຫະປະຊາຊາດໄດ້ຖືກແຕ່ງຕັ້ງ ໃຫ້ເປັນອຸບປະທູດ ເລີ້ມແຕ່ວັນທີ 28 ກຸມພາໄປ.

ທ່ານດູຈາຣິກ ກ່າວວ່າ “ຂໍເວົ້າແບບກົງໆໂລດ ພວກເຮົາແມ່ນຢູ່ໃນສະຖານະການທີ່ພິເສດ ທີ່ພວກເຮົາບໍ່ໄດ້ເຫັນມາດົນນານແລ້ວ. ພວກເຮົາກຳລັງພະຍາຍາມໂດຍຜ່ານຂັ້ນຕອນທາງດ້ານກົດໝາຍແລະຜົນກະທົບຕ່າງໆ.”

ໃນກອງປະຊຸມສະມັດຊາໃຫຍ່ ໃນມື້ວັນສຸກຜ່ານມານີ້ ເອກອັກຄະລັດຖະທູດຂອງມຽນມາ ທ່ານຢໍ ໂມ ຕຸນ ໄດ້ຂໍຮ້ອງຕໍ່ປະຊາຄົມນາໆຊາດໂດຍຂໍໃຫ້ປະເທດຕ່າງໆປະຕິເສດຕໍ່ການເຮັດລັດຖະປະຫານຂອງພວກທະຫານໃນວັນທີ​ 1 ກຸມພາຜ່ານມາ ແລະນຳໃຊ້ “ທຸກວິທີການທີ່ຈຳເປັນ” ເພື່ອປົກປ້ອງປະຊາຊົນ. ໂທລະພາບຂອງທາງການມຽນມາ ໃນມື້ຕໍ່ມາ ໄດ້ປະກາດປົດທ່ານອອກຈາກຕຳແໜ່ງໃນມື້ຕໍ່ມາ.

ໃນຈົດໝາຍຂອງທ່ານທີ່ສົ່ງເຖິງປະທານສະມັດຊາໃຫຍ່ແລະສຳເນົາສົ່ງເຖິງຫ້ອງການທ່ານເລຂາທິການໃຫຍ່ນັ້ນ ທ່ານຢໍ ໂມ ຕຸນ ກ່າວວ່າ ທ່ານໄດ້ຖືກແຕ່ງຕັ້ງໂດຍປະທານາທິບໍດີ ອູ ວິນ ມິນ “ປະທານາທິບໍດີມຽນມາ ທີ່ຖືກເລືອກຢ່າງຖືກຕ້ອງຕາມກົດໝາຍ” ແລະໂດຍລັດຖະມົນຕີການຕ່າງປະເທດ ທ່ານນາງ ອອງຊານ ຊູຈີ.”

ທັງປະທານາທິບໍດີວິນ ມິນ ແລະ ທ່ານນາງອອງຊານ ຊູຈີ ແມ່ນຮວມຢູ່ໃນບັນດາເຈົ້າໜ້າທີ່ຫຼາຍສິບຄົນທີ່ຖືກຄຸມຂັງໃນລະຫວ່າງການເຮັດລັດຖະປະຫານຂອງພວກທະຫານຢູ່ໃນມຽນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG