ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ສະຫະລັດ ກ່າວວ່າ ຈີນຕ້ອງໄດ້ເພີ້ມຄວາມໄຝ່ຝັນ ເພື່ອຫຼຸດການປ່ອຍແກັສຄາບອນ


ທູດພິເສດປະທານາທິບໍດີ ຮັບຜິດຊອບເລື້ອງດິນຟ້າອາກາດ ທ່ານຈອນ ແຄຣີ ຖະແຫຼງກ່ຽວກັບນະໂຍບາຍດິນຟ້າອາກາດ ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 27 ມັງກອນ 2021.

ສະຫະລັດແລະຈີນຕ້ອງໄດ້ເພີ້ມຄວາມໄຝ່ຝັນໃນການຫຼຸດຜ່ອນການປ່ອຍແກັສຄາບອນຂອງຕົນລົງ ໃນຂະນະທີ່ສອງປະເທດໃຫຍ່ສຸດຂອງໂລກ ທີ່ໄດ້ປ່ອຍແກັສຄາບອນພວມຊອກຫາຊ່ອງທາງໃນການຮ່ວມມືເພື່ອຕ່າວປີ້ນໃນອັນທີ່ເຈົ້າ ໜ້າທີ່ອະວຸໂສກ່າວວ່າ “ເປັນບັນຫານຶ່ງຕ່າງຫາກທີ່ມີຄວາມສຳຄັນ”: ການປ່ຽນ ແປງຂອງດິນຟ້າອາກາດ.

ທູດພິເສດ ຂອງປະທານາທິບໍດີສະຫະລັດ ຮັບຜິດຊອບ ໃນເລື້ອງດິນຟ້າອາກາດ ທ່ານຈອນ ແຄຣີ ໄດ້ໂອ້ລົມກັບຄູ່ຕຳແໜ່ງ ຝ່າຍຈີນ ທ່ານສີ ເຊັນຫວາ (Xie Zhenhua) ຊຶ່ງກະຊວງການຕ່າງປະເທດໄດ້ໃຫ້ການຢືນຢັນໂດຍກ່າວເພີ້ມຕື່ມວ່າ ການໂອ້ລົມລະຫວ່າງປະເທດທັງສອງຈະດຳເນີນຕໍ່ໄປ. ຈີນເປັນປະເທດທີ່ປ່ອຍແກັສຄາບອນຫຼາຍທີ່ສຸດໃນໂລກ.

ທ່ານສີ ເມື່ອໄວໆມານີ້ ໄດ້ຖືກແຕ່ງຕັ້ງໂດຍປັກກິ່ງ ໃຫ້ເປັນທູດພິເສດ ຮັບຜິດ ຊອບໃນເລື້ອງດິນຟ້າອາກາດ ແລະທ່ານຍັງເປັນບຸກຄົນສຳຄັນ ໃນການເຈລະຈາຂອງຈີນ ໃນລະຫວ່າງກອງປະຊຸມດິນຟ້າອາກາດຄັ້ງສຳຄັນ ທີ່ນະຄອນໂກເປັນເຮເກັນ ແລະປາຣີ.

ໂຄສົກ ຂອງກະຊວງການຕ່າງປະເທດ ກ່າວຕໍ່ວີໂອເອວ່າ “ບັນຫາທ້າທາຍກ່ຽວກັບດິນຟ້າອາກາດ ຈະບໍ່ໄດ້ຮັບການແກ້ໄຂຢ່າງສຳເລັດຜົນໄດ້ໂດຍປາສະຈາກການເອົາມາດຕະການທີ່ສຳຄັນຂອງຈີນ. ຈີນແມ່ນກວມເອົາເກືອບ 30 ເປີເຊັນຂອງການປ່ອຍແກັສດັ່ງກ່າວຂອງໂລກ ນອກເໜືອໄປຈາກລົງທຶນຢ່າງຂຸ້ນຂ້ຽວກ່ຽວກັບແກັສຄາບອນ ໃນໂຄງການນຶ່ງແລວນຶ່ງເສັ້ນທາງ ຫຼາຍໆສິບໂຄງການ.”

ໂຄສົກກ່າວຕື່ມວ່າ “ຈີນແລະປະເທດອື່ນໆທັງໝົດ ຕ້ອງໄດ້ເພີ້ມຄວາມໄຝ່ຝັນຂອງຕົນ (ໃນການປ່ອຍແກັສຄາບອນລົງເຫຼືອສູນ) ໃນເວທີໂລກ.”

ໃນເດືອນກັນຍາປີກາຍນີ້ ຜູ້ນຳຂອງຈີນ ທ່ານສີ ຈິ້ນຜິງ ໄດ້ປະກາດວ່າ ຈີນຈະພະຍາຍາມດີ້ນຮົນຕໍ່ສູ້ ເພື່ອໃຫ້ການປ່ອຍແກັສຄາບອນໄດອອກໄຊກ້າວເຖິງຈຸດສູງສຸດກ່ອນປີ 2030 ແລະບັນລຸການປ່ອຍແກັສຄາບອນທີ່ເປັນກາງກ່ອນຮອດປີ 2060.

ສະຫະລັດ ແມ່ນປະກອບເປັນ ປະມານ 15 ເປີເຊັນ ໃນການປ່ອຍແກັສຄາບອນຂອງໂລກ. ປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ໄດ້ໃຫ້ຄວາມໝັ້ນໝາຍຕໍ່ການຕັ້ງເປົ້າໝາຍທີ່ສູງໆເອົາໄວ້ ຮວມທັງສະຫະລັດຈະບັນລຸເສດຖະກິດທີ່ນຳໃຊ້ພະລັງສະອາດ 100 ເປີເຊັນແລະກ້າວໄປສູ່ການປ່ອຍແກັສຄາບອນເປັນສູນບໍ່ກາຍປີ 2050.

ທ່ານແຄຣີກ່າວວ່າ ທ່ານຮູ້ຈັກທ່ານສີດີເປັນພິເສດ ແລະພວກທ່ານທັງສອງເຄີຍເຮັດວຽກຮ່ວມ ກັນມາແລ້ວປະມານ 20 ປີ. ທ່ານສີເປັນຜູ້ຕາງໜ້າຈີນໃນການເຈລະຈາກ່ຽວກັບເລື້ອງດິນຟ້າອາກາດໃນການຫາລືປະຈຳປີລະດັບສູງລະຫວ່າງສະຫະລັດກັບຈີນ.

ໃນເດືອນກໍລະກົດ ປີ 2013 ສະຫະລັດ ແລະຈີນ ໄດ້ເລີ້ມກອງປະຊຸມພິເສດ ກ່ຽວກັບດິນຟ້າອາກາດແລະການຮ່ວມມືທາງດ້ານພະລັງງານ ພາຍໃຕ້ຂອບໃນການຫາລືຍຸດທະສາດແລະເສດຖະກິດ ລະຫວ່າງສະຫະລັດກັບຈີນ ໃນເວລານັ້ນ ບໍ່ດົນຫຼັງຈາກກຸ່ມເຮັດວຽກໃນເລື້ອງດິນຟ້າອາກາດໄດ້ສ້າງຕັ້ງຂຶ້ນໃນປີ 2013.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG